ທາບທາມ ບຸກຄະລະກອນ ສະໝັກເຂົ້າໃນຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວສະ ໄໝທີ IX ຮອບທີ I ຢູ່ແຂວງຜົ້ງສາລີ

ທາບທາມ ບຸກຄະລະກອນ ສະໝັກເຂົ້າໃນຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວສະ ໄໝທີ IX ຮອບທີ I ຢູ່ແຂວງຜົ້ງສາລີ

ທາບທາມ ບຸກຄະລະກອນ ສະໝັກເຂົ້າໃນຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວສະ ໄໝທີ IX ຮອບທີ I ຢູ່ແຂວງຜົ້ງສາລີ
ຕອນເຊົ້າຂອງວັນທີ 29 ສີງຫາຜ່ານມາ ທີ່ຫ້ອງປະຊຸມ ຫ້ອງວ່າການແຂວງຜົ້ງສາລີ ໄດ້ຈັດກອງປະຊຸມທາບທາມບຸກຄະລະກອນ ຮັບສະໝັກເຂົ້າໃນຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ ສະໄໝທີ IX ໂດຍການເປັນປະທານຂອງ ສະຫາຍ ພອນໄຊ ແກ້ວສົມພັນ ກຳມະການປະຈໍາພັກແຂວງ ປະທານ ແນວລາວສ້າງຊາດແຂວງ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນແຂວງ.
ທາບທາມ ບກຄະລະກອນ ສະໝກເຂາໃນຄະນະບລຫານງານ ສນກາງສະຫະພນກຳມະບານລາວສະ ໄໝທ IX ຮອບທ I ຢແຂວງຜງສາລ - image 1
 

ໃນກອງປະຊຸມ, ສະຫາຍ ນາງ ພອນແກ້ວ ຄຸນສົມເຮື່ອງ ປະທານ ສະຫະພັນກຳມະບານແຂວງຜົ້ງສາລີ ໄດ້ກ່າວເປີດກອງປະຊຸມ ຊຶ່ງບາງຕອນກ່າວວ່າ: ການຈັດກອງປະຊຸມທາບທາມບຸກຄະລະກອນ ຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ສະໄໝທີ IX ແມ່ນເພື່ອຄັດເລືອກບຸກຄະລະກອນ ຜູ້ທີ່ມີມາດຖານ, ເງື່ອນໄຂຄົບຖ້ວນ ເພື່ອຮັບສະໝັກເລືອກຕັ້ງເຂົ້າໃນ ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ສະໄໝທີ IX.

ທາບທາມ ບກຄະລະກອນ ສະໝກເຂາໃນຄະນະບລຫານງານ ສນກາງສະຫະພນກຳມະບານລາວສະ ໄໝທ IX ຮອບທ I ຢແຂວງຜງສາລ - image 2
 

ໂອກາດນື້ ສະຫາຍ ພອນໄຊ ແກ້ວສົມພັນ ໄດ້ມີຄໍາເຫັນຊີ້ນໍາຕໍ່ກອງປະຊຸມ. ຈາກນັ້ນ, ຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານມາດຖານ, ເງື່ອນໄຂຂອງຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວສະໄໝທີ IX ພ້ອມທັງ ແນະນຳວິທີການປ່ອນບັດ ແລະ ດຳເນີນການປ່ອນບັດທາບທາມ ບຸກຄະລະກອນ ຮັບສະໝັກເຂົ້າໃນຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວສະ ໄໝທີ IX ຮອບທີ I.

