ທ່ານ ທອງສະຫວັນ ພົມວິຫານ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບ ຄູ່ຮ່ວມເຈລະຈາອາຊຽນ

ທ່ານ ທອງສະຫວັນ ພົມວິຫານ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບ ຄູ່ຮ່ວມເຈລະຈາອາຊຽນ

ທ່ານ ທອງສະຫວັນ ພົມວິຫານ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບ ຄູ່ຮ່ວມເຈລະຈາອາຊຽນ
ວັນທີ 10 ມິຖຸນາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບ ບັນດາປະເທດຄູ່ເຈລະຈາ ຊຶ່ງປະກອບດ້ວຍ: ກອງປະຊຸມລັດຖະມົນຕີຕ່າງປະເທດ ລະຫວ່າງ ອາຊຽນ ກັບ ຈີນ, ອົສຕຣາລີ, ການາດາ, ອິນເດຍ, ນິວຊີແລນ, ຍີ່ປຸ່ນ, ຣັດດເຊຍ, ສ ເກົາຫຼີ, ສ ອາເມຣິກາ ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນບວກສາມ ຄັ້ງທີ 26 ຕາມລໍາດັບ.
ທານ ທອງສະຫວນ ພມວຫານ ເຂາຮວມກອງປະຊມລດຖະມນຕຕາງປະເທດອາຊຽນ ກບ ຄຮວມເຈລະຈາອາຊຽນ - image 1
 

 

ໃນນາມທີ່ ສປປ ລາວ ເປັນປະເທດປະສານງານ ສໍາລັບການພົວພັນຮ່ວມມືອາຊຽນ-ການາດາ (2024-2027), ທ່ານ ທອງສະຫວັນ ພົມວິຫານ ໄດ້ເປັນປະທານຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ການາດາ ຮ່ວມກັບ ທ່ານ ນາງ ອານິຕາ ອາແນນ ລັດຖະມົນຕີຕ່າງປະເທດ ການາດາ. ກອງປະຊຸມ ໄດ້ຕີລາຄາສູງຕໍ່ກັບຄວາມຄືບໜ້າການຈັດຕັ້ງຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດອາຊຽນ-ການາດາ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ-ການາດາ (2021-2025) ແລະ ຢໍ້າຄືນຄວາມໝາຍໝັ້ນໃນການເລັ່ງລັດການເຈລະຈາແຜນປະຕິບັດງານ ສະບັບໃໝ່ (2026-2030) ເພື່ອໃຫ້ສາມາດຮັບຮອງເອົາພາຍໃນປີນີ້. ພ້ອມນີ້, ກອງປະຊຸມ ຍັງໄດ້ຊຸກຍູ້ໃຫ້ເລັ່ງລັດຂະບວນການເຈລະຈາສັນຍາເຂດການຄ້າເສລີອາຊຽນ-ການາດາ (ACAFTA) ໃຫ້ສໍາເລັດພາຍໃນປີ 2026 ນີ້.

ທານ ທອງສະຫວນ ພມວຫານ ເຂາຮວມກອງປະຊມລດຖະມນຕຕາງປະເທດອາຊຽນ ກບ ຄຮວມເຈລະຈາອາຊຽນ - image 2
 

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອິນເດຍ ໄດ້ສະແດງຄວາມຍິນດີຕໍ່ຜົນສໍາເລັດການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ-ອິນເດຍ (2021-2025) ພ້ອມທັງຊຸກຍູ້ການເຈລະຈາເພື່ອຍົກລະດັບສັນຍາການຄ້າດ້ານສິນຄ້າອາຊຽນ-ອິນເດຍ (AITIGA) ໃຫ້ສໍາເລັດໂດຍໄວ. ນອກນີ້, ກອງປະຊຸມ ຍັງໄດ້ຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືທາງດ້ານການເຊື່ອມຈອດ ໃຫ້ເປັນຮູບປະທໍາ ເປັນຕົ້ນແມ່ນ ໂຄງການທາງດ່ວນສາມຝ່າຍ ອິນເດຍ-ມຽນມາ-ໄທ ເຊື່ອມຕໍ່ມາຍັງ ສປປ ລາວ, ກໍາປູເຈຍ ແລະ ຫວຽດນາມ. ພ້ອມນີ້, ກອງປະຊຸມ ຍັງໄດ້ຮັບຮອງເອົາແຜນປະຕິບັດງານອາຊຽນ-ອິນເດຍ ສະບັບໃໝ່ (2026-2030) ເພື່ອຈັດຕັ້ງຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ອິນເດຍ ແນໃສ່ສົ່ງເສີມການພົວພັນຮ່ວມມືອາຊຽນ-ອິນເດຍ ໃນ 5 ປີຕໍ່ໜ້າ.

