![]() |
ໃນພິທີ, ທ່ານ ເຊິນ ເຊຍຊິນ, ປະທານສະພາການຄ້າຈີນ ປະຈຳ ສປປ ລາວ ໄດ້ມີຄໍາເຫັນວ່າ ສະພາການຄ້າຈີນ ປະຈຳລາວ ໄດ້ຍຶດໝັ້ນການຮັບໃຊ້ສະມາຊິກ, ສົ່ງເສີມການຮ່ວມມື, ສະແຫວງຫາການພັດທະນາຮ່ວມກັນ ແລະ ເປັນຂົວຕໍ່ສຳລັບການແລກປ່ຽນ ທາງດ້ານເສດຖະກິດ-ການຄ້າ-ການແລກປ່ຽນວັດທະນະທຳ ລະຫວ່າງ ສປ ຈີນ ແລະ ສປປ ລາວ ຢ່າງຫ້າວຫັນ ກາຍເປັນເວທີທີ່ສຳຄັນ ຕໍ່ການສົ່ງເສີມການຮ່ວມມືທີ່ເປັນປະໂຫຍດ ເຊິ່ງກັນ ແລະ ກັນ ໂດຍສະເພາະ ລະຫວ່າງ ວິສາຫະກິດຂອງສອງປະເທດ. ເມື່ອຫວນຄືນເບິ່ງ ໃນໄລຍະສອງທົດສະວັດທີ່ຜ່ານມາ ແມ່ນເຫັນໄດ້ການພັດທະນາ ຈາກສາຍພົວພັນຈີນ-ລາວ ພາຍໃຕ້ພື້ນຖານອັນຍິ່ງໃຫຍ່ຂອງຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ ການສ້າງຊຸມຊົນ ຈີນ-ລາວ ທີ່ມີອະນາຄົດຮ່ວມກັນ ລ້ວນແຕ່ມີຜົນສຳເລັດຫຼາຍດ້ານ.
![]() |
ໃນໂອກາດດຽວກັນ, ທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດຈີນ ປະຈຳລາວ ໄດ້ກ່າວໃຫ້ຮູ້ຕື່ມວ່າ: ສະພາການຄ້າຈີນ ປະຈຳ ລາວ ໄດ້ມີບົດບາດສຳຄັນໃນການບໍລິການບັນດາສະມາຊິກວິສາຫະກິດ, ການປະສານງານ ລະຫວ່າງ ພາກທຸລະກິດ ກັບລັດຖະບານ. ສຳລັບວິສາຫະກິດ ທີ່ໄດ້ຮັບທຶນຈາກຈີນ ມາລົງທຶນຢູ່ລາວ ໄດ້ປະກອບສ່ວນພັດທະນາຊຸມຊົນ ຈີນ-ລາວ ທີ່ມີມາດຕະຖານ ແລະ ຄຸນນະພາບສູງ, ທັງມີລັກສະນະສ້າງອະນາຄົດຮ່ວມກັນຢ່າງຕໍ່ເນື່ອງ.
![]() |
ຖືໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ຕາງໜ້າໃຫ້ພັກ-ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງພັກ-ລັດຖະບານ, ປະຊາຊົນ, ສະຖານທູດ ແລະ ສະພາການຄ້າຈີນ ປະຈຳລາວ ທີ່ໄດ້ໃຫ້ການສະໜັບສະໜູນຢ່າງແຂງແຮງ ຕໍ່ການຮ່ວມມືຮອບດ້ານ ເວົ້າລວມ, ເວົ້າສະເພາະ ໃນຂົງເຂດດ້ານເສດຖະກິດ-ການຄ້າ ລາວ-ຈີນ. ຕະຫຼອດໄລຍະຜ່ານມາ ສອງຝ່າຍໄດ້ຮ່ວມກັນຜັນຂະຫຍາຍ ແຜນແມ່ບົດຄູ່ຮ່ວມຊາຕາກຳ ລາວ-ຈີນ 2024-2028 ເຊິ່ງມີຄວາມໝາຍຄວາມສໍາຄັນຫຼາຍ ໃນການຊຸກຍູ້ການພັດທະນາ ແລະ ຮ່ວມມືທາງດ້ານເສດຖະກິດ, ເຕັກນິກຂອງສອງຝ່າຍ, ຖືເປັນການສ້າງໂອກາດ ແລະ ເງື່ອນໄຂອັນດີ ໃຫ້ແກ່ການສົ່ງເສີມການພົວພັນການຄ້າ, ການລົງທຶນ ລະຫວ່າງ ລາວ-ຈີນ ລວມທັງ ພາກພື້ນ ໃຫ້ນັບມື້ນັບຂະຫຍາຍຕົວ. ໃນຕໍ່ໜ້າ ລັດຖະບານລາວ ກໍ່ຄື ຂະແໜງການກ່ຽວຂ້ອງ ຈະສືບຕໍ່ສ້າງສະພາບແວດລ້ອມ ການດຳເນີນທຸລະກິດ ໃຫ້ດີຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະ ຍົກສູງປະສິດທິພາບຂອງການບໍລິຫານລັດ, ປັບປຸງກົດໝາຍ ແລະ ລະບຽບການ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊາບທຳ ຂອງນັກລົງທຶນຢ່າງແທ້ຈິງ; ສືບຕໍ່ຮ່ວມແຮງຮ່ວມໃຈກັນ ຜັນຂະຫຍາຍແຜນແມ່ບົດຄູ່ຮ່ວມຊາຕາກຳ ລາວ-ຈີນ ໃຫ້ເກີດດອກອອກຜົນ ແລະ ນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ໃຫ້ນັບມື້ນັບຫຼາຍຂຶ້ນ.
ຂ່າວ ແລະ ພາບ: ກົມປະຊາສໍາພັນ ຫສນຍ.



ຄໍາເຫັນ