ໃນຈຳນວນຜູ້ເຂົ້າແຂ່ງຂັນທັງໝົດນັ້ນ, ທ່ານບຸນສະຫວາດ ວົງປະເສີດ ຫຼື ເຄນ, ບາຣິສຕ້າ ແລະ ເຈົ້າຂອງຮ້ານກາເຟ ຈາກນະຄອນຫຼວງວຽງຈັນ ໄດ້ອັນດັບທີ 1 ຊຶ່ງສະແດງໃຫ້ເຫັນການເຕີບໂຕຂອງບາຣິສຕ້າ ທີ່ມີສີມືພາຍໃນປະເທດ.
ການແຂ່ງຂັນຄັ້ງນີ້ ຈັດໂດຍ ອຳນາດການປົກຄອງເມືອງປາກຊ່ອງ, ສະມາຄົມກາເຟລາວ ຮ່ວມກັບ ບໍລິສັດ ເພັດລຸ້ງໂລດ ຂາອອກ-ຂາເຂົ້າ, ໂດຍມີເປົ້າໝາຍເພື່ອສົ່ງເສີມທັກສະການຊົງກາເຟຫຼື ບາຣີສຕາ, ສ້າງຄວາມເຊື່ອມໂຍງລະຫວ່າງຊາວສວນ ແລະ ບາຣິສຕ້າ, ພ້ອມທັງເຜີຍແຜ່ຄວາມຮັບຮູ້ກ່ຽວກັບຄຸນນະພາບກາເຟຈາກເຂາດພູພຽງບໍລະເວນ.
ທ່ານບຸນສະຫວາດ ວົງປະເສີດໄດ້ເລີ່ມຕົ້ນເສັ້ນທາງໃນວົງການກາເຟນັບແຕ່ປີ 2023 ໂດຍໄດ້ຮັບແຮງບັນດານໃຈຈາກຄອບຄົວແລະ ໝູ່ເພື່ອນທີ່ປະກອບທຸລະກິດກາເຟ ແລະ ສ່ວນໂຕເພິ່ນເອງກໍເປັນຄົນມັກດື່ມກາເຟ. ຄວາມສົນໃຈດັ່ງກ່າວໄດ້ຂະຫຍາຍອອກຈາກການຊົງກາເຟ ໄປສູ່ການທຳຄວາມເຂົ້າໃຈກັບຫ່ວງໂສ້ມູນຄ່າກາເຟ ຈາກສວນສູ່ຈອກ. ຂະບວນການຮຽນຮູ້ດັ່ງກ່າວໄດ້ນຳໄປສູ່ການເປີດຮ້ານກາເຟເປັນຂອງໂຕເອງຊື່ວ່າ ຮ້ານ Bello Coffee ຢູ່ບ້ານ ຫັດສະດີ, ນະຄອນຫຼວງວຽງຈັນ.
ໃນຕົ້ນເດືອນທີ່ຜ່ານມານີ້ທ່ານບຸນສະຫວາດວົງປະເສີດ ໄດ້ເດີນທາງໄປເມືອງປາກຊ່ອງ ເພື່ອຈະໄປເບິ່ງສວນກາເຟ ແລະ ເຂົ້າຮ່ວມບຸນກາເຟ-ຊາ ແລະຜົນຜະລິດກະສິກຳ ພູພຽງບໍລະເວນ ປະຈໍາປີ. ແຕ່ເມື່ອໄດ້ຍິນວ່າມີການຈັດການແຂ່ງຂັນ ຊົງກາເຟ ປາກຊ່ອງ, ບຸນສະຫວາດໄດ້ຮັບການສະຫນັບສະຫນຸນຈາກ ບໍລິສັດ ສົມໄຊ ສົ່ງເສີມການກະເສດ ແລະ ໄດ້ສະໝັກເຂົ້າຮ່ວມການແຂ່ງຂັນ.
ຫລັງຈາກປະສົບຜົນສຳເລັດໃນການແຂ່ງຂັນ ບຸນສະຫວາດໄດ້ເວົ້າໃຫ້ຟັງວ່າ:“ຫຼັງຈາກໄດ້ເຄີຍຜ່ານການແຂ່ງຂັນມາຫຼາຍຮອບແລ້ວ ຂ້ອຍໄດ້ຮຽນຮູ້ວ່າ ການເຂົ້າໃຈເມັດກາເຟແຕ່ລະຊະນິດແມ່ນມີຄວາມສຳຄັນຫຼາຍ. ນອກຈາກນັ້ນ ຍັງຕ້ອງຮູ້ຈັກຄວບຄຸມມາດຕະຖານ ບໍ່ວ່າຈະເປັນອຸນຫະພູມ, ຄວາມສະໝໍ່າສະເໝີຂອງການບົດເມັດກາເຟ ແລະ ການສະກັດຂອງກາເຟ ລາຍລະອຽດນ້ອຍໆເຫຼົ່ານີ້ສາມາດສ້າງຄວາມແຕກຕ່າງໄດ້ຢ່າງຫຼວງຫຼາຍ.”
