ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ປະທານປະເທດແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມຜູ້ບໍລິຫານ

ທ່ານ ທອງລຸນ ສີສຸລິດ ເນັ້ນໃຫ້ຜູ້ບໍລິຫານການສຶກສາສ້າງຄົນຍຸກໃໝ່

ທ່ານ ທອງລຸນ ສີສຸລິດ ເນັ້ນໃຫ້ຜູ້ບໍລິຫານການສຶກສາສ້າງຄົນຍຸກໃໝ່
ໃນໂອກາດທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ປະທານປະເທດແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາປະຈຳປີ 2023-2024 ແລະ ຮັບຟັງການລາຍງານຫຍໍ້ກ່ຽວກັບຜົນການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາ ແລະ ກິລາປະຈຳປີ 2023-2024

 ແລະ ແຜນການປີ 2024-2025 ຈາກທ່ານ ພຸດ ສິມມາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ໃນວັນທີ 9 ສິງຫານີ້ ທີ່ສູນ ICTC.

ຜ່ານການຮັບຟັງຜົນການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາ ແລະ ກິລາປະຈຳປີ 2023-2024 ແລະ ແຜນການປີ 2024-2025, ການຈັດຕັ້ງແຜນພັດທະນາວຽກງານການສຶກສາໃນໄລຜ່ານມາດຳເນີນໃນທ່າມກາງທີ່ມີທັງກາລະໂອກາດ, ຂໍ້ສະດວກ ແລະ ສິ່ງທ້າທາຍໄປພ້ອມໆກັນ ຊຶ່ງເປັນຂໍກຸນແຈເຮັດໃຫ້ເກີດຜົນສຳເລັດໃນສົກຮຽນຜ່ານມາ, ການຈັດການຮຽນ-ການສອນອາຊີວະສຶກສາແບບຄວບຄູ່ ແລະ ຮູບແບບການຝຶກອົບຮົມແບບເນັ້ນສະມັດຖະພາບໃນສະຖານອາຊີວະສຶກສາໄດ້ຖືກຈັດຕັ້ງປະຕິບັດຢ່າງກວ້າງຂວາງ, ກອງປະຊຸມໄດ້ປະກອບຄຳຄິດຄຳເຫັນ ເປັນຕົ້ນການແກ້ໄຂບັນຫາການຂາດແຄນຄູ, ບຸລິມະສິດໃນການສົ່ງເສີມວຽກງານການສຶກສາກ່ອນໄວຮຽນ, ວິທີແກ້ໄຂການເຂົ້າຮຽນຫຼຸດລົງ, ການປະລະເພີ່ມຂຶ້ນ ແລະ ຜົນການຮຽນຂອງນັກຮຽນຕໍ່າ, ບຸລິ ມະສິດສຳລັບການສຶກສາຜູ້ໃຫຍ່ ແລະ ການສະໜອງການຝຶກອົບຮົມວິຊາຊີບຂັ້ນພື້ນຖານ ແລະ ອື່ນໆ.

ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ເປັນເອກະພາບຕໍ່ຜົນສຳເລັດ ໃນການຈັດຕັ້ງປະຕິບັດວຽກງານການສຶກສາທົ່ວປະເທດທີ່ຜ່ານມາ ພ້ອມຍົກໃຫ້ເຫັນເຖິງພາລະບົດບາດຂອງວຽກງານການສຶກສາໃນປັດຈຸບັນ ແລະ ເມື່ອກ່ອນ ຊຶ່ງໃນສະໄໝດຳເນີນການຕໍ່ສູ້ປະຕິວັດປົດປ່ອຍຊາດ, ພັກເຮົາໄດ້ຄຳນຶງເຖິງການສຶກສາໄວ້ເປັນວຽກສຳຄັນຕົ້ນໆ ຂອງແນວທາງຂອງພັກ, ເວລາກຳລັງມີສົງຄາມທີ່ດຸເດືອດຂ້ຽວຂາດນັ້ນ ພັກເຮົາວາງແນວທາງອອກວ່າ: ຈະຕ້ອງເອົາການສຶກສາໄປກ່ອນກ້າວໜຶ່ງ, ມີຄໍາຂວັນ “ຮຽນໜັງສືແມ່ນຮັກຊາດ”, “ຄູເປັນຄົນຂອງພັກ”, “ຮຽນໜັງສືແມ່ນການຕໍ່ສູ້ເອົາຊະນະກັບສັດຕູໂຕໂງ່ຈ້າຫຼ້າຫຼັງ”, “ເປັນນັກຮຽນ ຕ້ອງຮຽນໃຫ້ເກັ່ງເສັງໃຫ້ໄດ້, ນຳໃຊ້ໃຫ້ເປັນ” ແລະ ອື່ນໆອີກ.

