ທຫລ ຈະສືບຕໍ່ຄວບຄຸມອັດຕາເງິນເຟີ້ໃຫ້ຫຼຸດລົງບໍ່ເກີນ 9% ໃນທ້າຍປີ 2024

ທຫລ ຈະສືບຕໍ່ຄວບຄຸມອັດຕາເງິນເຟີ້ໃຫ້ຫຼຸດລົງບໍ່ເກີນ 9% ໃນທ້າຍປີ 2024
ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ລາຍງານການຈັດຕັ້ງປະຕິບັດແຜນເງິນຕາ ກາງສະໄໝ 5 ປີ (2021-202 ) ແລະ ແຜນການທ້າຍສະໄໝ ຮອດປີ 2025, ການຈັດຕັ້ງປະຕິບັດແຜນການ ປະຈຳປີ 2023 ແລະ ແຜນການປະຈຳປີ 2024 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 31 ຕຸລານີ້ທີ່ ສະພາແຫ່ງຊາດ ໂດຍພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ກ່າວວ່າ: ເພື່ອເຮັດໃຫ້ການດໍາເນີນນະໂຍບາຍເງິນຕາ ເປັນໄປຕາມສະພາບການຂອງສາກົນ ແລະ ພາຍໃນ ທຫລ ໄດ້ດຳເນີນນະໂຍບາຍເງິນຕາອອກເປັນ 2 ໄລຍະ ຄື: 1) ນັບແຕ່ຕົ້ນປີ 2021 ເຖິງກາງປີ 2022 ເພື່ອແກ້ໄຂຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ທີ່ມີການປິດປະເທດ ແລະ ກິດຈະກຳເສດຖະກິດແມ່ນຢຸດນິ່ງ, ທຫລ ໄດ້ດໍາເນີນນະໂຍບາຍເງິນຕາແບບຜ່ອນຄາຍເປັນຕົ້ນ: ສືບຕໍ່ຮັກສາອັດຕາດອກເບ້ຍພື້ນຖານ ໃນລະດັບ 3% ທີ່ໄດ້ປັບລົງໃນປີ 2020; ປັບຫຼຸດອັດຕາສ່ວນເງິນແຮຝາກບັງຄັບ ຈາກ 4% ໃນປີ 2020 ມາເປັນ 3% ໃນປີ 2021 ສຳລັບເງິນກີບ ແລະ 8% ປີ 2020 ມາເປັນ 5% ໃນປີ 2020 ສຳລັບເງິນຕາຕ່າງປະເທດ; ຈັດຕັ້ງນະໂຍບາຍສິນເຊື່ອເພື່ອຊ່ວຍບັນເທົາຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ແລະ ກະຕຸ້ນການຟື້ນຕົວຂອງເສດຖະກິດປະກອບມີ: ການເລື່ອນຊຳລະຕົ້ນທຶນ ແລະ ດອກເບ້ຍ, ຊຸກຍູ້ໃຫ້ທະນາຄານ ທຸລະກິດ (ທທກ) ປັບຫຼຸດອັດຕາດອກເບ້ຍ ແລະ ຄ່າທຳນຽມໃຫ້ແກ່ລູກຄ້າເງິນກູ້ ທີ່ໄດ້ຮັບຜົນກະທົບ ແລະ ຊຸກຍູ້ການສະໜອງແຫຼ່ງທຶນໃໝ່ໃຫ້ແກ່ລູກຄ້າເປັນຕົ້ນໂຄງການສິນເຊື່ອເພື່ອຊຸກຍູ້ການຜະລິດ ແລະ ແກ້ໄຂຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19; 2) ພາຍຫຼັງການແຜ່ລະບາດພະຍາດໂຄວິດ-19 ຄີຄາຍລົງ, ເລີ່ມໄລຍະກາງປີ 2022 ເປັນຕົ້ນມາ ເສດຖະກິດຂອງພວກເຮົາຊໍ້າພັດໄດ້ຮັບຜົນກະທົບ ຈຶ່ງໄດ້ຫັນທິດທາງການດຳເນີນນະໂຍບາຍເງິນຕາ ຈາກຜ່ອນຄາຍມາເປັນຮັດກຸມ ໂດຍປັບເພີ່ມອັດຕາດອກເບ້ຍພື້ນຖານຂອງ ທຫລ ສະກຸນເງິນກີບ ໄລຍະສັ້ນບໍ່ເກີນ 7 ວັນ 3 ຄັ້ງ ຈາກ 3%/ປີ ເປັນ 7,5%/ປີ; ໄດ້ປັບເພີ່ມອັດຕາສ່ວນເງິນແຮຝາກບັງຄັບ 3 ຄັ້ງຈາກ 3% ເປັນ 8% ສໍາລັບສະກຸນເງິນກີບ ແລະ ຈາກ 5% ມາເປັນ 10% ສຳລັບສະກຸນເງິນຕາຕ່າງປະເທດ; ອອກ ແລະ ຈໍາໜ່າຍພັນທະບັດ ທຫລ ໄລຍະສັ້ນໃຫ້ແກ່ມວນຊົນ 5 ຄັ້ງ ໃນວົງເງິນ 12.000 ຕື້ກີບ ແລະ ອອກຜະລິດຕະພັນເງິນຝາກປະຈຳ ທຫລ ໄລຍະ 7 ວັນ ແລະ ພັນທະບັດ ທຫລ ໄລຍະສັ້ນ ໃນຕະຫຼາດເປີດຈຳນວນ 4.000 ຕື້ກີບ; ປະກອບສ່ວນໃນການແກ້ໄຂສະພາບຄ່ອງດ້ານງົບປະມານ ພາຍໃຕ້ກອບກົດໝາຍ ດ້ວຍການຈັດຕັ້ງປະຕິບັດການປະມູນພັນທະບັດຄັງເງິນຢູ່ ທຫລ ເພື່ອຈຳໜ່າຍໃຫ້ທະນາຄານທຸລະກິດ ແລະ ກອງທຶນຕ່າງໆ; ໄດ້ປະກອບສ່ວນປະຕິບັດການແກ້ໄຂບັນຫາໜີ້ໂຄງການລົງທຶນຂອງລັດດ້ວຍຮູບການອວາຍໜີ້ 3 ແຈ ໂດຍໄດ້ຮັບຊື້ພັນທະບັດບ້ວງອວາຍໜີ້ 3 ແຈ ຈໍານວນໜຶ່ງ ເພື່ອຊ່ວຍເພີ່ມສະພາບຄ່ອງໃຫ້ແກ່ທະນາຄານທຸລະກິດ ແລະ ສ້າງເງື່ອນໄຂໃຫ້ທະນາຄານທຸລະກິດ ສາມາດສະໜອງສິນເຊື່ອໃຫ້ພາກສ່ວນເສດຖະກິດໄດ້ຫຼາຍຂຶ້ນ. ພ້ອມນັ້ນ, ໄດ້ຍົກເລີກນະໂຍບາຍການຄຸ້ມຄອງອັດຕາດອກເບ້ຍຂອງ ທທກ ເພື່ອໃຫ້ການກໍານົດອັດຕາດອກເບ້ຍໃຫ້ເປັນໄປຕາມກົນໄກຕະຫຼາດ ແລະ ເພື່ອຍົກສູງປະສິດທິຜົນໃນການດໍາເນີນທຸລະກິດຂອງທະນາຄານທຸລະກິດ. ສຳລັບ ສິນເຊື່ອທີ່ປ່ອຍໃຫ້ SMEs ຮອດທ້າຍເດືອນ 9/2023 ມີທັງໝົດ 16.300,02 ຕື້ກີບ ກວມເອົາ 10,42% ຂອງຍອດສິນເຊື່ອທົ່ວລະບົບທະນາຄານທຸລະກິດ. ຄຽງຄູ່ກັນນີ້, ຍັງໄດ້ປະຕິບັດຕາມນະໂຍບາຍແກ້ໄຂຄວາມທຸກຍາກຂອງປະຊາຊົນຢູ່ເຂດຊົນນະບົດ ໂດຍການປ່ອຍສິນເຊື່ອຜ່ານທະນາຄານນະໂຍບາຍ ຈຳນວນ 2.589,01 ຕື້ກີບ. ພ້ອມນັ້ນຍັງໄດ້ປະຕິບັດນະໂຍບາຍສະເພາະຂອງລັດຖະບານ ເປັນຕົ້ນໄດ້ຄົ້ນຄວ້ານະໂຍບາຍສິນເຊື່ອສົ່ງເສີມ SMEs ໃນອັດຕາດອກເບ້ຍຕ່ຳເຊັ່ນ: ບ້ວງ 200 ຕື້ກີບຕໍ່ປີ ຜ່ານກອງທຶນສົ່ງເສີມ SMEs, ກອງທຶນພັດທະນາໄຊສົມບູນ, ບ້ວງກອງທຶນ LAFF ໃນການຈັດຕັ້ງປະຕິບັດການສະໜອງສິນເຊື່ອໃຫ້ SMEs ໂດຍຜ່ານສະຖາບັນການເງິນທີ່ເຂົ້າຮ່ວມໂຄງການ.
ທ່ານ ຜູ້ວ່າທະນາຄານແຫ່ງ ສປປ ລາວ ຍັງກ່າວວ່າ: ສຳລັບທິດທາງ, ຄາດໝາຍສູ້ຊົນແຜນເງິນຕາ ປີ 2024 ຈະສືບຕໍ່ຄວບຄຸມອັດຕາເງິນເຟີ້ໃຫ້ຫຼຸດລົງບໍ່ເກີນ 9% ( ຫຼື 1 ໂຕເລກ) ໃນທ້າຍປີ 2024; ຄຸ້ມຄອງອັດຕາແລກປ່ຽນເໜັງຕີງຢູ່ໃນລະດັບບໍ່ສ້າງແຮງກົດດັນຕໍ່ອັດຕາເງິນເຟີ້; ຄວບຄຸມປະລິມານເງິນ (M2) ໃຫ້ຂະຫຍາຍຕົວບໍ່ເກີນ 25%; ສ້າງຄວາມເຂັ້ມແຂງໃຫ້ຄັງສໍາຮອງເງິນຕາຕ່າງ ປະເທດໃຫ້ສາມາດກຸ້ມການນຳເຂົ້າໄດ້ຢ່າງຕໍ່າ 5 ເດືອນຂຶ້ນໄປ; ຍອດເຫຼືອເງິນຝາກຕໍ່ GDP ຂອງທະນາຄານທຸລະກິດໃຫ້ບັນລຸໄດ້ບໍ່ຫຼຸດ 85%; ຍອດເຫຼືອສິນເຊື່ອຕໍ່ GDP ຂອງຂະແໜງທະນາຄານຮັບປະກັນບັນລຸໄດ້ບໍ່ຫຼຸດ 65%; ຄວບຄຸມອັດຕາສ່ວນໜີ້ບໍ່ເກີດດອກອອກຜົນ (NPLs) ຂອງທະນາຄານທຸລະກິດໃຫ້ຢູ່ໃນລະດັບບໍ່ເກີນ 3%; ຄຸ້ມຄອງລາຍຮັບຈາກການສົ່ງອອກຜ່ານລະບົບທະນາຄານ ໃຫ້ໄດ້ບໍ່ຫຼຸດ 70% ຂອງການສົ່ງອອກທັງໝົດ.
(ຂ່າວ: ວັນເພັງ, ພາບ: ໄອ )

ຄໍາເຫັນ

ຂ່າວການເມືອງ

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