ທ່ານປະ​ທານ ​ສີ​ຈິ້ນ​ຜິງໃສ່​ໃຈປູກ​ຈິດ​ສຳ​ນຶກ​​ໃຫ້​ລູ​ກ​ຫຼານ

ທ່ານປະ​ທານ ​ສີ​ຈິ້ນ​ຜິງໃສ່​ໃຈປູກ​ຈິດ​ສຳ​ນຶກ​​ໃຫ້​ລູ​ກ​ຫຼານ

ທ່ານປະ​ທານ ​ສີ​ຈິ້ນ​ຜິງໃສ່​ໃຈປູກ​ຈິດ​ສຳ​ນຶກ​​ໃຫ້​ລູ​ກ​ຫຼານ
ຕະ​ຫຼອດ​ໄລ​ຍະ​ຜ່ານ​ມາ, ທ່ານ​ສີ​ຈິ້ນ​ຜິງປະ​ທານ​ປະ​ເທດ​ຈີນ ​ໄດ້​ເອົາ​ໃຈ​ໃສ່​ຕໍ່ສຸ​ຂະ​ພາບ​ແລະ​ການ​ເຕີບ​ໃຫຍ່​ຂອງ​ເດັກ​ນ້ອຍ​ເຍົາ​ວະ​ຊົນ​ມາ​ໂດຍ​ຕະ​ຫຼອດເພິ່ນ​ໄດ້​ປູກ​ຈິດ​ສຳ​ນຶກ​ຕ່າງໆ​ທີ່​ປຽບ​ເໝືອນ​ເມັດ​ພັນ​ນ້ອຍໆ​ແຕກ​ໜໍ່​ຈໍ່​ແໜງ​ຢູ່​ໃນ​ຈິດ​ໃຈ​ຂອງ​ເດັກ​ນ້ອຍ​ທັງ​ຫຼາຍ.

 

 

ຈິດສຳນຶກຄ່ານິຍົມແກນກາງສັງຄົມນິຍົມ

ກ່ອນວັນເດັກນ້ອຍສາກົນທີ1 ມິຖຸນາ2014ຈະໝູນວຽນມາເຖິງ, ທ່ານສີຈິ້ນຜິງໃນຖານະເປັນ “ເພື່ອນມິດໃຫຍ່” ໄດ້ເຂົ້າຮ່ວມເປັນສັກຂີພິຍານຂອງພິທີເຂົ້າເປັນສະມາຊິກກອງເຍົາວະຊົນບຸກເບີກຈີນຂອງນັກຮຽນຊັ້ນໜຶ່ງໂຮງຮຽນປະຖົມຊົນເຜົ່າເມືອງໄຫຕ້ຽນນະຄອນຫຼວງປັກກິ່ງ, ເພິ່ນໄດ້ຜູກແພແດງເຍົາວະຊົນໃຫ້ທ້າວຫວາງຢ້ຽນຈຸ່ນນັກຮຽນຊັ້ນໜຶ່ງຫ້ອງ8.

ພາຍຫຼັງພິທີເຂົ້າເປັນສະມາຊິກເຍົາວະຊົນບຸກເບີກສຳເລັດລົງແລ້ວ, ທ່ານສີຈິ້ນຜິງໄດ້ເລົ່າສະພາບການເຂົ້າເປັນສະມາຊິກເຍົາວະຊົນຂອງຕົນຕອນເຍົາໄວສູ່ຫຼານນ້ອຍນັກຮຽນທັງຫຼາຍຟັງວ່າ: “ຈື່ໄດ້ວ່າຕອນເຂົ້າເປັນສະມາຊິກເຍົາວະຊົນຫົວໃຈເຕັ້ນໄວໆຮູ້ສຶກຕື່ນເຕັ້ນຫຼາຍ. ບໍ່ຮູ້ວ່າພວກຫຼານມີຄວາມຮູ້ສຶກແບບນີ້ຫຼືບໍ່?”, “ເພາະຫຍັງຈຶ່ງເປັນແບບນີ້? ເພາະວ່າມັນເປັນກຽດຕິຍົດຢ່າງໜຶ່ງ.”

