ຂ່າວສານຊີອາໄອລາຍງານ ຫວ່າງມໍ່ໆມານີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ໃຫ້ທິດຊີ້ນຳອັນສຳຄັນຕໍ່ການຊຸກຍູ້ການຫັນເປັນອຸດສາຫະກຳແບບໃໝ່ຂອງຈີນ ໂດຍກ່າວວ່າ: ຕ້ອງຊຸກຍູ້ການສ້າງສາປະເທດຊາດໃຫ້ເຂັ້ມແຂງ ແລະ ຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງຊົນຊາດຈີນຢ່າງຮອບດ້ານດ້ວຍຄວາມທັນສະໄໝແບບຈີນ, ການບັນລຸການຫັນເປັນອຸດສາຫະກຳແບບໃໝ່ແມ່ນໜ້າທີ່ສຳຄັນ. ຕ້ອງຈັດຕັ້ງປະຕິບັດແນວຄິດພັດທະນາອັນໃໝ່ຢ່າງຄົບຖ້ວນ, ຖືກຕ້ອງ ແລະ ຮອບດ້ານ, ວາງແຜນການເອກະພາບໃນດ້ານການພັດທະນາ ແລະ ຄວາມໝັ້ນຄົງ, ຕັ້ງໜ້ານຳພາການປະຕິວັດດ້ານວິທະຍາສາດເຕັກໂນໂລຊີ ແລະ ການປະຕິຮູບດ້ານຂະແໜງການຮອບໃໝ່, ຕ້ອງຈັດຕັ້ງປະຕິບັດຄວາມຮຽກຮ້ອງຕ້ອງການດ້ານການພັດທະນາຢ່າງມີຄຸນນະພາບສູງເຂົ້າໃນທຸກຂັ້ນຕອນຂອງການຫັນເປັນອຸດສາຫະກຳແບບໃໝ່. ທ່ານ ສີຈິ້ນຜິງ ເນັ້ນໜັກວ່າ: ການຫັນເປັນອຸດສາຫະຫຳແບບໃໝ່ເປັນໂຄງການແບບລະບົບ. ຕ້ອງປັບປຸງຮູບແບບດຳເນີນງານທີ່ຄະນະພັກນຳພາເປັນເອກະພາບກັນ, ອົງການປົກຄອງຮັບຜິດຊອບຈັດຕັ້ງປະຕິບັດ, ວິສາຫະກິດເສີມຂະຫຍາຍບົດບາດຫຼັກແຫຼ່ງ ແລະ ກຳລັງແຮງສັງຄົມເຂົ້າຮ່ວມຢ່າງກວ້າງຂວາງ, ເຕົ້າໂຮມກຳລັງແຮງອັນໃຫຍ່ຫຼວງເພື່ອຊຸກຍູ້ການຫັນເປັນອຸດສາຫະກຳແບບໃໝ່, ປະກອບສ່ວນອັນໃຫຍ່ກວ່າເກົ່າເຂົ້າໃນການສ້າງເປັນປະເທດສັງຄົມນິຍົມທີ່ເຂັ້ມແຂງ ແລະ ທັນສະໄໝຢ່າງຮອບດ້ານ.
ສ ເກົາຫຼີ ຮັກສາເປົ້າໝາຍການສົ່ງອອກໃຫ້ສູງກວ່າ 700 ຕື້ໂດລາ ໃນປີ 2026
ຂ່າວຕ່າງປະເທດລາຍງານ ໃນວັນທີ 8 ທັນວາ ຜ່ານມາວ່າ: ທ່ານ ຍໍ ຮັນກູ ລັດຖະມົນຕີກະຊວງການຄ້າ, ອຸດສາຫະກຳ ແລະ ຊັບພະຍາກອນຂອງ ສ ເກົາຫຼີ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະພະຍາຍາມທຸກວິທີທາງເພື່ອຮັກສາການສົ່ງອອກປະຈຳປີຂອງ ສ ເກົາຫຼີ ໃຫ້ສູງກວ່າ 700 ຕື້ໂດລາເປັນປີທີສອງຕິດຕໍ່ກັນໃນປີ 2026, ເຖິງວ່າຈະມີຄວາມບໍ່ແນ່ນອນດ້ານການຄ້າທົ່ວໂລກກໍຕາມ.
ຄໍາເຫັນ