ທຫລ ຄາດວ່າຈະສາມາດຈັດຕັ້ງປະຕິບັດໄດ້ 5 ໃນ 8 ຕົວຊີ້ວັດຕິດພັນກັບແຜນເງິນຕາທີ່ສະພາຮັບຮອງ

ທຫລ ຄາດວ່າຈະສາມາດຈັດຕັ້ງປະຕິບັດໄດ້ 5 ໃນ 8 ຕົວຊີ້ວັດຕິດພັນກັບແຜນເງິນຕາທີ່ສະພາຮັບຮອງ

ທຫລ ຄາດວ່າຈະສາມາດຈັດຕັ້ງປະຕິບັດໄດ້ 5 ໃນ 8 ຕົວຊີ້ວັດຕິດພັນກັບແຜນເງິນຕາທີ່ສະພາຮັບຮອງ
ທ່ານນາງ ວັດທະນາ ດາລາລອຍຮັກສາການຜູ້ວ່າການທະນາຄານແຫ່ງສປປ ລາວ (ທຫລ) ໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ (ສສຊ) ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 10 ມິຖຸນານີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ທ່ານນາງ ວັດທະນາ ດາລາລອຍ ໄດ້ຊີ້ແຈງຕໍ່ຄໍາຖາມກ່ຽວກັບການຈັດຕັ້ງປະຕິບັດຄາດໝາຍເງິນຕາ ໃນການພັດທະນາເສດຖະກິດ-ສັງຄົມ ແລະ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຊຶ່ງສັງລວມແລ້ວແມ່ນກ່ຽວກັບບັນດາເປົ້າໝາຍທີ່ກຳນົດ ເຫັນວ່າມີບາງເປົ້າໝາຍທີ່ ທຫລ ສາມາດຈັດຕັ້ງປະຕິບັດໄດ້ບັນລຸເປົ້າໝາຍ ແລະ ບາງຕົວຊີ້ວັດທີ່ຍັງບໍ່ທັນຈັດຕັ້ງປະຕິບັດໄດ້ເທື່ອ ເປັນຕົ້ນລະດັບຄັງສຳຮອງເງິນຕາຕ່າງປະເທດທີ່ສາມາດກຸ້ມການນໍາເຂົ້າໄດ້ພຽງ 5 ເດືອນ ການສະໜອງທຶນໃຫ້ຜູ້ປະກອບການ MSMEs ຍັງບໍ່ທັນກວ້າງຂວາງ ແລະ ທົ່ວເຖິງ.

ຕໍ່ບັນຫາດັ່ງກ່າວ, ທຫລ ໄດ້ມີມະຕິຂອງສະພາແຫ່ງຊາດສະບັບເລກທີ 154/ສພຊ, ລົງວັນທີ 12 ທັນວາ 2024 ປະກອບມີ 8ຄາດໝາຍສໍາລັບຂະແໜງການທະນາຄານຄື:ປະລິມານເງິນຂະຫຍາຍຕົວບໍ່ໃຫ້ເກີນ 20%;ການຄຸ້ມຄອງອັດຕາແລກປ່ຽນໃຫ້ເໜັງຕີງຢູ່ໃນລະດັບບໍ່ກົດດັນຕໍ່ອັດຕາເງິນເຟີ້;ການຄຸ້ມຄອງອັດຕາເງິນເຟີ້ໃຫ້ຢູ່ໃນລະດັບ 1 ຕົວເລກໃນທ້າຍປີ 2025;ລະດັບຄັງສຳຮອງເງິນຕາຕ່າງປະເທດສາມາດກຸ້ມການນໍາເຂົ້າຢ່າງຕໍ່າ 5 ເດືອນຂຶ້ນໄປ;ການຄຸ້ມຄອງລາຍຮັບຈາກການສົ່ງອອກຜ່ານລະບົບທະນາຄານບໍ່ໃຫ້ຫຼຸດ 75% ຂອງມູນຄ່າການສົ່ງອອກທັງໝົດ;ຍອດເຫຼືອເງິນຝາກຂອງທະນາຄານທຸລະກິດບັນລຸ 110% ຂອງ GDP;ຍອດເຫຼືອສິນເຊື່ອຂອງລະບົບທະນາຄານບັນລຸໄດ້ 62% ຂອງ GDP;ອັດຕາສ່ວນໜີ້ບໍ່ເກີດດອກອອກຜົນຢູ່ໃນລະດັບບໍ່ເກີນ 3% ຂອງຍອດສິນເຊື່ອທັງໝົດ.ຕໍ່ກັບວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໄດ້ກຳນົດອີກ 7 ຕົວຊີ້ວັດຄື:ອັດຕາເງິນເຟີ້ໃຫ້ຢູ່ໃນລະດັບບໍ່ເກີນ 9% ໃນທ້າຍປີ 2025;ອັດຕາແລກປ່ຽນໃຫ້ເໜັງຕີງສອດຄ່ອງກັບດຸນຍະພາບທາງດ້ານເສດຖະກິດ-ເງິນຕາ ແລະ ບໍ່ສ້າງແຮງກົດດັນຕໍ່ອັດຕາເງິນເຟີ້;ການຄຸ້ມຄອງລາຍຮັບຈາກການສົ່ງອອກຜ່ານລະບົບທະນາຄານບໍ່ຫຼຸດ 70%;ຄັງສຳຮອງເງິນຕາຕ່າງປະເທດບໍ່ຫຼຸດ 3 ເດືອນ;ອັດຕາສ່ວນໜີ້ບໍ່ເກີດດອກອອກຜົນບໍ່ເກີນ 3% ຂອງຍອດສິນເຊື່ອທັງໝົດ;ຖານະການຊຳລະປົກກະຕິເກີນດຸນຢູ່ໃນລະດັບ 2% ຂອງGDP ແລະຕົວຊີ້ວັດຕິດພັນກັບຄວາມໝັ້ນຄົງຂອງສະຖາບັນການເງິນ. ຊຶ່ງຕົວຊີ້ວັດທີ່ສະພາແຫ່ງຊາດຮັບຮອງທີ່ຕິດກັນກັບແຜນເງິນຕາຄາດວ່າສາມາດຈັດຕັ້ງປະຕິບັດໄດ້ 5 ໃນ 8 ຕົວຊີ້ວັດ ແລະ ຕົວຊີ້ວັດຕິດພັນກັບວາລະແຫ່ງຊາດ ຄາດຈະສາມາດຈັດຕັ້ງປະຕິບັດໄດ້ທັງໝົດ 7 ຕົວຊີ້ວັດ.

