ທ່ານ ສີຈິ້ນຜິງ ພົບປະກັບປະທານາທິບໍດີຊີເລ

ທ່ານ ສີຈິ້ນຜິງ ພົບປະກັບປະທານາທິບໍດີຊີເລ

ທ່ານ ສີຈິ້ນຜິງ ພົບປະກັບປະທານາທິບໍດີຊີເລ
ຂ່າວສານຊີອາໄອລາຍງານວ່າ: ໃນຕອນເຊົ້າວັນທີ 14 ພຶດສະພາ ຜ່ານມານີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານ ກາເບຣລ ໂບຣິກ ປະທານາທິບໍດີຊີເລ ທີ່ຫໍສະພາປະຊາຊົນແຫ່ງຊາດ ທີ່ນະຄອນຫຼວງປັກກິ່ງ ຂອງຈີນ.

 

ໂອກາດດັ່ງກ່າວ, ທ່ານ ສີຈິ້ນຜິງ ກ່າວວ່າ: ປີນີ້ເປັນປີທີ່ຈີນ-ຊີເລ ສ້າງຕັ້ງສາຍພົວພັນທາງການທູດຄົບຮອບ55 ປີ, ສາຍພົວພັນລະຫວ່າງສອງປະເທດໄດ້ນຳພາກະແສແຫ່ງການຮ່ວມມືລະຫວ່າງຈີນ-ປະເທດອາເມຣິກາລາຕິນແລະ ກາຣາອິບ ຢ່າງສະເໝີຕົ້ນສະເໝີປາຍ. ສອງຝ່າຍຄວນລົງເລິກສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ເພື່ອສ້າງໃຫ້ເປັນຕົວແບບແຫ່ງການຮ່ວມມືລະຫວ່າງຈີນ-ປະເທດອາເມຣິກາລາຕິນ ແລະ ກາຣາອິບ, ໂດຍສຸມໃສ່ຊຸກຍູ້ການຮ່ວມມືດ້ານຕ່າງໆພາຍໃນຂອບ “ໜຶ່ງແລວໜຶ່ງເສັ້ນທາງ” ເຊັ່ນ: ກະສິກຳປ່າໄມ້ ແລະ ການປະມົງ, ພື້ນຖານໂຄງລ່າງ, ບໍ່ແຮ່ສີຂຽວເປັນຕົ້ນ, ບົ່ມສ້າງຈຸດເຕີບໂຕໃໝ່ເປັນຕົ້ນແມ່ນ ປັນຍາປະດິດ, ຢາຊີວະພາບ ແລະ ອື່ນໆ. ຈີນຍິນດີຕ້ອນຮັບຜະລິດຕະພັນທີ່ມີຄຸນນະພາບດີຈາກຊີເລເຂົ້າສູ່ຕະຫຼາດຈີນ ແລະ ສະໜັບສະໜູນວິສາຫະກິດຈີນໄປລົງທຶນຢູ່ຊີເລ.

ທ່ານ ໂບຣິກ ກ່າວວ່າ: ຈີນເປັນຄູ່ການຄ້າສຳຄັນທີ່ສຸດຂອງຊີເລ, ຊີເລເດັດດ່ຽວປະຕິບັດຫຼັກການປະເທດຈີນດຽວ, ຄອງຄອຍເປີດກວ້າງການຮ່ວມມືກັບຈີນໃນຂົງເຂດການຄ້າ, ການລົງທຶນ, ປັນຍາປະດິດເປັນຕົ້ນ ແລະ ຮ່ວມກັນປົກປ້ອງລັດທິຫຼາຍຝ່າຍ. ໃນໄລຍະຢ້ຽມຢາມຢູ່ຈີນ, ສອງຝ່າຍໄດ້ລົງນາມໃນສັນຍາຮ່ວມມືຫຼາຍສະບັບເຊັ່ນ: ເສດຖະກິດ, ການພິມຈຳໜ່າຍ ແລະ ອື່ນໆ.

