ທິດທາງ ແລະ ມາດຕະການແກ້ໄຂບັນຫາ ແລະ ພັດທະນາໄຟຟ້າ

ທິດທາງ ແລະ ມາດຕະການແກ້ໄຂບັນຫາ ແລະ ພັດທະນາໄຟຟ້າ

ທິດທາງ ແລະ ມາດຕະການແກ້ໄຂບັນຫາ ແລະ ພັດທະນາໄຟຟ້າ
ນັບແຕ່ເລີ່ມປະຕິບັດແນວທາງປ່ຽນແປງໃໝ່ ໂດຍເປີດຮັບການລົງທຶນຂອງເອກະຊົນ ດ້ວຍນະໂຍບາຍພິເສດຫຼາຍຢ່າງ ຊຶ່ງກໍມີອັນທີ່ເຮັດໃຫ້ປະເທດເສຍປຽບຫຼາຍ ໃນໄລຍະຜ່ານມາ; ມາຮອດປັດຈຸບັນ, ສະພາບການມີການປ່ຽນແປງລັດຖະບານຈຶ່ງມີທິດທາງສ້າງການຫັນປ່ຽນປະເທດເຮົາ ຈາກການເປັນ “ໝໍ້ໄຟໃຫ້ແກ່ກຳໄລຂອງຕ່າງປະເທດ” ມາເປັນ “ເສດຖະກິດທີ່ມີອຸດສາຫະກຳເຂັ້ມແຂງດ້ວຍພະລັງງານຕົນເອງ” ຕາມທິດເສດຖະກິດເອກະລາດ ເປັນເຈົ້າຕົນເອງ ເພື່ອທີ່ຈະສ້າງເສດຖະກິດທີ່້ເຂັ້ມແຂງ ບົນພື້ນຖານການມີຂະແໜງພະລັງງານເປັນແຮງຂັບເຄື່ອນໃນອະນາຄົດ.
ທດທາງ ແລະ ມາດຕະການແກໄຂບນຫາ ແລະ ພດທະນາໄຟຟາ - image 1
 

 

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຂຶ້ນລາຍງານກ່ຽວກັບການຈັດຕັ້ງປະຕິບັດນະໂຍບາຍ, ນິຕິກຳ, ກົນໄກຕ່າງໆ ໃນການພັດທະນາພະລັງງານໄຟຟ້າ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນບ່າຍວັນທີ 12 ມິຖຸນານີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ.

