![]() |
ທ່ານນາງ ອາດີນາ ມະຫາວົງ ປະທານບໍລິສັດໂທລະພາບລາວສະຕາຈຳກັດ ປະທານຄະນະບໍລິຫານງານສະມາຄົມນັກຂ່າວລາວ ທັງເປັນຄະນະບໍລິຫານງານສະມາຄົມນັກທຸລະກິດຍິງລາວ ແລະ ເປັນທີ່ປຶກສາສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ໃນວັນທີ 13 ທັນວາຜ່ານມາທີ່ນະຄອນຫຼວງວຽງຈັນ ວ່າ: ການປະກວດ World Madam ເປັນການປະກວດລະດັບນານາຊາດ ທີ່ຈັດຂຶ້ນເປັນປະຈໍາທຸກປີ ເພື່ອສົ່ງເສີມບົດບາດ ແລະ ສັກກະພາບຂອງແມ່ຍິງ ທີ່ມີຄວາມພ້ອມ ທາງດ້ານບຸກຄະລິກກະພາບ, ຄວາມຮູ້, ຄຸນນະທຳ, ຄວາມສາມາດ ແລະ ຈິດໃຈການຮັບໃຊ້ສັງຄົມ ໂດຍການສ້າງໃຫ້ເພດຍິງມີຄວາມເປັນຜູ້ນໍາ.
ປີນີ້ ນັບເປັນຄັ້ງທໍາອິດທີ່ ແມ່ຍິງລາວ ໄດ້ເຂົ້າຮ່ວມການປະກວດ The World Madam ASIA 2025 ໂດຍທ່ານນາງ ອາດີນາ ມະຫາວົງ ເປັນຕົວແທນຂອງແມ່ຍິງລາວ ເຂົ້າຮ່ວມການປະກວດດັ່ງກ່າວ ຊຶ່ງມີຜູ້ເຂົ້າຮ່ວມຈາກຫຼາຍກວ່າ 20 ປະເທດທົ່ວໂລກ ເກືອບ40 ມາດາມ, ການເຂົ້າຮ່ວມຄັ້ງນີ້ ໄດ້ນໍາເອົາຜ້າໄໝ-ແພລາວ ແຕ່ເໜືອ ຮອດໃຕ້ ທີ່ມີລວດລາຍອັນຫຼາກຫຼາຍ ຈໍານວນ 30 ຜືນ ຂຶ້ນປະມູນ ເປັນເງິນຈໍານວນ 3 ພັນກວ່າໂດລາ ເຂົ້າໂຄງການ Madam World.
ໃນເວທີການປະກວດ ທ່ານນາງ ອາດີນາ ມະຫາວົງ ໄດ້ນໍາສະເໜີການຟ້ອນບົດເພງຈໍາປາເມືອງລາວ ໃນຊຸດຜ້າໄໝລາວ ທີ່ມີການປັກດິ້ງລວດລາຍສວຍງາມ ຂອງແຂວງຫຼວງພະບາງ ຊຶ່ງເປັນການສະທ້ອນເຖິງເອກະລັກ ແລະວັດທະນະທໍາອັນງົດງາມຂອງຊາດລາວ ພ້ອມທັງການສະແດງທ່າເຕັ້ນບາສະຫຼົບ ສະແດງເຖິງຄວາມສາມັກຄີປອງດອງ.
ການໄດ້ຮັບລາງວັນ The World Madam ASIA 2025 ໃນຄັ້ງນີ້ ນັບເປັນລາງວັນລະດັບນານາຊາດຄັ້ງທໍາອິດທີ່ແມ່ຍິງລາວ ໃນສາຍການປະກວດນີ້. ທ່ານ ນາງ ອາດີນາ ມະຫາວົງ ໄດ້ສະແດງຄວາມປື້ມປິຕິຍິນດີອັນສູງ ແລະ ກ່າວວ່າ: ມົງກຸດ World Madam ບໍ່ແມ່ນມົງກຸດນາງງາມ ແຕ່ເປັນສັນຍາລັກແຫ່ງຄຸນຄ່າ ແລະ ຄຸນລະສະຕີຂອງແມ່ຍິງ ໃນການອຸທິດຕົນເຮັດວຽກເພື່ອສັງຄົມ, ການເຜີຍແຜ່ວັດທະນະທໍາ ແລະການເຊື່ອມໂຍງທາງທຸລະກິດ. ພ້ອມນີ້ ທ່ານຍັງໄດ້ສະແດງຄວາມຂອບໃຈຢ່າງສຸດຊຶ້ງ ຕໍ່ພາກລັດ, ພາກເອກະຊົນ ແລະທຸກພາກສ່ວນ ທີ່ໄດ້ຊຸກຍູ້ ແລະໃຫ້ການສະໜັບສະໜູນ ຈົນສາມາດນໍາຊື່ສຽງ ແລະ ຄວາມພາກພູມໃຈມາສູ່ປະເທດຊາດໄດ້ໃນຄັ້ງນີ້.
ພິທີມອບລາງວັນ WORLD MADAM ອາຊີ ປະຈຳປີ 2025ຫຼືWORLD MADAM2025 ASIA ANNUAL AWARDS CEREMONY ໄດ້ຈັດຂຶ້ນໃນລະຫວ່າງວັນທີ 27-29 ພະຈິກ 2025 ທີ່ສາທາລະນະລັດປະຊາຊົນຈີນ ພາຍໃຕ້ຄໍາຂວັນ “One small step for Madams, One giant leap for the World”.
ສໍາລັບ World Madam ASIA 2026 ແມ່ນຈະຈັດຂຶ້ນທີ່ປະເທດມາເລເຊຍ.

ຄໍາເຫັນ