ທ່ານ ສິງ ໄຊຍະບົວສີ ໄດ້ຮັບການແຕ່ງຕັ້ງເປັນປະທານສະມາຄົມຜູ້ອາຍຸສູງ ຄັ້ງທີII

ທ່ານ ສິງ ໄຊຍະບົວສີ ໄດ້ຮັບການແຕ່ງຕັ້ງເປັນປະທານສະມາຄົມຜູ້ອາຍຸສູງ ຄັ້ງທີII
ສະມາຄົມຜູ້ອາຍຸສູງ (ສອສ) ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ II ຂຶ້ນຫວ່າງບໍ່ດົນມານີ້ ທີ່ຫ້ອງວ່າການປົກຄອງແຂວງ. ໃຫ້ກຽດເປັນປະທານຂອງທ່ານນາງ ພາວັນ ບົວຫຼວງລາດ ຫົວໜ້າພະແນກແຮງງານ ແລະສະຫວັນດີການສັງຄົມແຂວງ (ຮສສ), ມີທ່ານ ສິງ ໄຊຍະບົວສີ ປະທານ ສອສ ແຂວງ, ທ່ານ ທອງເຕີນ ໄຊຍະເສນ ຫົວໜ້າຄະນະທີ່ປຶກສາສະມາຄົມ ພ້ອມດ້ວຍສະມາຊິກກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້, ທ່ານ ສິງ ໄຊຍະບົວສີ ໄດ້ກ່າວເປີດກອງປະຊຸມພ້ອມທັງຜ່ານບົດລາຍງານການຈັດຕັ້ງປະຕິບັດວຽກງານ 6 ປີຜ່ານມາ 2017-2023 ແລະທິດທາງແຜນການ 3 ປີຕໍ່ໜ້າວ່າ: ປັດຈຸບັນ ສອສ ແຂວງມີສະມາຊິກທັງໝົດ 382 ທ່ານ ຍິງ 195 ທ່ານເພື່ອຄວາມສະດວກໃນການຄຸ້ມຄອງ-ບໍລິຫານວຽກງານຈຶ່ງແບ່ງການຈັດຕັ້ງອອກເປັນ 10 ໜ່ວຍ, ສ່ວນໃຫຍ່ເປັນພະນັກງານບໍານານຈາກອົງການຈັກຕັ້ງພັກ-ລັດ. ໃນເວລາທີ່ສະມາຊິກເຈັບເປັນນອນໂຮງໝໍທາງ ສອສ ໄດ້ຈັດຕັ້ງກັນໄປຢ້ຽມຢາມ ພ້ອມທັງມອບຂອງຂວັນເຄື່ອງຕ້ອນ ລວມເປັນເງິນທັງໝົດ 21 ລ້ານກີບ, ສໍາລັບຜູ້ທີ່ເສຍຊີວິດທາງສະມາຄົມໄດ້ນໍາພວງມາລາ ແລະເງິນຄັງໄປມອບໃຫ້ຄອບຄົວຜູ້ເສຍຊີວິດຕາມລະບຽບ ສອສ ວາງໄວ້ລວມທັງໝົດ 43 ຄັ້ງ, ໃຊ້ເງິນສົງເຄາະຊ່ວຍເຫຼືອທັງໝົດ 146 ລ້ານກວ່າກີບ. ສໍາລັບເງິນຄັງຂອງ ສອສ ນັບແຕ່ມື້ສ້າງຕັ້ງຈົນຮອດວັນທີ 5/1/2024 ມີລາຍຮັບທັງໝົດ 262 ລ້ານກວ່າກີບ, ລາຍຈ່າຍ 206 ລ້ານກວ່າກີບ, ຍອດຍັງເຫຼືອເກືອບ 56 ລ້ານກີບ. ສໍາລັບທິດທາງແຜນການ 3 ປີຕໍ່ໜ້າຈະສືບຕໍ່ເຄື່ອນໄຫວວຽກງານການເມືອງ-ແນວຄິດໃຫ້ແກ່ສະມາຊິກ, ເອົາໃຈໃສ່ຄຸ້ມຄອງລາຍຮັບ-ລາຍຈ່າຍໃນວຽກງານການເງິນຂອງສະມາຄົມ ແລະອື່ນໆ.
ຈາກນັ້ນ, ກອງປະຊຸມໄດ້ມີການຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງວ່າດ້ວຍການແຕ່ງຕັ້ງຄະນະບໍລິຫານງານສະມາຄົມຜູ້ອາຍຸສູງຊຸດທີ II ຊຶ່ງໄດ້ຕົກລົງແຕ່ງຕັ້ງເອົາ 19 ທ່ານດັ່ງນີ້: ທ່ານ ສິງ ໄຊຍະບົວສີ ເປັນປະທານ, ທ່ານ ບຸນຍົງ ໄຊປັນຍາ ເປັນຮອງປະທານ, ທ່ານນາງ ບຸນມີ ຂັນຕິວົງ ເປັນຮອງປະທານ, ທ່ານ ບຸນຍູ້ ທໍາມະວົງ ເປັນຮອງປະທານ, ທ່ານ ລິນສາຍຖະໜອມ ພະສະຫວັດ ເປັນຮອງປະທານ ແລະກໍາມະການອີກ 14 ທ່ານ.
ຂ່າວ-ພາບ: ສະຫວັນນະເຂດ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ໄອຍະການປະຊາຊົນເຂດ I ຮ່ວມກັບ ກອງບັນຊາການ ປກສ ເມືອງອຸທຸມພອນ  ສ້າງກົນໄກການປະສານງານ

