ການແຂ່ງຂັນກິລານເຕະບານລະຫວ່າງທີມພາກລັດ ແລະ ຜູ້ພັດທະນາໂຄງການພະລັງງານລົມມອນຊຸນ

ທີມ ຍທຂ ຍາດໄດ້ຂັນທີ1 ເຕະບານ ໂຄງການພະລັງງານລົມມອນຊູນ

ທີມ ຍທຂ ຍາດໄດ້ຂັນທີ1 ເຕະບານ ໂຄງການພະລັງງານລົມມອນຊູນ
ການແຂ່ງຂັນກິລານເຕະບານລະຫວ່າງທີມພາກລັດ ແລະ ຜູ້ພັດທະນາໂຄງການພະລັງງານລົມມອນຊຸນ ຊີງຂັນໂຄງການພະລັງງານລົມມອນຊູນ ໄດ້ສໍາເລັດການແຂ່ງຂັນ ໃນວັນທີ 29 ກັນຍາ

 ຜ່ານມາທີ່ເດີ່ນສາຍທາງຫຼວງ ເມືອງລະມາມ ແຂວງເຊກອງ. ໂດຍການເຂົ້າຮ່ວມຂອງ ທ່ານ ບຸນຫຼາຍ ບຸດທິ ຮອງເລຂາພັກແຂວງເຊກອງ, ທ່ານ ຊາວວະລິດ ຂັນໄຊຍະພູມ ຜູ້ອຳນວຍການ ບໍລິສັດ ມອນຊຸນວິນພາວເວີ ຈຳກັດ, ທ່ານ ຊຸນຊາງຈຽງ ຜູ້ບໍລິຫານໂຄງການ ບໍລິສັດ ພາວເວີຊາຍນາ ລາວ ຈໍາກັດ ພ້ອມດ້ວຍຜູ້ຕາງໜ້າ ບໍລິສັດ, ຜູ້ພັດທະນາໂຄງການ ນັກກິລາຈາກພາກລັດ ແລະ ບໍລິສັດເຂົ້າຮ່ວມ.
ຈຸດປະສົງເພື່ອສ້າງຂະບວນການໃນໂອກາດສະເຫຼີມສະຫຼອງຊົມເຊີຍຜົນສຳເລັດການຂົນສົ່ງກັງຫັນລົມຕົ້ນສຸດທ້າຍ ຕົ້ນທີ 133 ຮອດແຂວງເຊກອງໃນວັນທີ 27 ກັນຍາຜ່ານມາ ແລະ ຮັດແໜ້ນຄວາມສາມັກຄີ. ການແຂ່ງຂັນກິລາໃນຄັ້ງນີ້ ປະກອບມີທີມນັກກິລາຈາກພາກລັດ 8 ທີມ ທີ່ມາຈາກພະແນກພະລັງງານ ແລະ ບໍ່ແຮ່ ແຂວງເຊກອງ, ອັດຕະປື, ຫ້ອງວ່າການແຂວງເຊກອງ, ເມືອງດາກຈຶງ, ພະແນກກະສິກຳ ແລະ ປ່າໄມ້ ແຂວງເຊກອງ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ພ້ອມດ້ວຍ ທີມນັກກິລາຈາກບໍລິສັດຜູ້ພັດທະນາໂຄງການພະລັງງານລົມມອນຊຸນວິນ 8 ທີມ ລວມເປັນ 16 ທີມເຂົ້າແຂ່ງຂັນ.
ຜົນການແຂ່ງຂັນ ຮອບຊີງຊະນະເລີດໄດ້ແກ່ທີມຈາກພະແນກໂຍທາທິການ ແລະ ຂົນສົ່ງ(ຍທຂ) ແຂວງເຊກອງ ພົບກັບ ທີມແອັດມິນ ໂດຍແມ່ນທີມຈາກ ບໍລິສັດ ຜູ້ພັດທະນາໂຄງການພະລັງງານລົມມອນຊູນວິນຊຶ່ງທີມຊະນະເລີດໄດ້ແກ່ທີມພະແນກ ຍທຂ, ຊະນະດ້ວຍການເຕະຈຸດໂທດ 6 ປະຕູ ຕໍ່ 5, ໄດ້ຮັບຂັນລາງວັນໂຄງການພະລັງງານລົມມອນຊູນວິນ 1 ໜ່ວຍ ພ້ອມເງິນລາງວັນ 15 ລ້ານກີບ. ຮອງຊະເລີດໄດ້ແກ່ ທີມ ແອັດມິນ ໄດ້ຮັບ ເງິນລາງວັນ 13 ລ້ານກີບ ແລະ ທີສາມໄດ້ແກ່ ທີມເຂື່ອນໄຟຟ້ານໍ້າອີມູນ ໄດ້ຮັບເງິນລາງວັນ 10 ລ້ານກີບ. ໃຫ້ກຽດມອບໂດຍ ທ່ານ ບຸນຫຼາຍ ບຸດທິ, ທ່ານ ຊາວວະລິດ ຂັນໄຊຍະພູມ, ທ່ານ ຊຸນຊາງຈຽງ.
(ຂ່າວ-ພາບ: ພຸດທະສອນ)