ໃນການສົນທະນາກັບນັກຮຽນແລະຄູອາຈານທັງຫຼາຍໃນມື້ນັ້ນ, ທ່ານສີຈິ້ນຜິງໄດ້ສະເໜີຄຳຊີ້ນຳວ່າ: ທຸກຝ່າຍຕ້ອງສຸມຄວາມພະຍາຍາມຮ່ວມກັນເພື່ອເຮັດໃຫ້ “ເມັດພັນ” ຄ່ານິຍົມແກນກາງສັງຄົມນິຍົມແຕກໜໍ່ຈໍ່ແໜງຢູ່ໃນຈິດໃຈຂອງເດັກນ້ອຍເຍົາວະຊົນແລະອົບຮົມບົ່ມສ້າງຂຶ້ນຢ່າງແທ້ຈິງ.

ຄ່ານິຍົມແກນກາງສັງຄົມນິຍົມມີຄື: ຮັ່ງມີເຂັ້ມແຂງ, ປະຊາທິປະໄຕ, ຄວາມສີວິໄລ, ຄວາມກົມກຽວ, ຄວາມເສລີ, ຄວາມສະເໝີພາບ, ຄວາມຍຸຕິທຳ, ການປົກຄອງດ້ວຍກົດໝາຍ, ຄວາມຮັກຊາດ, ຄວາມທຸ່ມເທຕໍ່ໜ້າທີ່ການງານ, ຄວາມຊື່ສັດ ແລະ ມິດຕະພາບ.

ເດັກນ້ອຍເຍົາວະຊົນຄືອະນາຄົດຂອງປະເທດຊາດ, ມີພຽງແຕ່ປູກຈິດສຳນຶກຄ່ານິຍົມແກນກາງສັງຄົມນິຍົມໃຫ້ເດັກນ້ອຍເຍົາວະຊົນເທົ່ານັ້ນຈຶ່ງຈະສາມາດແຕກດອກອອກຜົນທີ່ດີໄດ້ໃນອະນາຄົດ.

ຈິດສຳນຶກຮັກຊາດຈີນເຮົາ

ກ່ອນວັນເດັກນ້ອຍສາກົນວັນທີ 1 ມິຖຸນາ2019 ຈະໝູນວຽນມາເຖິງ, ນັກຮຽນປະຖົມຂອງໂຮງຮຽນຢີ່ງສາຍທີ່ສັງກັດໂຮງຮຽນມັດທະຍົມຫາວຈ່ຽງມາກາວໄດ້ຂຽນຈົດໝາຍເຖິງທ່ານສີຈິ້ນຜິງຊຶ່ງເນື້ອໃນຈົດໝາຍໄດ້ເລົ່າເຖິງຄວາມເຂົ້າໃຈຂອງເຂົາເຈົ້າທີ່ມີຕໍ່ຄວາມໝາຍຂອງ “ປະເທດຊາດມາຕຸພູມ” ພ້ອມທັງໄດ້ສະແດງຄວາມໝາຍໝັ້ນວ່າພາຍຫຼັງໃຫຍ່ຂຶ້ນແລ້ວຈະສ້າງສາປະເທດຊາດກໍຄືມາກາວໃຫ້ດີງາມກວ່າເກົ່າ.

ວັນທີ 31 ພຶດສະພາ 2019, ທ່ານສີຈິ້ນຜິງໄດ້ຕອບຄືນຈົດໝາຍຂອງຫຼານນ້ອຍນັກຮຽນທັງຫຼາຍຊຶ່ງເນື້ອໃນບາງຕອນຂຽນວ່າ: “ປະເທດຊາດເປັນທີ່ເພິ່ງອີງອັນເຂັ້ມແຂງຂອງມາກາວ, ພວກຫຼານຮູ້ເຫດຜົນນີ້ຕັ້ງແຕ່ຍັງນ້ອຍ, ຂ້າພະເຈົ້າຮູ້ສຶກປະທັບໃຈຫຼາຍ.”