ຄໍາເຫັນ

ຂ່າວຕ່າງປະເທດ

ມາເລເຊຍ ຂຶ້ນແຜນຊ່ວຍເຫຼືອ ຫວຽດນາມ ສ້າງຕັ້ງສູນອາຫານ Halal

ມາເລເຊຍ ຂຶ້ນແຜນຊ່ວຍເຫຼືອ ຫວຽດນາມ ສ້າງຕັ້ງສູນອາຫານ Halal

ວິທະຍຸກະຈາຍສຽງຫວຽດນາມລາຍງານ ຫວ່າງມໍ່ໆມານີ້ວ່າ: ສະຫະສະມາຄົມນັກຮົບເກົ່າ ມາເລເຊຍ (PVATM) ມີແຜນການຊ່ວຍເຫຼືອ ຫວຽດນາມ ສ້າງຕັ້ງສູນອາຫານ Hala ຊຶ່ງແມ່ນສູນລົງເລິກກ່ຽວກັບມາດຕະຖານອາຫານທີ່ສະຫງວນໃຫ້ແກ່ຊາວມຸດສະລິມ ແລະ ເພື່ອແນໃສ່ປະກອບສ່ວນຊຸກຍູ້ການຮ່ວມມືສອງຝ່າຍ ກໍຄືເປີດກວ້າງຂອບເຂດການຮ່ວມມືດ້ານການຄ້າຂອງ ມາເລເຊຍ ໃນທົ່ວໂລກ.
ອົສຕຣາລີ ອອກຄຳເຕືອນ ເຫັດພິດຮ້າຍແຮງ ເຮັດໃຫ້ເສຍຊີວິດ

ອົສຕຣາລີ ອອກຄຳເຕືອນ ເຫັດພິດຮ້າຍແຮງ ເຮັດໃຫ້ເສຍຊີວິດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 17 ມິຖຸນາ ຜ່ານມາວ່າ: ພະແນກສາທາລະນະສຸກຂອງລັດ New South Wales ປະເທດອົສຕຣາລີ ໄດ້ອອກຄໍາເຕືອນກ່ຽວກັບອັນຕະລາຍຈາກການກິນເຫັດ “ໝວກມໍລະນະ” ຊຶ່ງເປັນເຫັດພິດຮ້າຍແຮງ ທີ່ພົບເຫັນໃນປ່າທຳມະຊາດຂອງນະຄອນຊິດນີ ແລະ ບໍລິເວນອ້ອມຂ້າງ ເມື່ອບໍ່ດົນມານີ້.
ສະວິດ ຫຼຸດການຄາດຄະເນເສດຖະກິດປີ 2025-2026

ສະວິດ ຫຼຸດການຄາດຄະເນເສດຖະກິດປີ 2025-2026

ຂ່າວຕ່າງປະເທດລາຍ ຫວ່າງບໍ່ດົນມານີ້ວ່າ: ຫ້ອງການເສດຖະກິດ (SECO) ຂອງປະເທດສະວິດ ປະກາດຫຼຸດການຄາດຄະເນການເຕີບໂຕທາງດ້ານເສດຖະກິດສໍາລັບປີ 2025 ແລະ 2026 ເນື່ອງຈາກຄວາມບໍ່ແນ່ນອນກ່ຽວກັບນະໂຍບາຍການຄ້າ ແລະ ເສດຖະກິດລະຫວ່າງປະເທດຍັງຄົງສູງ ແລະ ສົ່ງຜົນຕໍ່ທ່າອ່ຽງຂອງເສດຖະກິດທົ່ວໂລກ ແລະ ເສດຖະກິດ ສະວິດ.
ສະຫະລັດ ອາເມຣິກາ - ອັງກິດ ລົງນາມຂໍ້ຕົກລົງການຄ້າສອງຝ່າຍ

ສະຫະລັດ ອາເມຣິກາ - ອັງກິດ ລົງນາມຂໍ້ຕົກລົງການຄ້າສອງຝ່າຍ

ຂ່າວຕ່າງປະເທດລາຍງານ ໃນວັນທີ 17 ມິຖຸນາ ຜ່ານມາວ່າ: ທ່ານ ໂດໂນ ທຣໍາ ປະທານາທິບໍດີ ສະຫະລັດ ອາເມຣິກາ ແລະ ທ່ານ ເຄຍ ສະຕາຣເມີ ນາຍົກລັດຖະມົນຕີອັງກິດ ໄດ້ລົງນາມໃນຂໍ້ຕົກລົງການຄ້າລະຫວ່າງກອງປະຊຸມສຸດຍອດ G7 ທີ່ການາດາ, ທ່ານ ສະຕາຣເມີ ກ່າວວ່າ: ຂໍ້ຕົກລົງນີ້ຈະປະຕິບັດຕາມຂໍ້ຕົກລົງສອງຝ່າຍກ່ຽວກັບອັດຕາພາສີລົດຍົນ ແລະ ການບິນອາວະກາດ.
ສິງກະໂປ ສົ່ງອອກສິນຄ້າທີ່ບໍ່ແມ່ນນໍ້າມັນ ຫຼຸດລົງ 3.5%

