ແລະ ການປົກຄອງແຂວງ ໂດຍການເປັນປະທານຂອງທ່ານ ນາງ ໄພວັນ ພົນຫາລາດ ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ມີບັນດາຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ມີຕາງໜ້າໃຫ້ແກ່ອານຸໂຄງປະກອບບຸກຄະລາກອນຂັ້ນແຂວງ, ພ້ອມດ້ວຍຄະນະໜ່ວຍຮາກຖານ ແລະ ໜ່ວຍສະຫະພັນແມ່ຍິງອ້ອມຂ້າງແຂວງເຂົ້າຮ່ວມ.
ໃນກອງປະຊຸມແມ່ນໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາແມ່ຍິງແຂວງໃນໄລຍະ 5 ປີຜ່ານມາ (2020-2024) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2025-2030) ໂດຍປະຕິບັດຕາມໜ້າທີ່ ແລະ ພາລະບົດບາດຂອງສະຫະພັນແມ່ຍິງແຕ່ລະຂັ້ນໄດ້ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນມະຕິກອງປະຊຸມໃຫຍ່ຂອງສະຫະພັນແມ່ຍິງລາວທົ່ວປະເທດຄັ້ງທີ VIII ກໍຄືແຜນພັດທະນາແມ່ຍິງແຂວງຄັ້ງທີ X (2020-2024) ປະກອບມີ 9 ແຜນງານ 24 ໂຄງການ. ຈາກນັ້ນ, ກໍໄດ້ຜ່ານຮ່າງບົດລາຍງານການເມືອງຕໍ່ກອງປະຊຸມຜູ້ແທນແມ່ຍິງທົ່ວແຂວງຄໍາມ່ວນຄັ້ງທີ XI ຮອບທີ 1.
ກອງປະຊຸມຄັ້ງນີ້, ບັນດາຜູ້ເຂົ້າກໍໄດ້ປະກອບຄໍາຄິດເຫັນໃສ່ຮ່າງບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາແມ່ຍິງແຂວງເພື່ອໃຫ້ມີເນື້ອໃນສົມບູນຄົບຖ້ວນ. ຈາກນັ້ນ, ຕາງໜ້າອານຸໂຄງປະກອບບຸກຄະລາກອນຂັ້ນແຂວງກໍໄດ້ຜ່ານມາດຖານເງື່ອນໄຂຜູ້ທີ່ຈະອອກສະໝັກຮັບເລືອກຕັ້ງ ແລະ ໄດ້ພ້ອມກັນປ່ອນບັດທາບທາມບຸກຄະລາກອນເຂົ້າໃນໂຄງປະກອບຄະນບໍລິຫານງານສະຫະພັນແມ່ຍິງແຂວງຄໍາມ່ວນຄັ້ງທີ XI ຮອບທີ 1.
(ຂ່າວ-ພາບ: ແດງສະຫວັດ ແສນພານິດ)
ຄໍາເຫັນ