ທ່ານ ມະໄລທອງ ກົມມະສິດ ກ່າວໃຫ້ຮູ້ວ່າ: ການຂຶ້ນລາຍງານຄັ້ງນີ້, ແມ່ນໃນເວລາທີ່ສັງຄົມໃຫ້ຄວາມສົນໃຈຫຼາຍ ເພາະບັນຫາລາຄາໄຟຟ້າ ກຳລັງເປັນບັນຫາຮ້ອນ ທີ່ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ການເຄື່ອນໄຫວເສດຖະກິດ-ສັງຄົມ ໃນປັດຈຸບັນ. ນັບແຕ່ປີ 1987 ພັກ ແລະ ລັດຖະບານໄດ້ເລີ່ມປະຕິບັດນະໂຍບາຍປ່ຽນແປງໃໝ່ໂດຍເປີດຮັບການລົງທຶນຂອງພາກເອກະຊົນເຂົ້າໃນການພັດທະນາເສດຖະກິດແນໃສ່ດຶງດູດການລົງທຶນ,ບົດຮຽນປະສົບການ, ເຕັກໂນໂລຊີແລະການເຂົ້າເຖິງຕະຫຼາດເພື່ອພັດທະນາຂະແໜງການພະລັງງານທີ່ເຮົາມີທ່າແຮງ. ດ້ວຍເຫດນີ້,ລັດຖະບານຈຶ່ງໄດ້ໃຫ້ນະໂຍບາຍສົ່ງເສີມພິເສດຫຼາຍຢ່າງເປັນຕົ້ນແມ່ນໃຫ້ນະໂຍບາຍຍົກເວັ້ນພາສີ, ຜ່ອນຜັນດ້ານອາກອນກໍາໄລແລະອາກອນປະເພດອື່ນໆເພື່ອໃຫ້ໂຄງການມີຜົນຕອບແທນສູງສຸດ;ອະນຸຍາດໃຫ້ຜູ້ຮັບເໝົານໍາເຂົ້າແຮງງານຕ່າງປະເທດໃນຊ່ວງດໍາເນີນການກໍ່ສ້າງ;ນະໂຍບາຍການເກັບຄ່າພາກຫຼວງໃນຊ່ວງດໍາເນີນງານໃນອັດຕາທີ່ໂຄງການສາມາດຈ່າຍໄດ້. ການໃຫ້ນະໂຍບາຍພິເສດດັ່ງກ່າວໄດ້ສ້າງຄວາມເພິ່ງພໍໃຈໃຫ້ແກ່ຜູ້ພັດທະນາແລະຜູ້ສະໜອງທຶນລວມທັງນະໂຍບາຍເປີດເສລີໃຫ້ຂາຍໄຟໄປຕ່າງປະເທດເພາະເວລານັ້ນລາວເຮົາກໍບໍ່ທັນມີຄວາມຕ້ອງການຊົມໃຊ້ໄຟຟ້າຫຼາຍນະໂຍບາຍພິເສດດັ່ງກ່າວໄດ້ເປັນສິ່ງຈູງໃຈໃຫ້ນັກລົງທຶນເຂົ້າມາພັດທະນາພະລັງງານໄຟຟ້ານໍ້າຕົກຈົນເກີດມີໂຄງການພັດທະນາເຂື່ອນໄຟຟ້າຈໍານວນທັງໝົດ 109 ໂຄງການ ດັ່ງທີ່ເຫັນໃນປະຈຸບັນ.ລັດຖະບານຊຸດຜ່ານມາກໍຮັບຮູ້ການສູນເສຍຜົນປະໂຫຍດດັ່ງກ່າວ, ແຕ່ກໍ່ເຫັນໄດ້ວ່າພວກເຮົາມີຄວາມຈໍາເປັນແລະໃນອານາຄົດພາຍຫຼັງໂຄງການສິ້ນສຸດອາຍຸສໍາປະທານໂຄງການທັງໝົດກໍຈະກາຍເປັນຊັບສິນຂອງປະເທດຊາດແລະປະຊາຊົນ, ໝາຍວ່າລັດຖະບານໄດ້ສ້າງຊັບສິນ (ເຂື່ອນໄຟຟ້ານໍ້າຕົກ) ມູນຄ່າມະຫາສານໄວ້ໃຫ້ຄົນຮຸ່ນຫຼັງໄດ້ສືບຕໍ່ນໍາໃຊ້ເພື່ອພັດທະນາປະເທດຊາດ.

