ທາບທາມ ເນື້ອໃນ ແລະ ບຸກຄະລາກອນສະໝັກຮັບເລືອກຕັ້ງໂຄງປະກອບຄະນະພັກແຂວງເຊກອງ

ທາບທາມ ເນື້ອໃນ ແລະ ບຸກຄະລາກອນສະໝັກຮັບເລືອກຕັ້ງໂຄງປະກອບຄະນະພັກແຂວງເຊກອງ

ທາບທາມ ເນື້ອໃນ ແລະ ບຸກຄະລາກອນສະໝັກຮັບເລືອກຕັ້ງໂຄງປະກອບຄະນະພັກແຂວງເຊກອງ
ຄະນະບໍລິຫານງານພັກ ແຂວງ ເຊກອງໄດ້ຈັດກອງປະຊຸມ ທາບທາມ ເນື້ອໃນ ແລະ ບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງໂຄງປະກອບຄະນະພັກບໍລິຫານງານພັກແຂວງ ສະໄໝທີ XI ຮອບ II ໄດ້ຈັດຂຶ້ນໃນວັນທີ 21 ກໍລະກົດນີ້,ທີ່ຫ້ອງວ່າການປົກຄອງແຂວງ ,ໂດຍກການເປັນປະທານ ແລະ ຊີ້ນຳກອງປະຊຸມ ຂອງ ສະຫາຍ ຄຳພັັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ,ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ,ປະທານສະພາທິດສະດີສູນກາງພັກ, ມີ ສະຫາຍ ວິໄລວົງ ບຸດດາຄຳ ກໍາມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງ ສູນກາງພັກ, ຮອງກອງເລຂາປັບປຸງກົງຈັກການຈັດຕັ້ງ,ມີບັນດາ ຄະນະປະຈໍາພັກແຂວງ, ປະທານ-ຮອງປະທານສະພາປະຊາຊົນແຂວງ, ກໍາມະການພັກແຂວງ,ຄະນະຊຸກຍູ້ກອງປະຊຸມໃຫຍ່ສູນກາງ, ຂັ້ນແຂວງ ແລະ ຜູ້ແທນສົມບູນ, ສໍາຮອງ ເຂົ້າຮ່ວມ.
ທາບທາມ ເນອໃນ ແລະ ບກຄະລາກອນສະໝກຮບເລອກຕງໂຄງປະກອບຄະນະພກແຂວງເຊກອງ - image 1
 

 

ກອງປະຊຸມຄັ້ງນີ້:ໄດ້ຮັບຟັງການຜ່ານຮ່າງລາຍງານການເມືອງ 2 ພາກ, ຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຂອງແຂວງ ແລະ ຮ່າງບົດສຳຫຼວດການນຳພາລວມ ຂອງຄະນະບໍລິຫານງານພັກແຂວງ,ດໍາເນີນການປ່ອນບັດທາບທາມບຸກຄະລາກອນຜູ້ອອກສະໝັກຮັບ

ເລືອກຕັ້ງ ເຂົ້າໃນຄະນະປະຈຳພັກແຂວງ, ເລຂາ, ຮອງເລຂາ, ປະທານ ແລະ ຮອງປະທານຄະນະກວດກາພັກແຂວງ.

