ຖະແຫຼງການແຫ່ງຊາດ ກ່ຽວກັບຜົນກອງປະຊຸມລະດັບຊາດ ວ່າດ້ວຍປະຊາກອນ ແລະ ການພັດທະນາ

ຖະແຫຼງການແຫ່ງຊາດ ກ່ຽວກັບຜົນກອງປະຊຸມລະດັບຊາດ ວ່າດ້ວຍປະຊາກອນ ແລະ ການພັດທະນາ
ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕາງໜ້າໃຫ້ລັດຖະບານລາວ ກ່າວຖະແຫຼງການແຫ່ງຊາດ ກ່ຽວກັບຜົນກອງປະຊຸມລະດັບຊາດ ວ່າດ້ວຍປະຊາກອນ ແລະ ການພັດທະນາ, ໃນວັນທີ 24 ຕຸລາຜ່ານມາ, ທີ່ນະຄອນຫຼວງວຽງຈັນ ພ້ອມທັງຢືນຢັນຄໍາໝັ້ນສັນ ຍາ ທີ່ລັດຖະບານແຫ່ງ ສປປ ລາວ ໃຫ້ໄວ້ກັບປະເທດຕ່າງໆ ຈະຈັດຕັ້ງປະຕິບັດແຜນການ, ນະໂຍບາຍ ແລະ ນະໂຍບາຍແຫ່ງຊາດ ດ້ານປະຊາກອນ ແລະ ການພັດທະນາ ໃຫ້ສອດຄ່ອງກັບເປົ້າໝາຍການພັດທະນາແບບຍືນຍົງ (SDGs) ແລະ ແຜນດຳເນີນງານຂອງກອງປະຊຸມສາກົນ ວ່າດ້ວຍປະຊາກອນ ແລະ ການພັດທະນາ.
    ທ່ານ ຮອງນາຍົກລັດຖະມົນຕີ ໄດ້ກ່າວວ່າ: ກອງປະຊຸມລະດັບຊາດ ວ່າດ້ວຍປະຊາກອນ ແລະ ການພັດທະນາ ທີ່ຈັດຂຶ້ນຄັ້ງທໍາອິດ ຢູ່ ສປປ ລາວ ໃນວັນທີ 23-24 ຕຸລາ 2023 ຊຶ່ງໄດ້ດຳເນີນດ້ວຍບັນຍາກາດຟົດຟື້ນ ແລະ ມີຄວາມຮັບຜິດຊອບສູງ, ບັນດາທ່ານຜູ້ເຂົ້າຮ່ວມ ໄດ້ແລກປ່ຽນຄຳຄິດຄຳເຫັນຢ່າງສ້າງສັນ ເຮັດໃຫ້ພວກເຮົາສາມາດເຫັນໄດ້ສະພາບຄວາມເປັນຈິງໃນແຕ່ລະໄລຍະ, ກວມລວມຮອບດ້ານ ແລະ ເລິກເຊິ່ງກວ່າເກົ່າ. ພ້ອມດຽວກັນນີ້, ຍັງໄດ້ປຶກສາຫາລືກ່ຽວກັບວິທີການ, ມາດຕະການແກ້ໄຂບັນຫາຕ່າງໆ ລວມທັງບົດຮຽນທີ່ຖອດຖອນໄດ້ ເພື່ອສືບຕໍ່ຮ່ວມມືດ້ານວຽກງານປະຊາກອນ ແລະ ການພັດທະນາ ໃນຕໍ່ໜ້າ ຊຶ່ງກອງປະຊຸມ ບັນລຸຈຸດປະສົງຄາດໝາຍທີ່ວາງໄວ້ທຸກປະການ.
