ຂ່າວສານຊີອາໄອລາຍງານ ໃນວັນທີ 10 ຕຸລາ ຜ່ານມາ, ກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນແຈ້ງໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 27 ກັນຍາ ຫາ ວັນທີ 8 ຕຸລານີ້, ການຂົນສົ່ງໃນໄລຍະພັກບຸນໄຫວ້ພະຈັນ ແລະ ວັນຊາດຈີນ ເປັນເວລາ 12 ວັນ ທາງລົດໄຟທົ່ວປະເທດຈີນໄດ້ຂົນສົ່ງຜູ້ໂດຍສານທັງໝົດ 195 ລ້ານເທື່ອຄົນ, ຂົນສົ່ງຜູ້ໂດຍສານ 16 ລ້ານກວ່າຄົນຕໍ່ມື້; ຂົນສົ່ງສິນຄ້າທັງໝົດ 135 ລ້ານໂຕນ, ປະລິມານການຂົນສົ່ງສິນຄ້າໄດ້ຮັກສາຢູ່ໃນລະດັບສູງ.
ລາຄາອາຫານໂລກໃນເດືອນກັນຍາເພີ່ມຂຶ້ນສູ່ລະດັບສູງສຸດໃນຮອບເກືອບ 4 ປີ
ສຳນັກຂ່າວສານຊິນຮວາລາຍງານໃນທ້າຍອາທິດ ຜ່ານມາວ່າ: ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ລາຍງານວ່າ, ດັດຊະນີລາຄາອາຫານທົ່ວໂລກໃນເດືອນກັນຍາ ສະເລ່ຍຢູ່ທີ່ 136.0 ຈຸດ, ເພີ່ມຂຶ້ນຈາກໂຕເລກເດືອນສິງຫາທີ່ໄດ້ຮັບການປັບປຸງໃໝ່ທີ່ 134.0 ຈຸດ. ໂດຍເປັນການເພີ່ມຂຶ້ນສູ່ລະດັບສູງສຸດໃນຮອບເກືອບ 4 ປີ, ນັບຕັ້ງແຕ່ເດືອນພະຈິກ 2022, ທ່າມກາງບັນຫາດ້ານການຂົນສົ່ງ ແລະ ຄວາມກັງວົນກ່ຽວກັບສະພາບອາກາດ.
ດັດຊະນີລາຄາມາດຕະຖານສຳລັບທັນຍາພືດ, ນ້ຳຕານ ແລະ ນ້ຳມັນພືດ ໄດ້ເພີ່ມຂຶ້ນໃນເດືອນກັນຍາ ຜ່ານມາ, ໃນຂະນະທີ່ລາຄາຊີ້ນ ແລະ ຜະລິດຕະພັນນົມຫຼຸດລົງ.
ຄໍາເຫັນ