ທ່ານ ຄໍາພັນ ພົມມະທັດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ທີ່ເຮັດວຽກງານກວດກາ  ພາຍໃນແຂວງຫົວພັນ.

ທ່ານ ຄໍາພັນ ພົມມະທັດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ທີ່ເຮັດວຽກງານກວດກາ  ພາຍໃນແຂວງຫົວພັນ.
ໃນຕອນເຊົ້າວັນທີ 5 ຕຸລາ 2023 ນີ້້, ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງຫົວພັນ ທ່ານ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ  ໄດ້ພົບປະໂອ້ລົມພະນັກງານຫຼັກແຫຼ່ງທີ່ເຮັດວຽກງານກວດກາ ພາຍໃນແຂວງຫົວພັນ ໂດຍການໃຫ້ກຽດຕ້ອນຮັບຂອງ ທ່ານ ຮິນທອງ ດວງຈັນສຸກ ຄະນະປະຈໍາພັກແຂວງ, ປະທານຄະນະກວດກາພັກ-ອົງການກວດກາລັດແຂວງຫົວພັນ, ມີບັນດາທ່ານຮອງປະທານ, ພະນັກງານຂອງຄະນະກວດກາແຂວງ, ຜູ້ເຮັກວຽກງານກວດກາບັນດາພະແນກການອ້ອມຂ້າງແຂວງ, ຄະນະກວດກາເມືອງ ເຂົ້າຮ່ວມ ທັງໝົດ 64 ທ່ານ, ຍິງ 17 ທ່ານ. 
 ໃນການພົບປະຄັ້ງນີ້, ທ່ານ ຮິນທອງ ດວງຈັນສຸກ ໄດ້ລາຍງານສະພາບການເຄື່ອນໄຫວວຽກງານກວດກາໃນໄລຍະເຄິ່ງສະໄໝທີ່ຜ່ານມາວ່າ: ທົ່ວແຂວງຫົວພັນມີໜ່ວຍພັກທັງໝົດ 1.149 ໜ່ວຍພັກ, ທຽບໃສ່ປີ 2021 ເພີ່ມຂຶ້ນ 1 ໜ່ວຍພັກ, ໄດ້ຕີລາຄາຈັດແບ່ງປະເພດເປັນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນມີ 845 ໜ່ວຍພັກ, ກາງ 5 ໜ່ວຍພັກ, ບໍ່ໄດ້ປະເມີນມີ 299 ໜ່ວຍພັກ; ມີສະມາຊິກພັກທັງໝົດ 20.667 ສະຫາຍ, ຍິງ4.977 ສະຫາຍ, ທຽບໃສ່ປີ 2021 ເພີ່ມຂື້ນ906 ສະຫາຍ, ຍິງ 681ສະຫາຍ; ສະມາຊິກພັກໄດ້ປະເມີນກາງສະໄໝ 15.828 ສະຫາຍ, ຍິງ 3.972 ສະຫາຍ, ມີສະມາຊິກພັກແຂງ ຈໍານວນ 15.204 ສະຫາຍ, ຍິງ 3.759 ສະຫາຍ, ສະມາຊິກພັກກາງມີ 624 ສະຫາຍ, ບໍ່ໄດ້ປະເມີນ 4.839 ສະຫາຍ; ມີສະມາຊິກພັກຖືກປະຕິບັດວິໄນທັງໝົດ 55 ສະຫາຍ, ຍິງ 13 ສະຫາຍ,ໃນນີ້ ຕິຕຽນ 19 ສະຫາຍ, ຍິງ 8 ສະຫາຍ, ກ່າວເຕື່ອນ 5 ສະຫາຍ,ຍິງ 2 ສະຫາຍ, ໂຈະການຮ່ວມຊິວິດພັກ 13 ສະຫາຍ, ຍິງ 3 ສະຫາຍ, ປົດຕໍາແໜ່ງ 2 ສະຫາຍ, ໄລ່ອອກຈາກພັກ 