ທານ ທອງສະຫວນ ພມວຫານ ເຂາຮວມກອງປະຊມລດຖະມນຕຕາງປະເທດອາຊຽນ ກບ ຄຮວມເຈລະຈາອາຊຽນ - image 3
 

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອົສຕຣາລີ ໄດ້ສະແດງຄວາມໝາຍໝ້ັນໃນການສືບຕໍ່ຈັດຕັ້ງຜັນຂະຫຍາຍເອກະສານຜົນກອງປະຊຸມສຸດຍອດສະໄໝພິເສດ ເພື່ອສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ອົສຕຣາລີ ຄົບຮອບ 50 ປີທີ່ ໄດ້ຈັດຂຶ້ນໃນປີ 2024 ແລະ ໄດ້ສະແດງຄວາມຍິນດີຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ-ອົສຕຣາລີ (2025-2029). ໃນໂອກາດດັ່ງກ່າວ, ອາຊຽນ ແລະ ອົສຕຣາລີ ໄດ້ຮັບຮອງເອົາຖະແຫຼງການຮ່ວມວ່າດ້ວຍອະນາຄົດ ຮ່ວມກັນຂອງອາຊຽນ ແລະ ອົສຕຣາລີ ແລະ ໄດ້ເຫັນດີດ້ານຫຼັກການໃນການຮັບຮອງເອົາ ຖະແຫຼງການຮ່ວມ ວ່າດ້ວຍການປ້ອງກັນຂໍ້ຂັດແຍ່ງ ແລະ ການຈັດການກັບວິກິດການ ໃນໂອກາດກອງປະຊຸມສຸດຍອດອາຊຽນ-ອົສຕຣາລີ ຄັ້ງທີ 5 ທີ່ຈະຈັດຂຶ້ນໃນເດືອນຕຸລາ 2025.

ທານ ທອງສະຫວນ ພມວຫານ ເຂາຮວມກອງປະຊມລດຖະມນຕຕາງປະເທດອາຊຽນ ກບ ຄຮວມເຈລະຈາອາຊຽນ - image 4
 

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຈີນໄດ້ສະແດງຄວາມຍິນດີຕໍ່ການຈັດຕັ້ງປະຕິບັດບັນດາກິດຈະກໍາເພື່ອ ສະເຫຼີມສະຫຼອງປີແຫ່ງການໄປມາຫາສູ່ລະຫວ່າງປະຊາຊົນ ແລະ ໄດ້ຊຸກຍູ້ການຈັດຕັ້ງຜັນຂະຫຍາຍບັນດາໂຄງການ ແລະ ກິດຈະກໍາທີ່ຍັງຄົງຄ້າງສໍາລັບປີດັ່ງກ່າວໃຫ້ເປັນຮູບປະທໍາ. ກອງປະຊຸມ ໄດ້ຮັບຊາບ ຄວາມຄືບໜ້າຂອງການເຈລະຈາສັນຍາເຂດການຄ້າເສລີ ອາຊຽນ-ຈີນ ສະບັບ 3.0 ທີ່ເຫັນວ່າຢູ່ໃນຂັ້ນຕອນສຸດທ້າຍແລ້ວ. ກອງປະຊຸມໄດ້ຢໍ້າຄືນຄວາມໝາຍໝັ້ນໃນການຮ່າງແຜນປະຕິບັດງານອາຊຽນ-ຈີນສະບັບໃໝ່ (2026-2030) ເພື່ອໃຫ້ສໍາເລັດໃນປີນີ້.ພ້ອມນີ້, ກອງປະຊຸມຍັງໄດ້ຮັບຊາບການກຳນົດເອົາປີ 2026 ເປັນປີສະເຫຼີມສະຫຼອງຄົບຮອບ5 ປີແຫ່ງການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ຈີນ.