(ພາບ-ຂ່າວ: ແກ້ວສະຫ່ວາງ ໄຊຍະງີນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄະນະບໍລິຫານງານພັກເມືອງບໍ່ແຕນ ເຄື່ອນໄຫວຊຸກຍູ້ທະຫານຊາຍແດນ 159

ຄະນະບໍລິຫານງານພັກເມືອງບໍ່ແຕນ ເຄື່ອນໄຫວຊຸກຍູ້ທະຫານຊາຍແດນ 159

ໃນວັນທີ 26 ພຶດສະພາຜ່ານມາ, ທ່ານ ບຸນພະລັງ ວິໄລສັກ ກຳມະການພັກແຂວງ ເລຂາພັກເມືອງ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງບໍ່ແຕນ ແຂວງໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ການປະຕິບັດໜ້າທີ່ວຽກງານຂອງນາຍ ແລະ ພົນທະຫານ ກອງຮ້ອຍທະຫານຊາຍແດນ 159 ທີ່ປະຈຳການ ແນວໜ້າຢູ່ປ້ອມປາກຮອຍ ໂດຍໃຫ້ກຽດຕ້ອນຮັບຂອງສະຫາຍ ຮທ ສົມນຶກ ເພັງພັກດີ ຫົວໜ້າໝວດປ້ອມປາກຮອຍ ກອງຮ້ອຍທະຫານຊາຍແດນ 159 ພ້ອມດ້ວຍຄະນະເຂົ້າຮ່ວມ.
ພາກລັດ-ເອກະຊົນຮ່ວມມື ເພີ່ມປະສິດທິພາບການກວດສຸຂະພາບແຮງງານ

ພາກລັດ-ເອກະຊົນຮ່ວມມື ເພີ່ມປະສິດທິພາບການກວດສຸຂະພາບແຮງງານ

ພິທີເຊັນສັນຍາວ່າດ້ວຍການຮ່ວມມືດ້ານວິຊາການ ເພື່ອເພີ່ມປະສິດທິພາບການກວດສຸຂະພາບແຮງງານ ພາຍໃນ ແລະ ຕ່າງປະເທດ ລະຫວ່າງ ກົມຄຸ້ມຄອງແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແລະ ໂຮງໝໍສາກົນຄຳມ່ວນ ໃນວັນທີ 28 ພຶດສະພານີ້, ທີ່ຮ້ານອາຫານເວສຕ້າ ເມືອງທ່າແຂກ ແຂວງຄຳມ່ວນ ເປັນກຽດເຂົ້າຮ່ວມຂອງທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງ, ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງ ຮສສ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສຳເລັດຊຸດຝຶກອົບຮົມວຽກງານກວດກາພັກ-ລັດ ໃຫ້ສະຫະພັນນັກຮົບເກົ່າ 3 ແຂວງພາກກາງ

ສຳເລັດຊຸດຝຶກອົບຮົມວຽກງານກວດກາພັກ-ລັດ ໃຫ້ສະຫະພັນນັກຮົບເກົ່າ 3 ແຂວງພາກກາງ

ສະຫະພັນນັກຮົບເກົ່າແຫ່ງຊາດລາວ (ສນຫລ) ຈັດພິທີປິດຊຸດຝຶກອົບຮົມວຽກງານກວດກາພັກ-ລັດໃຫ້ພະນັກງານທີ່ເຮັດວຽກກວດກາ ຂອງສະຫະພັນນັກຮົບເກົ່າ 3 ແຂວງພາກກາງ ປະກອບມີ: ແຂວງວຽງຈັນ, ໄຊສົມບູນ ແລະ ແຂວງບໍລິຄຳໄຊ ໃນວັນທີ 28 ພຶດສະພານີ້, ທີ່ຫ້ອງວ່າການແຂວງວຽງຈັນ, ໃຫ້ກຽດເປັນປະທານກ່າວປິດຂອງທ່ານ ພົນໂທ ວົງຄຳ ພົມມະກອນ ຮອງເລຂາຄະນະພັກ, ຮອງປະທານ ສນຫລ ທັງເປັນປະທານກວດກາ ສນຫລ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງບັນຊາການທະຫານແຂວງໄຊສົມບູນ ຫວນຄືນມູນເຊື້ອ 2 ວັນປະຫວັດສາດ

