ທ່ານ ຈັນທະວົງ ແສນອາມາດມົນຕີ ຕິດຕາມວຽກງານຮອບດ້ານ ການເລືອກຕັ້ງຢູ່ແຂວງອັດຕະປື

ທ່ານ ຈັນທະວົງ ແສນອາມາດມົນຕີ ຕິດຕາມວຽກງານຮອບດ້ານ ການເລືອກຕັ້ງຢູ່ແຂວງອັດຕະປື

ທ່ານ ຈັນທະວົງ ແສນອາມາດມົນຕີ ຕິດຕາມວຽກງານຮອບດ້ານ ການເລືອກຕັ້ງຢູ່ແຂວງອັດຕະປື
ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານກໍາມາທິການຕ່າງປະເທດ ສະພາແຫ່ງຊາດ ກໍາມະການອະນຸກໍາມະການເລຂານຸການ ຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ພ້ອມດ້ວຍຄະນະ ລົງເຄື່ອນໄຫວ ຕິດຕາມ, ກວດກາ ວຽກງານຮອບດ້ານ ບັນຍາກາດການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາຂັ້ນແຂວງ (ສສຂ) ຊຸດທີV, ໃນວັນທີ 18 ກຸມພານີ້ ທີ່ບ້ານຮົ່ມ ເມືອງສາມັກຄີໄຊ ແຂວງອັດຕະປື.
ທານ ຈນທະວງ ແສນອາມາດມນຕ ຕດຕາມວຽກງານຮອບດານ ການເລອກຕງຢແຂວງອດຕະປ - image 1
 

 

ໃຫ້ກຽດຕ້ອນຮັບ ໂດຍ ທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ປະທານສະພາປະຊາຊົນຂັ້ນແຂວງ ທັງເປັນຮອງປະທານຄະນະກຳມະການເລືອກຕັ້ງຂັ້ນແຂວງ, ບັນດາຜູ້ລົງສະໝັກເປັນ ສສຊ ຊຸດທີ X -ຜູ້ລົງສະໝັກເປັນ ສສຂ ຊຸດທີ V, ບັນດາຄະນະຮັບຜິດຊອບ, ຄະນະກໍາມະການເລືອກຕັ້ງຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານ ພ້ອມດ້ວຍປະຊາຊົນ ທັງ 4 ບ້ານ ຄື: ບ້ານຮົ່ມ, ບ້ານຈໍາປາວ, ບ້ານແຄມຊັງ ແລະ ບ້ານຕະມໍເລີຍ.

ທ່ານ ນາງ ມີນາພອນ ໄຊສົມພູ ລາຍງານວ່າ: ບັນດາທ່ານທີ່ອອກຮັບສະໝັກເປັນ ສສຊ - ສສຂ ຄັ້ງນີ້ ລ້ວນແຕ່ແມ່ນຜ່ານການຄັດເລືອກຂອງພັກ, ລັດ, ແມ່ນຜູ້ທີ່ມີມາດຕະຖານ, ເງື່ອນໄຂຄົບຖ້ວນ.