ໄອຍະການປະຊາຊົນເຂດ I ຮ່ວມກັບ ກອງບັນຊາການ ປກສ ເມືອງອຸທຸມພອນ ສ້າງກົນໄກການປະສານງານ

ອົງການໄອຍະການປະຊາຊົນເຂດ I ຮ່ວມກັບ ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງອຸທຸມພອນ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ເຫັນດີກໍານົດກົນໄກການປະສານງານ ໃນວັນທີ 24 ກັນຍານີ້, ທີ່ກອງບັນຊາການ ປກສ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໂດຍມີທ່ານ ຈິນດາວັນ ໄນ່ນັນທິລາດ ຫົວໜ້າອົງການໄອຍະການປະຊາຊົນເຂດ I ແລະ ທ່ານ ພັນໂທ ສົມສັກ ຈັນທະລາສອນ ຫົວໜ້າກອງບັນຊາການ ປກສ ເມືອງ.
5 ວຽກຈຸດສຸມວາລະແຫ່ງຊາດວ່າດ້ວຍການພັດທະນາຊົນນະບົດ  ແລະແກ້ໄຂຄວາມທຸກຍາກ

5 ວຽກຈຸດສຸມວາລະແຫ່ງຊາດວ່າດ້ວຍການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

5 ວຽກຈຸດສຸມວາລະແຫ່ງຊາດວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໄລຍະ 2027-2030,ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ລາຍງານ ຕໍ່ກອງປະຊຸມເຜີຍແຜ່ເອກະສານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດແລະ ແກ້ໄຂຄວາມທຸກຍາກວ່າ:
ພະຍາດອະຫິວາໝູ ລະບາດ 7 ແຂວງ ພ້ອມປະກາດມາດຕະການຜ່ອນຜັນແບບມີເງື່ອນໄຂ

ພະຍາດອະຫິວາໝູ ລະບາດ 7 ແຂວງ ພ້ອມປະກາດມາດຕະການຜ່ອນຜັນແບບມີເງື່ອນໄຂ

​ ທ່ານ ບົວຫົງ ຄຳຫາຫົວໜ້າກົມລ້ຽງສັດ ແລະ ການປະມົງກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ໃຫ້ສໍາພາດ ຕໍ່ສື່ມວນຊົນໃນວັນທີ 24 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ ກ່ຽວກັບສະພາບການລະບາດຂອງພະຍາດອະຫິວາໝູອາຟຣິກາ (ASF) ໃນ ສປປ ລາວ ພ້ອມທັງຊີ້ແຈງທິດທາງ ແລະ ມາດຕະການແກ້ໄຂໃນຕໍ່ໜ້າ.
ເລ​ຂາ​ພັກ​ແຂວງ​ຄຳ​ມ່ວນເນັ້ນໃຫ້​ຄະ​ນະ​ກວດ​ກາ​ແຕ່​ລະ​ຂັ້ນຍົກ​ສູງ​ປະ​ສິດ​ທິ​ພາບ​ວຽກ​ງານກວດ​ກາ

