ພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການສ້າງຕະຫຼາດແລກປ່ຽນເງິນຕາຕ່າງປະເທດ

ທຫລ ຮ່ວມມື ທທກສ້າງຕະຫຼາດແລກປ່ຽນເງິນຕາຕ່າງປະເທດທີ່ລວມສູນ

ທຫລ ຮ່ວມມື ທທກສ້າງຕະຫຼາດແລກປ່ຽນເງິນຕາຕ່າງປະເທດທີ່ລວມສູນ
ພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການສ້າງຕະຫຼາດແລກປ່ຽນເງິນຕາຕ່າງປະເທດທີ່ລວມສູນລະຫວ່າງ ທະນາຄານແຫ່ງ ສປປ ລາວ(ທຫລ) ແລະ ບັນດາທະນາຄານທຸລະກິດ(ທທກ)ຂຶ້ນໃນວັນທີ 5 ສິງຫາຜ່ານມາທີ່ໂຮງແຮມສຸພັດຕາ

 ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານນາງ ວັດທະນາ ດາລາລອຍ ຮັກສາການຜູ້ວ່າການ ທຫລ, ມີທ່ານ ພຸດທະໄຊ ສີວິໄລ ປະທານສະມາຄົມທະນາຄານລາວຄະນະຜູ້ບໍລິຫານບັນດາທະນາຄານທຸລະກິດ ທີ່ກ່ຽວຂ້ອງເຂົ້າຮ່ວມ. ທີ່ມີຄວາມສົນໃຈສຶກສາ ແລະ ປະເມີນຜົນຄວາມເປັນໄປໄດ້ໃນການລົງທຶນ ແລະ ພັດທະນາໂຄງການສ້າງຕະຫຼາດແລກປ່ຽນເງິນຕາຕ່າງປະເທດທີ່ລວມສູນ, ຮ່ວມລົງນາມຄັ້ງນີ້ໂດຍແມ່ນທ່ານຫົວໜ້າຫ້ອງການ ທຫລ ແລະ ທ່ານຜູ້ອຳນວຍການທະນາຄານທຸລະກິດຈໍານວນ 15 ແຫ່ງ.

