ທ່ານ ທອງສະຫວັນ ພົມວິຫານ ເປັນປະທານຮ່ວມ ແລະ ເຂົ້າຮ່ວມກອງປະຊຸມ ລມຕ ຕ່າງປະເທດອາຊຽນ ກັບ ຄູ່ຮ່ວມເຈລະຈາອາຊຽນ

ທ່ານ ທອງສະຫວັນ ພົມວິຫານ ເປັນປະທານຮ່ວມ ແລະ ເຂົ້າຮ່ວມກອງປະຊຸມ ລມຕ ຕ່າງປະເທດອາຊຽນ ກັບ ຄູ່ຮ່ວມເຈລະຈາອາຊຽນ

ທ່ານ ທອງສະຫວັນ ພົມວິຫານ ເປັນປະທານຮ່ວມ ແລະ ເຂົ້າຮ່ວມກອງປະຊຸມ ລມຕ ຕ່າງປະເທດອາຊຽນ ກັບ ຄູ່ຮ່ວມເຈລະຈາອາຊຽນ
ໃນວັນທີ 22 ກໍລະກົດນີ້ ທີ່ ມະນີລາ ຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກ ລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບ ບັນດາປະເທດຄູ່ເຈລະຈາອາຊຽນ ຈໍານວນ 11 ກອງປະຊຸມ ຄື: ກອງປະຊຸມລັດຖະມົນຕີຕ່າງປະເທດ ລະຫວ່າງ ອາຊຽນ ກັບ ອິນເດຍ, ການາດາ, ສ.ອາເມຣິກາ, ຣັດເຊຍ, ຈີນ, ສ ເກົາຫຼີ, ຍີ່ປຸ່ນ, ອົສຕຣາລີ, ນິວຊີແລນ, ອັງກິດ ແລະ ສະຫະພາບເອີຣົບ.
ທານ ທອງສະຫວນ ພມວຫານ ເປນປະທານຮວມ ແລະ ເຂາຮວມກອງປະຊມ ລມຕ ຕາງປະເທດອາຊຽນ ກບ ຄຮວມເຈລະຈາອາຊຽນ - image 1
 

 

1. ໃນນາມປະເທດປະສານງານ ການພົວພັນຮ່ວມມືອາຊຽນ-ການາດາ (2024-2027), ທ່ານ ທອງສະຫວັນ ພົມວິຫານ ໄດ້ເປັນປະທານຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ການາດາ ຮ່ວມກັບ ທ່ານ ນ. ອານິຕາ ອາແນນ, ລັດຖະມົນຕີ ກະຊວງການຕ່າງປະເທດ ການາດາ. ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລື ແລະ ທົບທວນຄືນຄວາມຄືບໜ້າ ການພົວພັນຮ່ວມມື ອາຊຽນ-ການາດາ ໃນໄລຍະ ຜ່ານມາ ແລະ ຍິນດີຕໍ່ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດຖະແຫຼງການຮ່ວມຜູ້ນໍາອາຊຽນ-ການາດາ ວ່າດ້ວຍການຮັດແໜ້ນການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ ທີ່ຮັບຮອງເອົາໃນປີ 2024. ໃນນີ້, ກອງປະຊຸມ ໄດ້ສືບຕໍ່ຊຸກຍູ້ໃຫ້ເລັ່ງລັດການເຈລະຈາສັນຍາເຂດການຄ້າເສລີອາຊຽນ-ການາດາ (ACAFTA) ໃຫ້ສໍາເລັດພາຍໃນປີ 2026, ພ້ອມທັງ ສະເໜີໃຫ້ມີກິດຈະກໍາສະເຫຼີມສະຫຼອງ ການພົວ ພັນອາຊຽນ-ການາດາ ຄົບຮອບ 50 ປີ ໃນປີ 2027. ນອກຈາກນີ້, ກອງປະຊຸມ ໄດ້ຮັບຮອງເອົາ ແຜນປະຕິບັດງານ ອາຊຽນ-ການາດາ ສະບັບໃໝ່ (2026-2030), ຊຶ່ງຈະເປັນພື້ນຖານອັນສຳຄັນໃນການພົວພັນ ຮ່ວມມືອາຊຽນ-ການາດາ ໃນ 5 ປີ ຂ້າງໜ້າ.

