![]() |
ໃນໂອກາດຢ້ຽມຢາມຄັ້ງນີ້, ທ່ານ ຮອງລັດຖະມົນ ກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ພົບປະສອງຝ່າຍກັບ ທ່ານ ນາງ Milena Rangel ຮອງລັດຖະມົນຕີກະຊວງການຕ່າງປະເທດຕີມໍເລັດສະເຕ ແລະ ເຂົ້າຢ້ຽມຂໍ່ານັບ ທ່ານ Agio Pereira ລັດຖະມົນຕີປະຈຳສະພາລັດຖະມົນຕີ ທັງເປັນຮັກສາການລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມື ແຫ່ງ ສປ ຕີມໍເລັດສະເຕ ຊຶ່ງສອງຝ່າຍ ໄດ້ທົບທວນຄືນການພົວພັນຮ່ວມມື ລະຫວ່າງສອງປະເທດ ໃນໄລຍະຜ່ານມາ ພ້ອມທັງໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ເພື່ອສົ່ງເສີມການຮ່ວມມືໃນດ້ານທີ່ສອງຝ່າຍມີທ່າແຮງນຳກັນຫຼາຍຂຶ້ນໃນຕໍ່ໜ້າ. ລວມທັງການແລກປ່ຽນການຢ້ຽມຢາມ ຂອງການນຳຂັ້ນສູງຂອງ ສອງປະເທດ ແລະ ແຜນການກະກຽມເປີດສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຕີມໍເລັດສະເຕ ໃນອະນາຄົດອັນໃກ້ນີ້ ພາຍຫຼັງທີ່ ສປ ຕີມໍເລັດສະເຕ ໄດ້ຖືກຮັບເຂົ້າເປັນສະມາຊິກສົມບູນ ປະເທດທີ່ 11 ຂອງອາຊຽນ ໃນທ້າຍປີ 2025 ທີ່ຜ່ານມາ. ຝ່າຍ ຕີມໍເລັດສະເຕ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ຊຶ່ງໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ຕະຫຼອດໄລຍະ 2 ທົດສະວັດທີ່ຜ່ານມາ. ໃນນັ້ນ, ແມ່ນການຊຸກຍູ້ການຈັດຕັ້ງປະຕິບັດບັນດາເອກະສານສຳຄັນທີ່ ສອງຝ່າຍໄດ້ລົງນາມຮ່ວມກັນ. ພ້ອມນັ້ນກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ຝ່າຍລາວ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊຸກຍູ້ ຕີມໍເລັດສະເຕ ໃນການເຂົ້າເປັນສະມາຊິກສົມບູນຂອງອາຊຽນຕະຫຼອດໄລຍະຜ່ານມາ. ໃນໄລຍະການຢ້ຽມຢາມຄັ້ງນີ້, ລັດຖະບານຕີມໍເລັດສະເຕ ໄດ້ຈັດພິທີມອບ-ຮັບອາຄານ ແລະ ດິນ ທີ່ໄດ້ຕົກລົງແລກປ່ຽນກັບຝ່າຍລາວ ເພື່ອນຳໃຊ້ເປັນສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳ ສປ ຕີມໍເລັດສະເຕ. ຕາງໜ້າຝ່າຍຕີມໍ ມອບໂດຍ ທ່ານ Dr. Sergio de Jesus da C.F. Hornai ລັດຖະມົນຕີກະຊວງຍຸຕິທຳ ແລະ ທ່ານ ນາງ Milena Rangel ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕີມໍເລັດສະເຕ. ພ້ອມນັ້ນ, ຄະນະຜູ້ແທນ ຍັງໄດ້ພົບປະກັບກົມກ່ຽວຂ້ອງຂອງກະຊວງການຕ່າງປະເທດ ແລະ ການຮ່ວມມືຕີມໍເລັດສະເຕະ ແລະ ແລກປ່ຽນກັບບັນດາທູຕານຸທູດ ປະເທດອາຊຽນທີ່ປະຈຳຢູ່ນະຄອນຫຼວ ດີລີ ມາແລ້ວ ເພື່ອປຶກສາຫາລືລາຍລະອຽດຕ່າງໆກໍຄືຂັ້ນຕອນໃນການກະກຽມ ເພື່ອສ້າງຕັ້ງສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຕີມໍເລັດສະເຕ.
![]() |
ຂ່າວ: ກະຊວງການຕ່າງປະເທດ


ຄໍາເຫັນ