ທານ ທອງສະຫວນ ພມວຫານ ເຂາຮວມກອງປະຊມລດຖະມນຕຕາງປະເທດອາຊຽນ ກບ ຄຮວມເຈລະຈາອາຊຽນ - image 5
 

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ນິວຊີແລນ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືໄລຍະ 50 ປີ ຜ່ານມາ ແລະ ໄດ້ເຫັນດີເຮັດວຽກຮ່ວມກັນເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດເພື່ອສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ນິວຊີແລນ ຄົບຮອບ 50ປີ. ພ້ອມນີ້, ໄດ້ເຫັນດີດ້ານຫຼັກການໃນການຮັບຮອງເອົາ ຮ່າງຖະແຫຼງການວິໄສທັດຜູ້ນໍາ ວ່າດ້ວຍຄົບຮອບ 50 ປີ ແຫ່ງການພົວພັນຮ່ວມມືອາຊຽນ-ນິວຊີແລນ ໃນໂອກາດກອງປະຊຸມສຸດຍອດສະເຫຼີມສະຫຼອງດັ່ງກ່າວ ທີ່ຈະຈັດຂຶ້ນໃນເດືອນຕຸລາ 2025.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຣັດເຊຍ ໄດ້ທົບທວນຄືນການພົວພັນຮ່ວມມືອາຊຽນ-ຣັດເຊຍໃນໄລຍະຜ່ານມາໂດຍສະເພາະຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນປະຕິບັດງານການຮ່ວມມືອາຊຽນ-ຣັດເຊຍ (2021-2025). ກອງປະຊຸມ ໄດ້ຢໍ້າຄືນຄວາມໝາຍໝັ້ນ ໃນການຮ່າງແຜນປະຕິບັດງານການຮ່ວມມືອາຊຽນ-ຣັດເຊຍສະບັບໃຫມ່ (2026-2030) ເພື່ອໃຫ້ສໍາເລັດໃນທ້າຍປີນີ້. ພ້ອມນັ້ນ, ກອງປະຊຸມ ຍັງໄດ້ເຫັນດີໃຫ້ສືບຕໍ່ເສີມຂະຫຍາຍການຮ່ວມມື ຜ່ານການຈັດຕັ້ງປະຕິບັດໂຄງການພາຍໃຕ້ກົນໄກການຮ່ວມມືອາຊຽນ-ຣັດເຊຍ ໂດຍສະເພາະໃນຂົງເຂດການຄ້າ ແລະ ການລົງທຶນ, ພະລັງງານ, ການທ່ອງທ່ຽວ, ການແລກປ່ຽນລະຫວ່າງຊາວໜຸ່ມ, ວັດທະນະທຳ ແລະ ການສຶກສາ, ການປ່ຽນແປງດິນຟ້າອາກາດ, ຄວາມປອດໄພດ້ານສະບຽງອາຫານ ແລະ ສາທາລະນະສຸກ, ເປັນຕົ້ນ.

ທານ ທອງສະຫວນ ພມວຫານ ເຂາຮວມກອງປະຊມລດຖະມນຕຕາງປະເທດອາຊຽນ ກບ ຄຮວມເຈລະຈາອາຊຽນ - image 6
 

