![]() |
ໃນໂອກາດດັ່ງກ່າວ, ທ່ານ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ພ້ອມທັງສະແດງຄວາມຊົມເຊີຍ ທ່ານ ເຊຣເກຊົດສະກີ ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສ ຣັດເຊຍ ປະຈໍາ ສປປ ລາວ ຜູ້ໃໝ່ ແລະ ເຊື່ອໝັ້ນວ່າ ດ້ວຍຄວາມຮູ້ ແລະ ປະສົບການຂອງທ່ານທູດ, ການພົວພັນຮ່ວມມື ລາວ-ຣັດເຊຍ ທີ່ມີຄວາມໜັກແໜ້ນຢູ່ແລ້ວ ໂດຍສະເພາະທາງດ້ານການເມືອງ ກໍຄື ການພົວພັນລະຫວ່າງ ສອງພັກກໍາອໍານາດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ດ້ານການສຶກສາ ຈະໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລິກຍິ່ງຂຶ້ນ. ສ່ວນການຮ່ວມມືດ້ານການຄ້າ-ການລົງທຶນ, ດ້ານກະສິກໍາ, ການທ່ອງທ່ຽວ, ການທູດປະຊາຊົນ ແລະ ການຮ່ວມມືລະຫວ່າງອົງການຈັດຕັ້ງມະຫາຊົນ, ຄະນະພົວພັນຕ່າງປະເທດ ພ້ອມແລ້ວທີ່ຈະເຮັດວຽກຮ່ວມກັນຢ່າງໃກ້ຊິດກັບ ສະຖານທູດ ເພື່ອຊຸກຍູ້ໃຫ້ມີບາດກ້າວຂະຫຍາຍຕົວໃໝ່ເພື່ອຜົນປະໂຫຍດຕົວຈິງຂອງ ປະຊາຊົນສອງຊາດກໍຄືເພື່ອສົ່ງເສີມສັນຕິພາບ, ມິດຕະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ. ພ້ອມດຽວກັນນີ້, ທ່ານ ຫົວໜ້າ ຄຕພ ຍັງໄດ້ຖືໂອກາດດັ່ງກ່າວ ສະແດງຄວາມຮູ້ບຸນຄຸນຕໍ່ການຊ່ວຍເຫຼືອອັນລໍ້າຄ່າຂອງ ລັດຖະບານຣັດເຊຍ ຕະຫຼອດໄລຍະທີ່ຜ່ານມາ ໂດຍສະເພາະການຊ່ວຍເຫຼືອດ້ານວຽກງານ ປກສ-ປກຊ, ທຶນການສຶກສາ, ມະນຸດສະທໍາ, ການເກັບກູ້ລະເບີດທີ່ຍັງບໍ່ທັນແຕກ ແລະ ອື່ນໆ ຊຶ່ງທັງໝົດລ້ວນແຕ່ເປັນການປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ.
ທ່ານ ເຊຣເກຊົດສະກີ ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ບຸນເຫຼືອ ພັນດານຸວົງ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງຄວາມຊົມເຊີຍເປັນຢ່າງສູງຕໍ່ ຜົນສໍາເລັດອັນຈົບງາມຂອງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງ ພັກ ປປ ລາວ. ໃນການພົບປະ, ທ່ານທູດ ເຫັນດີເປັນເອກະພາບຕໍ່ກັບການຕີລາຄາຂອງ ທ່ານ ຫົວໜ້າ ຄຕພ ກ່ຽວກັບສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍ ທີ່ມີມາແຕ່ຍາວນານ ແລະ ພວມຢູ່ໃນບັນຍາກາດອັນຟົດຟື້ນ. ພ້ອມດຽວກັນນີ້, ທ່ານທູດ ຍັງໄດ້ແລກປ່ຽນຢ່າງກົງໄປກົງມາ ບາງບັນຫາທີ່ຍັງຄົງຄ້າງ ແລະ ຈໍາເປັນຈະຕ້ອງໄດ້ຊຸກຍູ້ຮ່ວມກັນໃນຕໍ່ໜ້າ, ປຶກສາຫາລືທິດທາງການຮ່ວມມືນໍາກັນໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ, ພ້ອມທັງຢືນຢັນຈະສືບຕໍ່ຮ່ວມມືຢ່າງໃກ້ຊິດກັບພັກ-ລັດ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ລະຫວ່າງ ພັກ, ລັດ ແລະ ປະຊາຊົນສອງຊາດ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.
ຂ່າວ: ຄຕພ

ຄໍາເຫັນ