ທ່ານ ບົວຄົງ ນາມມະວົງລັດຖະມົນຕີຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີຫົວໜ້າກອງເລຂາຄະນະສະເພາະກິດ 19/ກມສພພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ວຽກງານການແກ້ໄຂບັນຫາ

ທ່ານລັດຖະມົນຕີຫົວໜ້າ ຫສນຍເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງບໍ່ແກ້ວ

ທ່ານລັດຖະມົນຕີຫົວໜ້າ ຫສນຍເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງບໍ່ແກ້ວ
ໃນວັນທີ 5 ສິງຫານີ້, ທ່ານ ບົວຄົງ ນາມມະວົງລັດຖະມົນຕີຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີຫົວໜ້າກອງເລຂາຄະນະສະເພາະກິດ 19/ກມສພພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ວຽກງານການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ

ຢູ່ແຂວງບໍ່ແກ້ວໂດຍມີທ່ານ ທອງຈັນ ມະນີໄຊເຈົ້າແຂວງບໍ່ແກ້ວ ນຳພາຄະນະນຳຂອງແຂວງ, ບັນດາພະແນກການ ແລະ ພາກສ່ວນກ່ຽວຂ້ອງ ຮ່ວມເຮັດວຽກ.

ໃນໂອກາດນີ້, ທ່ານ ເຄື່ອນເພັດ ວົງຈັນຮອງເຈົ້າແຂວງບໍ່ແກ້ວ ໄດ້ລາຍງານໃຫ້ຊາບກ່ຽວກັບຜົນການຈັດຕັ້ງຜັນຂະຫຍາຍບັນດານິຕິກຳ ກ່ຽວກັບການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ ໂດຍສະເພາະບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ຊຶ່ງພາຍຫຼັງທີ່ໄດ້ຮັບທິດຊີ້ນຳ ແລະ ບັນດານິຕິກໍາ ທີ່ລັດຖະບານໄດ້ວາງອອກແລ້ວ ແຂວງບໍ່ແກ້ວ ກໍໄດ້ຜັນຂະຫຍາຍອອກຂໍ້ຕົກລົງຂອງເຈົ້າແຂວງ ສະບັບເລກທີ 447/ຈຂ.ບກ, ລົງວັນທີ 21 ມີນາ 2024 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຂັ້ນແຂວງ,ອອກມະຕິຕົກລົງ ຂອງຄະນະປະຈໍາພັກແຂວງສະບັບເລກທີ 402/ຄປພຂ.ບກ, ລົງວັນທີ 28 ພຶດສະພາ 2024 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບນໍາພາ-ຊີ້ນໍາແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ຕິດພັນກັບການຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ແລະ ການສ້າງຄວາມເຂັ້ມແຂງໃຫ້ຄະນະພັກ-ອໍານາດການປົກຄອງບ້ານ ພາຍໃນເມືອງຫ້ວຍຊາຍ.ຜ່ານການຈັດຕັ້ງປະຕິບັດສູ່ວຽກງານຕົວຈິງ ເຮັດໃຫ້ວຽກງານແຕ່ລະດ້ານ ມີການຫັນປ່ຽນດີຂຶ້ນເປັນກ້າວໆ, ເສດຖະກິດພາຍໃນແຂວງ ຂະຫຍາຍຕົວລະດັບ 4%ຮອດວັນທີ 26 ກໍລະກົດ 2024, ລວມຍອດຜະລິດຕະພັນພາຍໃນ GDP 1,747 ຕື້ກີບ,ການເກັບລາຍຮັບປະຕິບັດໄດ້ 471,40 ຕື້ກີບ ເທົ່າກັບ 78,59% ຂອງແຜນປີ,ລາຍຈ່າຍປະຕິບັດໄດ້ 213,64 ຕື້ກີບ ເທົ່າກັບ 54,76% ຂອງແຜນປີ.