ຕົກມາສູ່ຍຸກປັດຈຸບັນ, ສະພາບການມີການປ່ຽນແປງເຊັ່ນ: ແຫຼ່ງຊັບພະຍາກອນທີ່ສາມາດພັດທະນາເຂື່ອນໄຟຟ້າແມ່ນຫຼຸດໜ້ອຍລົງ, ນັກລົງທຶນທັງພາຍໃນແລະຕ່າງປະເທດສົນໃຈຢາກມາພັດທະນາຫຼາຍຂຶ້ນເຖິງຂັ້ນຍາດແຍ່ງກັນເພື່ອພັດທະນາໂຄງການແລະສົ່ງອອກໄຟຟ້າໄປຕ່າງປະເທດໂດຍກົງແລະຕ້ອງລົງທຶນກໍ່ສ້າງສາຍສົ່ງຂ້າມຊາຍແດນໄປເອງ; ຜູ້ຊື້ຕ່າງປະເທດມີຄວາມໜ້າເຊື່ອຖືດີກວ່າ, ສະເໜີໃຫ້ລາຄາໄຟຟ້າທີ່ສູງກວ່າໄດ້ຮັບນະໂຍບາຍຍົກເວັ້ນພາສີອາກອນແບບດຽວກັນກັບການຂາຍໄຟໃຫ້ພາຍໃນ. ສະນັ້ນ, ຜູ້ລົງທຶນຈຶ່ງສຸມໃສ່ການຜະລິດເພື່ອສົ່ງອອກແລະບໍ່ຕ້ອງການຂາຍໃຫ້ກັບພາຍໃນເພາະລາຄາຖືກກວ່າ. ໃນຂະນະດຽວກັນ, ຄວາມຕ້ອງການຊົມໃຊ້ໄຟຟ້າພາຍໃນເພີ່ມຂຶ້ນຈຶ່ງຈະມີຄວາມສ່ຽງທີ່ປະເທດເຮົາຈະບໍ່ມີໄຟພຽງພໍກັບຄວາມຕ້ອງການພາຍໃນໄລຍະອັນໃກ້ນີ້.ຖ້າລັດຖະບານຈະສືບຕໍ່ນໍາໃຊ້ນະໂຍບາຍຄືສະໄໝເປີດປະເທດໃໝ່ໆເມື່ອ 40 ປີກ່ອນ,ກໍຈະໄດ້ຮັບຜົນປະໂຫຍດບໍ່ສົມຄູ່ກັບທ່າແຮງດັ່ງກ່າວບວກກັບປັດຈຸບັນລັດຖະບານຕ້ອງຂຸດຄົ້ນລາຍຮັບຈາກທຸກທ່າແຮງກໍຄືຂະຫຍາຍຖານລາຍຮັບເພື່ອໄດ້ງົບປະມານມາກໍ່ສ້າງພື້ນຖານໂຄງລ່າງ-ແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຂອງປະເທດແລະສະພາບການຂາດແຄນພະລັງງານໃນລະດູແລ້ງ (ເນື່ອງຈາກວ່າພາຍໃນປະເທດເຮົາແມ່ນເພິ່ງພາເຂື່ອນໄຟຟ້ານໍ້າຕົກຫຼາຍກວ່າ 95% ຂອງພະລັງງານທັງໝົດ).

ດ້ວຍເຫດນັ້ນ, ລັດຖະບານຈຶ່ງມີຄວາມຈໍາເປັນຕ້ອງມີການທົບທວນຄືນບັນດານະໂຍບາຍຕ່າງໆຄືນໃໝ່ເພື່ອໃຫ້ແທດເໝາະກັບສະພາບພາຍໃນ, ພາກພື້ນແລະສາກົນທີ່ມີການປ່ຽນແປງໂດຍສະເພາະແມ່ນການທົບທວນນະໂຍບາຍທາງດ້ານພາສີ, ອາກອນ, ຄ່າສໍາປະທານເພື່ອເຮັດໃຫ້ການລົງທຶນໃນແຫຼ່ງຜະລິດເພື່ອຂາຍໄຟຟ້າໃຫ້ພາຍໃນມີຜົນຕອບແທນຕໍ່ການລົງທຶນດີກວ່າການຂາຍໄປຕ່າງປະເທດແຕ່ລາຄາໄຟບໍ່ສູງລວມທັງນະໂຍບາຍເພື່ອນໍາໃຊ້ທ່າແຮງແຫຼ່ງພະລັງງານສະອາດໃຫ້ກາຍເປັນເຄື່ອງຈັກຂັບເຄື່ອນການຫັນເປັນອຸດສາຫະກໍາຊຶ່ງຈະເປັນພື້ນຖານຂອງເສດຖະກິດທີ່ເຂັ້ມແຂງແລະຍືນຍົງຕາມແນວທາງນະໂຍບາຍຂອງພັກແລະລັດຖະບານໃນໄລຍະໃໝ່.