ສິງກະໂປ ສົ່ງອອກສິນຄ້າທີ່ບໍ່ແມ່ນນໍ້າມັນ ຫຼຸດລົງ 3.5%

ຂ່າວຕ່າງປະເທດລາຍງານວ່າ: ອົງການວິສາຫະກິດຂອງສິງກະໂປ (Enterprise Singapore) ເປີດເຜີຍໃນວັນທີ 17 ມິຖຸນາ ຜ່ານມາວ່າ: ການສົ່ງອອກສິນຄ້າທີ່ບໍ່ແມ່ນນໍ້າມັນ (NODX) ຫຼຸດລົງ 3.5% ໃນເດືອນພຶດສະພາ ເມື່ອປຽບທຽບປີຕໍ່ປີ, ຈາກທີ່ເຄີຍຂະຫຍາຍຕົວເຖິງ 12.4% ໃນເດືອນເມສາ ແລະ ກົງກັນຂ້າມກັບນັກນັກວິເຄາະຄາດຄະເນວ່າຈະຂະຫຍາຍຕົວ 8%.
ທ່ານ​ ສີ​ຈິ້ນ​ຜິງ ເຂົ້າ​ຮ່ວມກອງ​ປະ​ຊຸມສຸດຍອດ​ຈີນ-ອາ​ຊີ​ກາງ​ ຄັ້ງ​ທີ 2

ທ່ານ​ ສີ​ຈິ້ນ​ຜິງ ເຂົ້າ​ຮ່ວມກອງ​ປະ​ຊຸມສຸດຍອດ​ຈີນ-ອາ​ຊີ​ກາງ​ ຄັ້ງ​ທີ 2

ຂ່າວສານຊີອາໄອລາຍງານວ່າ: ໃນຕອນ​ບ່າຍ​ວັນ​ທີ 17 ມິ​ຖຸ​ນາ​ ຜ່ານມາ (​ຕາມ​ເວ​ລາ​ທ້ອງ​ຖິ່ນ), ກອງ​ປະ​ຊຸມ​ສຸດຍອດ ຈີນ-ອາ​ຊີ​ກາງ ​ຄັ້ງ​ທີ 2 ໄດ້​ຈັດ​ຂຶ້ນ​ຢູ່​ຫໍ​ເອ​ກະ​ລາດ ​ທີ່​ນະ​ຄອນ​ຫຼວງ​ອັ​ສ​ຕາ​ນາ ປະເທດ​ກາ​ຊັກ​ສະ​ຖານ. ທ່ານ ຄາ​ຊິມ ໂຈ​ມັດ ໂ​ຕ​ຄາ​ເຢັ​ຟ ປະ​ທາ​ນາ​ທິ​ບໍ​ດີ​ກາ​ຊັກ​ສະ​ຖານ ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ. ທ່ານ​ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ ພ້ອມ​ດ້ວຍ​ປະ​ມຸກ​ລັດ​​ຈາກປະ​ເທ​ດ​ຕ່າງໆ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ.
ຫວຽດນາມ ເສີມ​ຂະ​ຫຍາຍ​ບົດ​ບາດ​ນຳ​ພາ ​ຂອງລັດ​ວິ​ສາ​ຫະ​ກິດ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ

ຫວຽດນາມ ເສີມ​ຂະ​ຫຍາຍ​ບົດ​ບາດ​ນຳ​ພາ ​ຂອງລັດ​ວິ​ສາ​ຫະ​ກິດ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງມໍ່ໆມານີ້ ຢູ່ສຳນັກງານລັດຖະບານ ຫວຽດນາມ ທີ່ນະຄອນຫຼວງຮ່າໂນ້ຍ, ທ່ານ ຫງວຽນຈີຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມກ່ຽວກັບແຜນຮ່າງສະຫຼຸບການປະຕິບັດມະຕິກອງປະຊຸມສູນກາງ ຄັ້ງທີ 5 ຂອງພັກກອມມູນິດ ຫວຽດນາມ ຊຸດທີ XII ກ່ຽວກັບລັດວິສາຫະກິດ.
ຈັດກິດ​ຈະ​ກຳ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳລະ​ຫວ່າງ​ຈີນ-ອາ​ຊີ​ກາງ 2025 ຢູ່​ອັ​ສ​ຕາ​ນາ

