ທະນາຄານຮ່ວມທຸລະກິດລາວ-ຫວຽດມ ມອບຈໍ LED ໃຫ້ອົງການກວດສອບແຫ່ງລັດ

ທະນາຄານຮ່ວມທຸລະກິດລາວ-ຫວຽດມ ມອບຈໍ LED ໃຫ້ອົງການກວດສອບແຫ່ງລັດ

ທະນາຄານຮ່ວມທຸລະກິດລາວ-ຫວຽດມ ມອບຈໍ LED ໃຫ້ອົງການກວດສອບແຫ່ງລັດ
ໃນວັນທີ 23 ກັນຍານີ້, ທີ່ອົງການກວດສອບແຫ່ງລັດ ໄດ້ຈັດພິທີເຊັນບົດບັນທຶກມອບ-ຮັບ ຈໍ LED ທີ່ໄດ້ຮັບການສະໜັບສະໜູນ ຈາກທະນາຄານຮ່ວມທຸລະກິດລາວ-ຫວຽດໃຫ້ແກ່ອົງການກວດສອບແຫ່ງລັດຮ່ວມລົງນາມຄັ້ງນີ້ ຕາງໜ້າອົງການກວດສອບແຫ່ງລັດ ໂດຍ ທ່ານ ນາງ ຕຸລາວັນ ພິມມະສອນ ຮອງປະທານອົງການກວດສອບແຫ່ງລັດ ແລະ ຕາງໜ້າທະນາຄານ ໂດຍ ທ່ານ ຫງຽວນ ເຖ ຖັງ ຜູ້ອຳນວຍການໃຫຍ່ ທະນາຄານ ຮ່ວມທຸລະກິດລາວ-ຫວຽດ ມີພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

 

ທະນາຄານຮວມທລະກດລາວ-ຫວຽດມ ມອບຈ LED ໃຫອງການກວດສອບແຫງລດ - image 1
 

ການສະໜອງຈໍ LED ມອບໃຫ້ອົງການກວດສອບແຫ່ງລັດຄັ້ງນີ້ ແມ່ນເກີດຂຶ້ນໄດ້ຍ້ອນການຮ່ວມມື ລະຫວ່າງ ອົງການກວດສອບແຫ່ງລັດ ສປປ ລາວ ແລະ ອົງການກວດສອບແຫ່ງລັດ ສສ ຫວຽດນາມ ທີ່ໄດ້ເພີ່ມທະວີການຮ່ວມມືກັນ, ສົ່ງເສີມສາຍພົວພັນຢ່າງແໜ້ນແຟ້ນ, ເພື່ອຍົກສູງການເຮັດວຽກງານຂອງອົງ ການກວດສອບແຫ່ງລັດ ສປປ ລາວ ກ້າວສູ່ການຫັນເປັນທັນສະໄໝເທື່ອລະກ້າວ.

