ໃນໂອກາດດັ່ງກ່າວ, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສໍາເລັດໃນການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວຕະຫຼອດໄລຍະຜ່ານມາ ຊຶ່ງທ່ານເອກອັກຄະລັດຖະທູດ ໄດ້ປະກອບສ່ວນຢ່າງຫ້າວຫັນ ເຂົ້າໃນວຽກງານສົ່ງເສີມ ແລະ ຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ນູແວນເຊລັງ ຊຶ່ງໄດ້ສ້າງສາຍພົວພັນການທູດນຳກັນ ໃນວັນທີ 7 ກຸມພາ 1963 ການພົວພັນສອງຝ່າຍ ໄດ້ດຳເນີນ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ. ການແລກປ່ຽນການຢ້ຽມຢາມ ລະຫວ່າງການນຳຂັ້ນສູງ ແລະ ຂັ້ນຕ່າງໆຂອງສອງປະເທດ ໄດ້ເລີ່ມຕົ້ນແຕ່ປີ1965 ເປັນຕົ້ນມາ. ຄຽງຄູ່ກັນນັ້ນ, ສອງປະເທດ ຕ່າງກໍໃຫ້ການສະໜັບສະໜູນຊຶ່ງກັນ ແລະ ກັນໃນເວທີພາກພື້ນ ແລະ ສາກົນ. ພ້ອມນີ້, ທ່ານຮອງປະທານປະເທດ ຍັງໄດ້ອວຍພອນໃຫ້ທ່ານທູດ ຈົ່ງປະສົບຜົນສຳເລັດໃນໜ້າທີ່ໃໝ່ ແລະ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ.
ທ່ານເອກອັກຄະລັດຖະທູດ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານຮອງປະທານປະເທດ ແລະ ສະແດງຄວາມຂອບໃຈ ຕໍ່ລັດຖະບານ ສປປ ລາວ ກໍຄື ພາກສ່ວນກ່ຽວຂ້ອງຂອງລາວ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ການຮ່ວມມື ຕະຫຼອດໄລຍະ ການປະຕິບັດໜ້າທີ່ການທູດຂອງຕົນ ຢູ່ ສປປ ລາວ ຈົນໄດ້ຮັບຜົນສໍາເລັດເປັນຢ່າງດີ.
(ຂ່າວ: ແສງຈັນ)
ຄໍາເຫັນ