ໃນໂອກາດດຽວກັນ, ທ່ານລັດຖະມົນຕີ ຫົວໜ້າ ຫສນຍ ກໍໄດ້ມີຄຳເຫັນໂອ້ລົມແລະ ແລກປ່ຽນຄວາມຄິດເຫັນ ຕໍ່ຜູ້ເຂົ້າຮ່ວມ, ພ້ອມທັງ ສະເໜີໃຫ້ແຂວງແລະ ພາກສ່ວນກ່ຽວຂ້ອງ ສືບຕໍ່ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ການຈັດຕັ້ງຜັນຂະຫຍາຍມະຕິຂອງກອງປະຊຸມລັດຖະບານ ເປີດກວ້າງຄັ້ງທີ Iປີ 2024,ສຸມໃສ່ແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນ ແລະ ການຄຸ້ມຄອງລາຄາສິນຄ້າ ທີ່ຍັງເປັນບັນຫາຄົງຄ້າງໃຫ້ດີຂຶ້ນ ດ້ວຍມາດຕະການຕ່າງໆ ທີ່ໄດ້ວາງອອກ ຢ່າງເໝາະສົມ ເພື່ອປະກອບສ່ວນເຮັດໃຫ້ເສດຖະກິດມະຫາພາກ ມີສະຖຽນລະພາບ,ຕິດຕາມ ແລະ ຄຸ້ມຄອງການນໍາເຂົ້າທຶນຕົວຈິງຂອງບັນດາໂຄງການລົງທຶນ ຜ່ານລະບົບທະນາຄານ ຢ່າງເຂັ້ມງວດ, ແກ້ໄຂບັນຫາຢາເສບຕິດ ແລະ ປະກົດການຫຍໍ້ທໍ້ຕ່າງໆ ຢູ່ພາຍໃນແຂວງ,ສົ່ງເສີມການຜະລິດພາຍໃນໃຫ້ຫຼາຍຂຶ້ນ, ຄົ້ນຄວ້າໂຄງປະກອບລາຄາສິນຄ້າທີ່ຈໍາເປັນ ເພື່ອຊອກຮູ້ປັດໄຈຕົ້ນຕໍ ທີ່ເປັນຜົນກະທົບຕໍ່ລາຄາສິນຄ້າ ແລະ ກໍານົດອັດຕາຂາຍ ໃນແຕ່ລະຂອດໃຫ້

ເໝາະສົມ,ຄຸ້ມຄອງ, ກວດກາການນໍາເຂົ້າ-ສົ່ງອອກສິນຄ້າ ຢູ່ບັນດາດ່ານຊາຍແດນ ໃຫ້ເຄື່ອນໄຫວຢ່າງຖືກຕ້ອງ, ຈຳກັດໄດ້ຊ່ອງວ່າງການສວຍໂອກາດຕ່າງໆ,ຕິດຕາມໂຄງການລົງທຶນດ້ານແຮ່ທາດ ເພື່ອປະເມີນການຈັດຕັ້ງປະຕິບັດບັນດາໂຄງການ ແລ້ວສະເໜີລັດຖະບານພິຈາລະນາ ຕໍ່ໂຄງການທີ່ບໍ່ມີຄວາມຄືບໜ້າ ແລະ ບໍ່ປະຕິບັດຕາມສັນຍາສືບຕໍ່ເອົາໃຈໃສ່ແກ້ໄຂການນຳເຂົ້າສິນຄ້າ ທີ່ພາຍໃນແຂວງສາມາດຜະລິດໄດ້, ແກ້ໄຂການຄ້າຂາຍອອນລາຍ, ການນຳເຂົ້າພາຫະນະ ທີ່ເປັນລາຍຍ່ອຍ,ແກ້ໄຂບັນຫາພາຫະນະ ທີ່ນຳໃຊ້ ແລະ ນຳເຂົ້າບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ ແລະ ສໍາເລັດໂດຍໄວ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

81 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການທູດລາວ  ​(ເນື່ອງ​ໃນ​ໂອກາດ ຄົບຮອບ 81 ປີ ວັນ​ການ​ທູດ​ລາວ: 12 ຕຸລາ 1945-12 ຕຸລາ 2026)

81 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການທູດລາວ ​(ເນື່ອງ​ໃນ​ໂອກາດ ຄົບຮອບ 81 ປີ ວັນ​ການ​ທູດ​ລາວ: 12 ຕຸລາ 1945-12 ຕຸລາ 2026)