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຍີ່ປຸ່ນໄດ້ຊຸກຍູ້ການຈັດຕັ້ງຜັນຂະຫຍາຍເອກະສານຜົນຂອງກອງປະຊຸມສຸດຍອດ ເພື່ອສະເຫຼີມສະຫຼອງການພົວພັນອາຊຽນ-ຍີ່ປຸ່ນ ຄົບຮອບ 50 ປີ ທີ່ໄດ້ຈັດຂຶ້ນໃນເດືອນທັນວາ 2023 ທີ່ ໂຕກຽວ ກໍຄືຖະແຫຼງການຮ່ວມວິໄສທັດຜູ້ນໍາອາຊຽນ-ຍີ່ປຸ່ນ ວ່າດ້ວຍມິດຕະພາບ ແລະ ການຮ່ວມມື ແລະ ແຜນການຈັດຕັ້ງປະຕິບັດຖະແຫຼງການດັ່ງກ່າວໃຫ້ເປັນຮູບປະທໍາ.ພ້ອມນີ້, ກອງປະຊຸມ ໄດ້ເຫັນດີສືບຕໍ່ຮັດແໜ້ນການຮ່ວມມືໃນຂົງເຂດທີ່ມີຄວາມສົນໃຈຮ່ວມກັນ ເປັນຕົ້ນແມ່ນ: ການຄ້າດີຈີຕອນ, ເຕັກໂນໂລຊີການເງິນ, ການຫັນເປັນດີຈີຕອນ, ປັນຍາປະດິດ, ການຫັນປ່ຽນເປັນພະລັງງານສະອາດ, ການພັດທະນາຊັບພະຍາກອນມະນຸດ ແລະ ການແລກປ່ຽນລະຫວ່າງປະຊາຊົນ.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ສ ເກົາຫຼີ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືອາຊຽນ-ສ ເກົາຫຼີ ຄົບຮອບ 36 ປີ ແລະ ສະແດງຄວມໝາຍໝັ້ນໃນການສືບຕໍ່ເຮັດວຽກຮ່ວມກັນເພື່ອຈັດຕັ້ງຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານ.ໃນນີ້, ກອງປະຊຸມ ໄດ້ເຫັນດີສືບຕໍ່ຮັດແໜ້ນການຮ່ວມມືໃນຂົງເຂດທີ່ມີຄວາມ, ສົນໃຈຮ່ວມກັນ ເປັນຕົ້ນແມ່ນ: ເສດຖະກິດ, ການຄ້າ-ການລົງທຶນ, ພະລັງງານສະອາດ, ການເງິນ, ການສຶກສາ, ການຮັດແຄບຄວາມແຕກໂຕນທາງດ້ານການພັດທະນາ, ວັດທະນະທຳ ແລະ ກະສິກຳ. ພ້ອມນີ້, ກອງປະຊຸມໄດ້ເຫັນດີຮັບຮອງເອົາແຜນປະຕິບັດງານເພື່ອຈັດຕັ້ງປະຕິບັດຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ສ.ເກົາຫລີສະບັບໃໝ່(2026-2030).

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ສ ອາເມຣິກາໄດ້ທົບທວນຄືນການຮ່ວມມື ອາຊຽນ-ສ ອາເມຣິກາ ໃນໄລຍະຜ່ານມາ ແລະ ໄດ້ຊຸກຍູ້ການຮັດແໜ້ນການຮ່ວມມືໃນຂົງເຂດທີ່ສໍາຄັນ ເປັນຕົ້ນແມ່ນ ການຄ້າ ແລະ ການລົງທຶນ, ສາທາລະນະສຸກ, ນະວັັດຕະກໍາ, ປັນຍາປະດິດ, ການພັດທະນາຊັບພາຍະກອນ ແລະ ອື່ນໆ. ພ້ອມນີ້, ກອງປະຊຸມ ໄດ້ເຫັນດີດ້ານຫຼັກການໃນການຮັບຮອງເອົາ ຖະແຫຼງການວິໄສທັດຮ່ວມຜູ້ນໍາ ອາຊຽນ-ສ ອາເມຣິກາ ວ່າດ້ວຍການສົ່ງເສີມ ອາຊຽນ ແລະ ອາເມຣິກາ ທີ່ເຂັ້ມແຂງ, ປອດໄພ, ແລະ ສົມບູນພູນສຸກຍິ່ງຂຶ້ນ ໃນໂອກາດກອງປະຊຸມສຸດຍອດ ອາຊຽນ-ສ ອາເມຣິກາ ຄັ້ງທີ 13 ທີ່ຈະຈັດຂຶ້ນໃນເດືອນຕຸລາ 2025.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນບວກສາມ (ສປ ຈີນ, ຍີ່ປຸ່ນ ແລະ ສ ເກົາຫຼີ) ຄັ້ງທີ 26 ໄດ້ທົບທວນຄືນການຮ່ວມມືພາຍໃຕ້ຂອບອາຊຽນບວກສາມໃນໄລຍະຜ່ານມາ ແລະ ຊຸກຍູ້ການຈັດຕັ້ງຜັນຂະຫຍາຍແຜນວຽກການຮ່ວມມືອາຊຽນບວກສາມສໍາລັບໄລຍະ 2023-2027 ຢ່າງມີປະສິດທິພາບ ແລະ ຄົບຖ້ວນ. ພ້ອມນີ້, ກອງປະຊຸມ ໄດ້ສະໜັບສະໜູນຂໍ້ສະເໜີຂອງ ມາເລເຊຍ ໃນນາມປະທານອາຊຽນ ປີ 2025 ເພື່ອອອກຖະແຫຼງການຜູ້ນໍາອາຊຽນບວກສາມ ວ່າດ້ວຍການຮັດແໜ້ນການຮ່ວມມືດ້ານການເງິນ ເພື່ອຮັບຮອງເອົາໃນກອງປະຊຸມສຸດຍອດອາຊຽນບວກສາມຄັ້ງທີ 28 ໃນເດືອນຕຸລາ 2025.