ທ່ານ ຫງຽວນ ເຖ ຖັງ ກ່າວວ່າ: ອົງການກວດສອບແຫ່ງລັດ ມີບົດບາດສໍາຄັນໃນການຕິດຕາມກວດສອບການເງິນສາທາລະນະ, ການປົກປ້ອງຊັບສິນຂອງລັດ ແລະ ຮັບປະກັນຄວາມໂປ່ງໃສ, ຄວາມຍຸຕິທຳ ແລະ ປະສິດທິພາບໃນການຄຸ້ມຄອງ ແລະ ການນໍາໃຊ້ຊັບພະຍາກອນແຫ່ງຊາດ ຊຶ່ງເປັນພື້ນຖານທີ່ແຂງແກ່ນສໍາລັບການພັດທະນາແບບຍືນຍົງຂອງລາວ. ສະນັ້ນ, ການຕິດຕັ້ງລະບົບໜ້າຈໍ LED ທີ່ທັນສະໄໝ ແລະ ມີເຕັກໂນໂລຊີສູງໃຫ້ແກ່ອົງການກວດສອບແຫ່ງລັດຈະປະກອບສ່ວນເຂົ້າໃນການປັບປຸງຄຸນນະພາບໃນວຽກງານຂອງຂໍ້ມູນຂ່າວສານ ແລະ ການສື່ສານ, ຮັບໃຊ້ການບໍລິຫານງານ, ການຈັດກິດຈະກຳ, ປະຊຸມ, ການແລກປ່ຽນບົດຮຽນ, ແລະ ການຮັບຂໍ້ມູນຢ່າງໂປ່ງໃສ, ວ່ອງໄວ, ແລະ ມີປະສິດທິພາບ. ນີ້ແມ່ນຈຸດປະສົງຂອງພວກເຮົາເພື່ອປະກອບສ່ວນເປັນສ່ວນໜຶ່ງໃນການຍົກລະດັບສິ່ງອໍານວຍຄວາມສະດວກ, ປັບປຸງສະພາບການເຮັດວຽກ, ແລະ ປະກອບສ່ວນ ເຂົ້າໃນການພັດທະນາຕໍ່ໄປຂອງອົງການກວດສອບ ແຫ່ງລັດ,ໂຄງການນີ້ແມ່ນຜົນມາຈາກການຮ່ວມມືຢ່າງໃກ້ຊິດ ແລະ ມີປະສິດທິພາບລະຫວ່າງອົງການກວດສອບ ແຫ່ງລັດຫວຽດນາມ ແລະ ອົງການກວດສອບ ແຫ່ງລັດ ລາວ ຊຶ່ງສອງອົງການທີ່ເປັນຄູ່ຮ່ວມງານ, ແບ່ງປັນປະສົບການ, ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຕະຫຼອດຫຼາຍປີທີ່ຜ່ານມາ. ທະນາຄານລາວຫວຽດໃນຖານະເປັນທະນາຄານແຫ່ງດຽວລະຫວ່າງສອງປະເທດ, ໄດ້ຖືກສ້າງຕັ້ງຂຶ້ນບົນພື້ນຖານຂອງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ, ແລະ ການຮ່ວມມືຮອບດ້ານ ລະຫວ່າງຫວຽດນາມ ແລະ ລາວ ໄດ້ກຳນົດພາລະກິດຂອງຕົນຢ່າງຈະແຈ້ງສະເໝີຕົ້ນສະເໝີປາຍ: ບໍ່ພຽງແຕ່ເພື່ອພັດທະນາທຸລະກິດ, ປະກອບສ່ວນເຂົ້າໃນສະຖຽນລະພາບທາງດ້ານການເງິນ, ຊຸກຍູ້ ແລະ ສົ່ງເສີມການຄ້າລະຫວ່າງສອງປະເທດເທົ່ານັ້ນ, ແຕ່ຍັງຄຽງບ່າຄຽງໄລ່ ແລະ ແບ່ງປັນຄວາມຮັບຜິດຊອບຕໍ່ສັງຄົມ, ປະກອບສ່ວນເຂົ້າໃນການເສີມສ້າງສາຍພົວພັນທີ່ຈົງຮັກພັກດີ ແລະ ໝັ້ນຄົງລະຫວ່າງສອງຊາດ.

ທ່ານ ນາງ ຕຸລາວັນ ພິມມະສອນ ໄດ້ສະແດງຄວາມຂອບໃຈ ຕໍ່ ທະນາຄານຮ່ວມທຸລະກິດລາວ-ຫວຽດ ທີ່ໄດ້ເຫັນຄວາມສໍາຄັນຂອງສາຍພົວພັນຂອງສອງຊາດຢ່າງເລິກເຊິ່ງ ເວົ້າລວມເວົ້າສະເພາະກໍຄືການພົວພັນຮ່ວມມືຂອງສອງອົງການກວດສອບແຫ່ງລັດລາວ-ຫວຽດນາມ ແລະ ການໃຫ້ການຊ່ວຍເຫຼືອທັງດ້ານວັດຖຸໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນເຂົ້າໃນການຍົກລະດັບວຽກງານບໍລິຫານຂອງອົງການກວດສອບແຫ່ງລັດ ສປປ ລາວ ໃຫ້ມີຄວາມທັນສະໄໝ ແລະ ພັດທະນາຂຶ້ນເທື່ອລະກ້າວ. ໃນໂອກາດດັ່ງກ່າວ ຍັງໄດ້ມອບໃບກຽດຕິຄຸນໃຫ້ແກ່ທະນາຄານຮ່ວມທຸລະກິດລາວ-ຫວຽດນາມ ອີກດ້ວຍ

(ຂ່າວ-ພາບ:ສຳນານ)