ຫຼັງຈາກນັ້ນບໍ່ເທົ່າໃດເດືອນ, ທ່ານສີຈິ້ນຜິງໄດ້ເດີນທາງໄປຢ້ຽມຢາມຫຼານນ້ອຍນັກຮຽນທັງຫຼາຍຂອງໂຮງຮຽນຢິ່ງສາຍທີ່ສັງກັດໂຮງຮຽນມັດທະຍົມຫາວຈ່ຽງມາກາວ,ເພິ່ນໄດ້ເວົ້າກັບບັນດາຫຼານນ້ອຍນັກຮຽນຢ່າງສະໜິດສະໜົມວ່າ: “ພຶດຕິກຳສາມຂວບບອກນິໄສໄດ້ຮອດເຖົ້າ, ພວກເຮົາອົບຮົມບົ່ມສອນລັດທິຮັກຊາດກໍແມ່ນເລີ່ມຈາກເຍົາໄວເຊັ່ນດຽວກັນ”ເພິ່ນຫວັງໃຫ້ຫຼານນ້ອຍນັກຮຽນມາກາວທັງຫຼາຍໄດ້ໄປຢາມເຂດໃນປະເທດຊາດເລື້ອຍໆເພື່ອທ່ຽວຊົມດິນແດນມາຕຸພູມອັນສວຍສົດງົດງາມ. ຮຽນປະຫວັດສາດໃຫ້ດີ, ຮຽນປະຫວັດສາດຈີນໃຫ້ດີ. ດຸໝັ່ນຮ່ຳຮຽນໃຫ້ມີຄວາມກ້າວໜ້າທຸກມື້!.

ທ່ານສີຈິ້ນຜິງໄດ້ປະຕິບັດຕົວຈິງໃນການປູກຈິດສຳນຶກ “ຮັກຊາດຈີນເຮົາ”ໃຫ້ເດັກນ້ອຍທຸກຄົນຢ່າງເລິກເຊິ່ງ.

ຈິດສຳນຶກຄວາມສິວິໄລດ້ານນິເວດ

ນັບແຕ່ປີ2013ເປັນຕົ້ນມາ, ທ່ານສີຈິ້ນຜິງໄດ້ເຂົ້າຮ່ວມກິດຈະກຳປູກຕົ້ນໄມ້ຕາມພັນທະຂອງນະຄອນຫຼວງປັກກິ່ງເປັນເວລາ13ປີລຽນຕິດ. ເພິ່ນໄດ້ຮ່ວມກັບເດັກນ້ອຍເຍົາວະຊົນປູກຕົ້ນໄມ້ພ້ອມທັງໂອ້ລົມສົນທະນາກັບເຂົາເຈົ້າຢ່າງສະໜິດສະໜົມ.

ປີ2023, ຕອນເຂົ້າຮ່ວມກິດຈະກຳປູກຕົ້ນໄມ້ຢູ່ສວນສາທາລະນະໃຈກາງຕົ່ງປ້າເມືອງສາວຢາງນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງໄດ້ປູກຕົ້ນໄມ້ທັງສອນວິທີການປູກຕົ້ນໄມ້ໃຫ້ຫຼານນ້ອຍນັກຮຽນທັງຫຼາຍ, ພ້ອມທັງລົມເລື່ອງການຮຽນແລະການໃຊ້ຊີວິດກັບເຂົາເຈົ້າ, ສອບຖາມເຂົາເຈົ້າວ່າມີຄວາມຮູ້ກ່ຽວກັບພຶກສາຊາດຫຼາຍໜ້ອຍສ່ຳໃດ? ດຽວນີ້ວຽກບ້ານຫຼາຍບໍ່? ແລະອື່ນໆ.