ຜູ້ອອກສະໝັກຮັບເລືອກຕັ້ງ ເປັນສະມາຊິກ ສສຊ ຊຸດທີ X ປະກອບມີ: 1. ທ່ານ ບຸນເຖິງ ດວງສະຫວັນ ກຳມະການສູນກາງພັກ ເລຂາຄະນະພັກແຂວງອັດຕະປື, 2. ທ່ານ ພົຈວ ສຸລິໄຊ ພິຈິດ ກຳມະການສໍາຮອງສູນກາງພັກ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, 3; ທ່ານ ລິດຕາ ຂັດທິຍະ ກຳມະການປະຈໍາກະຊວງ,ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, 4. ທ່ານ ພູວັນ ພົມມະຈັນ ຄະນະປະຈຳພັກແຂວງ ຄະນະປະຈຳສະພາປະຊາຊົນແຂວງ ຮອງປະທານສະພາ ປະຊາຊົນແຂວງ (ສສຂ ຊຸດທີ IV),5) ທ່ານ ກົງໃຈ ສີດາວົງ ກຳມະການພັກແຂວງ ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, 6. ທ່ານ ນາງ ແສງອາລຸນ ວົງສາທິການ ຄະນະພັກຮາກຖານ ກຳມະການປະຈຳສະພາປະຊາຊົນແຂວງ ຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ (ສສຂ ຊຸດທີ IV), 7. ທ່ານ ນາງ ອ່ອນໄສ ມຽງລາວັນ ກຳມະການພັກແຂວງ ຫົວໜ້າອໍານວຍການໂຮງຮຽນການເມືອງການປົກຄອງແຂວງ, 8. ທ່ານ ຄໍາໝັ້ນ ສີສະໝຸດ ກຳມະການພັກແຂວງ ຫົວໜ້າພະແນກສາທາລະນະສຸກແຂວງ, 9. ທ່ານ ພັອ ບຸນເລີດ ແກ້ວພຸດທະວົງ ຮອງເລຂາຄະນະພັກ ຮອງກອງບັນຊາການ ປກສ ແຂວງ ແລະ 10. ທ່ານ ໄຊພອນ ໄຊສະຫວ່າງ ຮອງຫົວໜ້າຫ້ອງວ່າການແຂວງ.

ທານ ຈນທະວງ ແສນອາມາດມນຕ ຕດຕາມວຽກງານຮອບດານ ການເລອກຕງຢແຂວງອດຕະປ - image 2
 

ຜູ້ສະໝັກເປັນ ສສຂ ຊຸດທີ V ປະກອບມີ: 1. ທ່ານ ອິນປັນ ອິນທິລາດ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, 2. ທ່ານ ນາງ ຈັນທະລີ ສີສຸວົງ ຮອງເລຂາຄະນະພັກຮາກຖານ ປະທານຄະນະກຳມະການຍຸຕິທໍາ ແລະ ປກຊ-ປກສ ສະພາປະຊາຊົນແຂວງ, 3. ທ່ານ ສຸດໃຈ ມາໄຊຍະວົງ ກຳມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ, 4. ທ່ານ ພູວົງ ດວງພູໄຊ ກຳມະການພັກເມືອງ ຫົວໜ້າຫ້ອງການຍຸຕິທໍາເມືອງ, 5. ທ່ານ ຂັນອາສາ ພິມມະສອນ ຮອງເລຂາໜ່ວຍພັກ ຫົວໜ້າຂະແໜງນິຕິກຳ ແລະ ຍຸຕິທຳ ສະພາປະຊາຊົນແຂວງ, 6. ທ່ານ ນາງ ມະນີລອນ ຫຼວງອາໄພ ຄະນະພັກຮາກຖານ ຮອງຫົວໜ້າຫ້ອງການສຶກສາເມືອງ ແລະ 7. ທ່ານ ນາງ ພົມພອນ ກອງບົວຄໍາ ຄະນະໜ່ວຍພັກ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ.

ໃນພິທີ, ບັນດາຜູ້ອອກສະໝັກຮັບເລືອກຕັ້ງແຕ່ລະທ່ານໄດ້ຜັດປ່ຽນກັນຂຶ້ນປະກອບຄຳເຫັນ ພ້ອມທັງແນະນໍາຕົນເອງ ເພື່ອໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງໄດ້ຮັບຮູ້ໜ້າທີ່ຕໍາແໜ່ງ-ໜ້າທີ່ວຽກງານແຕ່ລະຄົນແຕ່ລະໄລຍະ, ຜົນງານການເຄື່ອນໄຫວທີ່ພົ້ນເດັ່ນ, ວຸດທິການສຶກສາ, ວິໄສທັດການພັດທະນາໃນຕໍ່ໜ້າ ແລະ ແຜນວຽກອື່ນໆ ທັງນີ້ເພື່ອໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງໄດ້ໃຊ້ສິດຂອງຕົນເອງປ່ອນບັດເອົາຜູ້ແທນທີ່ຕົນເອງມັກ ໃນວັນທີ 22 ກຸມພາ 2026 ທີ່ຈະມາເຖິງນີ້ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້; ໃນພິທີ ຍັງໄດ້ຮັບຊົມການສະແດງສິລະປະວັນນະຄະດີ, ລະຄອນສັ້ນ ກ່ຽວກັບການເລືອກຕັ້ງ ຈາກນັກຮຽນ ມ.ຕົ້ນ - ມ.ປາຍ ພ້ອມທັງຄະນະສິລະປະຂອງແຂວງ ແລະ ພາຍຫຼັງຈົບເວທີການສະແດງຄະນະຍັງໄດ້ຮັບການບາສີສູ່ຂວັນ ຕາມຮີດຄອງປະເພນີ ຂອງແຂວງອັດຕະປືອີກດ້ວຍ.

(ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ

ລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ

ວັນທີ 24 ພະຈິກຜ່ານມາ, ສະຫະພັນແມ່ຍິງເມືອງຄອບ ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ 2026 ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຈັນ ເສດຈໍາປາ ຮອງເລຂາຄະນະບໍລິຫານງານພັກເມືອງ ປະທານກວດກາພັກ-ລັດເມືອງ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ຄະນະບໍລິຫານສະຫະພັນແມ່ຍິງເມືອງ, ປະທານຮາກຖານ, ຄະນະໜ່ວຍ ແມ່ຍິງອ້ອມຂ້າງເມືອງ ເຂົ້າຮ່ວມ.
ເປີດກອງປະຊຸມວຽກງານການທະຫານທ້ອງຖິ່ນ ທົ່ວປະເທດ ຄັ້ງທີ VI

ເປີດກອງປະຊຸມວຽກງານການທະຫານທ້ອງຖິ່ນ ທົ່ວປະເທດ ຄັ້ງທີ VI

ກອງປະຊຸມວຽກງານການທະຫານທ້ອງຖິ່ນ ທົ່ວປະເທດ ຄັ້ງທີ VI ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 25 ພະຈິກນີ້, ພາຍໃຕ້ຄຳຂວັນ "ຕັ້ງໜ້າກໍ່ສ້າງເຫງົ້າພະລັງແຮງທົ່ວປວງຊົນຮອບດ້ານ ໃຫ້ກາຍເປັນທ່າສະໜາມສົງຄາມປະຊາຊົນ ທີ່ໜັກແໜ້ນ-ເຂັ້ມແຂງ, ເປັນກຳລັງພື້ນຖານເຮັດໜ້າທີ່ປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ຢູ່ທ້ອງຖິ່ນຂອງຕົນ, ຕອບຕ້ານ, ທັບມ້າງກົນອຸບາຍມ້າງເພຂອງອິດທິກຳ ລັງປໍລະປັກ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ແລະ ບັນດາໜໍ່ແໜງ ທີ່ຈະສົ່ງຜົນກະທົບຕໍ່ສະຖຽນລະພາບທາງການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ" ໂດຍການເປັນປະທານຂອງສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຮອງປະທານຜູ້ປະຈຳການ ຄະນະກຳມະການ ປກຊ-ປກສ ຂັ້ນສູນກາງ, ປະທານຄະນະກຳມະການ ປກຊ-ປກສ ນະຄອນຫຼວງ ແລະ ແຂວງ, ພ້ອມດ້ວຍກອງບັນຊາການທະຫານ ແລະ ກອງບັນຊາການ ປກສ ແຂວງ-ນະຄອນຫຼວງ ເຂົ້າຮ່ວມ.
ການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາຂອງ ລາວ: ການຮັບຮູ້ເຖິງຜົນສໍາເລັດ, ການກະກຽມໄລຍະຂ້າມຜ່ານ ແລະ ຄວາມມຸ່ງຫວັງ ເພື່ອອະນາຄົດ

ການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາຂອງ ລາວ: ການຮັບຮູ້ເຖິງຜົນສໍາເລັດ, ການກະກຽມໄລຍະຂ້າມຜ່ານ ແລະ ຄວາມມຸ່ງຫວັງ ເພື່ອອະນາຄົດ

ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ຂອງ ສປປ ລາວ ໃນເດືອນພະຈິກ 2026 ແມ່ນບາດກ້າວອັນສໍາຄັນຂອງປະເທດຊາດ ແລະ ສະແດງໃຫ້ເຫັນເຖິງຄວາມພະຍາຍາມຂອງພັກ ແລະ ລັດຖະບານ ສປປ ລາວ ຕະຫຼອດຫຼາຍທົດສະວັດໃນການພັດທະນາເສດຖະກິດ-ສັງຄົມຢ່າງຕໍ່ເນື່ອງ.
ອັດຕະປື ສະເໜີຂະຫຍາຍໂຮງຮຽນກິນນອນຊົນເຜົ່າແຫ່ງທີ 3

ອັດຕະປື ສະເໜີຂະຫຍາຍໂຮງຮຽນກິນນອນຊົນເຜົ່າແຫ່ງທີ 3

ທ່ານ ອຸດົມສິນ ສີສະນົນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງອັດຕະປື ໄດ້ລາຍງານວຽກງານການສຶກສາ ພ້ອມສະເໜີແຜນຂະຫຍາຍໂຮງຮຽນກິນນອນຊົນເຜົ່າແຫ່ງທີ 3 ແລະ ກະກຽມປັບປຸງລະບົບການສຶກສາໃໝ່ ຄາດວ່າຈະເລີ່ມໃນສົກຮຽນ 2027-2028 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງ ຊຸດທີ V ໃນວັນທີ 24 ພະຈິກຜ່ານມາ.
ສົ່ງເສີມວຽກງານຖະແຫຼ່ງຂ່າວ-ວັດທະນະທຳ ເພື່ອສ້າງປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ

ສົ່ງເສີມວຽກງານຖະແຫຼ່ງຂ່າວ-ວັດທະນະທຳ ເພື່ອສ້າງປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ

ທ່ານນາງ ມາໄລວຽງ ວົງຈັນດີ ຮອງຜູ້ອຳນວຍການໃຫຍ່ໂທລະພາບແຫ່ງຊາດລາວ ໃນນາມ ປະທານ ອະນຸກຳມະການຖະແຫຼງຂ່າວ (SCI) ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 24 ພະຈິກນີ້ວ່າ: ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມອາຊຽນ-ຊີໂອຊີໄອ ຄັ້ງທີ 61 (61st ASEAN-COCI Meeting) ໃນຄັ້ງນີ້ມີຄວາມໝາຍສຳຄັນຍິ່ງ ເພາະເປັນການຍົກສູງບົດບາດຂອງ ລາວໃນເວທີ ພາກພື້ນ, ທັງເປັນໂອກາດອັນດີໃນການແລກປ່ຽນບົດຮຽນ ແລະ ສົ່ງເສີມວຽກງານ ຖະແຫຼງຂ່າວ - ວັດທະນະທຳ ເພື່ອສ້າງປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ ແລະ ເຊື່ອມໂຍງກັນຫຼາຍຂຶ້ນ.
ເປີດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ V

ເປີດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ V

ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ V ໄດ້​ເປີດຂຶ້ນໃນວັນທີ 25 ພະຈິກນີ້, ທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງ ທ່ານ ດາວວົງ ພອນແກ້ວ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງສາລະວັນ, ມີທ່ານ ປະເດີມພອນ ສົນທະນີ ປະທານຄະນະກຳມະການປົກຄອງແຂວງ, ມີການນໍາແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ14, ສະມາຊິກສະພາປະຊາຊົນແຂວງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຊີນເຂົ້າຮ່ວມ.
ບໍລິສັດສີພອນອຸປະຖຳງານບຸນເຂົ້າໄກ່ນ້ອຍ ແຂວງ​ຊຽງ​ຂວາງ