ທານ ທອງສະຫວນ ພມວຫານ ເປນປະທານຮວມ ແລະ ເຂາຮວມກອງປະຊມ ລມຕ ຕາງປະເທດອາຊຽນ ກບ ຄຮວມເຈລະຈາອາຊຽນ - image 2
 

2. ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອິນເດຍ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງການ ຈັດຕັ້ງປະຕິບັດ ແຜນປະຕິບັດງານ ອາຊຽນ-ອິນເດຍ (2021-2025). ອາຊຽນ ແລະ ອິນເດຍ ໄດ້ຢືນຢັນຄວາມໝາຍໝັ້ນ ທີ່ຈະຈັດຕັ້ງປະຕິບັດ ແຜນປະຕິບັດງານ ອາຊຽນ-ອິນເດຍ ສະບັບໃໝ່ (2026-2030) ໃຫ້ມີປະສິດທິພາບ. ສອງຝ່າຍ ຍິນດີຕໍ່ການກໍານົດເອົາປີ 2026 ເປັນ “ປີແຫ່ງການຮ່ວມມືທາງທະເລ ອາຊຽນ-ອິນເດຍ”. ນອກນັ້ນ, ສອງຝ່າຍ ຍັງໄດ້ຊຸກຍູ້ ການທົບທວນສັນຍາການຄ້າເສລີອາຊຽນ-ອິນເດຍ ເພື່ອອຳນວຍຄວາມສະດວກໃຫ້ແກ່ການຄ້າ-ການລົງທຶນ ແລະ ເພີ່ມທະວີຄວາມເຂັ້ມແຂງຂອງຕ່ອງໂສ້ການສະໜອງໃນພາກພື້ນ, ຊຸກຍູ້ການຮ່ວມມືດ້ານການຫັນເປັນດິຈິຕອນ, ການຮ່ວມມືດ້ານຄວາມປອດໄພທາງໄຊເບີ, ການຫັນປ່ຽນສູ່ພະລັງງານສະອາດ, ການຄຸ້ມຄອງໄພພິບັດ ແລະ ການສົ່ງເສີມການສຶກສາ ລວມທັງຜ່ານ ທຶນການສຶກສາອາຊຽນ-ອິນເດຍ ດ້ານກະສິກໍາ.

ທານ ທອງສະຫວນ ພມວຫານ ເປນປະທານຮວມ ແລະ ເຂາຮວມກອງປະຊມ ລມຕ ຕາງປະເທດອາຊຽນ ກບ ຄຮວມເຈລະຈາອາຊຽນ - image 3
 

3. ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ສ.ອາເມຣິກາ ໄດ້ທົບທວນຄືນການຮ່ວມມື ອາຊຽນ-ສ.ອາເມຣິກາ ໃນໄລຍະຜ່ານມາ ແລະ ໄດ້ຊຸກຍູ້ການຮັດແໜ້ນການຮ່ວມມືໃນຂົງເຂດທີ່ສໍາຄັນ ເປັນຕົ້ນແມ່ນ ການຄ້າ ແລະ ການລົງ ທຶນ, ພະລັງງານ, ຄວາມໝັ້ນຄົງ, ການຕ້ານອາຊະຍາກໍາຂ້າມຊາດ, ແຮ່ທາດ, ນະວັດຕະກໍາ, ປັນຍາປະດິດ, ການພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ, ພ້ອມທັງ ຊົມເຊີຍຜົນສໍາເລັດຂອງການຈັດຕັ້ງປະຕິບັດ ແຜນປະຕິບັດງານອາຊຽນ-ສ.ອາເມຣິກາ (2021-2025) ທີ່ສາມາດຈັດຕັ້ງປະຕິບັດສໍາເລັດທຸກກິດຈະກໍາ ກວມເອົາສາມເສົາຄໍ້າປະຊາຄົມອາຊຽນ ພ້ອມທັງຊຸກຍູ້ເລັ່ງລັດການເຈລະຈາຮ່າງແຜນປະຕິບັດງານສະບັບໃໝ່ ເພື່ອເປັນພື້ນຖານໃຫ້ແກ່ການພົວພັນຮ່ວມມືອາຊຽນ-ສ.ອາເມ ຣິກາ ໃນຊຸມປີຕໍ່ໜ້າ.

