ທ່ານເຈົ້າແຂວງສະຫວັນນະເຂດ ເນັ້ນຄະນະນຳເມືອງເຊໂປນ ຂຸ້ນຂ້ຽວສ້າງຕັ້ງຄະນະພັກຮາກຖານກຸ່ມບ້ານຈຽງຕູບ

ທ່ານເຈົ້າແຂວງສະຫວັນນະເຂດ ເນັ້ນຄະນະນຳເມືອງເຊໂປນ ຂຸ້ນຂ້ຽວສ້າງຕັ້ງຄະນະພັກຮາກຖານກຸ່ມບ້ານຈຽງຕູບ
ໂດຍປະຕິບັດຕາມທິດຊີ້ນຳຂອງຄະນະພັກຂັ້ນເທິງ ໃນການປັບປຸງລະບົບການຈັດຕັ້ງໃນຂັ້ນຮາກຖານໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ, ສ້າງການຫັນປ່ຽນຢ່າງແຂງແຮງຮອບດ້ານ ເປົ້າໝາຍແມ່ນເພື່ອແກ້ໄຂສະພາບການດຳລົງຊີວິດຂອງພໍ່ແມ່ປະຊາຊົນໃນເຂດຊົນນະບົດຫ່າງໄກສອກຫຼີກໃຫ້ດີຂຶ້ນຢ່າງເປັນກ້າວໆ. ດັ່ງນັ້ນ, ໃນວັນທີ 9 ພະຈິກ ຜ່ານມາທ່ານ ບຸນໂຈມ ອຸບົນປະເສີດ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະບັນຊາ ປກຊ-ປກສ ແຂວງ ແລະຫົວໜ້າພະແນກການກົມກອງກ່ຽວຂ້ອງຈຳນວນໜຶ່ງຂອງແຂວງ ໄດ້ລົງເຄື່ອນໄຫວຊີ້ນຳ  ແລະພົບປະໂອ້ລົມຄະນະພັກເມືອງເມືອງເຊໂປນ ກ່ຽວກັບການປັບປຸງກົງຈັກການຈັດຕັ້ງຄະນະພັກຮາກຖານຈຸດສຸມຈຽງຕູບ ແລະບ້ານແດນສະຫວັນ.
ທ່ານ ພົງຄຳຮັກ ບຸດທະວົງ ເລຂາພັກເມືອງ ເຈົ້າເມືອງເຊໂປນ ໄດ້ກ່າວລາຍງານ ໂດຍສັງເຂບວ່າ: ເມືອງເຊໂປນ ປະກອບມີ 88 ບ້ານ, ມີ 7 ຈຸດສຸມ ໃນນັ້ນ ມີ 4 ຈຸດສຸມຂຶ້ນກັບແຂວງ ແລະ3 ຈຸດສຸມທີ່ຂຶ້ນກັບເມືອງ, ມີ 4 ກຸ່ມບ້ານ, 14 ບ້ານໃຫຍ່, ມີ 12.877 ຄອບຄົວ, ມີປະຊາກອນ 66.995 ຄົນ, ໃນນີ້ ສຳລັບຈຸດສຸມຈຽງຕູບ ປະກອບມີ 6 ບ້ານ, ມີປະຊາກອນ 2.280 ຄົນ, ມີ 446 ຫຼັງຄາ, 448 ຄອບຄົວ, ເຜົ່າຕຣີ ກວມເອົາ 100%, ມີໜ່ວຍພັກຂຶ້ນກັບ 6 ໜ່ວຍ, ມີສະມາຊິກພັກທັງໝົດ 48 ສະຫາຍ, ຄະນະພັກຮາກຖານ 4 ສະຫາຍ, ຄະນະໜ່ວຍພັກ  13 ສະຫາຍ ແລະໜ່ວຍພັກນຳພາບ້ານດ່ຽວມີ 6 ໜ່ວຍພັກ; ສ່ວນບ້ານແດນສະຫວັນ, ມີພົນລະເມືອງ 2.011 ຄົນ, ມີ 339 