ກອງບັນຊາການທະຫານແຂວງໄຊສົມບູນ ຫວນຄືນມູນເຊື້ອ 2 ວັນປະຫວັດສາດ

ກອງບັນຊາການທະຫານແຂວງໄຊສົມບູນ ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນວິລະກຳຜູ້ນໍາແຫກຄຸກໂພນເຄັງຢ່າງມະຫັດສະຈັນ ຄົບຮອບ 66 ປີ ແລະ ວັນຜ່າວົງປິດລ້ອມກອງພັນທີ 2 ວິລະຊົນ ຄົບຮອບ 67 ປີ ຂຶ້ນໃນວັນທີ 27 ພຶດສະພາຜ່ານມາ. ໂດຍການເປັນປະທານຂອງສະຫາຍ ພົຈວ ໝອນຄໍາ ດວງສະຫວັນ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາທີ່ກ່ຽວຂ້ອງເຂົ້າຮ່ວມ.
9 ແຜນງານ 42 ໂຄງການ ພັດທະນາວຽກງານໂຄສະນາອົບຮົມ ໄປສູ່ຄຸນນະພາບໃໝ່

9 ແຜນງານ 42 ໂຄງການ ພັດທະນາວຽກງານໂຄສະນາອົບຮົມ ໄປສູ່ຄຸນນະພາບໃໝ່

ສະຫາຍ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າ ຄອສພ ໄດ້ຂຶ້ນລາຍງານແຜນພັດທະນາວຽກງານໂຄສະນາອົບຮົມ 5 ປີ (2026-2030) ຕໍ່ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ຄອສພ ໃນວັນທີ 28 ພຶດສະພານີ້ ທີ່ ຄອສພ.
ຄອສພ ສຸມໃສ່ປັບປຸງ-ກໍ່ສ້າງພັກ ຍົກສູງບົດບາດ ແລະ ຄວາມສາມາດນໍາພາທີ່ເຂັ້ມແຂງຂອງພັກໃນໄລຍະໃໝ່

ຄອສພ ສຸມໃສ່ປັບປຸງ-ກໍ່ສ້າງພັກ ຍົກສູງບົດບາດ ແລະ ຄວາມສາມາດນໍາພາທີ່ເຂັ້ມແຂງຂອງພັກໃນໄລຍະໃໝ່

ໃນໄລຍະ 5 ປີຜ່ານມາ ອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ສຸມໃສ່ປັບປຸງ-ກໍ່ສ້າງພັກ ເພື່ອຍົກສູງບົດບາດ ແລະ ຄວາມສາມາດໃນການນໍາພາທີ່ເຂັ້ມແຂງຂອງພັກໃນໄລຍະໃໝ່. ສະຫາຍ ວັນສີ ກົວມົວ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າ ຄອສພ ໄດ້ຂຶ້ນລາຍງານການເມືອງຕໍ່ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ຄອສພ ໃນວັນທີ 28 ພຶດສະພານີ້ ທີ່ ຄອສພ.
ວາງກະຕ່າດອກໄມ້ ໃນໂອກາດຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກ ຄອສພ

ວາງກະຕ່າດອກໄມ້ ໃນໂອກາດຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກ ຄອສພ

ຄະນະບໍລິຫານງານພັກ, ຄະນະພັກຮາກຖານ, ຄະນະໜ່ວຍພັກ ພ້ອມດ້ວຍສະມາຊິກພັກ ທີ່ເປັນຜູ້ ແທນສົມບູນ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ນຳໂດຍ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະ ການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ເຂົ້າວາງກະຕ່າດອກໄມ້ ຢູ່ໜ້າຮູບປັ້ນຫຼໍ່ຂອງປະທານ ໄກສອນ ພົມວິຫານ ທີ່ຫໍພິພິທະພັນ ໄກສອນ ພົມວິຫານ ໃນວັນທີ 27 ພຶດສະ ພານີ້, ເນື່ອງໃນໂອກາດຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ຄະນະ ໂຄສະນາອົບຮົມສູນກາງພັກ.
ຄວາມຄືບໜ້າ ການຊ່ວຍເຫຼືອຜູ້ຕິດຖໍ້າ 7 ຄົນຢູ່ໄຊສົມບູນ