ທານ ທອງສະຫວນ ພມວຫານ ເປນປະທານຮວມ ແລະ ເຂາຮວມກອງປະຊມ ລມຕ ຕາງປະເທດອາຊຽນ ກບ ຄຮວມເຈລະຈາອາຊຽນ - image 4
 

4. ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຣັດເຊຍ ໄດ້ຊົມເຊີຍຄວາມຄືບໜ້າການພົວພັນຮ່ວມມືອາ ຊຽນ-ຣັດເຊຍ ໃນໄລຍະຜ່ານມາ ໂດຍສະເພາະຜົນສໍາເລັດຂອງກອງປະຊຸມສຸດຍອດ ສະເຫຼີມສະຫຼອງ ການພົວພັນອາຊຽນ-ຣັດເຊຍ ຄົບຮອບ 35 ປີ ໃນວັນທີ 18 ມິຖຸນາ 2026 ທີ່ ກາຊານ, ຣັດເຊຍ. ກອງປະຊຸມ ເຫັນດີໃຫ້ມີການຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດເອກະສານຜົນກອງປະຊຸມ ສຸດຍອດດັ່ງກ່າວ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດແຜນປະຕິບັດງານ ອາຊຽນ-ຣັດເຊຍ (2026-2030), ລວມທັງການຮ່ວມມືດ້ານເສດຖະກິດ, ດ້ານພະລັງງານ, ດ້ານວັດທະນະທໍາ ແລະ ການໄປມາຫາສູ່ລະຫວ່າງປະຊາຊົນຂອງສອງພາກພື້ນ.

ທານ ທອງສະຫວນ ພມວຫານ ເປນປະທານຮວມ ແລະ ເຂາຮວມກອງປະຊມ ລມຕ ຕາງປະເທດອາຊຽນ ກບ ຄຮວມເຈລະຈາອາຊຽນ - image 5
 

5. ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ ໄດ້ສະແດງຄວາມຍິນດີຕໍ່ການຮັບຮອງສັນຍາເຂດການຄ້າເສລີ ອາຊຽນ-ຈີນ ສະບັບ 3.0 ແລະ ແຜນປະຕິບັດງານອາຊຽນ-ຈີນ ສະບັບໃໝ່ (2026-2030) ໃນທ້າຍປີ 2025 ຜ່ານມາ ແລະ ເຫັນດີໃຫ້ພ້ອມກັນສືບຕໍ່ຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ. ພ້ອມນີ້, ກອງປະຊຸມ ຍັງໄດ້ຊົມເຊີຍການຈັດຕັ້ງປະຕິບັດບັນດາກິດຈະກໍາ ເພື່ອສະເຫຼີມສະຫຼອງຄົບຮອບ 5 ປີ ແຫ່ງການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ຈີນ ໃນປີ 2026. ສອງຝ່າຍ ເຫັນດີຊຸກຍູ້ການຮ່ວມມື ເພື່ອຮັບມືກັບຜົນກະທົບຈາກສະພາບການໃນຕາເວັນອອກກາງ ເປັນຕົ້ນແມ່ນຄວາມໝັ້ນຄົງດ້ານພະລັງງານ ແລະ ສະບຽງອາຫານ, ໃນນີ້ ກອງປະຊຸມໄດ້ຮັບຮອງເອົາ ຖະແຫຼງການຮ່ວມ ອາຊຽນ-ຈີນ ວ່າດ້ວຍສະພາບການໃນຕາເວັນອອກກາງ ແລະ ການຮັດແໜ້ນການຮ່ວມມືດ້ານພະລັງງານໃນພາກພື້ນ.

ທານ ທອງສະຫວນ ພມວຫານ ເປນປະທານຮວມ ແລະ ເຂາຮວມກອງປະຊມ ລມຕ ຕາງປະເທດອາຊຽນ ກບ ຄຮວມເຈລະຈາອາຊຽນ - image 6
 

6. ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ສ.ເກົາຫຼີ ໄດ້ທົບທວນຄືນຄວາມຄືບໜ້າການຮ່ວມມື ພາຍຫຼັງການຍົກລະດັບການພົວພັນ ເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໃນປີ 2024. ກອງປະຊຸມ ສະແດງຄວາມຊົມເຊີຍ ຕໍ່ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ ແຜນປະຕິບັດງານ ອາຊຽນ-ສ.ເກົາຫຼີ (2026-2030), ການເລີ່ມຕົ້ນ ການເຈລະຈາຍົກລະດັບ ສັນຍາເຂດການຄ້າເສລີອາຊຽນ-ສ.ເກົາຫຼີ ແລະ ຊຸກຍູ້ການຮ່ວມມືດ້ານເສດຖະກິດດິຈິຕອນ ໂດຍສະເພາະແມ່ນ ຂໍ້ລິເລີ່ມດ້ານປັນຍາປະດິດ, ການຮ່ວມມືດ້ານຄວາມໝັ້ນຄົງທາງໄຊເບີ, ການຕ້ານອາຊະຍາກໍາຂ້າມຊາດ, ການຮັບມືກັບການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ສົ່ງເສີມການສຶກສາ-ວັດທະນະທໍາ. ກອງປະຊຸມ ຍັງໄດ້ປຶກສາຫາລືຂໍ້ສະເໜີໃນການຈັດກອງປະຊຸມສຸດຍອດ ເພື່ອສະເຫຼີມສະຫຼອງ ຄົບຮອບ 40 ປີ ແຫ່ງການພົວພັນຮ່ວມມືອາຊຽນ-ສ.ເກົາຫຼີ ໃນປີ 2029.