ບໍລິສັດສີພອນອຸປະຖຳງານບຸນເຂົ້າໄກ່ນ້ອຍ ແຂວງ​ຊຽງ​ຂວາງ

ບໍລິສັດ ສີພອນ ມາເກັດຕິ່ງ ຈຳກັດຜູ້ດຽວໄດ້ມອບເງິນຈຳນວນ100,000,000ກີບ ແລະ ຈັດກິດຈະກຳອື່ນໆໃນງານບຸນເຂົ້າໄກ່ນ້ອຍ ແຂວງ​ຊຽງ​ຂວາງປະ​ຈຳ​ປີ 2026 ລວມທັງໝົດ180,240,000ກີບ.
ອັດຕະປື-ບໍລິຄຳໄຊ ແລກປ່ຽນບົດຮຽນ ວຽກ​ງານກໍ່ສ້າງຮາກຖານການເມືອງ

ອັດຕະປື-ບໍລິຄຳໄຊ ແລກປ່ຽນບົດຮຽນ ວຽກ​ງານກໍ່ສ້າງຮາກຖານການເມືອງ

ກອງປະຊຸມພົບປະແລກປ່ຽນ ແລະ ຖອດຖອນບົດຮຽນ ວຽກ​ງານກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ລະຫວ່າງ ແຂວງອັດຕະປື ແລະ ແຂວງບໍລິຄໍາໄຊ ໄດ້ຈັດຂຶ້ນໃນວັນທີ 24 ພະຈິກຜ່ານ​ມາ ທີ່ແຂວງອັດຕະປື, ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງອັດຕະປື ແລະ ທ່ານ ເລື່ອນວິໄລ ຈັນທະລາພັນ ຮອງເລຂາພັກແຂວງບໍລິຄຳໄຊ, ພ້ອມດ້ວຍຄະນະຜູ້ແທນຈາກທັງສອງແຂວງເຂົ້າຮ່ວມ.
ຄໍາມ່ວນ ເກັບກ່ຽວເຂົ້ານາປີສໍາເລັດແລ້ວ 100%

ຄໍາມ່ວນ ເກັບກ່ຽວເຂົ້ານາປີສໍາເລັດແລ້ວ 100%

ອີງຕາມຂໍ້ມູນຈາກຂະແໜງປູກຝັງພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງຄໍາມ່ວນໃຫ້ຮູ້ວ່າ: ໃນລະດູການປູກເຂົ້ານາປີ 2026 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກເຂົ້ານາລວມທັງໝົດ 94,102 ເຮັກຕາ,ຄາດຄະເນຜົນຜະລິດ 344,651ໂຕນ. ໃນນັ້ນ,ເນື້ອທີ່ແຜນການປູກເຂົ້າເພື່ອເປັນສະບຽງອາຫານ 54,319 ເຮັກຕາ, ຄາດຄະເນຜົນຜະລິດ 197,009 ໂຕນ, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສິນຄ້າ 39,783 ເຮັກຕາ, ຄາດຄະເນຜົນຜະລິດ 147,641 ໂຕນ.
ສະພາປະຊາຊົນແຂວງອັດຕະປື ພິຈາລະນາ ຫຼາຍບັນ​ຫາສຳຄັນຂອງ​ທ້ອງ​ຖິ່ນ

ສະພາປະຊາຊົນແຂວງອັດຕະປື ພິຈາລະນາ ຫຼາຍບັນ​ຫາສຳຄັນຂອງ​ທ້ອງ​ຖິ່ນ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງ (ສ​ພ​ຂ) ອັດຕະປື ຊຸດທີ V ໄດ້ເປີດ​ຂຶ້ນ, ໃນວັນທີ 24 ພະຈິກຜ່ານ​ມາ ທີ່ ສ​ພ​ຂ ອັດ​ຕະ​ປື, ພາຍໃຕ້ການເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ ເລຂາພັກແຂວງປະທານສະພາປະຊາຊົນແຂວງ, ມີສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 17, ບັນດາສະມາສິກສະພາປະຊາຊົນແຂວງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ເພີ່ມເຕີມ