ທ່ານໄດ້ໃຫ້ຂໍ້ຄິດເພື່ອເປັນການແລກປ່ຽນຕໍ່ວຽກງານການສຶກສາວ່າ: ໃນສັງຄົມຂອງປະເທດໜຶ່ງ ເປັນຕົ້ນແມ່ນປະເທດທີ່ກ້າວໜ້າຈະເລີນໄດ້ໄວ ໜັກແໜ້ນ, ປະເທດຮັ່ງມີ, ລໍ້າລວຍນັ້ນ ຊຶ່ງປະກອບມີຊັບພະຍາກອນມະ ນຸດ, ຊັບພະຍາກອນບຸກຄົນທີ່ປະກອບດ້ວຍຄຸນສົມບັດປະມານ 5 ຢ່າງຄື: 1. ມີຄົນ ທີ່ມີຄວາມຮັກຊາດຢ່າງດູດດື່ມເປັນຈຳນວນຫຼາຍ; 2. ມີຄົນຫຼວງຫຼາຍໃນພົນລະເມືອງທີ່ສະແຫວງຫາຄວາມຮູ້ ອາດເວົ້າໄດ້ວ່າກະຕືລືລົ້ນຮຽນ, ຮຽນຮູ້ສິ່ງໃໝ່ໆ; 3. ມີຄົນ ທີ່ຮູ້ເບິ່ງຕົວເອງ ແລະ ສົມທຽບໃສ່ຄົນອື່ນ, ຮູ້ຊອກຫາຈຸດທີ່ຍັງອ່ອນ ແລະ ແກ້ໄຂຕົວເອງເພື່ອໃຫ້ເທົ່າຄົນອື່ນ ຫຼື ລື່ນຄົນອື່ນຍິ່ງດີ ຫຼື ອາດເວົ້າແນວໜຶ່ງວ່າເປັນຄົນທີ່ຢູ່ໃນບັນຍາກາດແຫ່ງການແຂ່ງຂັນຢູ່ຕະຫຼອດເວລາ; 4. ມີຄົນທີ່ດຸໝັ່ນຂະຫຍັນພຽນເປັນຈຳນວນຫຼວງຫຼາຍ ເປັນສ່ວນໃຫຍ່ຂອງປະເທດ; 5. ມີຄົນ ທີ່ຮູ້ຈັກປະຢັດ, ອົດອອມ, ບໍ່ຟຸ່ມເຟືອຍ, ບໍ່ໂລດໂຜນ, ໃຊ້ຊີວິດລຽບງ່າຍພໍດີ. ສິ່ງນີ້ເປັນຂໍ້ຄິດທີ່ຢາກຝາກເຖິງບັນດາຜູ້ບໍລິຫານການສຶກສາ. ຖ້າປະເທດໃດ, ສັງຄົມໃດມີ 5 ປະເພດຄົນນີ້ຢູ່ກັບຕົນເປັນສ່ວນໃຫຍ່ ຫຼື ມີລັກສະນະແຜ່ຫຼາຍເທົ່າໃດ. ປະເທດນັ້ນ, ສັງຄົມນັ້ນຈະຮັ່ງມີ, ເຂັ້ມແຂງໄດ້ດີກວ່າ.

ພ້ອມດຽວກັນນີ້, ທ່ານຍັງຮຽກຮ້ອງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງໂດຍສະເພາະກະຊວງ ສສກ ຕໍ່ກັບການສ້າງຄົນຍຸກໃໝ່ ໂດຍຫັນປ່ຽນຄ່ານິຍົມທີ່ບໍ່ເປັນຕົວຂອງຕົວເອງ ກາຍມາເປັນຄ່ານິຍົມເຊື່ອມຕົນເອງ ເຮັດດ້ວຍຕົນເອງ, ຮັກກຽດສັກສີຂອງຕົນເອງໃຫ້ມີຄຸນຄ່າ, ມີຄວາມຮູ້, ຄວາມສາມາດ ແລະ ພ້ອມພຽງໄປດ້ວຍຄຸນສົມບັດສິນທຳປະຕິວັດ ເພື່ອເປັນທ່າແຮງອັນສຳຄັນ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຂຶ້ນຢ່າງບໍ່ຢຸດຢັ້ງ.