ທ່ານ ສຸລິສັກ ທໍານຸວົງ ຫົວໜ້າກົມນະໂຍບາຍເງິນຕາທຫລ ຕາງໜ້າຄະນະຄົ້ນຄວ້າສ້າງຕັ້ງຕະຫຼາດແລກປ່ຽນເງິນຕາຕ່າງປະເທດທີ່ລວມສູນໄດ້ນໍາສະເໜີກ່ຽວກັບສະພາບ ແລະ ຄວາມເປັນມາຂອງການພັດທະນາລະບົບຕະຫຼາດແລກປ່ຽນເງິນຕາທີ່ລວມສູນວ່າ: ຈາກບັນຫາຄວາມບໍ່ສົມດຸນລະຫວ່າງຄວາມຕ້ອງການ ແລະ ການສະໜອງເງິນຕາຕ່າງປະເທດໃນລະບົບເສດຖະກິດ ເນື່ອງຈາກຄວາມຕ້ອງການເງິນຕາເພື່ອຊໍາລະຄ່າສິນຄ້າ ແລະ ບໍລິການຈາກຕ່າງປະເທດ ແລະ ພັນທະໜີ້ສິນຕໍ່ຕ່າງປະເທດທີ່ຍັງຢູ່ໃນລະດັບສູງ ຈຶ່ງເຮັດໃຫ້ອັດຕາແລກປ່ຽນອ່ອນຄ່າແລະ ອັດຕາເງິນເຟີ້ຍັງຢູ່ໃນລະດັບສູງ ຊຶ່ງກະທົບຕໍ່ກັບຊີວິດການເປັນຢູ່ຂອງປະຊາຊົນລາວຢ່າງຫຼີກລ່ຽງບໍ່ໄດ້. ການແລກປ່ຽນເງິນຕາຢູ່ຕະຫຼາດນອກລະບົບພາໃຫ້ມີຄວາມຫຍຸ້ງຍາກໃນການຕິດຕາມກວດກາ ແລະ ການເກັບກໍາຂໍ້ມູນທຸລະກໍາຢູ່ນອກລະບົບ ຊຶ່ງເປັນອຸປະສັກໃນການດໍາເນີນນະໂຍບາຍຂອງ ທຫລ.ສະນັ້ນ, ເພື່ອຮັກສາສະຖຽນລະພາບເງິນຕາແຫ່ງຊາດ ແລະ ຄຸ້ມຄອງອັດຕາແລກປ່ຽນໃຫ້ກ້າວເຂົ້າສູ່ຄວາມໝັ້ນທ່ຽງເທື່ອລະກ້າວ ແລະ ເປັນການຊຸກຍູ້ໃຫ້ສັງຄົມຫັນມາແລກປ່ຽນໃນລະບົບເພີ່ມຂຶ້ນ, ທຫລ ຈຶ່ງມີແນວຄວາມຄິດຕ້ອງການສ້າງຕະຫຼາດແລກປ່ຽນເງິນຕາຕ່າງປະເທດທີ່ລວມສູນເປັນ Platform ຊື້-ຂາຍເງິນຕາທີ່ອະນຸຍາດໃຫ້ບຸກຄົນ ແລະ ນິຕິບຸກຄົນ ສາມາດເຂົ້າຮ່ວມການຊື້-ຂາຍເງິນຕາໄດ້ຢ່າງສະດວກ, ສອດຄ່ອງກັບການດໍາເນີນທຸລະກິດ ແລະ ສາມາດຕິດຕາມກວດກາໄດ້ ພ້ອມດຽວກັນນີ້, ທ່ານ ພຸດທະໄຊ ສີວິໄລ ປະທານສະມາຄົມທະນາຄານລາວ ໄດ້ເນັ້ນໜັກຕື່ມຕໍ່ການຈັດຕັ້ງປະຕິບັດໂດຍສະເພາະ ໃນໄລຍະທົດລອງການນໍາໃຊ້ລະບົບນີ້, ສະມາຄົມທະນາຄານລາວຈະປະສານສົມທົບກັບບັນດາກົມກ່ຽວຂ້ອງຂອງ ທຫລ ສ້າງແຜນຝຶກອົບຮົມ ແລະ ຄູ່ມືການນໍາໃຊ້ລະບົບໃຫ້ແກ່ບັນດາທະນາຄານທຸລະກິດທີ່ເຂົ້າຮ່ວມເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ເພື່ອໃຫ້ກໍາໄດ້ ແລະ ເຂົ້າໃຈໃນການຈັດຕັ້ງປະຕິບັດຕົວຈິງ.

ປັດຈຸບັນ, ທຫລ ໄດ້ສໍາເລັດການຄົ້ນຄວ້າຮູບແບບແນວຄວາມຄິດ (Concept) ຂອງການສ້າງຕະຫຼາດດັ່ງກ່າວ, ໄດ້ສໍາເລັດການຈັດກອງປະຊຸມເພື່ອປຶກສາຫາລື ແລະ ລະດົມຄວາມຄິດໃນການສ້າງຕະຫຼາດແລກປ່ຽນເງິນຕາ ຮ່ວມກັບບັນດາທະນາຄານທຸລະກິດທີ່ມີເງື່ອນໄຂເຂົ້າເປັນຜູ້ຖືຮຸ້ນໃນການຕັ້ງເປັນນິຕິບຸກຄົນ, ທຫລ ໄດ້ກໍານົດຈຸດປະສົງວາງຂອບແນວຄວາມຄິດ, ເງື່ອນໄຂການສ້າງຕັ້ງ ແລະ ຮູບແບບການດໍາເນີນທຸລະກໍາຜ່ານຕະຫຼາດ ເພື່ອເປັນບ່ອນອີງໃນການຄົ້ນຄວ້າ ແລະ ປະກອບການຕັດສິນໃຈໃນການເຂົ້າຮ່ວມເປັນຜູ້ສ້າງຕະຫຼາດຊື້-ຂາຍເງິນຕາລະຫວ່າງ ທຫລ ກັບທະນາຄານທຸລະກິດທີ່ສົນໃຈເຂົ້າຮ່ວມການສ້າງຕັ້ງຕະຫຼາດແລກປ່ຽນເງິນຕາຕ່າງປະເທດທີ່ລວມສູນໃຫ້ສໍາເລັດ, ໃນນັ້ນມີ 15 ທະນາຄານແຈ້ງເຈດຈໍານົງເຂົ້າຮ່ວມເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການສ້າງຕະຫຼາດແລກປ່ຽນເງິນຕາຕ່າງປະເທດທີ່ລວມສູນ; ພາຍຫຼັງເຊັນ MOU ແລ້ວ, ທຫລ ແລະ ບັນດາທະນາຄານທຸລະກິດຈະສຸມໃສ່ຄົ້ນຄວ້າ ແລະ ພັດທະນາລະບົບໃຫ້ໄວສ້າງຕັ້ງນິຕິບຸກຄົນເພື່ອເລີ່ມເປີດໃຫ້ບໍລິການໃນໄວໆນີ້.