16 ສະຫາຍ ເຫດຜົນຂອງການປະຕິບັດວິໄນແມ່ນຍ້ອນຂາດສະຕິຕໍ່ການຈັດຕັ້ງ, ລະເມີດກົດລະບຽບພັກ, ກົດໝາຍຂອງລັດ, ມົ້ວສຸມຢາເສບຕິດ ແລະ ອຶ່ນໆ; ໄດ້ກວດກາໂຄງການລົງທຶນ ຂອງລັດເລີ່ມແຕ່ຫົວທີ ຈຳນວນ 3 ໂຄງການ ລວມມູນຄ່າ 207,57 ຕື້ກ່ວາກີບ ປະຈຸບັນແມ່ນກວດກາສຳເລັດແລ້ວ 100%; ກວດກາໂຄງການມູນຄ່າຕໍ່າກ່ວາ 10 ຕື້ກີບ ແລະ ສູງກວ່າ 10 ຕື້ກີບ ໄດ້ທັງໝົດ 162 ໂຄງການ ລວມມູນຄ່າສະພາຮັບຮອງ 5.311,54 ຕື້ກີບ, ມູນຄ່າໂຄງການທີ່ບໍ່ຖືກຕ້ອງ ຕ້ອງໄດ້ຫັກລົບອອກຈາກມູນຄ່າໂຄງການຈຳນວນ 147,32 ຕື້ກີບ ແລະ ມູນຄ່າບໍລິສັດຄ້າງມອບພັນທະໃຫ້ລັດຈຳນວນ 107,70 ຕື້ກີບ ແລະ 538.505,83 ໂດລາສະຫາລັດ; ການກວດກາໂຄງການຕາມມະຕິສະພາແຫ່ງຊາດ ສາມາດປະຍັດໃນການຫຼຸດເພດານໜີ້ສິນງົບປະມານຂອງລັດຖະບານໄດ້ທັງໝົດຈຳນວນ 255,02 ຕື້ກີບ ແລະ 538.505,83 ໂດລາສະຫາລັດ; ການດຳເນີນການແກ້ໄຂຜົນການກວດກາ ແມ່ນຫັກລົບມູນຄ່າທີ່ບໍ່ຖືກຕ້ອງອອກຈາກສາລະບານງົບປະມານແຫ່ງລັດແລ້ວ ຈໍານວນ 49ໂຄງການ, ເປັນມູນຄ່າ 106,79 ຕື້ກີບ; ໄດ້ດໍາເນີນການກວດກາຕາມຂໍ້ຕົກລົງທັງໝົດມີ 5 ເປົ້າໝາຍຄື: ຫ້ອງວ່າການແຂວງ, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ລັດວິສາຫະກິດຫົວພັນການຄ້າ, ພະແນກອຸດສາຫະກຳ-ການຄ້າແຂວງ ແລະ ການຄ້າເມືອງ ເຊິ່ງກວດກາພົບເຫັນທັງໝົດ 11,255,327,200 ກີບ, ເກັບກູ້ຄືນໄດ້ແລ້ວ 2,036,265,575 ກີບ, ແຂວງອອກຂໍ້ຕົກລົງລົບລ້າງ3,224,559,000 ກີບ, ຍັງເກັບກູ້ບໍ່ທັນໄດ້ 2,067,971,470 ກີບ ຕິດພັນກັບພະນັກງານລັດທັງໝົດ 43 ຄົນ; ປະຈຸບັນໄດ້ປະຕິບັດວິໄນຕໍ່ບຸກຄົນທີ່ລະເມີດໝົດແລ້ວ; ໄດ້ຮັບຄໍາຮ້ອງ-ຄໍາສະເໜີ ທັງໝົດ 20 ສະບັບ. ໃນນີ້ ມີບັດສົນເທ 2 ສະບັບ ເນື້ອໃນຄໍາຮ້ອງ-ຄໍາສະເໜີສ່ວນໃຫຍ່ແມ່ນຂໍ້ຂັດແຍ່ງທາງດ້ານທີ່ດິນ ແລະ ຄວາມບໍ່ໂປ່ງໃສໃນການປະຕິບັດໜ້າທີ່ວຽກງານຂອງພະນັກງານ ມາຮອດປັດຈຸບັນໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງແກ້ໄຂສໍາເລັດແລ້ວ.