ເລ​ຂາ​ພັກ​ແຂວງ​ຄຳ​ມ່ວນເນັ້ນໃຫ້​ຄະ​ນະ​ກວດ​ກາ​ແຕ່​ລະ​ຂັ້ນຍົກ​ສູງ​ປະ​ສິດ​ທິ​ພາບ​ວຽກ​ງານກວດ​ກາ

ທ່ານ ໄຊຊະນະ ໂຄດພູທອນກໍາມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ ເນັ້ນໃຫ້ຄະນະພັກ, ອົງການປົກຄອງ ແລະ ຄະນະກວດກາທຸກຂັ້ນ ເພີ່ມທະວີການນໍາພາ-ຊີ້ນໍາ ແລະ ຍົກສູງປະສິດທິພາບວຽກງານກວດກາ, ສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ ໃຫ້ມີຄວາມແຂງແຮງ, ເປັນປົກກະຕິ, ເລິກເຊິ່ງ ແລະ ແທດເຖິງຕົວຈິງ.
ເຊັນສັນຍາສຳປະທານທີ່ດິນ ພັດທະນາແຫຼ່ງທ່ອງທ່ຽວ ຕິດພັນກັບການອະນຸລັກທໍາມະຊາດ

ເຊັນສັນຍາສຳປະທານທີ່ດິນ ພັດທະນາແຫຼ່ງທ່ອງທ່ຽວ ຕິດພັນກັບການອະນຸລັກທໍາມະຊາດ

ພິທີເຊັນສັນຍາສຳປະທານເນື້ອທີ່ດິນ ເພື່ອພັດທະນາແຫຼ່ງທ່ອງທ່ຽວຄວບຄູ່ການອະນຸລັກທໍາມະຊາດ (ຂຸນນໍ້າພອນ) ຢູ່ເຂດບ້ານຜາແຫຼມເມືອງທ່າແຂກແຂວງຄຳມ່ວນ ລະຫວ່າງ ຄະນະກຳມະການປົກຄອງແຂວງຄໍາມ່ວນ ແລະ ບໍລິສັດ ເຄເຄ ພັດທະນາການທ່ອງທ່ຽວ ຈຳກັດຜູ້ດຽວໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 23 ກັນ​ຍາ​ຜ່ານ​ມາທີ່ ພະ​ແນກ ອ​ຄ ແຂວງ​ຄຳ​ມ່ວນ.
ອັດຕະປືກວດພົບຄະດີສໍ້ລາດບັງຫຼວງສ້າງຄວາມເສຍຫາຍຫຼາຍຕື້ກີບ

ອັດຕະປືກວດພົບຄະດີສໍ້ລາດບັງຫຼວງສ້າງຄວາມເສຍຫາຍຫຼາຍຕື້ກີບ

ແຂວງອັດຕະປືສະຫຼຸບຜົນງານກວດກາໃນໄລຍະ5ປີ (2021-2025) ພົບວ່າໄດ້ດຳເນີນຄະດີຕໍ່ພະນັກງານ-ລັດຖະກອນທີ່ກ່ຽວພັນກັບການສໍ້ລາດບັງຫຼວງFການສໍ້ໂກງຊັບສິນFການປອມແປງເອກະສານແລະການລະເມີດລະບຽບການທາງການເງິນຫຼາຍກໍລະນີຊຶ່ງສ້າງຄວາມເສຍຫາຍແກ່ລັດເປັນຈຳນວນຫຼວງຫຼາຍ.
ເລຂາພັກເມືອງເງິນຊຸກຍູ້ວຽກງານຮອບດ້ານຢູ່ຕາແສງສາມັກຄີໄຊ