ຄໍາເຫັນ

ຂ່າວສືກສາ-ກິລາ

ດັບເບິນຢູໄອຈີ ນາຄາ ຄອງແຊັມການແຂ່ງຂັນ ເຕະບານເຍົາວະຊົນອາຍຸບໍ່ເກີນ 13 ປີ

ດັບເບິນຢູໄອຈີ ນາຄາ ຄອງແຊັມການແຂ່ງຂັນ ເຕະບານເຍົາວະຊົນອາຍຸບໍ່ເກີນ 13 ປີ

ໃນວັນທີ 10 ກໍລະກົດ ຜ່ານມານີ້, ທີມນັກກິລາ ຢູ 13 ດັບເບິນຢູໄອຈີ ນາຄາ (WIG NAGA) ຕົວແທນໜຶ່ງດຽວຈາກ ສປປ ລາວ ໄດ້ເດີນທາງກັບເຖິງນະຄອນຫຼວງວຽງຈັນ ຫຼັງສ້າງຜົນງານໄດ້ຢ່າງໂດດເດັ່ນ ສາມາດຄອງແຊັມການແຂ່ງຂັນ ເຕະບານເຍົາວະຊົນອາຍຸບໍ່ເກີນ 13 ປີ ຊຶ່ງເປັນລາຍການໃຫຍ່ລະດັບສາກົນ ຫຼື IBER Cup 2025 ທັງໄດ້ສ້າງຊື່ສຽງ ໃຫ້ກັບປະເທດຊາດໃນເວທີສາກົນ.
ສຶກສາ ນວ ສະເໜີໂຮມໂຮງຮຽນປະຖົມມາເປັນໂຮງຮຽນຂະໜາດກາງ ຫຼື ໃຫຍ່

ສຶກສາ ນວ ສະເໜີໂຮມໂຮງຮຽນປະຖົມມາເປັນໂຮງຮຽນຂະໜາດກາງ ຫຼື ໃຫຍ່

ທ່ານນາງ ລີປ່າເອ້ຍ ລີບົວປາວ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງ ຂຶ້ນຕອບຄໍາຊັກຖາມ ແລະ ຄໍາຊີ້ແຈງ ຂອງສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ (ສສຊ ແລະ ສສນວ) ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II ທີ່ຕິດພັນກັບຂະແໜງສຶກສາ ແລະ ກິລາ ຄື: ສະເໜີກ່ຽວກັບມາດຕະການ ແລະ ວິທີແກ້ໄຂບັນຫາຄຸນນະພາບການສຶກສາຂອງໂຮງຮຽນລັດທີ່ຫຼຸດໂຮງຮຽນເອກະຊົນ ຕິດພັນກັບ (ຫຼັກສູດການສຶກສາ, ບຸກຄະລາກອນຄູ, ການມີສ່ວນຮ່ວມຂອງສະຖາບັນຄອບຄົວ)
ຜົ້ງສາລີ ສອບເສັງ ມ7 ບໍາລຸງ ສົກຮຽນ 2024-2025