    ໃນນາມລັດຖະບານ ແຫ່ງ ສປປ ລາວ, ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ໃຫ້ຄຳໝັ້ນສັນຍາວ່າ: ຈະສືບຕໍ່ຊຸກຍູ້ຢ່າງແຂງແຮງການຈັດຕັ້ງປະຕິບັດ ບັນດາເປົ້າໝາຍການພັດທະນາແບບຍືນຍົງ ແລະ ແຜນດຳ ເນີນງານຂອງກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ ໂດຍຈະຊຸກຍູ້ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ຍຸດທະສາດ ແລະ ນະໂຍບາຍຂອງຂະແໜງການ, ນະໂຍ ບາຍແຫ່ງຊາດວ່າດ້ວຍປະຊາກອນ ແລະ ການພັດທະນາ ໂດຍການຮ່ວມມືຢ່າງສະໜິດແໜ້ນ ແລະ ການສະໜັບສະໜູນຢ່າງທັນການ ຈາກຄູ່ຮ່ວມພັດທະນາທັງໝົດ ເພື່ອບັນລຸຄາດໝາຍການຕາຍຂອງແມ່ ທີ່ສາມາດປ້ອງກັນໄດ້ໃຫ້ເປັນສູນ, ຄວາມຕ້ອງການໃນການວາງແຜນຄອບຄົວທີ່ບໍ່ຖືກຕອບສະໜອງໃຫ້ເປັນສູນ, ຄວາມຮຸນແຮງບົນພື້ນຖານທາງເພດໃຫ້ເປັນສູນ ແລະ ການປະພຶດທີ່ເປັນອັນຕະລາຍ ລວມທັງການແຕ່ງງານຂອງເດັກນ້ອຍ. 
ພ້ອມນີ້, ທ່ານ ກິແກ້ວ ໄຂຄໍພິທູນ ກໍໄດ້ກ່າວສະເໜີຖະແຫຼງການແຫ່ງຊາດ ກ່ຽວກັບການຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຢ່າງຕັ້ງໜ້າ ດ້ວຍການນຳໃຊ້ຜົນປະໂຫຍດ ແລະ ເພີ່ມຄວາມສາມາດຂອງປະຊາກອນ ໂດຍການກໍານົດແນວທາງການຈັດຕັ້ງປະຕິບັດທີ່ເປັນຍຸດທະສາດ ແລະ ສາມາດນຳໄປຈັດຕັ້ງປະຕິບັດໄດ້ດັ່ງນີ້:  
1). ການຄຸ້ມຄອງ ແລະ ນໍາໃຊ້ຜົນປະໂຫຍດທາງດ້ານປະຊາກອນ: ສ້າງຕັ້ງຄະນະກໍາມະການປະສານງານລະດັບຊາດດ້ານວຽກງານປະຊາກອນ ແລະ ການພັດທະນາ ແລະ ແຜນຈັດຕັ້ງປະຕິບັດຂອງຫຼາຍຂະແໜງການ ເພື່ອເລັ່ງລັດການຈັດຕັ້ງປະຕິບັດນະໂຍບາຍແຫ່ງຊາດ ດ້ານປະຊາກອນ ແລະ ການພັດທະນາ ໂດຍການສືບຕໍ່ເຊື່ອມສານເຂົ້າແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນພັດ ທະນາຂອງຂະແໜງການ ແລະ ທ້ອງຖິ່ນ ໂດຍການຮ່ວມມືກັບຄູ່ຮ່ວມພັດທະນາ ໃນລະດັບພາກພື້ນ ແລະ ຈັດຕັ້ງສາກົນ ຜັນຂະຫຍາຍ “ແຜນງານນາງນ້ອຍ” ແລະ ຂະຫຍາຍວຽກງານເພດສຶກສາໃຫ້ທົ່ວເຖິງ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ເດັກຍິງ ແລະ ເດັກຊາຍ. ຈັດບຸລິມະສິດ ແລະ ເຊື່ອມສານລະ ຫວ່າງການປ່ຽນແປງດ້ານປະຊາກອນ ແລະ ທ່າອ່ຽງການປ່ຽນແປງຂອງໂລກເຊັ່ນ: ການປ່ຽນແປງດິນຟ້າອາກາດ, ການຂ້າມຜ່ານດ້ານປະຊາກອນ, ຄວາມແຕກໂຕນຂອງປະຊາກອນ ແລະ ການຫັນເປັນລະບົບດີຈີຕອນ ເຂົ້າໃນການທົບທວນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030). 