ຂ່າວ:ກົມນະໂຍບາຍເງິນຕາ, ພາບ:ສົມພິດ ທຳມະວົງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ໄດ້ຮັບເຄື່ອງອຸປະໂພກ-ບໍລິໂພກ

ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ໄດ້ຮັບເຄື່ອງອຸປະໂພກ-ບໍລິໂພກ

ເມື່ອບໍ່ດົນມານີ້ ທີ່ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ, ໄດ້ມີພິທີ ມອບ-ຮັບ ເຄື່ອງອຸປະໂພກ-ບໍລິໂພກ ,ໃຫ້ກຽດມອບໂດຍ ທ່ານ ສົງການ ສີວົງໄຊ ປະທານກຸ່ມຄອບຄົວ ຊຸບເປີ ໄບ້ ລາວ, ທ່ານ ຄຳນ້ອຍ ພະພັກພົມມະຈັນ ປະທານສອງລໍ້ ນະຄອນຫຼວງວຽງຈັນ ພ້ອມດ້ວຍ ແລະ ຕາງໜ້າຮັບໂດຍ ທ່ານ ນາງ ຈັນສະໝອນ ຜາງທະວົງ ຮອງຜູ້ອຳນວຍການໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ມີບັນດາຄູ-ອາຈານ, ນັກຮຽນທີ່ມີບັນຫາດ້ານການໄດ້ຍິນ ແລະ ສາຍຕາ ເຂົ້າຮ່ວມ.
ທະນາຄານແຫ່ງ ສປປ ລາວ ມອບເງິນ 100 ລ້ານກີບ ຊ່ວຍເຫຼືອບັນເທົາໄພນໍ້າຖ້ວມແຂວງຄຳມ່ວນ

ທະນາຄານແຫ່ງ ສປປ ລາວ ມອບເງິນ 100 ລ້ານກີບ ຊ່ວຍເຫຼືອບັນເທົາໄພນໍ້າຖ້ວມແຂວງຄຳມ່ວນ

ວັນທີ 7 ຕຸລາ 2026 ທີ່ສະພາແຫ່ງຊາດ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ມອບເງິນຈຳນວນ 100 ລ້ານກີບ ໃຫ້ແຂວງຄຳມ່ວນ ເພື່ອສົມທົບຊ່ວຍເຫຼືອ ແລະ ບັນເທົາຄວາມເດືອດຮ້ອນແກ່ປະຊາຊົນຜູ້ປະສົບໄພນ້ຳຖ້ວມ.
ໜ່ວຍສີລະປະສະມັກຫຼິ້ນ​ກອງພົນທີ 2 ສະແດງ​ສີລະປະ ​ຊົມເຊີຍ​ວັນສ້າງຕັ້ງ​ກອງພົນທີ​ 2​ ຄົບຮອບ​ 45​ ​ປີ​

ໜ່ວຍສີລະປະສະມັກຫຼິ້ນ​ກອງພົນທີ 2 ສະແດງ​ສີລະປະ ​ຊົມເຊີຍ​ວັນສ້າງຕັ້ງ​ກອງພົນທີ​ 2​ ຄົບຮອບ​ 45​ ​ປີ​