ຜົ້ງສາລີ ສອບເສັງ ມ7 ບໍາລຸງ ສົກຮຽນ 2024-2025

ໃນວັນ 7 ກໍລະກົດຜ່ານມານີ້ ທີ່ຫ້ອງປະຊຸມໂຮງຮຽນວິຊາຊີບແບບປະສົມແຂວງຜົ້ງສາລີ ສູນການສຶກສານອກໂຮງຮຽນ ໄດ້ຈັດພິທີສອບເສັງຈົບຊັ້ນ ມໍ7 ບໍາລຸງ ຊຸດທີ 26 ສົກຮຽນ 2024-2025. ໂດຍການເປັນປະທານຂອງທ່ານ ສານ ໄຊຍະວົງ ຮອງຫົວໜ້າພະແນກ ສຶກສາທິການ ແລະ ກິລາແຂວງຜົ້ງສາລີ ຜູ້ຊີ້ນຳວຽກງານສູນການສຶກສານອກໂຮງຮຽນ, ມີທ່ານ ວັນທອງ ພົມມະຈັນ ຮັກສາການຫົວຫນ້າພະແນກສົ່ງເສີມວິຊາຊີບຂັ້ນພື້ນຖານ, ກົມການສຶກສານອກໂຮງຮຽນກະຊວງສຶກສາ ທິການແລະກິລາ, ມີທ່ານ ອຸ່ນຄຳ ແສງອິນແກ້ວ ຜູ້ອຳນວຍການ ສູນການສຶກສານອກໂຮງຮຽນ ແຂວງຜົ້ງສາລີ, ເຂົ້າຮ່ວມມີຄະນະຮັບຜິດຊອບການສອບເສັງ,ພະນັກງານຄູອາຈານ,ພາກສ່ວນທີກ່ຽວຂ້ອງ,ຕະຫຼອດນັກສອບເສັງ ມ7 ຈາກສູນການສຶກສານອກໂຮງຮຽນຂອງແຂວງເຂົ້າຮ່ວມ.
ຄຳມ່ວນ ເປີດການສອບເສັງຈົບຊັ້ນມໍ 7 ບໍາລຸງ ສົກຮຽນ 2024 – 2025.

ຄຳມ່ວນ ເປີດການສອບເສັງຈົບຊັ້ນມໍ 7 ບໍາລຸງ ສົກຮຽນ 2024 – 2025.

ໃນວັນທີ 8 ກໍລະກົດນີ້ ທີ່ສູນການສຶກສານອກໂຮງຮຽນ ໄດ້ຈັດພິທີເປີດການສອບເສັງຈົບຊັ້ນມໍ 7 ບຳລຸງ ສົກ 2024-2025. ເປັນກຽດເຂົ້າຮ່ວມເປີດຫົວບົດສອບເສັງໂດຍ ທ່ານ ບຸນປອນ ທອງສຸວັນນະລາດ ຮອງຫົວໜ້າພະແນກ ສຶກສາທິການ ແລະ ກິລາແຂວງ.
ຢູ-13 ດັບເບິນຢູໄອຈີ ນາຄາ ໄດ້ແຊັມເຕະບານລະດັບນານາຊາດ ທີ່ປັອກຕຸຍການ

ຢູ-13 ດັບເບິນຢູໄອຈີ ນາຄາ ໄດ້ແຊັມເຕະບານລະດັບນານາຊາດ ທີ່ປັອກຕຸຍການ

ທີມກິລາເຕະບານ ຢູ-13 ດັບເບິນຢູໄອຈີ ນາຄາ (WIG NAGA) ຕົວແທນຈາກ ສປປ ລາວ ສ້າງຜົນງານໄດ້ຢ່າງໂດດເດັ່ນ ຫຼັງໃນຮອບຊີງຊະນະເລີດສາມາດເອົາຊະນະ ເອັບຊີ ໂອດ ເບເລເນັດ (CF osBelenenses) ທີມຈາກເຈົ້າພາບ ປະເທດປັອກຕຸຍການ 2-0 ປະຕູ, ໄດ້ປະຕູໄຊຈາກການຍິງຂອງ ທ. ແຊວ ແລະ ທ. ເອກະລາດ ວິໄລກຸນ ໄດ້ຄອງແຊັມການແຂ່ງຂັນເຕະບານເຍົາວະຊົນອາຍຸບໍ່ເກີນ 13 ປີ ຫຼື ຢູ-13 ລະດັບ 1 ຊຶ່ງເປັນລາຍການໃຫຍ່ ລະດັບສາກົນ ຫຼື IBER Cup 2025 ມາຄອງໄດ້ຢ່າງຍິ່ງໃຫຍ່ ສ້າງກຽດ ແລະ ຊື່ສຽງໃຫ້ກັບປະເທດຊາດ ໃນເວທີສາກົນ.
ມຊ ທາບທາມເປົ້າໝາຍຫົວໜ້າຫ້ອງການ ຄັ້ງທີ I