ຄໍາເຫັນ

ຂ່າວການຮ່ວມມື

ລັດຖະບານຍີ່ປຸ່ນ ມອບອຸປະກອນ ແລະ ລົດກົນຈັກສ້ອມແປງຂົວ-ທາງໃຫ້ກະຊວງ ຍທຂ

ລັດຖະບານຍີ່ປຸ່ນ ມອບອຸປະກອນ ແລະ ລົດກົນຈັກສ້ອມແປງຂົວ-ທາງໃຫ້ກະຊວງ ຍທຂ

ພິທີມອບ-ຮັບ ອຸປະກອນ ແລະ ລົດກົນຈັກສ້ອມແປງຂົວ-ທາງຈາກລັດຖະບານຍີ່ປຸ່ນ ພາຍໃຕ້ໂຄງການພັດທະນາເສຖະກິດ-ສັງຄົມ ຈັດຂຶ້ນໃນວັນທີ 9 ພະຈິກນີ້, ທີ່ສຳນັກງານລັດວິສາຫະກິດກໍ່ສ້າງທາງເລກ 8 ນະຄອນຫຼວງວຽງຈັນ, ໂດຍມີທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງປະເທດຍີ່ປຸ່ນ ປະຈຳສປປລາວ, ທ່ານ ສົມມາດ ພົນເສນາ ອະດີດຮອງປະທານສະພາແຫ່ງຊາດ, ອະດີດລັດຖະມົນຕີກະຊວງ ຍທຂ ພ້ອມດ້ວຍແຂກຖຶກເຊີນ ເຂົ້າຮ່ວມ.
ລາວ-ຈີນ ຫາລືແຜນການຮ່ວມມືຍຸດທະສາດດ້ານການສຶກສາ

ລາວ-ຈີນ ຫາລືແຜນການຮ່ວມມືຍຸດທະສາດດ້ານການສຶກສາ

ເມື່ອບໍ່ດົນມານີ້ ທີ່ສຳນັກງານກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ສສກ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ນາງ ເຫວີຍສືເຈີນ ຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ ເພື່ອເຂົ້າຢ້ຽມ ຢາມ ແລະ ປຶກສາຫາລືກ່ຽວກັບແຜນການຮ່ວມມືຍຸດທະສາດ ລະຫວ່າງສອງປະເທດ ລາວ-ຈີນ ໂດຍມີຫົວໜ້າກົມ-ຮອງກົມ, ຫົວໜ້າສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ (ມຊ) ຝ່າຍລາວ ແລະ ຝ່າຍຈີນ ພ້ອມດ້ວຍຄະນະທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ລາວ-ຈີນ ສ້າງສາຄູ່ຮ່ວມຊາຕາກຳ ແບບຄົບຊຸດໃນຍຸກໃໝ່

ລາວ-ຈີນ ສ້າງສາຄູ່ຮ່ວມຊາຕາກຳ ແບບຄົບຊຸດໃນຍຸກໃໝ່

ສອງປະເທດ ລາວ-ຈີນ ໄດ້ສ້າງສາຄູ່ຮ່ວມຊາຕາກຳ ລາວ-ຈີນ ແບບຄົບຊຸດໃນຍຸກໃໝ່ ໃນນັ້ນ,ໄດ້ເພີ່ມທະວີການແລກປ່ຽນບົດຮຽນການບໍລິຫານປະເທດແມ່ນສ່ວນປະກອບສໍາຄັນ, ໂດຍຜ່ານການພົບປະລະດັບສູງ, ການສໍາມະນາທິດສະດີ, ການປະຖະກາຖາຂອງຜູ້ຊ່ຽວຊານ, ການຝຶກອົບຮົມພະນັກງານ ແລະ ຮູບແບບອື່ນໆ, ໃນຂະນະດຽວກັນ, ລາວ-ຈີນ ໄດ້ ເພີ່ມທະວີການແລກປ່ຽນບົດຮຽນ, ຮຽນຮູ້ບົດຮຽນອັນທີ່ມີປະໂຫຍດຂອງ ກັນ ແລະ ກັນ ຊຶ່ງໄດ້ຂະຫຍາຍບົດບາດຢ່າງຕັ້ງໜ້າໃນການຍົກລະດັບຄວາມສາມາດດ້ານການບໍລິຫານ.
ເວທີປາໄສຄວາມຮ່ວມມືສື່ມວນຊົນອາຊຽນບວກສາມ ຄັ້ງທີ 12 ຈັດຂຶ້ນທີ່ເມືອງຝູໂຈ່ວ ແຂວງຝູຈ້ຽນ ສປ ຈີນ

ເວທີປາໄສຄວາມຮ່ວມມືສື່ມວນຊົນອາຊຽນບວກສາມ ຄັ້ງທີ 12 ຈັດຂຶ້ນທີ່ເມືອງຝູໂຈ່ວ ແຂວງຝູຈ້ຽນ ສປ ຈີນ