ໃນຄໍ່າຄືນຂອງ​ວັນທີ 6​-​7 ຕຸລາ​ 2026, ໜ່ວຍສີລະປະສະມັກຫຼິ້ນກອງພົນທີ 2 ໄດ້ສະແດງຮັບໃຊ້ໃນໂອກາດ​ກອງພົນທີ​ 2​ ພວມຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງພົນທີ 2 ຄົບຮອບ 45 ປີ ໂດຍມີສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ຫົວໜ້າການເມືອງກອງພົນທີ 2 ພ້ອມດ້ວຍຄະນະ,​ ມີພະນັກງານ​-ນັກຮົບ​ ແລະ​​ປະຊາຊົນ​ບັນດາ​ເຜົ່າ​ ເຂົ້າຮ່ວມຮັບຊົມ.
ທ່ານ​ ນາງ​ ຫວັ່ງພະໄທ ໄຊຍະປັນຍາ ດີໃຈທີ່ໄດ້ຮັບລາງວັນເຄືອຂ່າຍຜູ້ປະກອບການຍິງດີເດັ່ນອາຊຽນ ປີ​ 2026​

ທ່ານ​ ນາງ​ ຫວັ່ງພະໄທ ໄຊຍະປັນຍາ ດີໃຈທີ່ໄດ້ຮັບລາງວັນເຄືອຂ່າຍຜູ້ປະກອບການຍິງດີເດັ່ນອາຊຽນ ປີ​ 2026​

ທ່ານ​ ນາງ​ ຫວັ່ງພະໄທ ໄຊຍະປັນຍາ​ ສະມາຊິກສະມາຄົມນັກທຸລະກິດແມ່ຍິງແຂວງຈໍາປາສັກ​ ເປັນ​ 1​ ໃນ​ 4​ ນັກທຸລະກິດແມ່ຍິງແຂວງຈໍາປາສັກ ທີ່ໄດ້ຮັບລາງວັນເຄືອຂ່າຍຜູ້ປະກອບການຍິງດີເດັ່ນ​ ອາຊຽນ ຫຼື​ ASEAN Entrepreneurs​ Women Award ປີ​ 2026​ ເຊິ່ງຈັດຂຶ້ນ​ໂດຍເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ ຫຼື​ ASEAN Women Entrepreneurs Network. ພິທີມອບ​ -​ ຮັບ ລາງວັນດັ່ງກ່າວ​ ຈັດຂຶ້ນ​ໃນວັນທີ 2 ຕຸລາ 2026 ທີ່ຜ່ານມາ ຢູ່ໂຮງແຮມ ອາມາລີ​ນະຄອນຫຼວງວຽງຈັນ ສປປ ລາວ.​ ໃຫ້ກຽດ​ມອບໂດຍ​ ທ່ານ​ ມະໄລທອງ ກົມທະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ​ ການຄ້າ.
ການພັດທະນາ ເສດຖະກິດ-ສັງຄົມ ຢູ່ເມືອງໂຂງ