ທານ ທອງສະຫວນ ພມວຫານ ເປນປະທານຮວມ ແລະ ເຂາຮວມກອງປະຊມ ລມຕ ຕາງປະເທດອາຊຽນ ກບ ຄຮວມເຈລະຈາອາຊຽນ - image 7
 

7. ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຍີ່ປຸ່ນ ໄດ້ຮັບຊາບຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນປະຕິບັດງານຖະແຫຼງການຮ່ວມວິໄສທັດຜູ້ນໍາອາຊຽນ-ຍີ່ປຸ່ນ ວ່າດ້ວຍມິດຕະພາບ ແລະ ການຮ່ວມມື. ພ້ອມນີ້, ກອງປະຊຸມ ຍັງໄດ້ທົບທວນຄືນການຮ່ວມມືສອງຝ່າຍໃນໄລຍະຜ່ານມາ ແລະ ເຫັນດີສືບຕໍ່ຮັດແໜ້ນການຮ່ວມມືໃນຂົງເຂດທີ່ມີຄວາມສົນໃຈຮ່ວມກັນ ເປັນຕົ້ນແມ່ນ ການຫັນເປັນດິຈິຕອນ, ການຄ້າດິຈິຕອນ, ນະວັດຕະກໍາ ແລະ ປັນຍາປະດິດ, ພະລັງງານສະອາດ, ການຮັບມືກັບໄພພິບັດ, ການພັດທະນາຊັບພະຍາກອນມະນຸດ ແລະ ການໄປມາຫາສູ່ລະຫວ່າງປະຊາຊົນ. ນອກນັ້ນ, ກອງປະຊຸມ ໄດ້ເຫັນດີໃນດ້ານຫຼັກການຕໍ່ການຮັບຮອງເອົາ ຖະແຫຼງການຮ່ວມວ່າດ້ວຍການບັນລຸວິໄສທັດປະຊາຄົມອາຊຽນ 2045 ໃນໂອກາດກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 29 ທີ່ຈະຈັດຂຶ້ນໃນເດືອນພະຈິກ 2026.

8. ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອົສຕຣາລີ ໄດ້ສະແດງຄວາມຍິນດີຕໍ່ຄວາມຄືບໜ້າໃນການຈັດ ຕັ້ງປະຕິບັດແຜນປະຕິບັດງານອາຊຽນ-ອົສຕຣາລີ (2025-2029) ແລະ ໄດ້ຊຸກຍູ້ຮັດແໜ້ນການຮ່ວມມືໃນຂົງເຂດທີ່ມີຄວາມສົນໃຈ ແລະ ທ່າແຮງຮ່ວມກັນ ເປັນຕົ້ນແມ່ນ ການຄ້າ ແລະ ການລົງທຶນ, ພະລັງງານ, ກະສິກໍາ, ເສດຖະກິດດີຈີຕອນ ແລະ ການໄປມາຫາສູ່ລະຫວ່າງປະຊາຊົນ. ພ້ອມນີ້, ກອງປະຊຸມ ໄດ້ເຫັນດີໃນດ້ານຫຼັກການຕໍ່ການສະເໜີອອກ ຖະແຫຼງການຮ່ວມຜູ້ນໍາອາຊຽນ-ອົສຕຣາລີ ວ່າດ້ວຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ອົສຕຣາລີ ຄົບຮອບ 5 ປີ ໃນໂອາກາດ ກອງປະຊຸມສຸດຍອດອາຊຽນ-ອົສຕຣາລີ ຄັ້ງທີ 6 ທີ່ຈະຈັດຂຶ້ນໃນເດືອນພະຈິກ 2026.

9. ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ນິວຊີແລນ ໄດ້ສະແດງຄວາມຊົມເຊີຍຜົນສຳເລັດຂອງກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ນິວຊີແລນ ຄົບຮອບ 50 ປີ ແລະ ການຍົກລະດັບເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໃນປີ 2025. ພ້ອມນີ້, ກອງປະຊຸມ ຊຸກຍູ້ການຈັດຕັ້ງປະຕິບັດ ແຜນປະຕິບັດງານການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ນິວຊີແລນ (2026-2030) ຢ່າງມີປະສິດ ທິພາບ ແລະ ເພີ່ມທະວີການຮ່ວມມືໃນຂົງເຂດທີ່ມີທ່າແຮງຮ່ວມກັນ ເປັນຕົ້ນແມ່ນ ກະສິກໍາ, ພະລັງງານສະອາດ, ການຮັບມືກັບໄພພິບັດ, ການສ້າງຂີດຄວາມສາມາດໃຫ້ແກ່ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ການພັດທະນາຊັບພະຍາກອນມະນຸດ ແລະ ການໄປມາຫາສູ່ລະຫວ່າງປະຊາຊົນ. ກອງປະຊຸມ ເຫັນດີຮັບຮອງ ຖະແຫຼງການຮ່ວມລັດຖະມົນຕີຕ່າງປະເທດອາຊຽນ-ນິວຊີແລນ ວ່າດ້ວຍການຮັດແໜ້ນຄວາມເຂັ້ມແຂງຂອງພາກພື້ນ.

10. ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອີຢູ ໄດ້ຮັບຊາບຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນປະຕິບັດງານການຮ່ວມມືອາຊຽນ-ອີຢູ່ (2023-2027) ແລະ ທິດທາງແຜນການຮ່ວມມືໃນຕໍ່ໜ້າ ໂດຍເຫັນດີສືບຕໍ່ຮັດແໜ້ນການຮ່ວມມື ເປັນຕົ້ນ ໃນຂົງເຂດການຄ້າ-ການລົງທຶນ, ການຫັນເປັນດີຈີຕອນ, ການຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ການໄປມາຫາສູ່ລະຫວ່າງປະຊາຊົນ. ກອງປະຊຸມ ຍັງໄດ້ປຶກສາຫາລືການກະກຽມໃຫ້ແກ່ການສະເຫຼີມສະຫຼອງໃນໂອກາດຄົບຮອບ 50 ປີ ແຫ່ງການພົວພັນອາຊຽນ-ອີຢູ ໃນປີ 2027.

11. ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອັງກິດ ໄດ້ຕີລາຄາສູງຕໍ່ຜົນສໍາເລັດຂອງການຈັດຕັ້ງປະ ຕິບັດແຜນປະຕິບັດງານອາຊຽນ-ອັງກິດ (2022-2026) ແລະ ສືບຕໍ່ຄວາມໝາຍໝັ້ນໃນການເສີມຂະຫຍາຍຄວາມຮ່ວມມື ດ້ານເສດຖະກິດ-ການຄ້າ, ການຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ການເຊື່ອມໂຍງ-ເຊື່ອມຈອດພາກພື້ນ. ເພື່ອສືບຕໍ່ຊຸກຍູ້ ການຮັດແໜ້ນສາຍພົວພັນ ອາຊຽນ-ອັງກິດ ໃຫ້ມີຄວາມແໜ້ນແຟ້ນ, ມີປະສິດທິຜົນ ແລະ ນໍາພາຜົນປະໂຫຍດຕົວຈິງມາສູ່ປະຊາຊົນຂອງສອງພາກພື້ນຢ່າງຍືນຍົງ, ກອງປະຊຸມ ໄດ້ຮັບຮອງເອົາແຜນປະຕິບັດອາຊຽນ-ອັງກິດ ສະບັບໃໝ່ (2027-2031) ແລະ ຖະແຫຼງການຮ່ວມລັດຖະມົນຕີຕ່າງປະເທດ ອາຊຽນ-ອັງກິດ ວ່າດ້ວຍການຮ່ວມມືໃນແນວຄວາມຄິດອາຊຽນ ກ່ຽວກັບ ອິນໂດ-ປາຊີຟິກ.