2). ພວກເຮົາຈະສືບຕໍ່ຄົ້ນຄວ້າ, ກະກຽມຄວາມພ້ອມໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ທີ່ມີຜົນກະທົບຕໍ່ວຽກງານສາທາລະນະສຸກ, ການປົກປ້ອງສັງຄົມ ແລະ ແກ້ໄຂບັນຫາຮ່ວມກັນ: ເພີ່ມການລົງທຶນໃສ່ການສ້າງລະບົບສາທາລະນະສຸກໃຫ້ມີຄຸນນະພາບ ແລະ ມີຄວາມເຂັ້ມແຂງ ລວມທັງການບໍລິການສຸຂະພາບທາງເພດ, ສຸຂະພາບຈະເລີນພັນ ແລະ ການຕໍ່ຕ້ານການໃຊ້ຄວາມຮຸນແຮງທາງເພດ; ການສະໜອງການບໍລິການຜ່ານຍຸດທະສາດແຫ່ງຊາດ ກ່ຽວກັບການປ່ຽນແປງດິນຟ້າອາກາດ ແລະ ການປັບຕົວດ້ານສຸຂະພາບ; ສ້າງຫຼັກຖານ ແລະ ຂໍ້ມູນສະເພາະຂອງປະເທດ ໃຫ້ເປັນລະບົບເຂັ້ມແຂງ ໂດຍເລັ່ງໃສ່ບັນຫາທາງສັງຄົມ ແລະ ບົດບາດ ຍິງ-ຊາຍ ທີ່ໄດ້ຮັບຜົນກະທົບຈາກການປ່ຽນແປງດິນຟ້າອາກາດ, ລວມທັງສຸຂະພາບທາງເພດ, ສຸຂະພາບຈະເລີນພັນ ແລະ ຄວາມຮຸນແຮງທາງເພດ ເພື່ອເປັນຂໍ້ມູນ ຮັບໃຊ້ການສ້າງຍຸດທະຊາດລະດັບຊາດ ແລະ ແຜນດຳເນີນງານຕ່າງໆ; ສືບຕໍ່ປັບປຸງ ແລະ ສ້າງຕັ້ງເຄືອຂ່າຍໜ່ວຍງານທີ່ຮັບຜິດຊອບວຽກງານການປ່ຽນແປງດິນຟ້າອາກາດ ແລະ ສິດທິຂອງແມ່ຍິງ ແລະ ເດັກຍິງ ຊbjງປະກອບດ້ວຍສະຖາບັນຂອງລັດຖະບານ, ພາກເອກະຊົນ ແລະ ອົງການຈັດຕັ້ງທາງສັງຄົມ. 
3). ພວກເຮົາຈະຊຸກຍູ້ສົ່ງເສີມສຸຂະພາບ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ລວມທັງສິດທິທາງດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ: ລະດົມຂົນຂວາຍການຮ່ວມມື ແລະ ເພີ່ມທະວີການລົງທຶນໃສ່ການວາງແຜນຄອບຄົວ ດ້ວຍການສ້າງຍຸດທະສາດການວາງແຜນຄອບຄົວ ແລະ ຄາດຄະ ເນງົບປະມານ ໃຊ້ເຂົ້າໃນການຈັດຕັ້ງປະຕິບັດ ໃຫ້ສອດຄ່ອງກັບສະພາບການປ່ຽນແປງໃໝ່; ສ້າງຍຸດທະສາດແພດຜະດຸງຄັນ ພ້ອມທັງຄາດຄະເນງົບປະມານ ໃຊ້ເຂົ້າໃນການຈັດຕັ້ງປະຕິບັດ ເພື່ອຮັບປະກັນວ່າແພດຜະດຸງຄັນທັງໝົດ ໄດ້ຮັບການຝຶກອົບຮົມເປັນຢ່າງດີ ແລະ ນຳເອົາບົດຮຽນໄປໝູນໃຊ້ຢູ່ໃນສະຖານທີ່ຮັກສາສຸຂະພາບ ໂດຍສະເພາະ ຢູ່ເຂດຫ່າງໄກສອກຫຼີກ; ການລົງທຶນໃສ່ການບໍລິການສຸຂະພາບທີ່ເປັນມິດກັບໄວໜຸ່ມ ລວມທັງກຸ່ມທີ່ມີຄວາມສ່ຽງ.