ການພັດທະນາ ເສດຖະກິດ-ສັງຄົມ ຢູ່ເມືອງໂຂງ

​ ວັນທີ 7 ຕຸລາ 2026, ທ່ານ ວິໄຊ ສັນຕິວົງ ຮອງຫົວໜ້າສູນສະຖິຕິແຫ່ງຊາດກະຊວງການເງິນ ພ້ອມດ້ວຍ ທ່ານ ນາງ ດຸງດ່ວນ (Dung Doan) ນັກເສດຖະກິດອາວຸໂສ ຈາກທະນາຄານໂລກ ແລະ ຄະນະນໍາ-ຊ່ຽວຊານຈາກສູນກາງ ແລະ ແຂວງ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງໂຂງ, ແຂວງຈໍາປາສັກ. ໂດຍໃຫ້ການຕ້ອນຮັບຂອງ ທ່ານ ຈັນທະນົງສິນ ຈັນທະພິມ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງໂຂງ, ມີຫົວໜ້າຫ້ອງການການເງິນເມືອງ,ຫົວໜ້າຫ້ອງວ່າການເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ກົມປ່າໄມ້, ກະຊວງກະສິກໍາ ແລະ ສີ່ງແວດລ້ອມ ຮ່ວມກັບ ບໍລິສັດ ເຈເອັດສ໌ເຄ ຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ສຶກສາຄວາມເປັນໄປໄດ້ ເພື່ອພັດທະນາສ່ວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍໃຫ້ເປັນພືຶ້ນທີ່ສີຂຽວ ແລະ ປົກປັກຮັກສາປ່າໄມ້ທໍາມະຊາດໃນເນື້ອທີ່ 100 ເຮັກຕາ.
ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ເມືອງຊານໄຊ ແຂວງອັດຕະປື ໄດ້ເປີດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ໃຫ້ແກ່ພະນັກງານຂັ້ນຕາແສງ, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່ ເມືອງ​ຊານ​ໄຊໂດຍການເປັນປະທານຂອງທ່ານ ທະນູໄຊ ບັນຊາລິດ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີຄະນະພັກ, ຄະນະນໍາຂອງແຂວງ, ເມືອງ, ພ້ອມດ້ວຍ ວິທະຍາກອນ ແລະ ສຳມະນາກອນຈາກ 4 ຕາແສງຂອງເມືອງຊານໄຊ ປະກອບມີ: ຕາແສງວັງຕັດ, ຕາແສງກອງນາ, ຕາແສງນ້ຳຊຸ ແລະ ຕາແສງຄຳເບໄຊເຂົ້າຮ່ວມ.
ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ການປ່ຽນແປງທີ່ຍິ່ງໃຫຍ່ໃນສັງຄົມ ບໍ່ໄດ້ເລີ່ມຕົ້ນຈາກສິ່ງທີ່ຍິ່ງໃຫຍ່ ແຕ່ເລີ່ມຈາກການກະທຳອັນລຽບງ່າຍໃນຊີວິດປະຈຳວັນ, ພຽງແຕ່ລົງມືຮັກສາຄວາມສະອາດໃນໜ້າເຮືອນຂອງແຕ່ລະຄອບຄົວ ແລະ ການມີສ່ວນຮ່ວມຂອງສັງຄົມ ກໍກາຍເປັນພະລັງສາມັກຄີ ທີ່ສ້າງຄວາມສວຍງາມ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສັງຄົມໜ້າຢູ່. ບໍ່ພຽງແຕ່ເປັນການປະຕິບັດຕາມແນວທາງ “6 ສໍ” ຂອງເທສະບານເທົ່ານັ້ນ, ແຕ່ຍັງສະທ້ອນໃຫ້ເຫັນເຖິງຈິດສຳນຶກ, ບົດບາດຂອງແມ່ຍິງ ແລະ ຄວາມຮັບຜິດຊອບຕໍ່ພື້ນທີ່ສ່ວນລວມຢ່າງໜ້າຊົມເຊີຍ.
ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ພິທີປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານແຂວງເຊກອງ, ເລຂາໜ່ວຍພັກ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ສາຂາແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 6 ຕຸລາ 2026 ທີ່ຫ້ອງປະຊຸມ ທຄຕລ ໂດຍມີສະຫາຍ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈໍາພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ມີຄະນະພັກຮາກຖານສາຂາທະນາຄານ, ຄະນະໜ່ວຍພັກທະນາຄານທີ່ຂຶ້ນກັບ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ
ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ກອງປະຊຸມ ປຶກສາຫາລື ເອກະພາບຂໍ້ມູນ ແລະ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035 ແລະ ແຜນປະຕິບັດງານ 5 ປີ 2026-2030 ຂອງແຂວງຄໍາມ່ວນ ຄັ້ງທີ III ຈັດຂຶ້ນໃນວັນທີ 7 ຕຸລາ 2026 ໂດຍການເປັນປະທານຂອງທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ (ຄພຂ), ມີທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ຫົວໜ້າກອງເລຂາ ຄພຂ, ມີຄະນະກຳມະການ ແລະ ກອງເລຂາຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມ.
ເພີ່ມເຕີມ