ຂ່າວ-ພາບ: ຍຸພິນທອງ

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

- ນ້ອມນະມັດສະການ ພະອາຈານໃຫຍ່ ອິນ ຊຸນ ປະທານຜູ້ກໍ່ຕັ້ງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ. - ນ້ອມນະມັດສະການ ພະອາຈານໃຫຍ່ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ. - ນ້ອມນະມັດສະການ ແລະ ເຄົາລົບນັບຖືມາຍັງບັນດາຜູ້ນຳທາງພຸດທະສາສະໜາ, ການນຳພັກ-ລັດ, ຜູ້ຊ່ຽວຊານ, ນັກວິຊາການ ແລະ ເພື່ອນມິດພຸດທະສາສະນິກະຊົນ ຈາກບັນດາປະເທດ ແລະ ເຂດແຄວ້ນ ຈາກພາກພື້ນ ແລະ ສາກົນ,ພະເຖຣານຸເຖຣະ ແລະ ບັນດາຜູ້ແທນ ທີ່ນັບຖື ແລະ ຮັກແພງ.
ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ  ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ໃນຕອນເຊົ້າວັນທີ 22 ຕຸລານີ້ ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດແຕ່ງຕັ້ງຕ່າງປະເທດ ຈໍານວນ 9 ທ່ານ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:
ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ເປີດຂຶ້ນໃນວັນທີ 22 ຕຸລາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ; ປະທານ, ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2026.
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພາຍຫຼັງດໍາເນີນມາແຕ່ວັນທີ 5 ຕຸລາ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ໃນວັນທີ 19 ຕຸລານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນ ສ ເກົາຫຼີ ທີ່ນຳໂດຍທ່ານ ຊອຍ ຊຶງແຈ (CHOI SEUNGJAE) ຮອງລັດຖະມົນຕີກະຊວງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຸລະກິດສະຕາດອັບ ແຫ່ງ ສ ເກົາຫຼີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດ ລາວ-ເກົາຫຼີ ຄັ້ງທີ 2.
ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ໃນໂອກາດທີ່ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມທາງການ ທີ່ ສອາແຊັກໄບຊານ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ກະຊວງເສດຖະກິດ ແຫ່ງ ອາແຊັກໄບຊານ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ອາແຊັກໄບຊານຂຶ້ນ ທີ່ ນະຄອນຫຼວງບາກູ ໃນວັນທີ 14 ຕຸລາ 2026ເພື່ອເປັນການຊອກຫາໂອກາດໃນການເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ແລະ ທັງເປັນເວທີໃນການພົບປະແລກປ່ຽນລະຫວ່າງວິສາຫະກິດຂອງສອງປະເທດ, ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ວິສາຫະກິດເອກະຊົນທັງໝົດ 80 ທ່ານຈາກຫຼາຍຂະແໜງການ ເປັນຕົ້ນ ພະລັງງານ, ທ່ອງທ່ຽວ, ການເງິນ, ໂລຈີສຕິກ, ອຸດສາຫະກໍາ, ການບໍລິການທີ່ປຶກສາ ແລະ ກໍ່ສ້າງ.
ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ໃນວັນທີ 16 ຕຸລານີ້ ທີ່ ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີີແຫ່ງ ສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ເພື່ອອວຍພອນ ແລະ ສະແດງຄວາມຊົມເຊີຍໃນໂອກາດທີ່ທ່ານ ສະເຫຼີມໄຊ ກົມມະສິດໄດ້ຮັບການເລືອກຕັ້ງດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ປະທານປະເທດສໍາເລັດການຢ້ຽມຢາມສ ອາແຊັກໄບຊານ ຢ່າງເປັນທາງການ

ປະທານປະເທດສໍາເລັດການຢ້ຽມຢາມສ ອາແຊັກໄບຊານ ຢ່າງເປັນທາງການ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເດີນທາງຢ້ຽມຢາມ ສາທາລະນະລັດອາແຊັກໄບຊານ ຢ່າງເປັນທາງການ ໃນວັນທີ 13-15 ຕຸລາ 2026ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ພະນະທ່ານ ອີວຮາມ ອາລີເຢບ (Ilham Aliyev) ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາແຊັກໄບຊານ.
ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ໃນວັນທີ 13 ຕຸລານີ້ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລົງເຄື່ອນໄຫວ, ຢ້ຽມຢາມ ແລະ ພົບປະ ພະນັກງານການນໍາຫຼັກແຫຼ່ງກະຊວງ ຍທຂ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ.
ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ຕາງໜ້າທ່ານ ນາຍົກລັດຖະມົນຕີ ກໍຄືລັດຖະບານ ແຫ່ງ ສປ ຈີນ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ.
ເພີ່ມເຕີມ