ໃນໂອກາດຂຶ້ນລາຍງານຄັ້ງນີ້, ທ່ານ ມະໄລທອງ ກົມມະສິດ ກໍໄດ້ສະເໜີທິດທາງ ແລະ ມາດຕະການແກ້ໄຂບັນຫາ ແລະ ພັດທະນາຂະແໜງພະລັງງານໃນຕໍ່ໜ້າ ເພື່ອແກ້ໄຂຂໍ້ຄົງຄ້າງທີ່ຜ່ານມາ ແລະ ພັດທະນາຂະແໜງພະລັງງານໃຫ້ເຂັ້ມແຂງ, ຍືນຍົງ ແລະ ໃຫ້ປະເທດຊາດ-ປະຊາຊົນ ໄດ້ຮັບຜົນປະໂຫຍດຫຼາຍຂຶ້ນ ເປັນຕົ້ນຄືການຄົ້ນຄວ້າ ແລະ ເຈລະຈາສັນຍາກັບຜູ້ພັດທະນາ ທີ່ປະເທດເຮົາເສຍປຽບຫຼາຍ ໃນໄລຍະຜ່ານມາ; ໃຫ້ບູລິມະສິດແກ່ການສະໜອງພະລັງງານ ເພື່ອການຊົມໃຊ້ ແລະ ພັດທະນາອຸດສາຫະກຳພາຍໃນປະເທດ; ພັດທະນາພະລັງງານທາງເລືອກ ເພື່ອຫຼຸດຜ່ອນການເພິ່ງພາພະລັງງານນໍ້າຫຼາຍເກີນໄປ; ດຶງດູດ ແລະ ຄັດເລືອກນັກລົງທຶນທີ່ດີ ເພື່ອຮ່ວມມືກັບລັດຖະບານ ພັດທະນາໂຄງການພະລັງງານ; ອຳນວຍຄວາມສະດວກ, ຊຸກຍູ້ ແລະ ຊ່ວຍເຫຼືອ ເພື່ອເລັ່ງພັດທະນາໂຄງການພະລັງງານ ທີ່ໄດ້ສຶກສາ ຫຼື ສຳປະທານແລ້ວ; ປະຕິຮູບລະບົບການເງິນ ແລະ ການບໍລິຫານ; ປະຕິຮູບລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດລູກ ໃຫ້ມີຄວາມຄືບໜ້າໄວຂຶ້ນ.

ທ່ານ ມະໄລທອງ ກົມມະສິດ ກ່າວອີກວ່າ: ທິດທາງໃນຕໍ່ໜ້າ ແມ່ນຕ້ອງສ້າງການຫັນປ່ຽນປະເທດເຮົາ ຈາກການເປັນ “ໝໍ້ໄຟໃຫ້ແກ່ກຳໄລຂອງຕ່າງປະເທດ” ມາເປັນ “ເສດຖະກິດທີ່ມີອຸດສາຫະກຳເຂັ້ມແຂງດ້ວຍພະລັງງານຕົນເອງ” ຕາມທິດເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໂດຍການເຈລະຈາໜີ້ສິນ, ໃຫ້ບູລິມະສິດແກ່ການສ້າງອຸດສາຫະກຳພາຍໃນ, ສ້າງຄວາມຄວາມຫຼາກຫຼາຍທາງດ້ານການຜະລິດພະລັງງານ ແລະ ສ້າງໂຄງການລົງທຶນແບ່ງປັນຜົນປະໂຫຍດທີ່ຄຸ້ມຄ່າ-ເປັນທໍາ. ເຮັດແນວນີ້ໄດ້, ສປປ ລາວ ກໍມີຄວາມສາມາດທີ່ຈະສ້າງເສດຖະກິດທີ່ເຂັ້ມແຂງ ບົນພື້ນຖານການມີຂະແໜງພະລັງງານ ເປັນແຮງຂັບເຄື່ອນໃນອະນາຄົດ.

(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວການເມືອງ

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