ຖະແຫຼງ 10 ຂ່າວເດັ່ນ ກ່ຽວກັບທາງລົດໄຟລາວ-ຈີນໃນປີ 2023

ວັນທີ 20 ກຸມພານີ້, 10 ຂ່າວເດັ່ນ ກ່ຽວກັບທາງລົດໄຟລາວ-ຈີນປີ 2023 ໄດ້ຖະແຫຼງຢູ່ນະຄອນຄຸນໝິງ ໂດຍມີຜົນງານບົດຂ່າວຈາກອົງການສື່ມວນຊົນ ແລະ ໜ່ວຍງານຕ່າງໆ ເຊັ່ນ: ຂ່າວສານຊິນຮວາ, ໜັງສືືພິມລາຍວັນຢຸນນານ, ໜັງສືພິມລາຍວັນຫູໜານ,
ໜັງສືພິມປະຊາຊົນ ລາວ, ວິທະຍຸກະຈາຍສຽງແຫ່ງຊາດລາວ, ກຸ່ມບໍລິສັດທາງລົດໄຟຈີນສາຂາຄຸນໝິງເປັນຕົ້ນ ໄດ້ຮັບລາງວັນ.
ຕາມຂ່າວແຈ້ງວ່າ, ການປະກວດຂ່າວຄັ້ງນີ້ ແມ່ນຈັດໂດຍ ສະຫະ
ພັນສື່ມວນຊົນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ ແລະ ສະຫະ
ພັນສື່ມວນຊົນທາງລົດໄຟລາວ-ຈີນ. ສື່ມວນຊົນສໍາຄັນ, ສື່ມວນຊົນເອກະຊົນ ແລະ ອົງການຈັດຕັ້ງຕ່າງໆ ທັງສອງປະເທດລາວ-ຈີນ ໄດ້ນໍາສະເໜີບົດຂ່າວດີເດັ່ນຂອງຕົນໃນປີ 2023 ມາເຂົ້າຮ່ວມການປະກວດຄັ້ງນີ້, ໂດຍຜ່ານການຄັດເລືອກຈາກຫົວ
ໜ້າ ແລະ ນັກຊ່ຽວຊານດ້ານສື່ມວນຊົນ ທັງສອງຝ່າຍລາວ-ຈີນ,
ໄດ້ເລືອກຂ່າວເດັ່ນ 10 ຂ່າວ, ບົດຂ່າວທີ່ໄດ້ຮັບລາງວັນຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງເຫດການສໍາຄັນກ່ຽວກັບທາງລົດໄຟລາວ-
ຈີນ ໃນປີ 2023 ພ້ອມທັງບົດຂ່າວທີ່ໄດ້ບັນທຶກເຖິງທາງລົດໄຟ
ລາວ-ຈີນໄດ້ເພີ່ມພະລັງຂັບເຄື່ອນອັນແຂງແຮງເຂົ້າໃນການພັດ
ທະນາຂອງພາກພື້ນ, ເລົ່າເລື່ອງລາວທີ່ ປະຊາຊົນສອງຊາດລາວ-ຈີນ ໄດ້ເຊື່ອມສານຈິດໃຈ ແລະ ເພີ່ມຄວາມເຂົ້າໃຈເຊິ່ງກັນ
ແລະກັນ.
ນັບຕັ້ງແຕ່ການເປີດນຳໃຊ້ທາງລົດໄຟລາວ-ຈີນ ເປັນເວລາ 2 ປີປາຍ ເປັນຕົ້ນມາ, ການຂົນສົ່ງສິນຄ້າ ແລະ ຜູ້ໂດຍສານຕາມທາງລົດໄຟລາວ-ຈີນ ໄດ້ມີການເພີ່ມຂຶ້ນຢ່າງຫຼວງຫຼາຍ, ທາງລົດໄຟສາຍນີ້ກໍມີບົດບາດນັບມື້ນັບກວ້າງອອກ. ທາງລົດໄຟສາຍນີ້ໄດ້ເພິ່ມທະວີິຄວາມເຊື່ອມໂຍງເຊື່ອມຈອດກັນ ແລະ ເປັນສັກຂີພິຍານໃຫ້ແກ່ການເພີ່ມຄວາມເຂົ້າໃຈກັນລະຫວ່າງປະຊາຊົນ, ພ້ອມທັງໄດ້ກາຍເປັນເສັ້ນທາງແຫ່ງຄວາມຜາສຸກ, ເສັ້ນທາງ
ແຫ່ງການພັດທະນາ ແລະ ເສັ້ນທາງແຫ່ງມິດຕະພາບລະຫວ່າງປະຊາຊົນສອງຊາດລາວ-ຈີນ, ເຊິ່ງໄດ້ເພີ່ມພະລັງຂັບເຄື່ອນໃໝ່ໃຫ້ແກ່ການຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ຢ່າງມີຄຸນ
ນະພາບສູງ. ອົງການທີ່ເຂົ້າຮ່ວມການປະກວດຂ່າວຄັ້ງນີ້ຕ່າງກໍກ່າວວ່າ, ການຖະແຫຼງ 10 ຂ່າວເດັ່ນ ກ່ຽວກັບທາງລົດໄຟລາວ-ຈີນໃນປີ 2023 ເປັນໝາກຜົນທີ່ບັນດາສື່ມວນຊົນໄດ້ຮ່ວມມືກັນເລົ່າເລື່ອງລາວກ່ຽວກັບທາງລົດໄຟລາວ-ຈີນ ໃຫ້ດີ, ສື່ມວນຊົນຕ່າງໆຈະນໍາໃຊ້ໂອກາດນີ້ໃຫ້ດີ ເພື່ອເພີ່ມທະວີການຮ່ວມມື ແລະ ການປະສານງານ ເຊິ່ງກັນ ແລະ ກັນ, ຊຸກຍູ້ການແລກປ່ຽນດ້ານວັດທະນະທໍາລະຫວ່າງສອງປະເທດຂະຫຍາຍເຂົ້າສູ່ລວງເລິກ, ພ້ອມທັງປະກອນສ່ວນກໍາລັງຂອງສື່ມວນຊົນເຂົ້າໃນການສ້າງຄູ່ຮວມຊາຕາກໍາລາວ-ຈີນ.
ລາຍຊື່ 10 ຂ່າວເດັ່ນກ່ຽວກັບທາງລົດໄຟລາວ-ຈີນໃນປີ 2023
1.ຂ່າວສານຊິນຮວາ: ເສັ້ນທາງລົດໄຟໄດ້ຂ້າມພູຜາແມ່ນ້ຳ -- ຂຽນໃນມື້ເປີດການນໍາໃຊ້ຂະບວນລົດໄຟໂດຍສານສາກົນຕາມທາງລົດໄຟລາວ-ຈີນ
2.CMG: ເຂົາງາມເຮົາຍ້ອງ ເຮົາງາມເຂົາຍອມ
3. ໜັງສືພິມລາຍວັນຢຸນນານ: 1035 ກິໂລແມັດ ອອກເດີນທາງແຕ່ຕອນເຊົ້າ ແລະ ໄປຮອດໃນຕອນແລງ
4. ໜັງສືພິມລາຍວັນຫູໜານ: ແຂວງຫູໜານ ກັບ ປະເທດລາວ ຮ່ວມກັນສ້າງເສັ້ນທາງສາຍໄໝເສັ້ນໃໝ່
5. ບັນຊີວິແຊັດທາງການ “ທາງລົດໄຟຈີນ” ແລະ ບັນຊີວິແຊັດທາງການ “ທາງລົດໄຟຄຸນໝິງ”: ຂີ່ຂະບວນລົດໄຟໄປປະເທດລາວ, ມິດຕະພາບລາວ-ຈີນ ໝັ້ນຄົງຂະໜົງແກ່ນຕະຫຼອດໄປ!
6. ສູນການສື່ສານສາກົນພາກພື້ນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ແຂວງຢຸນນານ ສາຂາຜູເອີ: ເສັ້ນທາງຄໍາ ຜ່ານນະຄອນຜູເອີ -- ບັນທຶກການເປີດນໍາໃຊ້ທາງລົດໄຟລາວ-ຈີນຄົບຮອບ 2 ປີ
7. ໜັງສືພິມປະຊາຊົນ ລາວ: ທາງລົດໄຟລາວ-ຈີນ ສົ່ງເສີມການພັດທະນາຂະແໜງການຕ່າງໆຂອງປະເທດລາວ (ໜັງສືພິມ 28-4-2023 ໜ້າ 10)
8. ວິທະຍຸກະຈາຍສຽງແຫ່ງຊາດລາວ: ພຽງ 2 ປີ ທາງລົດໄຟລາວ-ຈີນ ນໍາຜົນປະໂຫຍດຢ່າງຫຼວງຫຼາຍມາໃຫ້ ສປປ ລາວ
9. ສໍານັກຂ່າວສານປະເທດລາວ: ທາງລົດໄຟລາວ-ຈີນ, ໂຄງການຕົວແບບຂໍ້ລິເລີ່ມ "ໜຶ່ງແລວ ໜຶ່ງເສັ້ນທາງ" ທີ່ດີທີ່ສຸດຢູ່ ສປປ ລາວ
10. ບັນຊີເຟສບຸກ Nethdao Channel: ເນັດໄອດໍ ເນັດດາວ ເຊັກອິນ ອາຫານ ແລະ ແຫຼ່ງທ່ອງທ່ຽວຕາມທາງລົດໄຟລາວ-ຈີນ ໃນກິດຈະກໍາທາງລົດໄຟລາວ-ຈີນ MUST GO
ບົດໂດຍ: Huang Yixian, Vimon, ວິດີໂອໂດຍ: Li Wenjun