ຂ່າວ: ກະຊວງການຕ່າງປະເທດ

ຄໍາເຫັນ

ຂ່າວການຮ່ວມມື

ສະຖານທູດລາວ ປະຈຳມຽນມາ ສະຫຼອງວັນຊາດ 50 ປີ ແລະ ວັນການທູດ ລາວ-ມຽນມາ 70 ປີ

ສະຖານທູດລາວ ປະຈຳມຽນມາ ສະຫຼອງວັນຊາດ 50 ປີ ແລະ ວັນການທູດ ລາວ-ມຽນມາ 70 ປີ

ເມື່ອບໍ່ດົນຜ່ານມານີ້, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສສ ມຽນມາ ໄດ້ຈັດງານລ້ຽງສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2/12/1975-2/12/2025) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ມຽນມາ ຄົບຮອບ 70 ປີ (12/7/1955-12/7/2025) ທີ່ນະຄອນຢັ້ງກຸ້ງ ໂດຍມີ ພະນະທ່ານ ອູ ຕານ ຊຸຍ(U Than Swe), ລັດຖະມົນຕີຕ່າງປະເທດ ສສ ມຽນມາ ໃນນາມແຂກກິຕິມະສັກ, ມີປະທານສະມາຄົມມິດຕະພາບ ມຽນມາ-ລາວ, ລັດຖະມົນຕີກະຊວງສຶກສາ, ແຮງງານ, ການຄ້າ, ລັດຖະມົນຕີຂອງເຂດແຄວ້ນນະຄອນຢັ້ງກຸ້ງ (Chief Minister of Yangon), ນອກນັ້ນ, ຍັງມີຕາງໜ້າຂອງກອງທັບມຽນມາ ຊຶ່ງນໍາໂດຍ ພົນເອກ ຈໍ ຊົວ ລິນ(Kyaw Swa Lin), ຜູ້ບັນຊາການສາມເຫຼົ່າທັບ (ທະຫານບົກ, ເຮືອ ແລະ ອາກາດ)ພ້ອມພັນລະຍາ, ລວມທັງຂະແໜງການອ້ອມຂ້າງສູນກາງ ແລະ ທ້ອງຖິ່ນຂອງ ສສ ມຽນມາ, ບັນດາທູຕານຸທູດ, ນັກທຸລະກິດ ແລະ ຄະນະນໍາ, ພະນັກງານສະຖານທູດລາວ, ພ້ອມດ້ວຍບັນດານັກສຶກສາລາວ ທີ່ພວມສຶກສາຢູ່ ສສ ມຽນມາ ເຂົ້າຮ່ວມ.
ສະຖານທູດລາວ ປະຈຳ ຍີ່ປຸ່ນ ສະຫຼອງວັນຊາດ ຄົບຮອບ 50 ປີ

