![]() |
ຖ້າຫາກວ່າໄດ້ຮັບໂອກາດຖືກເລືອກເປັນ ສສຊ ແມ່ນຈະສຸມທຸກຄວາມຮູ້ຄວາມສາມາດ ທີ່ຕົນມີເຂົ້າໃນວຽກງານ ແລະ ໃຫ້ຄໍາໜັ້ນສັນຍາວ່າຈະເອົາໃຈໃສ່ໃກ້ຊິດຕິດແທດກັບປະຊາຊົນ, ນໍາເອົາຄໍາຄິດເຫັນ, ຄໍາສະເໜີຂອງປະຊາຊົນບັນດາເຜົ່າ ກໍຄືຄວາມຫຍຸ້ງຍາກເຂດຫ່າງໄກສອກຫຼີກ ນໍາໄປປະສານງານສະເໜີຕໍ່ຂັ້ນເທິງ ເພື່ອພິຈາລະນາແກ້ໄຂ, ນໍາເອົາຜົນປະໂຫຍດມາສູ່ປະຊາຊົນ. ໃນນາມຕາງໜ້າຜູ້ສະໜັກຂໍຖືໂອກາດນີ້ຮຽກຮ້ອງມາຍັງປະຊາຊົນລາວບັນດາເຜົ່າ ຈົ່ງພ້ອມກັນໄປໃຊ້ສິດເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ໃນວັນອາທິດທີ 22 ກຸມພາ 2026 ນີ້, ໃຫ້ເປັນຂະບວນຄົບຖ້ວນ ໃຫ້ການເລືອກຕັ້ງບັນລຸຕາມຈຸດປະສົງລະດັບຄາດໝາຍ.
(ຂ່າວ: ມະນີວັນ)

ຄໍາເຫັນ