ຄໍາເຫັນ

ຂ່າວຕ່າງປະເທດ

ບຸນກາຣີ ກາຍເປັນສະມາຊິກທີ 21 ຂອງເຂດເອີໂຣ

ບຸນກາຣີ ກາຍເປັນສະມາຊິກທີ 21 ຂອງເຂດເອີໂຣ

ຂ່າວຕ່າງປະເທດລາຍງານ ໃນວັນທີ 1 ມັງກອນ ຜ່ານມາວ່າ: ປະເທດບຸນກາຣີໄດ້ເຂົ້າຮ່ວມເປັນສ່ວນໜຶ່ງໃນເຂດເອີໂຣ (eurozone) ຫຼື ອີຢູ ແລະ ໄດ້ຮັບຮອງເອົາເງິນເອີໂຣເປັນສະກຸນເງິນຢ່າງເປັນທາງການໃນວັນປີໃໝ່ (ວັນທີ 1 ມັງກອນ 2026) ເຮັດໃຫ້ບຸນກາຣີກາຍເປັນສະມາຊິກອັນດັບທີ 21 ຂອງເຂດເອີໂຣ.
ບັນດາການນຳໂລກສົ່ງສານອວຍພອນປີໃໝ່ 2026

ບັນດາການນຳໂລກສົ່ງສານອວຍພອນປີໃໝ່ 2026

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 1 ມັງກອນ ຜ່ານມາວ່າ: ໃນສານຕ້ອນຮັບປີໃໝ່ 2026, ບັນດາການນຳໂລກໄດ້ສົ່ງຄຳອວຍພອນ ພ້ອມກັບຄຳຮຽກຮ້ອງຄວາມມານະພະຍາຍາມທົ່ວໂລກ ເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍລວມ, ໃນນັ້ນ, ສັນຕິພາບ ແລະ ຄວາມໝັ້ນຄົງທົ່ວໂລກສືບຕໍ່ແມ່ນຄວາມວິຕົກກັງວົນ ແລະ ບຸລິມະສິດແຖວໜ້າກັບຫຼາຍປະເທດ. ທ່ານ ອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ເນັ້ນໜັກເຖິງການສ້າງຕັ້ງສັນຕິພາບ ແລະ ຄວາມຍຸຕິທຳ.
ການເຊື່ອມໂຍງດ້ວຍ QR Code ນໍາເອົາແຮງຂັບເຄື່ອນໃໝ່ມາໃຫ້ຈີນ - ອາຊຽນ

ການເຊື່ອມໂຍງດ້ວຍ QR Code ນໍາເອົາແຮງຂັບເຄື່ອນໃໝ່ມາໃຫ້ຈີນ - ອາຊຽນ

ຂ່າວສານຊີອາໄອລາຍງານ ໃນວັນທີ 1 ມັງກອນ ຜ່ານມາວ່າ: ປີ 2026 ເປັນປີແຫ່ງການສ້າງຕັ້ງເຂດການຄ້າເສລີຈີນ-ອາຊຽນ ຄົບຮອບ 16 ປີ.​ ຄຽງຄູ່ກັບການແລກປ່ຽນກັນດ້ານເສດຖະກິດການຄ້າລະຫວ່າງຈີນ-ອາຊຽນ ໄດ້ຮັບການຍົກລະດັບຢ່າງບໍ່ຢຸດຢັ້ງ, ການປ່ຽນແປງທີ່ສາມາດເຫັນ ແລະ ນໍາໃຊ້ໄດ້ທີ່ນັບມື້ນັບຫຼາຍຂຶ້ນນັ້ນ ພວມອໍານວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນລະຫວ່າງປະຊາຊົນ ກໍຄືການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນ-ອາຊຽນ. ໃນນັ້ນ, ການເຊື່ອມໂຍງເຊື່ອມຈອດດ້ວຍ QR Code ກໍແມ່ນໜຶ່ງໃນການປ່ຽນແປງທີ່ໂດດເດັ່ນທີ່ໄດ້ຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າຢູ່ໃນພາກພື້ນໃຫ້ເຂົ້າສູ່ລວງເລິກຢ່າງເປັນຮູບປະທໍາ.
ການຄ້າເອເລັກໂຕຣນິກ ຫວຽດນາມ ເພີ່ມຄວາມໄວ ແລະ ບຸກທະລຸ ໄລຍະ 2026 – 2030