ວັນການທູດລາວ 12 ຕຸລາ 1945 ແມ່ນກົງກັບວັນປະກາດເອກະລາດໂຮມລາວທີ່ເຮັດໃຫ້ປະຊາຄົມໂລກຮັບຮູ້ເຖິງອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດລາວ, ເປັນວັນແຫ່ງຄວາມພາກພູມໃຈຂອງປະຊາຊົນລາວບັນດາເຜົ່າກໍຄືວັນປະກາດເອກະລາດຄັ້ງທໍາອິດຂອງປະເທດລາວຊຶ່ງເປັນການໄຂສັງກາດໃໝ່ທີ່ໄດ້ເຮັດໃຫ້ປະຊາຄົມສາກົນຮັບຮູ້ຄວາມເປັນເອກະລາດຂອງລາວທີ່ບໍ່ເຄີຍຖືກຮັບຮູ້ມາເປັນເວລາຫຼາຍຮ້ອຍປີເນື່ອງຈາກເປັນຫົວເມືອງຂຶ້ນຂອງຈັກກະພັດຜູ້ຮຸກຮານ. ໄຊຊະນະດັ່ງ ກ່າວນັ້ນແມ່ນໝາກຜົນແຫ່ງການຕໍ່ສູ້ດ້ວຍກໍາລັງປະກອບອາວຸດ ແລະ ການຕໍ່ສູ້ທາງການເມືອງຂອງລັດຖະບານລາວອິດສະຫຼະ ດ້ວຍການນໍາໃຊ້ວີທີທາງການທູດຢ່າງຕັ້ງໜ້າຜ່ານການໄກ່ເກ່ຍເຈລະຈາແລະ ອາໄສປັດໄຈທີ່ເອື້ອອໍານວຍຈາກພາຍນອກ ຊຶ່ງມີບົດບາດອັນສໍາຄັນຕໍ່ການປະກາດເອກະລາດ ແລະ ຕໍ່ຕ້ານກໍາລັງຂອງສັດຕູໃນໄລຍະນັ້ນ.
ຄຕພ ເຊື່ອມຊຶມເອກະສານສໍາຄັນ ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ

ຄຕພ ເຊື່ອມຊຶມເອກະສານສໍາຄັນ ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ

ໃນວັນທີ 12 ຕຸລານີ້, ທີ່ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດພິທີເຜີຍແຜ່ເຊື່ອມຊຶມມູນເຊື້ອວັນປະກາດເອກະລາດ ແລະ ວັນການທູດລາວ ຄົບຮອບ 81 ປີ (12/10/1945 - 12/10/2026) ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ ໂດຍການເປັນປະທານຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ເລຂາຄະນະພັກ ຫົວໜ້າ ຄຕພ, ມີບັນດາສະຫາຍຄະນະນໍາ ຄຕພ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ ຄຕພ ເຂົ້າຮ່ວມ.
ປກສ ເມືອງທຸລະຄົມ ດໍາເນີນຊີວິດການເມືອງ ປະຈໍາປີ 2026

ປກສ ເມືອງທຸລະຄົມ ດໍາເນີນຊີວິດການເມືອງ ປະຈໍາປີ 2026

ໃນວັນທີ 9 ຕຸລາ 2026 ນີ້, ຢູ່ທີ່ຫ້ອງປະຊຸມກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງທຸລະຄົມ ແຂວງວຽງຈັນ ໄດ້ເປີດບັ້ນດໍາເນີນຊີວິດການເມືອງປະຈໍາປີ 2026 ໂດຍການເປັນປະທານຂອງສະຫາຍ ພັທ ສິນນະຄອນ ແສງສັກດາ ຄະນະປະຈໍາພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງທຸລະຄົມ, ມີຄະນະພັກ-ຄະນະບັນຊາ, ເລຂາໜ່ວຍພັກ, ສະມາຊິກພັກພາຍໃນພະແນກ ແລະ ກຸ່ມບ້ານເຂົ້າຮ່ວມ.
ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ໄດ້ຮັບເຄື່ອງອຸປະໂພກ-ບໍລິໂພກ

ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ໄດ້ຮັບເຄື່ອງອຸປະໂພກ-ບໍລິໂພກ

ເມື່ອບໍ່ດົນມານີ້ ທີ່ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ, ໄດ້ມີພິທີ ມອບ-ຮັບ ເຄື່ອງອຸປະໂພກ-ບໍລິໂພກ ,ໃຫ້ກຽດມອບໂດຍ ທ່ານ ສົງການ ສີວົງໄຊ ປະທານກຸ່ມຄອບຄົວ ຊຸບເປີ ໄບ້ ລາວ, ທ່ານ ຄຳນ້ອຍ ພະພັກພົມມະຈັນ ປະທານສອງລໍ້ ນະຄອນຫຼວງວຽງຈັນ ພ້ອມດ້ວຍ ແລະ ຕາງໜ້າຮັບໂດຍ ທ່ານ ນາງ ຈັນສະໝອນ ຜາງທະວົງ ຮອງຜູ້ອຳນວຍການໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ມີບັນດາຄູ-ອາຈານ, ນັກຮຽນທີ່ມີບັນຫາດ້ານການໄດ້ຍິນ ແລະ ສາຍຕາ ເຂົ້າຮ່ວມ.
ທະນາຄານແຫ່ງ ສປປ ລາວ ມອບເງິນ 100 ລ້ານກີບ ຊ່ວຍເຫຼືອບັນເທົາໄພນໍ້າຖ້ວມແຂວງຄຳມ່ວນ

ທະນາຄານແຫ່ງ ສປປ ລາວ ມອບເງິນ 100 ລ້ານກີບ ຊ່ວຍເຫຼືອບັນເທົາໄພນໍ້າຖ້ວມແຂວງຄຳມ່ວນ

ວັນທີ 7 ຕຸລາ 2026 ທີ່ສະພາແຫ່ງຊາດ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ມອບເງິນຈຳນວນ 100 ລ້ານກີບ ໃຫ້ແຂວງຄຳມ່ວນ ເພື່ອສົມທົບຊ່ວຍເຫຼືອ ແລະ ບັນເທົາຄວາມເດືອດຮ້ອນແກ່ປະຊາຊົນຜູ້ປະສົບໄພນ້ຳຖ້ວມ.
ໜ່ວຍສີລະປະສະມັກຫຼິ້ນ​ກອງພົນທີ 2 ສະແດງ​ສີລະປະ ​ຊົມເຊີຍ​ວັນສ້າງຕັ້ງ​ກອງພົນທີ​ 2​ ຄົບຮອບ​ 45​ ​ປີ​

ໜ່ວຍສີລະປະສະມັກຫຼິ້ນ​ກອງພົນທີ 2 ສະແດງ​ສີລະປະ ​ຊົມເຊີຍ​ວັນສ້າງຕັ້ງ​ກອງພົນທີ​ 2​ ຄົບຮອບ​ 45​ ​ປີ​

ໃນຄໍ່າຄືນຂອງ​ວັນທີ 6​-​7 ຕຸລາ​ 2026, ໜ່ວຍສີລະປະສະມັກຫຼິ້ນກອງພົນທີ 2 ໄດ້ສະແດງຮັບໃຊ້ໃນໂອກາດ​ກອງພົນທີ​ 2​ ພວມຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງພົນທີ 2 ຄົບຮອບ 45 ປີ ໂດຍມີສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ຫົວໜ້າການເມືອງກອງພົນທີ 2 ພ້ອມດ້ວຍຄະນະ,​ ມີພະນັກງານ​-ນັກຮົບ​ ແລະ​​ປະຊາຊົນ​ບັນດາ​ເຜົ່າ​ ເຂົ້າຮ່ວມຮັບຊົມ.
ທ່ານ​ ນາງ​ ຫວັ່ງພະໄທ ໄຊຍະປັນຍາ ດີໃຈທີ່ໄດ້ຮັບລາງວັນເຄືອຂ່າຍຜູ້ປະກອບການຍິງດີເດັ່ນອາຊຽນ ປີ​ 2026​

ທ່ານ​ ນາງ​ ຫວັ່ງພະໄທ ໄຊຍະປັນຍາ ດີໃຈທີ່ໄດ້ຮັບລາງວັນເຄືອຂ່າຍຜູ້ປະກອບການຍິງດີເດັ່ນອາຊຽນ ປີ​ 2026​