ເລຂາພັກເມືອງເງິນຊຸກຍູ້ວຽກງານຮອບດ້ານຢູ່ຕາແສງສາມັກຄີໄຊ

ທ່ານ ທອງພັນ ສຸກສະຫວັດ ກຳມະການພັກແຂວງ ເລຂາພັກເມືອງ ພ້ອມດ້ວຍຄະ​ນະໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ຕາແສງສາມັກຄີໄຊ ເມືອງເງິນ ແຂວງ ໄຊຍະບູລີ ເມື່ອ​ວັນ​ທີ 21 ກັນ​ຍາ​ຜ່ານ​ມາ, ໂດຍ​ມີ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ຕາ​ແສງ​ສາ​ມັກ​ຄີ​ໄຊພ້ອມ​ຄະ​ນະ​ໃຫ້​ການ​ຕ້ອນ​ຮັບ.
ກອງບັນຊາການທະຫານແຂວງອັດຕະປື ປາຖະກະຖາ 2 ວັນປະຫວັດສາດ

ກອງບັນຊາການທະຫານແຂວງອັດຕະປື ປາຖະກະຖາ 2 ວັນປະຫວັດສາດ

ວັນທີ 23 ກັນຍາຜ່ານມາ, ກອງບັນຊາການທະຫານແຂວງອັດຕະປື ໄດ້ຈັດພິທີປາຖະກະຖາວັນຍຶດອຳ ນາດ ຄົບຮອບ 51 ປີ (23 ສິງຫາ 1975-23 ສິງຫາ 2026) ແລະ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 24 ປີ (9 ກັນຍາ 2002-9 ກັນຍາ 2026) ໂດຍການເປັນປະທານຂອງສະຫາຍ ພັນເອກ ຈັນທະໜາ ກົມມະເມືອງ ຮອງປະທານສະຫະພັນນັກຮົບເກົ່າແຂວງ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກ ງານ-ນັກຮົບເຂົ້າຮ່ວມ.
ເນປານເຕືອນນັກທ່ອງທ່ຽວໃຫ້ລະມັດລະວັງໃນເສັ້ນທາງພູແລະ ພູສູງ

ເນປານເຕືອນນັກທ່ອງທ່ຽວໃຫ້ລະມັດລະວັງໃນເສັ້ນທາງພູແລະ ພູສູງ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 23 ກັນຍາ ຜ່ານມາວ່າ: ຄະ​ນະ​ກຳມະການການທ່ອງ​ທ່ຽວ​ເນ​ປານ​ອອກ​ຄຳ​ເຕືອນ​ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທາງ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ. ພາຍຫຼັງທີ່ເຈົ້າໜ້າທີ່ຄາດຄະເນວ່າ ຈະມີຝົນຕົກໜັກເຖິງໜັກຫຼາຍໃນຫຼາຍພື້ນທີ່ຂອງປະເທດລະຫວ່າງວັນທີ 25-27 ກັນຍານີ້.
ເປີດຮຽນກໍ່ສ້າງນາຍສິບທະຫານຮາບ ແລະ ບຳລຸງການທະຫານຂັ້ນພື້ນຖານລະບົບ 6 ເດືອນ

ເປີດຮຽນກໍ່ສ້າງນາຍສິບທະຫານຮາບ ແລະ ບຳລຸງການທະຫານຂັ້ນພື້ນຖານລະບົບ 6 ເດືອນ

ໂຮງຮຽນການທະຫານທ້ອງຖິ່ນແຂວງຈໍາປາສັກ ໄດ້ເປີດຮຽນກໍ່ສ້າງນາຍສິບທະຫານຮາບ ລະບົບ 1 ປີ ຊຸດທີ XVII ແລະ ບຳລຸງການທະຫານຂັ້ນພື້ນຖານລະບົບ 6 ເດືອນ ຊຸດທີ VIII ປະຈຳສົກຮຽນ 2026-2027 ຂຶ້ນໃນວັນທີ 23 ກັນຍາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພັນເອກ ສິດປະເສີດ ນວນມະນີວົງ ຮອງເລຂາຄະນະພັກ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຈຳປາສັກ, ມີຄະນະພັກ-ຄະນະບັນຊາ, ພະນັກງານ ຄູ-ອາຈານ ແລະ ນັກຮຽນທັງສອງລະບົບເຂົ້າຮ່ວມ.
ເພີ່ມເຕີມ