12. (ຂ່າວ: ກຕທ)

ຄໍາເຫັນ

ຂ່າວການຮ່ວມມື

ອົງການກວດສອບແຫ່ງລັດ ປາຖະກະຖາວັນສຳຄັນປະຫວັດສາດ

ອົງການກວດສອບແຫ່ງລັດ ປາຖະກະຖາວັນສຳຄັນປະຫວັດສາດ

ໃນວັນທີ 28 ຕຸລາຜ່ານມາ, ອົງການກວດສອບແຫ່ງລັດ ໄດ້ຈັດຕັ້ງພິທີປາຖະກະຖາວັນຊາດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 81 ປີ (2/9/1945-2/9/2026); ວັນສ້າງຕັ້ງສະຫະພັນນັກຮົບເກົ່າ ຄົບຮອບ 24 ປີ (9/9/2002-9/9/2026); ວັນປະກາດເອກະລາດ ແລະ ວັນສ້າງຕັ້ງການທູດລາວ ຄົບຮອບ 81 ປີ (12/10/1945-12/10/2026),
ເລຂາພັກແຂວງເຊກອງ ຕ້ອນຮັບຜູ້ແທນກອງບັນຊາການທະຫານຊາຍແດນ ນະຄອນດານັງ ແລະ ນະຄອນເຫວ້

ເລຂາພັກແຂວງເຊກອງ ຕ້ອນຮັບຜູ້ແທນກອງບັນຊາການທະຫານຊາຍແດນ ນະຄອນດານັງ ແລະ ນະຄອນເຫວ້

ວັນທີ 28 ຕຸລາຜ່ານມາ, ທີ່ຫ້ອງວ່າການແຂວງເຊກອງ, ທ່ານ ບຸນຫຼາຍ ບຸດທິ ເລຂາພັກແຂວງເຊກອງ ໄດ້ຕ້ອນຮັບທ່ານ ພັອ ເຈິ່ນ ຕ໋ຽນ ຮຽນ ຫົວໜ້າກອງບັນຊາການທະຫານຊາຍແດນ ນະຄອນດານັງ ແລະ ທ່ານ ພັອ ໂຕນເທິດ ຫວຽນດ໊າດ ຮອງຫົວໜ້າກອງບັນຊາການທະຫານຊາຍແດນ ນະຄອນເຫວ້ ພ້ອມດ້ວຍຄະນະ ທີ່ເດີນທາງມາເຄື່ອນໄຫວເຮັດວຽກຢູ່ແຂວງເຊກອງ.
ອົງການກວດສອບແຫ່ງລັດ ສປປ ລາວ ເຂົ້າຮ່ວມກອງປະຊຸມສາກົນທີ່ ຮ່າໂນຍ

ອົງການກວດສອບແຫ່ງລັດ ສປປ ລາວ ເຂົ້າຮ່ວມກອງປະຊຸມສາກົນທີ່ ຮ່າໂນຍ

ໃນລະຫວ່າງວັນທີ 25-29 ຕຸລາ ນີ້, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ, ນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສາກົນ ຢູ່ນະຄອນຫຼວງຮ່າໂນຍ ສສ ຫວຽດນາມ ພາຍໃຕ້ຫົວຂໍ້: “ສະຖາບັນກວດສອບສູງສຸດ ຕໍ່ກັບສະພາບໂລກທີ່ມີການປ່ຽນແປງ: ວິໄສທັດ, ຂອບການເຮັດວຽກຂອງສະຖາບັນ ແລະ ນະວັດຕະກຳ” ຊຶ່ງມີຜູ້ຕາງໜ້າຈາກສະຖາບັນກວດສອບສູງສຸດ ຈາກ 16 ປະເທດເຂົ້າຮ່ວມ ແລະ ບັນດາອົງການຈັດຕັ້ງສາກົນ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ເພື່ອແລກປ່ຽນບົດຮຽນ, ວິໄສທັດ ແລະ ຍຸດທະສາດການພັດທະນາວຽກງານກວດສອບໃຫ້ສອດຄ່ອງກັບສະພາບການຂອງໂລກທີ່ມີການປ່ຽນແປງໃນດ້ານການຫັນເປັນທັນສະໄໝ.
ການສຶກສາສົງ ເປັນປັດໄຈສຳຄັນໃນການພັດທະນາຊັບພະຍາກອນມະນຸດ