ພາຍຫຼັງປູກຕົ້ນໄມ້ແລ້ວໆ, ທ່ານສີຈິ້ນຜິງໄດ້ເວົ້າກັບຫຼານນ້ອຍນັກຮຽນທັງຫຼາຍວ່າ: “ຖ້າພວກຫຼານກາຍເປັນພໍ່ແມ່ແລ້ວກໍຄວນຊຸກຍູ້ໃຫ້ລູກຫຼານປູກຕົ້ນໄມ້ຕໍ່ໄປ, ເຮັດສືບກັນໄປຈາກຮຸ່ນສູ່ຮຸ່ນ, ປະເທດຈີນທີ່ສວຍງາມກໍແມ່ນສ້າງສາຂຶ້ນມາແບບນີ້ແຫຼະ.”

ທ່ານສີຈິ້ນຜິງກັບເດັກນ້ອຍທັງຫຼາຍຮ່ວມກັນປູກຕົ້ນໄມ້ໂດຍໄດ້ປູກແນວຄິດ “ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ” ເຂົ້າໃນຈິດໃຈເດັກນ້ອຍທຸກຄົນ.

ທ່ານສີຈິ້ນຜິງເຫັນວ່າ: ຄວາມໝາຍສຳຄັນອັນໜຶ່ງຂອງກິດຈະກຳປູກຕົ້ນໄມ້ຕາມພັນທະແມ່ນຕ້ອງຊຸກຍູ້ການປູກຈິດສຳນຶກຄວາມສິວິໄລດ້ານນິເວດໃຫ້ແກ່ທົ່ວສັງຄົມໂດຍສະເພາະແມ່ນຊາວໜຸ່ມເຍົາວະຊົນ.

ການປູກຈິດສຳນຶກຕ່າງໆໃຫ້ເດັກນ້ອຍເຍົາວະຊົນກໍປຽບເໝືອນການຫວ່ານເມັດພັນນ້ອຍໆເພື່ອປູກຄວາມຫວັງແລະສ້າງອະນາຄົດທີ່ດີງາມ.

ໂດຍ: ຊີອາໄອ

ຄໍາເຫັນ

ຂ່າວຕ່າງປະເທດ

OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ພະຈິກ ຜ່ານມາວ່າ: ອົງການປະເທດຜູ້ສົ່ງອອກນ້ຳມັນ (OPEC) ແລະ ພັນທະມິດ ຫຼື ເອີ້ນລວມກັນວ່າ OPEC+ ໄດ້ຕົກລົງທີ່ຈະເພີ່ມກຳລັງການຜະລິດນ້ຳມັນຂຶ້ນເປັນ137,000 ບາເຣວຕໍ່ມື້ໃນເດືອນທັນວານີ້.ຫຼັງຈາກປະເທດສະມາຊິກເຊັ່ນ: ຊາອຸດິດ ອາຣັບບີ, ຣັດເຊຍ, ອີຣັກ, ສະຫະລັດອາຣັບເອມິເຣດ, ກູເວດ, ກາຊັກສະຖານ, ອານເຊຣີ ແລະ ໂອມານ ປະຊຸມອອນລາຍເພື່ອທົບທວນສະພາບຕະຫຼາດໂລກ ແລະ ທ່າອ່ຽງເສດຖະກິດ.
ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ລີເຈມຽນ ປະທານາທິບໍດີ ສ ເກົາຫຼີຊຶ່ງເປັນປະທານກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32 ທີ່ເມືອງ Gyeongju ປະເທດ ສ ເກົາຫຼີໄດ້ຮຽກຮ້ອງໃຫ້ເພີ່ມການຮ່ວມມື ແລະ ຄວາມສາມັກຄີໃນພາກພື້ນອາຊີປາຊີຟິກ ເພື່ອເອົາຊະນະສິ່ງທ້າທາຍໃໝ່ໆ ໃນຂະນະທີ່ໂລກກຳລັງເຂົ້າສູ່ຈຸດປ່ຽນທີ່ສຳຄັນ.
ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີວ່າ: ກະຊວງພະລັງງານ ແລະ ຊັບພະຍາກອນບໍ່ແຮ່ຂອງອິນໂດເນເຊຍໄດ້ປະກາດເປົ້າໝາຍໃນການເພີ່ມກຳລັງການຜະລິດພະລັງງານໄຟຟ້າຈາກພະລັງງານໝູນວຽນ 42.6 ກິໂລວັດໃນໄລຍະທົດສະວັດຕໍ່ໄປ ຊຶ່ງເປັນສ່ວນໜຶ່ງຂອງຍຸດທະສາດເພື່ອເລັ່ງການຫັນປ່ຽນຈາກເຊື້ອໄຟຟອດຊິວໄປສູ່ລະບົບພະລັງງານທີ່ມີກາກບອນຕ່ຳ.
ຈີນຍິນດີເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນທີ່ເຂັ້ມແຂງແກ່ການຄຸ້ມຄອງດິນຟ້າອາກາດໂລກ

ຈີນຍິນດີເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນທີ່ເຂັ້ມແຂງແກ່ການຄຸ້ມຄອງດິນຟ້າອາກາດໂລກ

ຂ່າວສານຊີອາໄອລາຍງານໃນທ້າຍອາທິດຜ່ານມາວ່າ: ທ່ານ ໂກ່ວເຈ່ຍຄຸນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ໂດຍມີນັກຂ່າວຖາມກ່ຽວກັບກອງປະຊຸມພາຄີສົນທິສັນຍາຂອບການປ່ຽນແປງຂອງດິນຟ້າອາກາດອົງການສະຫະປະຊາຊາດຄັ້ງທີ 30 ຫຼື COP30 ທີ່ຈັດຂຶ້ນຢູ່ນະຄອນເບເລິມ ປະເທດບ​ຣາ​ຊິນ.
ຫວຽດນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ຫວຽດນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 1 ພະຈິກ ຜ່ານມາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານວາລະເຮັດວຽກທີ 2 ຂອງຄະນະຊີ້ນຳແຫ່ງຊາດຜັນຂະຫຍາຍມະຕິສະບັບເລກທີ 68 ຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດເອກະຊົນ.
ຜົນການສຶກສາພົບວ່າ ມະນຸດເຄື່ອນໄຫວຫຼາຍກວ່າສັດປ່າເຖິງ 40 ເທົ່າ

ຜົນການສຶກສາພົບວ່າ ມະນຸດເຄື່ອນໄຫວຫຼາຍກວ່າສັດປ່າເຖິງ 40 ເທົ່າ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ຖະແຫຼງການຈາກສະຖາບັນວິທະຍາສາດ Weizmann (WIS) ຂອງອິດສະຣາເອນ ລະບຸວ່າ: ທີມນັກຄົ້ນຄວ້າສາກົນໄດ້ຄົ້ນພົບວ່າການເຄື່ອນໄຫວຂອງມະນຸດໂດຍລວມນັ້ນຫຼາຍກວ່າ ສັດລ້ຽງລູກດ້ວຍນົມເທິງບົກ, ສັດປີກ ແລະ ແມງໄມ້ ໃນທຳມະຊາດທັງໝົດລວມກັນປະມານ 40 ເທົ່າ.
WHO ເປີດເຜີຍ ການບໍ່ສົນໃຈວິກິດການດິນຟ້າອາກາດ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍລ້ານຄົນ