ການຄ້າເອເລັກໂຕຣນິກ ຫວຽດນາມ ເພີ່ມຄວາມໄວ ແລະ ບຸກທະລຸ ໄລຍະ 2026 – 2030

ວິທະຍຸກະຈາຍສຽງຫວຽດນາມ ລາຍງານ ໃນວັນທີ 1 ມັງກອນ ຜ່ານມາວ່າ: ກ້າວເຂົ້າສູ່ປີ 2026, ການຄ້າເອເລັກໂຕຣນິກສືບຕໍ່ໄດ້ຮັບການຄາດຄະເນວ່າຈະແມ່ນໜຶ່ງໃນບັນດາກຳລັງໜູນການເຕີບໂຕທີ່ສຳຄັນຂອງເສດຖະກິດດີຈີຕອນ ຫວຽດນາມ, ພິເສດໃນສະພາບການຫັນເປັນດີຈີຕອນທີ່ພວມດຳເນີນໄປນັບມື້ນັບເລິກເຊິ່ງ, ກວ້າງຂ້ວາງ ແລະ ຕະຫຼາດສາກົນໄດ້ເປີດໂອກາດໃໝ່ຫຼາຍຢ່າງ.
ທ່ານ ສີຈິ້ນຜິງ ປະທານປະເທດຈີນ ກ່າວຄຳປາໄສອວຍພອນປີໃໝ່ 2026

ທ່ານ ສີຈິ້ນຜິງ ປະທານປະເທດຈີນ ກ່າວຄຳປາໄສອວຍພອນປີໃໝ່ 2026

ເນື່ອງ​ໃນ​ໂອ​ກາດ​ປີ​ໃໝ່​ສາ​ກົນ​ 2026 ກຳ​ລັງ​ຈະ​ກ້າວ​ເຂົ້າມາ​ເຖິງ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ອວຍ​ພອນ​ປີ​ໃໝ່ ແລະ ສົ່ງ​ຄຳ​ອວຍ​ພອນ​ອັນ​ປະ​ເສີດ​ຈາກ​ນະ​ຄອນຫຼວງ​ປັກ​ກິ່ງ​ເຖິງ​ບັນ​ດາ​ທ່ານ ໂດຍ​ຜ່ານ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ຫຼື CMG ແລະອິນ​ເຕີ​ເນັດ.
ການໃຊ້ຈ່າຍຜ່ານບັດຂອງອັງກິດຫຼຸດລົງເປັນຄັ້ງທຳອິດໃນຮອບ 5 ປີ

ການໃຊ້ຈ່າຍຜ່ານບັດຂອງອັງກິດຫຼຸດລົງເປັນຄັ້ງທຳອິດໃນຮອບ 5 ປີ

ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ທັນວາ ຜ່ານມາວ່າ: ຂໍ້ມູນຈາກທະນາຄານ Barclays ຊີ້ໃຫ້ເຫັນວ່າ, ການໃຊ້ຈ່າຍຜ່ານບັດເດບິດ ແລະ ບັດເຄຣດິດຂອງຜູ້ຊື້ສິນຄ້າຊາວອັງກິດໃນປີ 2025 ຫຼຸດລົງເປັນຄັ້ງທຳອິດນັບຕັ້ງແຕ່ການລະບາດຂອງ ໂຄວິດ-19. ເຖິງຢ່າງໃດກໍຕາມ, ຊາວອັງກິດຍັງຄົງເຕັມໃຈທີ່ຈະໃຫ້ຄວາມສຸກຕົນເອງດ້ວຍການຊື້ສິນຄ້າຟຸ່ມເຟືອຍ ລວມທັງໃຊ້ຈ່າຍກັບການຫາປະສົບການໃໝ່ໆ.
ນັກວິທະຍາສາດຢືນຢັນວ່າປີ 2025 ເປັນໜຶ່ງໃນສາມປີທີ່ຮ້ອນທີ່ສຸດ