ການສຶກສາສົງ ເປັນປັດໄຈສຳຄັນໃນການພັດທະນາຊັບພະຍາກອນມະນຸດ

ພະອາຈານ ພວງປະເສີດ ພູມະວົງ ຮອງປະທານ ຫົວໜ້າກຳມາທິການສຶກສາສົງ ສູນກາງອົງການພຸດທະສາສະໜາສຳພັນລາວ ໄດ້ມີຄຳເຫັນຕໍ່ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ໃນວັນທີ 29 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ທີ່ນະຄອນຫຼວງວຽງຈັນ, ໂດຍມີພະອາຈານ ອິນຊູນ ປະທານສະມາຄົມພຸດທະສາສະໜາ ແຫ່ງນະຄອນເສີນເຈິນ ເຈົ້າອະທິການວັດຫົງຟ້າ ສປ ຈີນ, ມີພະ​ເຖຣານຸ​ເຖຣະ ຜູ້ແທນພະສົງທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ.
ກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18

ກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18

ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18 ຂຶ້ນຢ່າງເປັນທາງການ ໃນວັນທີ 29 ຕຸລານີ້, ທີ່ນະຄອນຫຼວງວຽງຈັນ ເພື່ອກຳນົດທິດທາງຍຸດທະສາດ ແລະ ຍົກລະດັບລະບົບສາທາລະນະສຸກ ໃຫ້ສອດຄ່ອງກັບໄລຍະທີ່ ສປປ ລາວ ກຳ ລັງກຽມຄວາມພ້ອມທີ່ຈະຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ໃນເດືອນພະຈິກ 2026 ນີ້. ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາ ລະນະສຸກ, ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳ ສປປ ລາວ ແລະ ທ່ານ ທີໂມທີ ອາມສະຕຣອງ ຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈຳ ສປປ ລາວ, ມີການນຳພັກ-ລັດ ແລະ ຄູ່ຮ່ວມພັດທະນາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມອຳລາຂອງທູດອົສຕຣາລີ ປະຈຳລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມອຳລາຂອງທູດອົສຕຣາລີ ປະຈຳລາວ

ໃນວັນທີ 28 ຕຸລານີ້ ທີ່ກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ສສກ ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມອຳລາຂອງທ່ານ ນາງ ເມແກນ ຈອນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງອົສຕຣາລີ ປະຈຳ ສປປ ລາວ, ມີຫົວໜ້າກົມ, ຮອງຫົວໜ້າຫ້ອງການ, ຮອງຫົວໜ້າກົມ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຫໍສະມຸດເຈີ້ຈ່ຽງ ມອບປຶ້ມໃຫ້ຫໍສະມຸດແຫ່ງຊາດລາວ

ຫໍສະມຸດເຈີ້ຈ່ຽງ ມອບປຶ້ມໃຫ້ຫໍສະມຸດແຫ່ງຊາດລາວ

ພິທີມອບ-ຮັບປຶ້ມຫໍສະມຸດເຈີ້ຈ່ຽງ ມອບໃຫ້ຫໍສະມຸດແຫ່ງຊາດລາວ ຈັດຂຶ້ນໃນວັນທີ 29 ຕຸລານີ້ ທີ່ຫໍສະມຸດແຫ່ງຊາດລາວ, ໂດຍມີທ່ານ ສິວ ຢົງເຊີ້ງ ຮອງຜູ້ອຳນວຍການຫໍສະມຸດເຈີ້ຈ່ຽງ ທັງເປັນຫົວໜ້າສູນຄົ້ນຄວ້າສູນປົກປັກຮັກສາປຶ້ມບູຮານແຂວງເຈີ້ຈ່ຽງ, ທ່ານ ສຳລານ ຫຼວງອາໄພ ຜູ້ອຳນວຍການຫໍສະມຸດແຫ່ງຊາດລາວ, ທ່ານ ໂຫຼ ເວີ້ຍ ຈ້ຽນ ອຳນວຍການສູນວັດທະນະທຳຈີນ, ມີແຂກຖືກເຊີນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ເປີດຝຶກອົບຮົມ “ການເປັນຜູ້ນຳເພດຍິງ” ພາຍໃຕ້ໂຄງການຜູ້ນຳເພດຍິງອາຊີ