ຫຼັງຄາ, ມີ 450 ຄອບຄົວ, ເຜົ່າຕຣີ ກວມ100%, ມີໜ່ວຍພັກຂຶ້ນກັບ 1 ໜ່ວຍ, ມີສະມາຊິກພັກ 40 ສະຫາຍ, ຄະນະໜ່ວຍພັກ 3 ສະຫາຍ ແລະໜ່ວຍພັກນຳພາບ້ານດ່ຽວ 1 ໜ່ວຍພັກ ແລະຍັງໄດ້ລາຍງານໃຫ້ຮູ້ເຖິງຄວາມຄືບໜ້າຂອງການປັບປຸງກົງຈັກການຈັດຕັ້ງພັກ-ລັດຂັ້ນເມືອງ ກໍຄືການກະກຽມຈັດບ້ານ ມາເປັນກຸ່ມບ້ານຊຶ່ງທ່ານເຈົ້າເມືອງ ກ່າວວ່າ: ຄາດວ່າ ອີກ 2 ອາທິດ ຈະສຳເລັດການອອກຂ້ໍຕົກລົງແຕ່ງຕັ້ງຄະນະພັກຮາກຖານກຸ່ມບ້ານຈຽງຕູບ ແລະບ້ານແດນສະຫວັນ.
ໂອກາດດັ່ງກ່າວນີ້, ທ່ານ ບຸນໂຈມ ອຸບົນປະເສິດ ໄດ້ໃຫ້ກຽດກ່າວໂອ້ລົມ ແລະໃຫ້ທິດຊີ້ນຳບາງບັນຫາສຳຄັນຕໍ່ຄະນະບໍລິຫານງານພັກເມືອງເຊໂປນ ໂດຍທ່ານເຈົ້າແຂວງໄດ້ເນັ້ນໃຫ້ຂຸ້ນຂ້ຽວສ້າງຕັ້ງຄະນະພັກຮາກຖານກຸ່ມບ້ານຈຽງຕູບ ຊຶ່ງເປັນກຸ່ມບ້ານແບບໃໝ່ ທີ່ມີທີ່ຕັ້ງ, ພາລະບົດບາດ, ສິດໜ້າທີ່ ແລະຂອບເຂດຄວາມຮັບຜິດຊອບໃໝ່ຕ່າງຈາກຈຸດສຸມ ທັງນີ້ກໍເພື່ອກະກຽມສູ່ການສ້າງຕັ້ງເປັນຕາແສງຈຽງຕູບໃນປີ 2026, ສຳລັບຜູ້ທີ່ຈະເປັນເລຂາຄະນະພັກຮາກຖານຢູ່ນີ້ ແມ່ນເປັນເປົ້າໝາຍຜູ້ທີ່ຈະສະໝັກຄະນະບໍລິຫານງານພັກເມືອງຊຸດໃໝ່ ຫຼືເປັນຄະນະພັກເມືອງ ແຕ່ຕ້ອງໄດ້ປະວຽກທັງໝົດ ບໍ່ໃຫ້ຄວບຕຳແໜ່ງ ເພື່ອໄປຮັບໜ້າທີ່ຢູ່ກຸ່ມບ້ານ ເພື່ອຊີ້ນຳ-ນຳພາແກ້ໄຂວຽກງານຢ່າງຈິງຈັງ, ສ່ວນຮອງເລຂາຄະນະພັກຮາກຖານ ທັງເປັນຫົວໜ້າ ປກສ ກຸ່ມ ໂດຍຄັດເລືອກເອົາຈາກກຳລັງ ປກສ ຜູ້ທີ່ມີເປົ້າໝາຍຈະສ້າງ, ສ່ວນຄະນະພັກຮາກຖານ ທີ່ຈະປະກອບເຂົ້າແມ່ນຄັດເລືອກຈາກທະຫານເມືອງ ຫຼື ທະຫານຊາຍແດນ, ຈາກກະສິກຳ, ສຶກສາ ຕາມລຳດັບ. ດັ່ງນັ້ນ, ສິ່ງທີ່ຄະນະປະຈຳພັກເມືອງຕ້ອງຮີບຮ້ອນ 1. ແມ່ນການຮັບຮອງການສ້າງຕັ້ງຄະນະພັກຮາກຖານກຸ່ມບ້ານຈຽງຕູບ ແລະ2. ແມ່ນການປະກາດບົ່ງຕົວແຕ່ງຕັ້ງສະຫາຍຄະນະພັກຮາກຖານທີ່ຈະລົງໄປປະຈຳຢູ່ນັ້ນ ພາຍຫຼັງສຳເລັດ, ​ຄະນະຊີ້ນຳຂັ້ນແຂວງ-ຂັ້ນເມືອງ ຈຶ່ງຈະລົງໄປນຳພາປະຕິບັດ ວ່າຄວນເລີ່ມຈາກຫຍັງ ຊຶ່ງໃນໄລຍະ 2 ປີຂ້າງໜ້ານີ້ ພາຍໃນກຸ່ມບ້ານຈຽງຕູບ ຕ້ອງໄດ້ມີການຫັນປ່ຽນຢ່າງແຂງແຮງຮອບດ້ານ ເພື່ອກຽມສູ່ການສ້າງຕັ້ງເປັນຕາແສງໃນປີ 2026. ອີກບັນຫາໜຶ່ງ ກໍຄືການສ້າງຕັ້ງບ້ານແດນສະຫວັນເປັນບ້ານໃຫຍ່ ແລະສ້າງຕັ້ງເປັນຄະນະພັກຮາກຖານ ທັງນີ້ກໍເພື່ອນຳພາແກ້ໄຂບັນຫາ ແລະອັດຊ່ອງຫວ່າງຂອງປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນພາຍໃນເຂດບ້ານດັ່ງກ່າວ ເພື່ອໃຫ້ມີການພັດທະນາ ແລະກາຍເປັນຕົວເມືອງນ້ອຍ, ສຳລັບຜູ້ທີ່ຈະໄປເປັນເລຂາຄະນະພັກ ແມ່ນໃຫ້ເລືອກເອົາຄະນະພັກເມືອງ, ຮອງເລຂາ ແມ່ນ ປກສ ຫຼື ປກຊ, ສ່ວນໃນຄະນະແມ່ນຈາກກະສິກຳ(ປູກຝັງ-ລ້ຽງສັດ), ສຶກສາ ແລະເຂດອື່ນທີ່ມີຄວາມເໝາະສົມ.
ຈາກນັ້ນ, ທ່ານ ບຸນໂຈມ ອຸບົນປະເສີດ ພ້ອມຄະນະ ຍັງໄດ້ລົງຕິດຕາມຊຸກຍູ້ການພັດທະນາບໍລິເວນດ່ານສາກົນແດນສະຫວັນ ພ້ອມທັງພົບປະໂອ້ລົມຄະນະຄຸ້ມຄອງດ່ານ ຊຶ່ງທ່ານເຈົ້າແຂວງ ໄດ້ຊີ້ນຳໃຫ້ດ່ານໃຫ້ເກັບລາຍຮັບແບບລວມສູນ ເພື່ອໃຫ້ມີທຶນຮອນໄປພັດທະນາ ຈາກນີ້ກໍໃຫ້ເລັ່ງແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆໃນຂອບເຂດດ່ານສາກົນແດນສະຫວັນ ໂດຍສະເພາະບັນຫາຄົນລັກເຂົ້າເມືອງ, ການຂົນສົ່ງສິນຄ້າ ຕາມເສັ້ນທາງທໍາມະຊາດ ເຂດຊາຍແດນລາວ-ຫວຽດນາມ ຊຶ່ງໃກ້ກັບດ່ານພວກເຮົາ ທີ່ເປັນຊ່ອງຫວ່າງຫຼາຍ ແລະຍັງມີບັນຫາອື່ນໆອີກ. ສະນັ້ນ, ທຸກພາກສ່ວນທີ່ກ່ຽວຂ້ອງ ຕ້ອງໄດ້ປຶກສາຫາລືຮ່ວມກັນ ເພື່ອຊອກທິດທາງແກ້ໄຂ ແລະຄຸ້ມຄອງໃຫ້ໄດ້.ທ່ານເຈົ້າແຂວງ ກໍເດີນທາງໄປຢ້ຽມຢາມເບິ່ງສະພາບການເກັບຊື້ມັນຕົ້ນ ແລະການຜະລິດແປ້ງມັນຕົ້ນຢູ່ໂຮງງານແປ້ງມັນຕົ້ນເຊໂປນຕື່ມອີກ.