ທາບທາມ ເນອໃນ ແລະ ບກຄະລາກອນສະໝກຮບເລອກຕງໂຄງປະກອບຄະນະພກແຂວງເຊກອງ - image 2
 

ສະຫາຍບຸນຫຼາຍ ບຸດທິ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ເຊກອງ ໄດ້ລາຍງານສະພາບລວມໂດຍຫຍໍ້ການຈັດຕັ້ງປະຕິບັດການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ອົງຄະນະພັກແຂວງເຊກອງ,ໂດຍໄດ້ຈັດຕັ້ງປະຕິບັດ ບັນດາໜ້າວຽກຕ່າງໆ ຄື:ດ້ານຂະບວນການ:ໄດ້ ສຸມໃສ່ຊຸກຍູ້, ຊີ້ນຳການຈັດຕັ້ງປະຕິບັດປີມ້ວນທ້າຍຂອງມະຕິກອງປະຊຸມໃຫຍ່ຄັ້ງທີX ຂອງອົງຄະນະພັກແຂວງເຊກອງ ເຂົ້າສູ່ລວງເລິກ ເປັນຕົ້ນ: ຂະບວນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນແລະຂະບວນການປະເມີນຜົນຂໍ້ແຂ່ງຂັນຮັກຊາດແລະພັດທະນາ, ການພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກຂອງປະຊາຊົນ.ດ້ານເນື້ອໃນສຳເລັດຮ່າງເນື້ອໃນໂຄງສ້າງຂອງບົດໂດຍພື້ນຖານ ເປັນຕົ້ນ: ບົດລາຍງານການເມືອງທັງສອງພາກ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ບົດສໍາຫຼວດການນໍາພາລວມ ,ດ້ານບຸກຄະລາກອນ, ປັດຈຸບັນໄດ້ສໍາເລັດ ກອງປະຊຸມທາບທາມບຸກຄະອອກສະໝັກຮັບເລືອກຕັ້ງເຂົ້າໂຄງປະກອບຄະນະບໍລິຫານງານພັກແຂວງ ຢູ່ບັນດາເມືອງ 4 ເມືອງ ແລະ ພະແນກການ-ອົງການທຽບເທົ່າຂັ້ນແຂວງ ໃນຮອບທີ I ເຊິ່ງມີເປົ້າໝາຍຜູ້ແທນເຂົ້າຮ່ວມທັງໝົດ 671 ສະຫາຍ, ຍິງ 135 ສະຫາຍ, ມາຕົວຈິງ 631 ສະຫາຍ, ຍິງ 64 ສະຫາຍ, ຂາດ 40 ສະຫາຍ, ຍິງ 14 ສະຫາຍ.ສໍາລັບການທາບທາມຮອບທີ II. ວາລະທີ 1 ເປົ້າໝາຍຜູ້ແທນເຂົ້າຮ່ວມທາບທາມຄະນະບໍລິຫານງານພັກແຂວງ ມີ 298 ສະຫາຍ, ຍິງ 72 ສະຫາຍ; ວາລະທີ 2 ເປົ້າໝາຍຜູ້ແທນເຂົ້າຮ່ວມທາບທາມບຸກຄະລາກອນຜູ້ອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະປະຈຳ

ພັກແຂວງ, ເລຂາ, ຮອງເລຂາ, ປະທານ ແລະ ຮອງປະທານຄະນະກວດກາພັກແຂວງ ມີ 219 ສະຫາຍ, ຍິງ 69 ສະຫາຍ,ຮອບທີ III ເປັນຮອບທີ່ຕິດພັນກັບການດາໍເນີນຊີວິດການເມືອງທ້າຍສະໄໝທີ X, ເຊິ່ງຈະຈັດຂຶ້ນລະຫວ່າງວັນທີ 6-8 ສິງຫາ 2025 ແລະ ລະຫວ່າງວັນທີ 18-22 ສິງຫາ 2025 ແມ່ນກະກຽມຂຶ້ນລາຍງານຄວາມພ້ອມດ້ານຕ່າງໆ ກ່ຽວກັບການກະກຽມ ແລະ ດາໍເນີນກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ ຕໍ່ກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ແລະ ຊີ້ນຳໃນທາງຈັດຕັ້ງປະຕິບັດ. ຄາດຄະເນວັນທີ 28-29 ສິງຫາ 2025: ດາໍເນີນກອງປະຊຸມໃຫຍ່ຜູ້ແທນທົ່ວອົງຄະນະພັກແຂວງເຊກອງ ຄັ້ງທີ XI ຂຶ້ນຢ່າງເປັນທາງການ.

ທາບທາມ ເນອໃນ ແລະ ບກຄະລາກອນສະໝກຮບເລອກຕງໂຄງປະກອບຄະນະພກແຂວງເຊກອງ - image 3
 

ໃນໂອກາດດັ່ງກ່າວ ສະຫາຍ ຄຳພັັນ ເຜີຍຍະວົງ ໄດ້ມີຄຳເຫັນຊີ້ນຳວ່າ:ຜ່ານການຕິດຕາມ ການນໍາສະເໜີບັນດາເອກະສານຕ່າງໆຂອງຄະນະຮັບຜິດຊອບກອງປະຊຸມເຫັນວ່າບັນດາເອກະສານ

ລ້ວນແຕ່ໄດ້ຜ່ານມາທາບທາມ ແລະ ລະດົມແນວຄວາມຄິດ ມາແລ້ວຫຼາຍຄັ້ງ, ສະນັ້ນ, ເພື່ອຮັບປະກັນໃຫ້ບັນດາເອກະສານກອງປະຊຸມໃຫຍ່ມີເນື້ອໃນຄົບຖ້ວນ, ອຸດົມສົມບູນ ແລະ ແທດກັບຕົວຈິງໃຫ້ບັນດາສະຫາຍຄະນະພັກເອົາໃຈໃສ່ຄົ້ນຄວ້າຢ່າງລະອຽດ,ເລິກເຊິ່ງໃນບາງຈຸດຕື່ມອີກດັ່ງນີ້:ສໍາລັບຮ່າງບົດລາຍງານການເມືອງ 2 ພາກ ເຊິ່ງເປັນຮ່າງໄດ້ມີການທາບທາມມາແລ້ວ 4 ຄັ້ງ ໃຫ້ບັນດາສະຫາຍ ເບິ່ງຕື່ມບາງຈຸດຄື:ຜົນງານການນໍາພາ-ຊີ້ນໍາ ໃນແຕ່ລະດ້ານ, ແຕ່ລະຂົງເຂດວຽກງານ ໄດ້ມີການສັງລວມດ້ານດີ,ດ້ານອ່ອນ,ທີ່ພົ້ນເດັ່ນເຂົ້າໃຫ້ຄົບຖ້ວນ,ກ່ຽວກັບຄຳຂັວນຄວນປັບປຸງແນວ