ມຊ ທາບທາມເປົ້າໝາຍຫົວໜ້າຫ້ອງການ ຄັ້ງທີ I

ມະຫາວິທະຍາໄລແຫ່ງຊາດ (ມຊ) ຈັດກອງປະຊຸມທາບທາມເປົ້າໝາຍຫົວໜ້າຫ້ອງການ ຄັ້ງທີ I ຂຶ້ນໃນວັນທີ 1 ກໍລະກົດ ຜ່ານມາ ໂດຍການເຂົ້າຮ່ວມຂອງທ່ານນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ເດຊານຸລາດ ແສນດວງເດດ ອະທິການບໍດີ ມຊ, ມີບັນດາທ່ານແຂກຖືກເຊີນ, ຄະນະບໍດີ, ຮອງຄະນະບໍດີ, ຫົວໜ້າຫ້ອງການ-ຮອງຫົວໜ້າຫ້ອງການ, ພະນັກງານຄູ-ອາຈານ ເຂົ້າຮ່ວມ.
ຫຼາຍບໍລິສັດໃຫ້ການສະໜັບສະໜູນ ສະໂມສອນບານເຕະ ມາສສະດ້າ ຈີບີ

ຫຼາຍບໍລິສັດໃຫ້ການສະໜັບສະໜູນ ສະໂມສອນບານເຕະ ມາສສະດ້າ ຈີບີ

ຫຼາຍບໍລິສັດໃຫ້ການສະໜັບສະໜູນ ສະໂມສອນບານເຕະ ມັດສະດ້າ ຈີບີ ເອັບຊີ (MAZDA GB FC) ເຂົ້າຮ່ວມທຸກລາຍການ ຂອງສະຫະພັນບານເຕະແຫ່ງຊາດລາວ (ສຕລ) ຈັດຂຶ້ນໃນປີ 2025 ໂດຍສະເພາະແມ່ນບານເຕະເຍົາວະຊົນ ນັບແຕ່ຮຸ່ນນ້ອຍ ອາຍຸແຕ່ 8 ປີ ຂຶ້ນໄປ, ຮຸ່ນອາຍຸ 16 ປີ, ຮຸ່ນອາຍຸ 19 ປີ, ເຕະບານລາວລີກຍິງ ລະດູການ 2025 ແລະ ເຕະບານລີກສູງສຸດຂອງ ສປປ ລາວ ກໍຄື ລາວລີກຊາຍ ລະດູການ 2025-2026 ຈະຈັດຂຶ້ນໄວໆນີ້.
ຝຶກອົບຮົມສ້າງມາດຕະຖານບົດສອບເສັງວັດລະດັບພາສາລາວສຳລັບຄົນຕ່າງປະເທດ