ເວທີປາໄສຄວາມຮ່ວມມືສື່ມວນຊົນອາຊຽນບວກສາມ ຄັ້ງທີ 12 ໄດ້ຈັດຂຶ້ນໃນວັນທີ 4 ພະຈິກຜ່ານ​ມາ ທີ່ເມືອງຝູໂຈ່ວ ແຂວງຝູຈ້ຽນ ທາງພາກຕາເວັນອອກຂອງ ສປ ຈີນ. ເວທີປາໄສດັ່ງກ່າວຈັດຂຶ້ນຮ່ວມກັນໂດຍ ໜັງສືພິມປະຊາຊົນ​ຂອງ​ຈີນ (People's Daily) ແລະ ລັດຖະບານປະຊາຊົນແຂວງຝູຈ້ຽນ ພາຍໃຕ້ຫົວຂໍ້ “ເປີດກວ້າງ ແລະ ຮ່ວມມື ເພື່ອການພັດທະນາຮ່ວມກັນ”.
ສຳມະນາທິດສະດີ ຄັ້ງທີ XIIIລະຫວ່າງ ພັກ ປ​ປລາວ ແລະ ພັກກອມມູນິດຫວຽດນາມ

ສຳມະນາທິດສະດີ ຄັ້ງທີ XIIIລະຫວ່າງ ພັກ ປ​ປລາວ ແລະ ພັກກອມມູນິດຫວຽດນາມ

ໃນທ່າມກາງບັນຍາກາດ ທີ່ສອງພັກ, ສອງລັດ ແລະປະຊາຊົນສອງຊາດລາວ-ຫວຽດນາມ ພວມອອກແຮງແຂ່ງຂັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ (ພັກ ປ​ປລາວ) ແລະ ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ທີ່ເຕັມໄປດ້ວຍບັນຍາກາດອັນຟົດຟື້ນ ແລະ ມີເນື້ອໃນເລິກເຊິ່ງ.
ເວທີຕົວເມືອງແຫ່ງຊາດ ຄັ້ງທີ 5 ຊຸກຍູ້ການພັດທະນາຕົວເມືອງລາວ ສູ່ຄວາມສີຂຽວ, ທົນທານ ຍືນຍົງ

ເວທີຕົວເມືອງແຫ່ງຊາດ ຄັ້ງທີ 5 ຊຸກຍູ້ການພັດທະນາຕົວເມືອງລາວ ສູ່ຄວາມສີຂຽວ, ທົນທານ ຍືນຍົງ

ກະຊວງໂຍທາ​ທິການ ແລະ ຂົນສົ່ງ (ຍທຂ) ຮ່ວມກັບອົງການສະຫະປະຊາຊາດດ້ານເຄຫາສະຖານ (UN​Habitat) ຈັດກອງປະຊຸມເວທີຕົວເມືອງແຫ່ງຊາດລາວ ຄັ້ງທີ 5 (5th Lao National Urban Forum – LNUF 2026) ເພື່ອຊຸກຍູ້ການເຊື່ອມສານເປົ້າໝາຍການພັດທະນາແບບຍືນຍົງເຂົ້າສູ່ທ້ອງຖິ່ນ ມຸ່ງສ້າງຕົວເມືອງລາວໃຫ້ມີຄວາມສີຂຽວ, ທົນທານ ແລະ ທັນສະໄໝຂຶ້ນໃນວັນທີ 6 ພະຈິກຜ່ານມາ ທີ່ໂຮງແຮມສຸພັດຕຣາ ນະຄອນຫຼວງວຽງຈັນ ໂດຍມີທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ເປັນປະທານ, ມີຜູ້ຕາງໜ້າຈາກກະຊວງ, ອົງການຂັ້ນສູນກາງ, ທ້ອງຖິ່ນ, ທຸຕານຸທູດ, ອົງການສາກົນ, ຄູ່ຮ່ວມພັດທະນາ, ພາກເອກະຊົນ ແລະ ນັກຊ່ຽວຊານເຂົ້າຮ່ວມ.
ມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ໃຫ້ບັນດາໂຮງຮຽນ ທີ່ສອນພາສາຣັດເຊຍ

ມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ໃຫ້ບັນດາໂຮງຮຽນ ທີ່ສອນພາສາຣັດເຊຍ

ພິທີມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ໃຫ້ບັນດາໂຮງຮຽນ ທີ່ມີການຮຽນ- ການສອນພາສາຣັດເຊຍ ຈັດຂຶ້ນວັນທີ 6 ພະຈິກຜ່ານມາ ທີ່ສູນວິທະຍາສາດ ແລະ ວັດທະນະທຳຣັດເຊຍ ຊຶ່ງມອບໂດຍທ່ານ ເຊຣເກ ຊົດສະກີ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສະຫະພັນຣັດເຊຍ ປະຈຳ ສປປ ລາວ ແລະ ຮັບໂດຍທ່ານ ແສງສະເດັນ ບຸນລາວົງ ຫົວໜ້າກົມຮ່ວມມືຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ (ສສກ) ມີຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ແລະ ຜູ້ອຳນວຍການໂຮງຮຽນຈຳນວນໜຶ່ງເຂົ້າຮ່ວມ.
ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ຄະນະຜູ້ແທນພັກ ປປ ລາວ ນໍາໂດຍ ສະຫາຍ ວາລະໄຊ ເລັ່ງສະຫວັດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ ຂອງອົງການກອງປະຊຸມສາກົນຂອງບັນດາພັກການເມືອງໃນອາຊີ (International Conference of Asian Political Parties ຫຼື ICAPP) ຄັ້ງທີ 13 ແລະ ກອງປະຊຸມຄະນະປະຈໍາ ຄັ້ງທີ 46 ພາຍໃຕ້ຫົວຂໍ້: “ການຟື້ນຟູຄວາມໄວ້ເນື້ອເຊື່ອໃຈໃນໂລກທີ່ກຳລັງປ່ຽນແປງ” (Rebuilding Trust in a Transforming World) ໃນລະຫວ່າງວັນທີ 4-7 ພະຈິກ ຜ່ານມາ ທີ່ນະຄອນຫຼວງເຊອູນ ສ ເກົາຫຼີ, ໂດຍການເປັນເຈົ້າພາບຮ່ວມຂອງພັກປະຊາທິປະໄຕ ແລະ ພັກພະລັງປະຊາຊົນ ຂອງ ສ ເກົາຫຼີ, ມີຄະນະຜູ້ແທນຈາກພັກການເມືອງ ຫຼາຍກວ່າ 83 ພັກທີ່ມາຈາກ 36 ປະເທດເຂົ້າຮ່ວມ ແລະ 3 ອົງການຈັດຕັ້ງສາກົນສັງເກດການ.
ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ສະຖານເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ວິທະຍຸ-ໂທລະພາບສູນກງຈີນ (CMG) ໄດ້ຮ່ວມກັນຈັດກອງປະຊຸມສົນທະນາລາວ - ຈີນ ກ່ຽວກັບການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບຂອງຍຸກສະໄໝ ພາຍໃຕ້ຫົວຂໍ້ “ການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບການຂອງຍຸກສະໄໝ: ການຄຸ້ມຄອງພັກ ເພື່ອສ້າງຊາດໃຫ້ຈະເລີນ” ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ໂດຍການເປັນປະທານຮ່ວມຂອງທ່ານ ນາງ ແກ້ວວິວອນ ອຸດທະຈັກ ຮອງປະທານ ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ ແລະ ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳສປປ ລາວ, ທ່ານ ນາງ ແສງແກ້ວ ຜູ້ຕາງໜ້າວິທະຍຸ-ໂທລະພາບສູນກາງຈີນ, ມີຫົວໜ້າຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ, ນັກວິທະຍາ ກອນ, ສຳມະນາກອນ ແລະ ຜູ້ຊ່ຽວຊານ ເຂົ້າຮ່ວມ.
ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ໃນວັນທີ 3 ພະຈິກຜ່ານມາ ທີ່ນະຄອນຫຼວງວຽງຈັນ, ທ່ານນາງ ສີໃສ ລືເດດມູນສອນ ຫົວໜ້າ ຄະນະຈັດຕັ້ງສູນກາງພັກ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົສຕຣາລີ ປະຈໍາ ສປປ ລາວ ເຂົ້າຢ້ຽມຂໍ່ານັບອຳລາ ສອງຝ່າຍໄດ້ຮ່ວມກັນທົບທວນຄືນ ເຖິງການຂະຫຍາຍຕົວຂອງການ ຮ່ວມ ມືລະຫວ່າງອົສຕຣາລີ ແລະ ສປປ ລາວ ໃນໄລຍະສາມປີຜ່ານມາ ແລະ ໄດ້ປຶກສາຫາລືກ່ຽວກັບ ທິດທາງ ບຸລິມະສິດ ເພື່ອເສີມຂະຫຍາຍການຮ່ວມມື ໂດຍສະເພາະດ້ານການພັດທະນາຊັບພະຍາກອນມະນຸດ.
ເພີ່ມເຕີມ