ທ່ານ​ ນາງ​ ຫວັ່ງພະໄທ ໄຊຍະປັນຍາ​ ສະມາຊິກສະມາຄົມນັກທຸລະກິດແມ່ຍິງແຂວງຈໍາປາສັກ​ ເປັນ​ 1​ ໃນ​ 4​ ນັກທຸລະກິດແມ່ຍິງແຂວງຈໍາປາສັກ ທີ່ໄດ້ຮັບລາງວັນເຄືອຂ່າຍຜູ້ປະກອບການຍິງດີເດັ່ນ​ ອາຊຽນ ຫຼື​ ASEAN Entrepreneurs​ Women Award ປີ​ 2026​ ເຊິ່ງຈັດຂຶ້ນ​ໂດຍເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ ຫຼື​ ASEAN Women Entrepreneurs Network. ພິທີມອບ​ -​ ຮັບ ລາງວັນດັ່ງກ່າວ​ ຈັດຂຶ້ນ​ໃນວັນທີ 2 ຕຸລາ 2026 ທີ່ຜ່ານມາ ຢູ່ໂຮງແຮມ ອາມາລີ​ນະຄອນຫຼວງວຽງຈັນ ສປປ ລາວ.​ ໃຫ້ກຽດ​ມອບໂດຍ​ ທ່ານ​ ມະໄລທອງ ກົມທະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ​ ການຄ້າ.
ການພັດທະນາ ເສດຖະກິດ-ສັງຄົມ ຢູ່ເມືອງໂຂງ

ການພັດທະນາ ເສດຖະກິດ-ສັງຄົມ ຢູ່ເມືອງໂຂງ

​ ວັນທີ 7 ຕຸລາ 2026, ທ່ານ ວິໄຊ ສັນຕິວົງ ຮອງຫົວໜ້າສູນສະຖິຕິແຫ່ງຊາດກະຊວງການເງິນ ພ້ອມດ້ວຍ ທ່ານ ນາງ ດຸງດ່ວນ (Dung Doan) ນັກເສດຖະກິດອາວຸໂສ ຈາກທະນາຄານໂລກ ແລະ ຄະນະນໍາ-ຊ່ຽວຊານຈາກສູນກາງ ແລະ ແຂວງ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງໂຂງ, ແຂວງຈໍາປາສັກ. ໂດຍໃຫ້ການຕ້ອນຮັບຂອງ ທ່ານ ຈັນທະນົງສິນ ຈັນທະພິມ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງໂຂງ, ມີຫົວໜ້າຫ້ອງການການເງິນເມືອງ,ຫົວໜ້າຫ້ອງວ່າການເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ກົມປ່າໄມ້, ກະຊວງກະສິກໍາ ແລະ ສີ່ງແວດລ້ອມ ຮ່ວມກັບ ບໍລິສັດ ເຈເອັດສ໌ເຄ ຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ສຶກສາຄວາມເປັນໄປໄດ້ ເພື່ອພັດທະນາສ່ວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍໃຫ້ເປັນພືຶ້ນທີ່ສີຂຽວ ແລະ ປົກປັກຮັກສາປ່າໄມ້ທໍາມະຊາດໃນເນື້ອທີ່ 100 ເຮັກຕາ.
ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ເມືອງຊານໄຊ ແຂວງອັດຕະປື ໄດ້ເປີດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ໃຫ້ແກ່ພະນັກງານຂັ້ນຕາແສງ, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່ ເມືອງ​ຊານ​ໄຊໂດຍການເປັນປະທານຂອງທ່ານ ທະນູໄຊ ບັນຊາລິດ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີຄະນະພັກ, ຄະນະນໍາຂອງແຂວງ, ເມືອງ, ພ້ອມດ້ວຍ ວິທະຍາກອນ ແລະ ສຳມະນາກອນຈາກ 4 ຕາແສງຂອງເມືອງຊານໄຊ ປະກອບມີ: ຕາແສງວັງຕັດ, ຕາແສງກອງນາ, ຕາແສງນ້ຳຊຸ ແລະ ຕາແສງຄຳເບໄຊເຂົ້າຮ່ວມ.
ເພີ່ມເຕີມ