ນັກວິທະຍາສາດຢືນຢັນວ່າປີ 2025 ເປັນໜຶ່ງໃນສາມປີທີ່ຮ້ອນທີ່ສຸດ

ຂ່າວຕ່າງປະເທດລາຍງານໃນວັນທີ 30 ທັນວາ ຜ່ານມາວ່າ: ນັກວິທະຍາສາດຢືນຢັນວ່າປີ 2025 ເປັນໜຶ່ງໃນສາມປີທີ່ຮ້ອນທີ່ສຸດໃນປະຫວັດສາດຂອງໂລກ, ໂດຍອ້າງເຖິງການເຜົາໄໝ້ເຊື້ອໄຟຟອດຊິວຢ່າງບໍ່ຢຸດຢັ້ງເປັນສາເຫດຫຼັກຂອງໄພພິບັດທົ່ວໂລກ, ໄດ້ເອົາຊີວິດຄົນນັບບໍ່ຖ້ວນ ແລະ ກໍ່ໃຫ້ເກີດຄວາມເສຍຫາຍທີ່ບໍ່ສາມາດວັດແທກໄດ້.
ຈີນ ​ຈະ​ປັບ​ປຸງ​ພາ​ສີ​ສິນ​ຄ້າ​ຈຳ​ນວນ​ໜຶ່ງ​ ເລີ່ມ​ແຕ່​ວັນ​ທີ 1 ມັງ​ກອນ​ປີ 2026

ຈີນ ​ຈະ​ປັບ​ປຸງ​ພາ​ສີ​ສິນ​ຄ້າ​ຈຳ​ນວນ​ໜຶ່ງ​ ເລີ່ມ​ແຕ່​ວັນ​ທີ 1 ມັງ​ກອນ​ປີ 2026

ຂ່າວສານຊີອາໄອລາຍງານຫວ່າງມໍ່ໆມານີ້ວ່າ: ຄະ​ນະ​ກຳ​ມະ​ການ​ກົດ​ລະ​ບຽບ​ພາ​ສີ​ຂອງ​ລັດ​ຖະ​ບານ​ຈີນ​ ໄດ້​ເຜີຍ​ແຜ່ “ແຜນ​ການ​ປັບ​ປຸງ​ພາ​ສີ​ປີ 2026”, ແຜນ​ການ​ສະ​ບັບ​ນີ້​ຈະຈັດ​ຕັ້ງ​ປະ​ຕິ​ບັດ​ເລີ່ມ​ແຕ່​ວັນ​ທີ 1 ມັງ​ກອນ​ປີ 2026 ເປັນ​ຕົ້ນ​ໄປ.
ມາເລເຊຍ ມີການລົງທຶນດ້ານດີຈີຕອນຫຼາຍກວ່າ 13 ຕື້ໂດລາ

ມາເລເຊຍ ມີການລົງທຶນດ້ານດີຈີຕອນຫຼາຍກວ່າ 13 ຕື້ໂດລາ

ຂ່າວຕ່າງປະເທດລາຍງານຫວ່າງບໍ່ດົນມານີ້ວ່າ: ມາເລເຊຍໄດ້ຮັບເງິນລົງທຶນທັງໝົດ 54.13 ຕື້ຣິງກິດ (ປະມານ 13.33 ຕື້ໂດລາ) ໃນໄຕມາດທີສາມຂອງປີ 2025 ພາຍໃຕ້ໂຄງການສົ່ງເສີມເສດຖະກິດດີຈີຕອນ “Malaysia Digital” ຊຶ່ງຊ່ວຍສ້າງວຽກເຮັດງານທໍາທີ່ມີຄຸນນະພາບສູງຫຼາຍກວ່າ 21,815 ຕໍາແໜ່ງໃນ 402 ບໍລິສັດດີຈີຕອນ.
ຣັດເຊຍ ຍິງດາວທຽມ 52 ດວງຂຶ້ນສູ່ວົງໂຄຈອນ

ຣັດເຊຍ ຍິງດາວທຽມ 52 ດວງຂຶ້ນສູ່ວົງໂຄຈອນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ທັນວາ ຜ່ານມາວ່າ: Roscosmos ຊຶ່ງເປັນອົງການອາວະກາດຂອງຣັດເຊຍ ໄດ້ລາຍງານການຍິງຈະຫຼວດ Soyuz-2.1b ທີ່ບັນທຸກດາວທຽມ 52 ດວງເຂົ້າສູ່ວົງໂຄຈອນທີ່ກຳນົດໄວ້ຢ່າງສຳເລັດຜົນໃນຕອນບ່າຍວັນທີ 28 ທັນວາ ຜ່ານມາ.
ເພີ່ມເຕີມ