ຝຶກອົບຮົມສ້າງມາດຕະຖານບົດສອບເສັງວັດລະດັບພາສາລາວສຳລັບຄົນຕ່າງປະເທດ

ສູນຝຶກອົບຮົມ ແລະ ສອບເສັງວັດລະດັບພາສາ ຄະນະອັກສອນສາດມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ສືບຕໍ່ຈັດກອງປະຊຸມຝຶກອົບຮົມການສ້າງມາດຕະຖານບົດສອບເສັງວັດລະດັບພາສາລາວ ສຳລັບຄົນຕ່າງປະເທດໄລຍະທີ 1 ຄັ້ງທີ 2 ຂຶ້ນໃນລະຫວ່າງວັນທີ 25-27 ມີຖຸນານີ້ ທີ່ ມຊ ໂດຍການເປັນປະທານຂອງທ່ານ ມີໄຊ ສຸກຈະເລີນ ຮັກສາການຄະນະບໍດີຄະນະອັກສອນສາດ, ມີທ່ານ ນາງ ທອງມາລາ ໂພສີຄຳ ຮອງຄະນະບໍດີຄະນະອັກສອນສາດ, ທ່ານ ບົວລີ ປະພາພັນ ຜູ້ຊ່ຽວຊານດ້ານພາສາລາວ, ທ່ານ ບຸນເລີດ ແສງສຸລິນ ຮອງຫົວໜ້າສູນຄົ້ນຄວ້າພາສາລາວ, ມີຫົວໜ້າພາກວິຊາ, ຮອງຫົວໜ້າພາກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຍ່າງເພື່ອສຸຂະພາບ ສະຫຼອງວັນໂອແລັມປິກສາກົນ

ຍ່າງເພື່ອສຸຂະພາບ ສະຫຼອງວັນໂອແລັມປິກສາກົນ

ເພື່ອເປັນການສະເຫຼີມສະຫຼອງວັນໂອແລັມປິກສາກົນ ຄົບຮອບ 131 ປີ ໃຫ້ເປັນຂະບວນຟົດຟື້ນ. ດັ່ງນັ້ນ, ບັນດາການນຳ-ອະດີດການນຳພັກ-ລັດ, ຄະນະກຳມະການໂອແລັມປິກແຫ່ງຊາດລາວ ຫຼື ຄອລ ແລະ ການນຳນະຄອນຫຼວງວຽງຈັນ ຕະຫຼອດຮອດມວນຊົນຊາວນະຄອນຫຼວງວຽງຈັນຫຼາຍຮ້ອຍຄົນ ຮ່ວມຍ່າງອອກກຳລັງກາຍ ເພື່ອສຸຂະພາບ ຊຶ່ງໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 22 ມິຖຸນາ ຜ່ານມາທີ່ປະຕູໄຊ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ພຸດ ສິມມາລາວົງ ປະທານຄະນະກຳມະການໂອແລັມປິກແຫ່ງຊາດລາວ, ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະບໍລິຫານງານ ຄອລ, ຕາງໜ້າສະຫະພັນກິລາແຫ່ງຊາດລາວ, ພະນັກງານ, ຄູ-ອາຈານ, ນັກຮຽນ-ນັກສຶກສາ ຕະຫຼອດຮອດມວນຊົນຊາວນະຄອນຫຼວງວຽງຈັນ ແລະ ຜູ້ໃຫ້ການສະນັບສະໜູນພາກສ່ວນຕ່າງໆ ເຂົ້າຮ່ວມຫຼາຍຮ້ອຍຄົນ.
ປິດໂຄງການສົ່ງເສີມໃຫ້ເດັກທຸກຄົນໄດ້ເຂົ້າຮຽນໃນຊັ້ນປະຖົມສຶກສາ ໄລຍະ III

ປິດໂຄງການສົ່ງເສີມໃຫ້ເດັກທຸກຄົນໄດ້ເຂົ້າຮຽນໃນຊັ້ນປະຖົມສຶກສາ ໄລຍະ III

ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມສະຫຼຸບປິດໂຄງການສົ່ງເສີມໃຫ້ເດັກທຸກຄົນໄດ້ເຂົ້າຮຽນໃນຊັ້ນປະຖົມສຶກສາ ແລະໂຄງການສົ່ງເສີມການຮຽນຮູ້ໜັງສື ໄລຍະ III (LEAPS III) ຫຼື ໂຄງການອາຫານທ່ຽງໃນໂຮງຮຽນຂອງແຂວງສະຫວັນນະເຂດ ເພື່ອມອບຕໍ່ແກ່ລັດຖະບານລາວເປັນຜູ້ສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ. ໃຫ້ກຽດເຂົ້າຮ່ວມເປັນປະທານໃນຄັ້ງນີ້ມີທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ແລະ ທ່ານ ໂຣເບີດ ກຼີນ ຫົວໜ້າຝ່າຍແຜນງານຂອງອົງການບັນເທົາທຸກກາໂຕລິກ(CRS).
ເພີ່ມເຕີມ