4.) ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການຄຸ້ມຄອງຂໍ້ມູນປະຊາກອນ ແລະ ຂອບການຕິດຕາມກວດກາລະດັບຊາດ ເພື່ອການພັດທະນາເສດຖະກິດ-ສັງຄົມ: ໃຫ້ບຸລິມະສິດ ແລະ ຮັບປະກັນການນຳໃຊ້ຜົນຂອງການສຳຫຼວດພົນລະເມືອງ ປີ 2025 ແລະ ການສຳຫຼວດດັດສະນີໝາຍສັງຄົມລາວ ຄັ້ງທີ III ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ X ປີ (2026-2030); ລົງທຶນໃສ່ການສ້າງຫຼັກຖານກ່ຽວກັບທ່າອ່ຽງການປ່ຽນແປງ ທີ່ອາດເກີດຂຶ້ນເຊັ່ນ: ການປ່ຽນແປງຂອງດິນຟ້າອາກາດ, ການຂ້າມຜ່ານທາງດ້ານປະຊາກອນ, ຄວາມແຕກໂຕນຂອງປະຊາກອນ ແລະ ການຫັນເປັນລະບົບດີຈີຕອນ ເພື່ອການວາງນະໂຍບາຍ ແລະ ແຜນງານທີ່ເປັນຍຸດທະສາດ; ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການຄຸ້ມຄອງຂໍ້ມູນບໍລິຫານແຫ່ງຊາດ, ລວມທັງການຈົດທະບຽນພົນລະເມືອງ ແລະ ສະຖິຕິພົນລະເມືອງ ເປັນຕົ້ນ ຂໍ້ມູນແຍກເພດ, ຊົນເຜົ່າ, ການສຶກສາ, ສາທາລະນະສຸກ ແລະ ຄົນພິການ; ລະບົບການຄຸ້ມຄອງຂໍ້ມູນຂອງຂະແໜງການ ແລະ ອື່ນໆ... ເພື່ອຮັບປະກັນໃຫ້ມີຂໍ້ມູນທັນເວລາໃນການຕັດສິນບັນຫາ ແລະ ວາງແຜນ.
5). ພວກເຮົາຈະມີສ່ວນຮ່ວມ ແລະ ຮັບປະກັນ ສາມາດນໍາໃຊ້ທ່າແຮງຊັບພະຍາກອນ ແລະ ບຸກຄະລາກອນທັງໝົດຢູ່ພາຍໃນ ລວມທັງພາກເອກະຊົນ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອສະໜັບການໜູນແຜນດຳເນີງານຂອງກອງປະຊຸມສາກົນ ວ່າດ້ວຍປະຊາກອນ ແລະ ການພັດທະນາ ໂດຍການນໍາໃຊ້ເຕັກໂນໂລຊີ, ນະວັດຕະກໍາ ແລະ ຜົນປະໂຫຍດຈາກຄວາມກ້າວໜ້າທາງວິທະຍາສາດ, ສົ່ງເສີມການເປັນຜູ້ປະກອບການ ແລະ ການສ້າງວຽກເຮັດງານທຳໃຫ້ໝົດທຸກຄົນ ເພື່ອພ້ອມກັນກ້າວໄປຂ້າງໜ້າ.