ໃນຖານະຜູ້ຊະນະເລີດ ບຸນສະຫວາດ ໄດ້ຮັບຂັນ ແລະ ເງິນລາງວັນ ມູນຄ່າ 10,000,000 ກີບ ພ້ອມອຸປະກອນດ້ານກາເຟ ແລະ ໂອກາດໃນການໄປຝຶກອົບຮົມ.“ປະສົບການຄັ້ງນີ້ເປັນແຮງຈູງໃຈໃຫ້ຂ້ອຍຢາກພັດທະນາຕົນເອງຕໍ່ໄປ,” ລາວໄດ້ກ່າວເພີ່ມເຕີມ“ຂ້ອຍຢາກແບ່ງປັນສິ່ງທີ່ໄດ້ຮຽນຮູ້ມາຈາກການແຂ່ງຂັນນີ້ໃຫ້ກັບບາຣິສຕ້າຮຸ່ນຕໍ່ໄປ, ລວມໄປທັງຝຶກທັກສະໃຫ້ແກ່ທີມງານຢູ່ຮ້ານ Bello Coffee ເພື່ອຊ່ວຍຍົກລະດັບມາດຕະຖານການຊົງກາເຟຂອງພວກເຂົາ.”
ນອກຈາກນີ້ ຍັງມີຮອງຊະນະເລີດທັງຈາກ ສປປ ລາວ ແລະ ປະເທດໄທ ໂດຍມີບາຣິສຕ້າຈາກເມືອງປາກຊ່ອງ ໄດ້ອັນດັບທີ 3 ເຊິ່ງສະທ້ອນໃຫ້ເຫັນສັກກະຍະພາບຂອງຄົນທ້ອງຖິ່ນໃນເຂດພູພຽງບໍລະເວນ.
ທ່ານ ແສງຈັນ ຄຳມຸນທາຮອງປະທານສະມາຄົມກາເຟລາວ ໄດ້ກ່າວເພີ່ມວ່າ: “ການແຂ່ງຂັນຊົງກາເຟປາກຊ່ອງຄັ້ງນີ້ ສະແດງໃຫ້ເຫັນເຖິງຫົວໃຈຂອງງານບຸນກາເຟ–ຊາ ແລະ ຜົນຜະລິດກະສິກຳ ຂອງເມືອງປາກຊ່ອງ. ພວກເຮົາຍິນດີທີ່ຈະສືບຕໍ່ກິດຈະກຳນີ້ ເພື່ອສ້າງໂອກາດໃຫ້ແກ່ຊາວໜຸ່ມໄດ້ຮຽນຮູ້, ແລກປ່ຽນປະສົບການ ແລະ ເພີ່ມມູນຄ່າກາເຟລາວຈາກສວນສູ່ຈອກ. ພວກເຮົາຂໍຂອບໃຈບັນດາຄູ່ຮ່ວມງານ ແລະ ຜູ້ສະຫນັບສະຫນຸນ, ທັງພາກລັດ ແລະ ເອກະຊົນ ທີ່ໃຫ້ການສະໜັບສະໜູນຢ່າງຕໍ່ເນື່ອງ.”
ການແຂ່ງຂັນ ການຊົງກາເຟ ປາກຊ່ອງ (Paksong Drip Battle) 2025 ຍັງສະແດງໃຫ້ເຫັນການປ່ຽນແປງໃນວົງການກາເຟລາວ ເຊິ່ງມີການເນັ້ນໜັກໃສ່ທາງດ້ານການພັດທະນາທັກສະ, ຄຸນນະພາບ ແລະ ການຮ່ວມມື ທີ່ດີຂຶ້ນເພື່ອຊຸກຍູ້ໃຫ້ກາເຟຈາກພູພຽງບໍລະເວນ ມີບົດບາດໂດດເດັ່ນຫຼາຍຂຶ້ນໃນລະດັບທ້ອງຖິ່ນ ແລະ ສາກົນ.
ຄໍາເຫັນ