ສະຖານທູດລາວ ປະຈຳ ຍີ່ປຸ່ນ ສະຫຼອງວັນຊາດ ຄົບຮອບ 50 ປີ

ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາປະເທດຍີ່ປຸ່ນ ໄດ້ຈັດພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃນເມື່ອບໍ່ດົນຜ່ານມານີ້, ທີ່ ສໍານັກງານສະຖານທູດລາວ ທີ່ ໂຕກຽວ ປະເທດຍີ່ປຸ່ນ ໂດຍມີແຂກຈາກກະຊວງການຕ່າງປະເທດຍີ່ປຸ່ນ, ສະມາຄົມມິດຕະພາບລັດຖະສະພາ ຍີ່ປຸ່ນ-ລາວ, ບັນດາທູຕານຸທູດ, ບັນດາກົງສູນກິດຕິມະສັກ ແຫ່ງ ສປປ ລາວ ປະຈໍາ ຍີ່ປຸ່ນ, ເພື່ອນມິດຊາວຍີ່ປຸ່ນ, ພີ່ນ້ອງຊາວລາວທີ່ດໍາລົງຊີວິດຢູ່ຍີ່ປຸ່ນ ແລະ ນັກສຶກສາລາວທີ່ກຳລັງສຶກສາຢູ່ຍີ່ປຸ່ນ ພ້ອມດ້ວຍພະນັກງານສະຖານທູດລາວ ທີ່ ໂຕກຽວ ເຂົ້າຮ່ວມປະມານ 250 ຄົນ.
ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ

ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ

ໂດຍຕອບສະໜອງຕາມຄຳເຊີນຂອງຄະນະສັນຕິພາບ ແລະ ສາມັກຄີ ຂອງ ລາວ, ຄະນະຜູ້ແທນ ຄະນະສັນຕິພາບ ຫວຽດນາມ ນຳໂດຍ ສະຫາຍ ອວງ ຈູລຶວ, ອະດີດກໍາມະການສູນກາງພັກ, ອະດີດ ຮອງປະທານສະພາແຫ່ງຊາດ, ປະທານຄະນະສັນຕິພາບ ຫວຽດນາມ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງວັນທີ 8-11 ທັນວາ 2025.
ກຕທ ລາວ-ອາແຊັກໄບຊານ ປຶກສາຫາລືດ້ານການເມືອງ ຄັ້ງປະຖົມມະລືກ

ກຕທ ລາວ-ອາແຊັກໄບຊານ ປຶກສາຫາລືດ້ານການເມືອງ ຄັ້ງປະຖົມມະລືກ

ໃນຕອນເຊົ້າວັນທີ 8 ທັນວານີ້, ທີ່ ກະຊວງການຕ່າງປະເທດ(ກຕທ), ກອງປະຊຸມປຶກສາຫາລືດ້ານການເມືອງ ຄັ້ງປະຖົມມະລືກ ລະຫວ່າງ ສອງກະຊວງການຕ່າງປະເທດ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອາແຊັກໄບຊານ ໄດ້ເປີດຂຶ້ນໂດຍການເປັນປະທານຮ່ວມຂອງ ທ່ານ ໄມທອງ ທໍາມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ເອລນູຣ ມາມາດົບ(Elnur Mammadov), ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ. ອາແຊັກໄບຊານ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ສະຖານທູດ ລາວ ທີ່ ແຄນເບີຣາ ສະຫຼອງວັນຊາດ ທີ 2 ທັນວາ

ສະຖານທູດ ລາວ ທີ່ ແຄນເບີຣາ ສະຫຼອງວັນຊາດ ທີ 2 ທັນວາ

ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາອົດສຕຣາລີ ແລະ ນິວຊີແລນ ໄດ້ຈັດງານສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2/12/1975-2/12/2025) ທີ່ ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ທີ່ ແຄນເບີຣາ, ປະເທດອົດສຕຣາລີ ໃນເມື່ອບໍ່ດົນຜ່ານມາ, ໂດຍມີທ່ານ ນາງ ມິດເເຊວ ຈັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າອົດສຕຣາລີ, ໃນນາມແຂກກິຕິມະສັກຂອງລັດຖະບານອົດສຕຣາລີ, ບັນດາຫົວໜ້າກົມ ແລະ ເຈົ້າໜ້າທີ່ຂອງກະຊວງການຕ່າງປະເທດ ແລະ ການຄ້າອົດສຕຣາລີ, ບັນດາກະຊວງຂະແໜງການທີ່ກ່ຽວຂ້ອງຂອງອົດສຕຣາລີ, ທູຕານຸທູດ, ຜູ້ຕາງໜ້າອົງການຈັດຕຕັ້ງສາກົນ, ພີ່ນ້ອງຄົນເຊື້ອຊາດລາວຢູ່ອົດສະຕຣາລີ, ພະນັກງານສະຖານທູດ ແລະ ບັນດານັກສຶກສາລາວ ຢູ່ອົດສຕຣາລີເຂົ້າຮ່ວມຫຼາຍກວ່າ 250 ຄົນ.
ຄະນະສັນຕິພາບ ແລະ ສາມັກຄີ ຂອງ ລາວ ແລະ ຫວຽດນາມ ພົບປະສອງຝ່າຍ