ຈັດກິດ​ຈະ​ກຳ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳລະ​ຫວ່າງ​ຈີນ-ອາ​ຊີ​ກາງ 2025 ຢູ່​ອັ​ສ​ຕາ​ນາ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 16 ມິ​ຖຸ​ນາ ຜ່ານມານີ້, ກິດ​ຈະ​ກຳ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳລະ​ຫວ່າງ​ຈີນ - ອາ​ຊີ​ກາງ 2025 ທີ່​ມີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ຫຼື CMG ແລະ ອົງ​ການ​ສັງ​ລວມ​ວິ​ທະ​ຍຸ​ໂທ​ລະ​ພາບ​ປະ​ທາ​ນາ​ທິ​ບໍ​ດີ​ກາ​ຊັກ​ສະ​ຖານ​ເປັນ​ເຈົ້າ​ພາບ​ຮ່ວມ​ ໄດ້ຈັດ​ຂຶ້ນ​ຢູ່​ສູນ​ປະ​ທາ​ນາ​ທິ​ບໍ​ດີ​ກາ​ຊັກ​ສະ​ຖານ​ທີ່​ນະ​ຄອນ​ຫຼວງ​ອັ​ສ​ຕາ​ນາ. ແຂ​ກ​ຜູ້​ມີ​ກຽດ 150 ກວ່າ​ທ່ານ​ຈາກວົງ​ການ​ຕ່າງໆ​ເຊັ່ນ:ການ​ເມືອງ, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ສື່ມວນ​ຊົນ, ການ​ສຶກ​ສາ ແລະ ອື່ນໆ​ຂອງ​ຈີນ ແລະ 5 ປະ​ເທດໃນ​ອາ​ຊີ​ກາງ​ ໄດ້​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ຄັ້ງ​ນີ້.
ການຮ່ວມມື AI ລະດັບໂລກ ປະຕິວັດການປິ່ນປົວມະເຮັງສ່ວນບຸກຄົນ

ການຮ່ວມມື AI ລະດັບໂລກ ປະຕິວັດການປິ່ນປົວມະເຮັງສ່ວນບຸກຄົນ

ຂ່າວຕ່າງປະເທດລາາຍງານ ຫວ່າງມໍ່ໆມານີ້; ສະຖາບັນຄົ້ນຄວ້າກ່ຽວກັບເດັກ ຂອງອົສຕຣາລີ ລາຍງານວ່າ: ທີມນັກວິທະຍາສາດອົສຕຣາລີແລະສາກົນໄດ້ແນະນຳເຕັກນິກປັນຍາປະດິດ (AI) ທີ່ສາມາດວິເຄາະຕົວຢ່າງມະເຮັງຈາກທົ່ວໂລກທີ່ເຊື່ອຖືໄດ້ ຊຶ່ງປູທາງສູ່ການປິ່ນປົວມະເຮັງສ່ວນບຸກຄົນ ພ້ອມທັງປົກປ້ອງຄວາມເປັນສ່ວນຕົວຂອງຄົນເຈັບແລະຊ່ວຍໃຫ້ທ່ານໝໍປະຕິບັດການປິ່ນປົວຄົນເຈັບແຕ່ລະຄົນໄດ້ດີຍິ່ງຂຶ້ນ.
EU ເລັ່ງອອກມາດຕະການປະຢັດພະລັງງານຂອງສູນຂໍ້ມູນ

EU ເລັ່ງອອກມາດຕະການປະຢັດພະລັງງານຂອງສູນຂໍ້ມູນ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ສະຫະພາບເອີຣົບ (EU) ກໍາລັງຊຸກຍູ້ມາດຕະການເພີ່ມປະສິດທິພາບການໃຊ້ພະລັງງານໃນສູນຂໍ້ມູນເພື່ອຫຼຸດຜ່ອນຜົນກະທົບຈາກການໃຊ້ໄຟຟ້າທີ່ຄາດວ່າຈະເພີ່ມຂຶ້ນຢ່າງໄວວາໃນທົດສະວັດນີ້ເນື່ອງຈາກການຂະຫຍາຍຕົວຂອງເຕັກໂນໂລຊີປັນຍາປະດິດ (AI) ຊຶ່ງປັດຈຸບັນສູນຂໍ້ມູນກວມເອົາປະມານ 3% ຂອງການໃຊ້ໄຟຟ້າຂອງ EU.
ເພີ່ມເຕີມ