ຄວາມຄືບໜ້າ ການຊ່ວຍເຫຼືອຜູ້ຕິດຖໍ້າ 7 ຄົນຢູ່ໄຊສົມບູນ

ຕາມການສອບຖາມຂໍ້ມູນຈາກອຳນາດການປົກຄອງເມືອງລ້ອງແຈ້ງ ແຂວງໄຊສົມບູນ ໃນເວລາ 8:33 ໂມງຂອງວັນທີ 27 ພຶດສະພານີ້ໃຫ້ຮູ້ວ່າ: ພາລະກິດຊ່ວຍເຫຼືອປະຊາຊົນ 7 ຄົນທີ່ຕິດຢູ່ໃນຖໍ້າ ຢູ່ບ້ານພັນໄຊ ເມືອງລ້ອງແຈ້ງ ຍັງສືບຕໍ່ດຳເນີນການຢ່າງເຄັ່ງຮ້ອນ ໃນຕອນແລງຂອງວັນທີ 26 ພຶດສະພາຜ່ານມາ, ຄະນະຮັບຜິດຊອບຂັ້ນແຂວງ, ເມືອງ ແລະ ທີມກູ້ໄພ ໄດ້ວາງແຜນການຊ່ວຍເຫຼືອຄືນໃໝ່ ພາຍຫຼັງບໍລິສັດລາວໂທລະຄົມໄດ້ຕິດຕັ້ງສັນ ຍານໂທລະສັບສຳເລັດ.
ຍົກລະດັບພະແນກຊາຍແດນ ຂຶ້ນເປັນຫ້ອງທະຫານຊາຍແດນ ກອງບັນຊາການທະຫານແຂວງຄຳມ່ວນ

ຍົກລະດັບພະແນກຊາຍແດນ ຂຶ້ນເປັນຫ້ອງທະຫານຊາຍແດນ ກອງບັນຊາການທະຫານແຂວງຄຳມ່ວນ

ກອງບັນຊາການທະຫານແຂວງຄຳມ່ວນ ຈັດພິທີປະກາດຍົກລະດັບ “ພະແນກຊາຍແດນ” ຂຶ້ນເປັນ “ຫ້ອງທະຫານຊາຍແດນ” ຂຶ້ນກັບກອງບັນຊາການທະຫານແຂວງໃນວັນທີ 26 ພຶດສະພາຜ່ານມາ, ທີ່ສະໂມສອນກອງບັນຊາການທະຫານແຂວງ ໂດຍການເປັນປະທານຂອງສະຫາຍ ພົນໂທ ສາຍໃຈ ກົມມະສິດ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເຜີຍແຜ່ ຜົນສໍາເລັດກອງປະຊຸມ ຄັ້ງປະຖົມມະລືກ ຂອງ ສ​ພ​ຊ ຊຸດທີ X ແລະ ສພ​ຂ ຊຸດທີ V ຢູ່ບ້ານນາເຕີຍ

ເຜີຍແຜ່ ຜົນສໍາເລັດກອງປະຊຸມ ຄັ້ງປະຖົມມະລືກ ຂອງ ສ​ພ​ຊ ຊຸດທີ X ແລະ ສພ​ຂ ຊຸດທີ V ຢູ່ບ້ານນາເຕີຍ

ຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງຫຼວງນໍ້າທາ ນໍາໂດຍທ່ານ ບຸນຄົງ ພິມມະສອນ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງຫຼວງນໍ້າທາ ພ້ອມດ້ວຍຄະ​ນະ ໄດ້ລົງພົບປະ ແລະ ເຜີຍແຜ່ຜົນສໍາເລັດ ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ (ສ​ພ​ຊ) ຊຸດທີ X ແລະ ສະພາປະຊາຊົນແຂວງ (ສ​ພ​ຂ) ຊຸດທີ V ຢູ່ບ້ານນາເຕີຍ, ເມື່ອ​ວັນ​ທີ 26 ພຶດ​ສະ​ພາ​ຜ່ານ​ມາ. ໂດຍມີອົງການຈັດຕັ້ງບ້ານນາເຕີຍ ແລະ ບ້ານຕິນຕົກ ພ້ອມດ້ວຍ ປະຊາຊົນ ທັງສອງບ້ານ ເຂົ້າຮ່ວມຮັບຟັງ.
ເພີ່ມເຕີມ