ໃດຕື່ມໃຫ້ມີຄວາມເໝາະສົມ ຊຶ່ງໃນຮ່າງປະກອບດ້ວຍເນື້ອໃນ 4 ປະເດັນໃຫຍ່ ຄື: ເພີ່ມທະວີບົດບາດ ແລະຄວາມສາມາດນໍາພາຂອງຄະນະພັກທຸກຂັ້ນ,ເສີມຂະຫຍາຍທາດແທ້ມູນເຊື້ອວິລະຊົນເຂົ້າໃນທຸກຂົງເຂດວຽກງານ,ຍູ້ແຮງການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ,ຮັບປະກັນໃຫ້ປະຊາຊົນຫຼຸດ

ພົ້ນຈາກຄວາມທຸກຍາກ,ສໍາລັບຮ່າງແຜນພັດທະນາເສດຖະກິດ-ສັງຄົມ ບັນດາສະຫາຍ ກໍໄດ້ມີການເປີດກອງປະຊຸມລະດົມແນວຄວາມຄິດ ຢູ່ຂັ້ນແຂວງ, ຂັ້ນເມືອງ ມາແລ້ວ ແລະ ໄດ້ມີການປັບ ປຸງຫຼາຍຄັ້ງ, ແຕ່ຂໍໃຫ້ຄົ້ນຄວ້າ ແລະ ມີຄໍາເຫັນຕື່ມອີກ,ສໍາລັບຮ່າງບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກແຂວງ ບັນ ດາສະຫາຍ ໄດ້ມີການທາບທາມແລ້ວ 1 ຄັ້ງ ຂໍໃຫ້ຄົ້ນຄວ້າມີຄໍາເຫັນຕື່ມເຊັ່ນກັນ,ໃນນັ້ນ ຍັງໄດ້ເນັ້ນໜັກຕື່ມໃນການຄັດເລືອກເອົາຜູ້ທີ່ມີເງື່ອນໄຂຈະເຂົ້າມາເປັນຄະນະບໍລິຫານງານພັກຊູດໃໝ່

ຕື່ມອີກ (ຂ່າວ-ພາບ:ສຳນານ)

ຄໍາເຫັນ

ຂ່າວການເມືອງ

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ ກົມອົບຮົມ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ ກົມອົບຮົມ

ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກກົມອົບຮົມໄດ້​ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 11ທັນວາ ຜ່ານມານີ້ ທີ່ຫ້ອງປະຊຸມຊັ້ນ 2 ຂອງຄະນະ​ໂຄສະນາອົບຮົມສູນກາງພັກ, ໂດຍການເປັນປະທານຂອງ ສະຫາຍ ຄໍາກອງ ທໍາມະເທວາ ຄະນະພັກ ເລຂາໜ່ວຍພັກກົມອົບຮົມ, ໃຫ້ກຽດເຂົ້າຮ່ວມສະຫາຍ ຂອງ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະມາຊິກພັກ ສົມບູນ 17 ສະຫາຍ, ສໍາຮອງ 1 ສະຫາຍ ແລະ ມີບັນດາສະຫາຍເລຂາ, ຜູ້ຕາງໜ້າເລຂາໜ່ວຍພັກທີ່ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄອສພ

ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄອສພ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ)ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 11 ທັນວານີ້, ທີ່ສະໂມສອນໃຫຍ່ ຂອງ ຄອສພ, ໂດຍການເປັນຄະນະປະທານຂອງສະຫາຍ ລາວປາວຊົ່ງ ນະວົງໄຊ, ກຳມະການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ບຸນເພັງ ຈັນທະດາລາ, ເລຂາໜ່ວຍພັກຫ້ອງການ ຄອສພ, ບັນດາສະຫາຍ ຜູ້ຕາງໜ້າຄະນະໜ່ວຍ 3 ອົງການຈັດຕັ້ງມະຫາຊົນ ຂອງຫ້ອງການ ພ້ອມດ້ວຍ ສະມາຊິກພັກ ຂອງໜ່ວຍພັກຫ້ອງການ ເຂົ້າຮ່ວມທັງໝົດ 27 ສະຫາຍ, ຍິງ 11 ສະຫາຍ, ສຳຮອງ 1 ສະຫາຍ.
ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 8 ທັນວານີ້ ທີ່ສະພາປະຊາຊົນແຂວງຄໍາມ່ວນໄດ້ດໍາເນີນກອງປະຊຸມຄັ້ງປະຖົມມະລຶກຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ພາຍໃຕ້ການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ.
ເພີ່ມເຕີມ