ຂ່າວ-ພາບ: ສະຫວັນນະເຂດ

ຄໍາເຫັນ

ຂ່າວການເມືອງ

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບັນດາຄໍາເຫັນຂອງສະມາຊິກສະພາປະຊາຊົນແຂວງ (ສພຂ) ຄຳມ່ວນ ທີ່ໄດ້ສະເໜີໃນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງ ສພຂ ຄໍາມ່ວນ ຊຸດທີ IV ທີ່ໄຂຂຶ້ນໃນວັນທີ 24 ທັນວາ 2025, ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານແຫ່ງລັດ, ຄາດໝາຍວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ 5 ປີ (2026-2030)ຄື:
ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຈັດກອງປະຊຸມເຜີຍແຜ່ຜົນສຳເລັດ ແລະ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກກະຊວງ ວທ ຂຶ້ນໃນວັນທີ 25 ທັນວານີ້ ທີ່ຫໍວັດ ທະນະທໍາແຫ່ງຊາດ ໂດຍການເປັນປະທານຂອງສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງ ວທ, ມີສະຫາຍ ວັນສີ ກົວມົວ ກຳມະການສຳຮອງສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງ ວທ, ມີບັນດາສະຫາຍຄະນະປະຈໍາພັກ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ພິທີ​ມອບ-ຮັບ​ໜ້າ​ທີ່​ລະ​ຫວ່າງ ເຈົ້າ​ແຂວງ​ວຽງຈັນ ແລະ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ແຂວງ​ວຽງຈັນໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ທັນ​ວາຜ່ານມານີ້, ທີ່ແຂວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ; ຄະນະເລຂາທິການສູນກາງພັກ, ປະທານ ຄະນະກວດກາສູນກາງພັກ,ປະທານອົງການກວດກາແຫ່ງລັດ,ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ; ມີທ່ານ ຄຳພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ; ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະ ບໍລິຫານງານພັກແຂວງວຽງຈັນ, ມີ​ຄະນະປະຈໍາພັກ ແລະ ຄະນະບໍລິຫານງານພັກແຂວງ, ມີພະນັກງານ ອາວຸໂສບໍານານ ແລະ ພະແນກການທີ່​ກ່ຽວ​ຂ້ອງຂອງແຂວງ ເຂົ້າຮ່ວມ.
ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2025 ແລະ ວາງທິດທາງແຜນການປະຈຳປີ 2026 ຂຶ້ນ ໃນວັນທີ 25 ທັນວານີ້, ທີ່ຫ້ອງປະຊຸມໃຫຍ່ ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງປ້ອງກັນຄວາມສະຫງົບ (ເຂດສະໜາມມ້າ)
ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ (ສນຊ) ຄັ້ງທີ 5 ສະໄໝທີ XI ປິດລົງດ້ວຍຜົນສຳເລັດຢ່າງຈົບງາມໃນວັນທີ 25 ທັນວານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີຮອງປະທານ, ຫົວໜ້າກົມ, ຮອງກົມ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ເພີ່ມເຕີມ