ຄະນະສັນຕິພາບ ແລະ ສາມັກຄີ ຂອງ ລາວ ແລະ ຫວຽດນາມ ພົບປະສອງຝ່າຍ

ໃນວັນທີ 9 ທັນວານີ້, ທີ່ສະພາແຫ່ງຊາດ, ໄດ້ມີກອງປະຊຸມພົບປະສອງຝ່າຍ ລະຫວ່າງ ຄະນະສັນຕິພາບ ແລະ ສາມັກຄີ ຂອງ ລາວ ແລະ ຄະນະສັນຕິພາບຫວຽດນາມ. ຝ່າຍລາວ ນຳໂດຍ ສະຫາຍ ສົມມາດ ພົນເສນາ, ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ປະທານຄະນະສັນຕິພາບ ແລະ ສາມັກຄີຂອງລາວ ແລະ ຝ່າຍ ຫວຽດນາມ ນຳໂດຍ ສະຫາຍ ອວງ ຈູລຶວ, ອະດີດກໍາມະການສູນກາງພັກ, ອະດີດຮອງປະທານສະພາແຫ່ງຊາດ, ປະທານຄະນະສັນຕິພາບ ຫວຽດນາມ.
ສະຖານທູດ ລາວ ປະຈຳ ອິນໂດເນເຊຍ ແລະ ຕີມໍແລັດສະເຕ  ສະຫຼອງວັນຊາດ ທີ 2 ທັນວາ

ສະຖານທູດ ລາວ ປະຈຳ ອິນໂດເນເຊຍ ແລະ ຕີມໍແລັດສະເຕ ສະຫຼອງວັນຊາດ ທີ 2 ທັນວາ

ເມື່ອບໍ່ດົນຜ່ານມານີ້, ທີ່ ໂຮງແຮມ Borobudure, ຈາກາກຕາ, ສ. ອິນໂດເນເຊຍ, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສ. ອິນໂດເນເຊຍ ແລະ ຕີມໍແລັດສະເຕ, ແລະ ສໍານັກງານຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອາຊຽນ ທີ່ ຈາກາກຕາ ໄດ້ຈັດງານສະເຫຼີມ ສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ ໂດຍການເຂົ້າຮ່ວມຂອງທ່ານ ອັບດຸນ ມູຕີ (Abdul Mu’ti), ລັດທະມົນຕີກະຊວງສຶກສາຂັ້ນພື້ນຖານ ແລະ ມັດທະຍົມ ແຫ່ງ ສ. ອິນໂດເນເຊຍ ເປັນແຂກກິດຕິມະສັກຂອງປະເທດເຈົ້າພາບ, ທ່ານ ຊຸນຕານ ບະເຕຍ ນາຈາມູດິນ (SultanBaktiar Najamudin), ປະທານສະພາຜູ້ແທນທ້ອງຖິ່ນ (Speaker of the Regional Representatives Council, DPD), ເຈົ້າໜ້າທີ່ຂັ້ນສູງຂອງກອງທັບ, ກະຊວງການຕ່າງປະເທດ, ກະຊວງຂະແໜງການອ້ອມຂ້າງ ແລະ ພາກທຸລະກິດ ຂອງອິນໂດເນເຊຍ, ທູຕານຸທູດ, ອົງການຈັດຕັ້ງສາກົນຕ່າງໆ ຢູ່ ຈາກາກຕາ, ພີ່ນ້ອງເຊື້ອຊາດລາວ, ນັກສຶກສາລາວ, ພະນັກງານສະຖານທູດ ແລະ ສໍານັກງານຜູ້ຕາງໜ້າຖາວອນ ເຂົ້າຮ່ວມຫຼາຍກວ່າ 300 ທ່ານ.
ຮອງປະທານ ສນຊ ພົບປະຢ້ຽມຢາມຮອງປະທານແນວໂຮມປະເທດຊາດຫວຽດນາມ