ໂອກາດດຽວກັນນີ້, ທ່ານ ຄໍາພັນ ພົມມະທັດ ຍັງໄດ້ໃຫ້ກຽດໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍມາຍັງຄະນະພັກ-ຄະນະນໍາ, ຄະນະກວດກາແຕ່ລະຂັ້ນ ທີ່ໄດ້ເອົາໃຈໃສ່ປະຕິບັດວຽກງານຕິດຕາມ, ກວດກາມີຜົນສໍາເລັດຫຼາຍດ້ານໃນໄລຍະຜ່ານມາ. ພ້ອມທັງຍົກໃຫ້ເຫັນສະພາບການຜັນແປຂອງສັງຄົມໃນປັດຈຸບັນ ທີ່ຕ້ອງໄດ້ມີການເລັ່ງທວງໃຫ້ເພິ່ມທະວີບົດບາດໃນວຽກງານຕິດຕາມ, ກວດກາ ໃຫ້ຫັນໄປສູ່ດ້ານຄຸນນະພາບ ໂດຍສະເພາະຕ້ອງເອົາໃຈໃສ່ຂັດເລືອກ, ຍົກລະດັບບໍາລຸງກໍ່ສ້າງພະນັກງານສືບທອດປ່ຽນແທນໃຫ້ທັນກັບໜ້າທີ່ການເມືອງໃນໄລຍະ
ໃໝ່, ການປະເມີນ, ຊັບຊ້ອນຈັດວາງພະນັກງານຕ້ອງມີຄວາມໂປ່ງໃສ່, ການປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຕ້ອງອີງໃສ່ຄຸນນະພາບເປັນຫຼັກ ຫຼີກເວັ້ນການປະເມີນແບບສະເລ່ຍ, ຖືເອົາວຽກງານຕິດຕາມ, ກວດກາ ເປັນປັດໄຈໜຶ່ງທີ່ສໍາຄັນໃນການຟື້ນຟູຄວາມເຊື່ອໝັ້ນ, ຄວາມສັດທາຂອງສັງຄົມ ຕໍ່ການຈັດຕັ້ງ, ສະມາຊິກພັກ, ພະນັກງານ-ລັດຖະກອນ ກໍຄືລະບອບການເມືອງຂອງພວກເຮົາ; ສືບຕໍ່ເຊື່ອມຊຶມ, ຜັນຂະຫຍາຍເນື້ອໃນຈິດໃຈໃນຄໍາສັ່ງແນະນໍາເລກທີ169/ຄລສພ, ລົງວັນທີ 15 ສິງຫາ 2022 ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ; ກວດກາຄືນບັນດາໂຄງການເກົ່າທີ່ມີມູນຄ່າ 10 ຕື້ຂຶ້ນ ແລະ 10 ຕື້ລົງ ເພື່ອສະຫຼຸບຂາດໂຕໃນທົ່ວແຂວງ, ເລັ່ງສຸ່ມໃສ່ວຽກງານຕິດຕາມ, ກວດກາປົກກະຕິແຕ່ຫົວທີ ເພື່ອບໍ່ໃຫ້ມີການກະທໍາຜິດໃນການປະຕິບັດສັນຍາ, ກວດກາຕາມມະຕິຂອງສະພາປະຊາຊົນແຂວງ, ກວດກາຕາມຄໍາຮ້ອງ-ຄໍາສະເໜີ ແລະ ການຄົ້ນຄວ້າວິໄນຕໍ່ພະນັກງານໃຫ້ຖືກຕ້ອງ, ໂປ່ງໃສ່, ຍຸດຕິທໍາ, ການດໍາເນີນການກວດກາຕ້ອງມີຂໍ້ມູນລະອຽດ ແລະ ໃຊ້ຂໍ້ມູນຢ່າງຕໍ່ເນື່ອງກັນເພື່ອບໍ່ໃຫ້ເກີດການຊັກຊ້າແກ່ຍາວໃນເວລາກວດກາ. ຂ່າວ:ຄຳຫວັນ ຈັນທະວົງ

ຄໍາເຫັນ

ຂ່າວການເມືອງ

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