WHO ເປີດເຜີຍ ການບໍ່ສົນໃຈວິກິດການດິນຟ້າອາກາດ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍລ້ານຄົນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ຕຸລາ ຜ່ານມາວ່າ: ອົງການອະນາໄມໂລກ (WHO) ໄດ້ເຜີຍແຜ່ບົດລາຍງານລະດັບໂລກປະຈຳປີ 2025 ກ່ຽວກັບສຸຂະພາບ ແລະ ການປ່ຽນແປງສະພາບອາກາດ ຊຶ່ງເຮັດຮ່ວມກັບໜັງສືພິມ The Lancet ລະບຸວ່າ: ການເພິ່ງພາອາໄສເຊື້ອໄຟຟອດຊິວຫຼາຍເກີນໄປ ແລະ ຄວາມລົ້ມເຫຼວໃນການປັບຕົວເຂົ້າກັບໂລກທີ່ຮ້ອນຂຶ້ນຢ່າງຕໍ່ເນື່ອງ ກຳລັງສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ສຸຂະພາບຂອງມະນຸດ.
ທ່ານ ສີຈິ້ນຜິງ ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32

ທ່ານ ສີຈິ້ນຜິງ ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32

ຂ່າວສານຊີອາໄອລາຍງານວ່າ: ໃນຕອນເຊົ້າວັນທີ 31 ຕຸລາ ຜ່ານມາ, ກອງປະຊຸມຜູ້ນຳເສດຖະກິດອົງການຮ່ວມມືເສດຖະກິດອາຊີປາຊີຟິກ ຫຼື APEC ຄັ້ງທີ 32 ໄດ້ຈັດຂຶ້ນຢູ່ສູນປະຊຸມສາກົນຈອງຈູ ປະເທດ ສ ເກົາຫຼີ. ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສສຳຄັນຕໍ່ກອງປະຊຸມຄັ້ງນີ້.
ທ່ານ ເລືອງເກື່ອງ ພົບປະສົນທະນາກັບທ່ານປະທານາທິບໍດີ ສ ເກົາຫຼີ

ທ່ານ ເລືອງເກື່ອງ ພົບປະສົນທະນາກັບທ່ານປະທານາທິບໍດີ ສ ເກົາຫຼີ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຂອບເຂດການປະຕິບັດງານຢູ່ ສ ເກົາຫຼີ ແລະ ເຂົ້າຮ່ວມສັບປະດາຂັ້ນສູງເວທີປາໄສການຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) 2025, ໃນຕອນບ່າຍວັນທີ 30 ຕຸລາ ຜ່ານມາ (ຕາມເວລາທ້ອງຖິ່ນ) ຢູ່ນະຄອນ Gyeongju ສ ເກົາຫຼີ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ດຳເນີນການພົບປະສົນທະນາກັບທ່ານ ລີແຈມຽງ ປະທານາທິບໍດີ ສ ເກົາຫຼີ.
ອິນໂດນີເຊຍ ຈະເປີດໃຊ້ໂຮງໄຟຟ້ານິວເຄລຍແຫ່ງທຳອິດພາຍໃນປີ 2032

ອິນໂດນີເຊຍ ຈະເປີດໃຊ້ໂຮງໄຟຟ້ານິວເຄລຍແຫ່ງທຳອິດພາຍໃນປີ 2032

ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ຕຸລາ ຜ່ານມາວ່າ: ທ່ານ ຢູລິອອດ ຕັນຈຸງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ຊັບພະຍາກອນແຮ່ທາດຂອງອິນໂດເນເຊຍ ໄດ້ເປີດເຜີຍວ່າ: ອິນໂດເນເຊຍຄາດວ່າຈະເລີ່ມດໍາເນີນງານໂຮງໄຟຟ້ານິວເຄລຍແຫ່ງທຳອິດຂອງປະເທດພາຍໃນປີ 2032 ຊຶ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການບັນລຸເປົ້າໝາຍການປ່ອຍອາຍແກ໊ສເຮືອນແກ້ວສຸດທິເປັນສູນພາຍໃນປີ 2060.
ເພີ່ມເຕີມ