ລັດຖະບານແຫ່ງ ສປປ ລາວ ຢືນຢັນຄໍາໝັ້ນສັນຍາທີ່ໃຫ້ໄວ້ກັບປະເທດຕ່າງໆ ທີ່ຈະຈັດຕັ້ງປະຕິ ບັດແຜນການ, ນະໂຍບາຍ ແລະ ນະໂຍບາຍແຫ່ງຊາດດ້ານປະຊາກອນ ແລະ ການພັດທະນາ ໃຫ້ສອດ ຄ່ອງກັບເປົ້າໝາຍການພັດທະນາແບບຍືນຍົງ ແລະ ແຜນດຳເນີງານຂອງກອງປະຊຸມສາກົນ ວ່າດ້ວຍປະຊາກອນ ແລະ ການພັດທະນາ. ສະນັ້ນ, ຈຶ່ງຮຽກຮ້ອງມາຍັງທຸກຂະແໜງການ ທັງສູນກາງ ແລະ ທ້ອງຖິ່ນ, ອົງການ ສປຊ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງທາງສັງຄົມ ແລະ ພາກເອກະຊົນ ຈົ່ງເອົາປະຊາກອນທີ່ລັດຖະບານເຮົາຖືເຂົ້າເປັນຈຸດໝາຍ ແລະ ກຳລັງພັດທະນານັ້ນ ເປັນໃຈກາງຂອງແຜນພັດທະນາລະດັບຊາດ ແລະ ລະດັບທ້ອງຖິ່ນ ເພື່ອໃຫ້ໃຫ້ສອດຄ່ອງກັບເປົ້າໝາຍການພັດທະນາແບບຍືນຍົງ ແລະ ແຜນດຳເນີງານຂອງກອງປະຊຸມສາກົນ ວ່າດ້ວຍປະຊາກອນ ແລະ ການພັດທະນາ. 
(ຂ່າວ: ສຸກສະຫວັນ, ຂໍ້ມູນຈາກ: ຫສນຍ)


 

ຄໍາເຫັນ

ຂ່າວການເມືອງ

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບັນດາຄໍາເຫັນຂອງສະມາຊິກສະພາປະຊາຊົນແຂວງ (ສພຂ) ຄຳມ່ວນ ທີ່ໄດ້ສະເໜີໃນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງ ສພຂ ຄໍາມ່ວນ ຊຸດທີ IV ທີ່ໄຂຂຶ້ນໃນວັນທີ 24 ທັນວາ 2025, ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານແຫ່ງລັດ, ຄາດໝາຍວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ 5 ປີ (2026-2030)ຄື:
ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຈັດກອງປະຊຸມເຜີຍແຜ່ຜົນສຳເລັດ ແລະ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກກະຊວງ ວທ ຂຶ້ນໃນວັນທີ 25 ທັນວານີ້ ທີ່ຫໍວັດ ທະນະທໍາແຫ່ງຊາດ ໂດຍການເປັນປະທານຂອງສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງ ວທ, ມີສະຫາຍ ວັນສີ ກົວມົວ ກຳມະການສຳຮອງສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງ ວທ, ມີບັນດາສະຫາຍຄະນະປະຈໍາພັກ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ພິທີ​ມອບ-ຮັບ​ໜ້າ​ທີ່​ລະ​ຫວ່າງ ເຈົ້າ​ແຂວງ​ວຽງຈັນ ແລະ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ແຂວງ​ວຽງຈັນໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ທັນ​ວາຜ່ານມານີ້, ທີ່ແຂວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ; ຄະນະເລຂາທິການສູນກາງພັກ, ປະທານ ຄະນະກວດກາສູນກາງພັກ,ປະທານອົງການກວດກາແຫ່ງລັດ,ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ; ມີທ່ານ ຄຳພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ; ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະ ບໍລິຫານງານພັກແຂວງວຽງຈັນ, ມີ​ຄະນະປະຈໍາພັກ ແລະ ຄະນະບໍລິຫານງານພັກແຂວງ, ມີພະນັກງານ ອາວຸໂສບໍານານ ແລະ ພະແນກການທີ່​ກ່ຽວ​ຂ້ອງຂອງແຂວງ ເຂົ້າຮ່ວມ.
ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2025 ແລະ ວາງທິດທາງແຜນການປະຈຳປີ 2026 ຂຶ້ນ ໃນວັນທີ 25 ທັນວານີ້, ທີ່ຫ້ອງປະຊຸມໃຫຍ່ ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງປ້ອງກັນຄວາມສະຫງົບ (ເຂດສະໜາມມ້າ)
ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ (ສນຊ) ຄັ້ງທີ 5 ສະໄໝທີ XI ປິດລົງດ້ວຍຜົນສຳເລັດຢ່າງຈົບງາມໃນວັນທີ 25 ທັນວານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີຮອງປະທານ, ຫົວໜ້າກົມ, ຮອງກົມ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ເພີ່ມເຕີມ