ຮອງປະທານ ສນຊ ພົບປະຢ້ຽມຢາມຮອງປະທານແນວໂຮມປະເທດຊາດຫວຽດນາມ

ສະຫາຍ ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ, ຮອງປະທານຜູ້ປະຈໍາການ ສູນກາງແນວລາວສ້າງຊາດ(ສນຊ) ພ້ອມດ້ວຍຄະນະໄດ້ເຂົ້າພົບປະຢ້ຽມຢາມ ສະຫາຍນາງ ຮ່າ ທິ ຫງ່າ ຮອງປະທານແນວໂຮມປະເທດຊາດ ຫວຽດມ ໃນວັນທີ 5 ທັນວາ 2025 ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ.
ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ເປັນໂຄງການຕົວແບບຂອງການຮ່ວມືຂອງສອງພັກສລັດ ລາວ-ຫວຽດນາມ

ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ເປັນໂຄງການຕົວແບບຂອງການຮ່ວມືຂອງສອງພັກສລັດ ລາວ-ຫວຽດນາມ

ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ທີ່ບ້ານດ່ານຊ້າງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ສປປ ລາວ ເປັນສວນທີ່ໃຫ້ທຸກຊັ້ນຄົນເຂົ້າມາທ່ຽວຊົມໄດ້ ໂດຍບໍໄດ້ເສຍຄ່າຜ່າປະຕູ ສະຫາຍ ຄໍາຜາ ພິມມະສອນ, ຮອງເລຂາຄະນະພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຫົວໜ້າຮັບຜິດຊອບໂຄງການຝ່າຍລາວ ໄດ້ກ່າວວ່າ: ໂຄງການສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ເປັນໂຄງການຕົວແບບຂອງການຮ່ວມືຂອງສອງພັກສອງລັດ ລາວ-ຫວຽດນາມ ໂຄງການດັ່ງກ່າວແມ່ນໄດ້ມືການປຶກສາຫາລືກັນຕັ້ງແຕ່ປີ 2015 ແລະ ເລີມຈັດຕັ້ງປະຕິບັດຕົວຈິ່ງປີ 2022 , ມີການສໍາລວດອອກແບບ ແລະ ມີເນື້ອທີປະມານ 3 ແຮັກຕາກວ່າ ແລະ ໃນສວນແຫ່ງນີ້ ເປັນເອກະລັກແມ່ນກຸ່ມຮູບປັ້ນ 3 ທ່ານຜູ້ນຳ ຄື ປະທານ ໂຮ່ຈີມິນ ທ່ານ ປະທານ ໄກສອນ ພົມວິຫານ ແລະ ທ່ານ ປະທານ ສຸພາ ນຸວົງ ອັນນີ້ແມ່ນສະແດງໃຫ້ເຫັນເຖິງຄວາມສາມັກຄືມິດຕະພາບຂອງລາວເຮົາມາແຕ່ດຶກດຳບັນ ສວນນີ້ເປັນ
ມອບ-ຮັບ ໂຄງການໂຮງໝໍມິດຕະພາບ ລາວ-ຫວຽດນາມທີ່ແຂວງຫົວພັນ

ມອບ-ຮັບ ໂຄງການໂຮງໝໍມິດຕະພາບ ລາວ-ຫວຽດນາມທີ່ແຂວງຫົວພັນ

ໃນຕອນເຊົ້າວັນທີ 4 ທັນວາຜ່ານມານີ້, ທີ່ເມືອງຊໍາເໜືອ, ແຂວງຫົວພັນ ໄດ້ມີພິທີມອບ-ຮັບ ແລະ ເປີດນໍາໃຊ້ໂຄງການໂຮງໝໍມິດຕະພາບ ລາວ-ຫວຽດນາມ ແຂວງຫົວພັນ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳ- ສັງຄົມ ແລະ ສະຫາຍ ຫງວຽນ ຈີ ຢຸ່ງ, ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ; ມີສະຫາຍ ເຈົ້າແຂວງຫົວພັນ, ສະຫາຍ ປະທານຄະນະກຳມະການປົກຄອງແຂວງແທັງຮວ່າ ສສ ຫວຽດນາມ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຮອງລັດຖະມົນຕີກະຊວງການເງິນ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ, ພ້ອມດ້ວຍການນຳແຂວງຫົວພັນ, ແຂວງແທັງຮວ່າ ແລະ ຜູ້ຕາງໜ້າພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