ເປີດຝຶກອົບຮົມ “ການເປັນຜູ້ນຳເພດຍິງ” ພາຍໃຕ້ໂຄງການຜູ້ນຳເພດຍິງອາຊີ

ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ຮ່ວມກັບ ທະນາຄານພັດທະນາອາຊີ (ADB) ເປີດຝຶກອົບຮົມການເປັນການນຳເພດຍິງ ພາຍໃຕ້ໂຄງການ ການເປັນຜູ້ນຳແມ່ຍິງອາຊີ ໃນວັນທີ 28-30 ຕຸລາ ນີ້, ໂດຍການເຂົ້າຮ່ວມ ແລະ ກ່າວເປີດຂອງ ທ່ານ ນາງ ພັນຈິດາ ເລັ່ງສະຫວັດ ຮອງປະທານ ຄຊກມດ ແລະ ທ່ານ ອຳເມີ ກາຣີ ຫົວໜ້າຝ່າຍປະຕິບັດງານປະຈໍາປະເທດ ADB ປະຈໍາ ສປປ ລາວ, ພ້ອມດ້ວຍ ສໍາມະນາກອນ ຈາກພາກລັດ ແລະ ເອກະຊົນ ເຂົ້າຮ່ວມ.
ທ່ານ ເພັດ ພົມພິພັກ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມອຳລາ

ທ່ານ ເພັດ ພົມພິພັກ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມອຳລາ

ໃນວັນທີ 28 ຕຸລານີ້, ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົສຕຣາລີ ປະຈຳ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບອຳລາ ທ່ານ ເພັດ ພົມພິພັກ ຫົວໜ້າຫ້ອງວ່າການສູນກາງພັກ ທີ່ຫ້ອງວ່າການສູນກາງພັກ, ກ່ອນທີ່ທ່ານທູດຈະສຳເລັດວາລະການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ໃນອີກບໍ່ເທົ່າໃດເດືອນຂ້າງໜ້ານີ້. ໃນໂອກາດດັ່ງກ່າວ, ທັງສອງຝ່າຍໄດ້ປຶກສາຫາລືກ່ຽວກັບບຸລິມະສິດການພັດທະນາຂອງ ສປປ ລາວ ລວມທັງອະນາຄົດຂອງການຮ່ວມມືລະຫວ່າງ ສປປ ລາວ ແລະ ອົສຕຣາລີ; ທ່ານທູດ ຈອນສ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ເພັດ ພົມພິພັກ ທີ່ໃຫ້ການສະໜັບສະໜູນໃນໄລຍະທີ່ທ່ານທູດປະຕິບັດໜ້າທີ່ການທູດຢູ່ ສປປ ລາວ, ພ້ອມທັງຮັບຮູ້ເຖິງການປະກອບສ່ວນຂອງທ່ານ ເພັດ ພົມພິພັກ ຕໍ່ການພັດທະນາປະເທດຊາດ, ລວມທັງບົດບາດໃນການສະໜັບສະໜູນການຕັດສິນໃຈຂອງພັກ ແລະ ການຈັດຕັ້ງປະຕິບັດບັນດາບຸລິມະສິດຂອງຊາດ.
ເວທີສົນທະນາຊາວໜຸ່ມ ກັບພະພຸດທະສາສະໜາໃນຍຸກດີຈີຕອນ

ເວທີສົນທະນາຊາວໜຸ່ມ ກັບພະພຸດທະສາສະໜາໃນຍຸກດີຈີຕອນ

ເວທີສົນທະນາຊາວໜຸ່ມ ກັບພະພຸດທະສາສະໜາໃນຍຸກດີຈີຕອນ ຍູ້ແຮງການເຜີຍແຜ່ຄຳສອນອົງພະສໍາມາສໍາພຸດທະເຈົ້າໃຫ້ຍືນຍົງຄວາມສໍາພັນ ລະຫວ່າງພະພຸດທະສາສະໜາກັບຄົນຍຸກໃໝ່ ໂດຍສະເພາະກຸ່ມເຈນແຊດ ແລະ ຄົນຮຸ່ນໃໝ່ໃນຍຸກດີຈີຕອນ ໄດ້ຖືກຍົກຂຶ້ນໃນເວທີສຳມະນາຊາວໜຸ່ມ ກັບພະພຸດທະສາສະໜາໃນວັນທີ 29 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ໃນໂອກາດຈັດກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ຢູ່ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງພະອາຈານໃຫຍ່ ດຳລົງ ພິມມະຈັກ ຄະນະບໍລິຫານງານ ປະຈຳການ ຮອງປະທານ ຫົວໜ້າກຳມາທິການຕ່າງປະເທດ ສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ, ມີພະອາຈານໃຫຍ່ ອິນຊູນ (Yin Shun) ປະທານສະມາຄົມພຸດທະສາສະໜາ ແຫ່ງນະຄອນເສີນເຈິນ, ມີພະສົງຈາກ 30 ປະເທດ ແລະ ຊາວໜຸ່ມເຂົ້າຮ່ວມ
ເພີ່ມເຕີມ