![]() |
ໃນໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສໍາເລັດໃນການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ຕະຫຼອດໄລຍະເວລາເກືອບ 2 ປີທີ່ຜ່ານມາ ຊຶ່ງທ່ານເອກອັກຄະລັດຖະທູດ ໄດ້ປະກອບສ່ວນຢ່າງຫ້າວຫັນເຂົ້າໃນວຽກງານສົ່ງເສີມ ແລະ ຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ສະຫະລັດ ອາເມຣິກາ ໃນຫຼາຍດ້ານ ເປັນຕົ້ນການຊຸກຍູ້ການແລກປ່ຽນການຢ້ຽມຢາມ ລະຫວ່າງ ຄະນະຜູ້ແທນຂອງ ສ ອາເມຣິກາ ແລະ ສປປ ລາວ ໃນຫຼາຍລະດັບ ແລະ ຫຼາຍຂະແໜງການ; ການປະສານງານໃນການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືສອງຝ່າຍ ໃນຂອບວຽກງານປາບປາມຢາເສບຕິດ ແລະ ການບັງຄັບໃຊ້ກົດໝາຍ, ວຽກງານເກັບກູ້ລະເບີດບໍ່ທັນແຕກ (UXO), ການຮ່ວມມືດ້ານເສດຖະກິດ-ການຄ້າ, ການສຶກສາ, ສາທາລະນະສຸກ, ໂພຊະນາການ, ວັດທະນະທໍາ ແລະ ອື່ນໆ, ພິເສດ ແມ່ນໄດ້ປະກອບສ່ວນເຂົ້າໃນການສະເຫຼີມສະຫຼອງ ຄົບຮອບ 70 ປີ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ ອາເມຣິກາ ແລະ ການຮ່ວມມືກັນຂອງສອງລັດຖະບານ ໃນໂຄງການຂຸດຄົ້ນກະດູກ ແລະ ສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມ (MIA) ຄົບຮອບ 40 ປີ ໃນປີ 2025 ຜ່ານມາ.
ໂອກາດດຽວກັນນີ້, ທ່ານເອກອັກຄະລັດຖະທູດ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ແລະ ສະແດງຄວາມຂອບໃຈ ຕໍ່ລັດຖະບານ ສປປ ລາວ ກໍຄື ພາກສ່ວນກ່ຽວຂ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ການຮ່ວມມື ຕະຫຼອດໄລຍະການປະຕິບັດໜ້າທີ່ການທູດຂອງຕົນ ຢູ່ ສປປ ລາວ ຈົນໄດ້ຮັບຜົນສໍາເລັດເປັນຢ່າງດີ, ພ້ອມທັງສະແດງຄວາມຫວັງວ່າ ລັດຖະບານ ສປປ ລາວ ຈະສືບຕໍ່ໃຫ້ຄວາມຮ່ວມມືແກ່ ທ່ານເອກອັກຄະລັດຖະທູດ ສ ອາເມຣິກາ ປະຈໍາ ສປປ ລາວ ຄົນໃໝ່ ທີ່ຈະມາຮັບໜ້າທີ່ໃນຕໍ່ໜ້າ ເພື່ອຮ່ວມກັນສືບຕໍ່ຊຸກຍູ້ ແລະ ສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສອງປະເທດ ໃຫ້ເປັນຮູບປະທໍາຍິ່ງໆຂຶ້ນ.
(ຂ່າວ: ກຕທ)

ຄໍາເຫັນ