ຂ່າວ: ນາງ ພູວັນ, ພາບ: ສຸກສະຫວັນ

ຄໍາເຫັນ

ຂ່າວການເມືອງ

ພະແນກ ກ​ສ ແຂວງຄໍາມ່ວນເຊື່ອມຊຶມກົດລະບຽບຂອງພັກສະ​ໄໝ​ທີXII

ພະແນກ ກ​ສ ແຂວງຄໍາມ່ວນເຊື່ອມຊຶມກົດລະບຽບຂອງພັກສະ​ໄໝ​ທີXII

ກອງປະຊຸມເຜີຍແຜ່-ເຊື່ອມຊຶມກົດລະບຽບຂອງພັກປະຊາຊົນ ປະຕິວັດລາວ ສະໄໝທີ XII ແລະ ເຜີຍແຜ່ຄໍາແນະນໍາສະບັບເລກທີ 303/ຄຈສພ ກ່ຽວກັບການຈັດຕັ້ງປະຕິບັດກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XII ໄດ້ຈັດຂຶ້ນໃນວັນທີ 11 ສິງຫາຜ່ານ​ມາທີ່ຫ້ອງປະຊຸມຂອງພະແນກກະສິກໍາ ແລະ ສິ່ງແວດລ້ອມ (ກ​ສ) ແຂວງຄໍາມ່ວນ ໂດຍການເປັນປະທານ ແລະ ເຜີຍແຜ່ຂອງສະຫາຍ ສີປະໄທ ເພົ່າພົງສະຫວັດ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ, ມີບັນດາສະຫາຍໃນຄະນະພັກຮາກຖານ, ມີ​ສະ​ມາ​ຊິກ​ພັກ​ເຂົ້າ​ຮ່ວມ​ຮັບ​ຟັງ.
ສານປະຊາຊົນແຂວງເຊກອງ ເຊື່ອມຊຶມເອະກສານສໍາຄັນ ຂອງພັກ

ສານປະຊາຊົນແຂວງເຊກອງ ເຊື່ອມຊຶມເອະກສານສໍາຄັນ ຂອງພັກ

ໃນວັນທີ 4 ສິງຫາ ນີ້, ສານປະຊາຊົນແຂວງເຊກອງ ໄດ້ຈັດພິທີເຜີຍແຜ່ເຊື່ອມຊຶມເອກະສານສໍາຄັນຂອງພັກ ໂດຍການເຜີຍແຜ່ເອກກະສານຂອງທ່ານ ນາງ ສີວິໄລ ຜາວິໄລ ປະທານສານປະຊາຊົນແຂວງເຊກອງ, ມີຄະນະພັກ-ຄະນະນໍາສານປະຊາຊົນແຂວງ, ສານປະຊາຊົນເຂດ, ຜູ້ພິພາກສາ ພ້ອມດ້ວຍສະມາຊິກພັກ, ພະນັກງານລັດຖະກອນເຂົ້າຮ່ວມ.
ກອງປະຊຸມຄົບຄະນະບໍລິຫານງານພັກເມືອງໂຂງ ຄັ້ງທີ 7 ສະໄໝທີ IX

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງໂຂງ ຄັ້ງທີ 7 ສະໄໝທີ IX

ຄະນະບໍລິຫານງານພັກເມືອງໂຂງ ແຂວງຈຳປາສັກ ໄດ້ເປີດກອງປະຊຸມຄົບຄະນະ ຄັ້ງທີ 7 ສະໄໝທີ IX ໃນ​ວັນ​ທີ 30 ກໍ​ລະ​ກົດ​ນີ້ ທີ່ ຫ້ອງວ່າການເມືອງ, ໂດຍການເປັນປະທານຂອງ ສະຫາຍ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາສະຫາຍໃນຄະນະປະຈຳພັກເມືອງ, ກຳມະການພັກເມືອງເຂົ້າຮ່ວມ.
ກອງປະຊຸມຄົບຄະນະບໍລິຫານງານພັກເມືອງຊານ​ໄຊ ຄັ້ງທີ 4 ສະໄໝທີ XIV

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງຊານ​ໄຊ ຄັ້ງທີ 4 ສະໄໝທີ XIV

ເມືອງຊານໄຊ ແຂວງອັດຕະປື ໄດ້ເປີດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ4 ສະໄໝທີ XIV ໃນ​ວັນ​ທີ 28 ກໍ​ລະ​ກົດ​ຜ່ານ​ມາ ທີ່ຫ້ອງວ່າການເມືອງຊານໄຊໂດຍການເປັນປະທານຂອງ ສະຫາຍ ຫັດສະໄນ ສີບຸນເຫຼືອງຄະນະກຳມະການພັກແຂວງເລຂາພັກເມືອງຊານໄຊ,ມີບັນດາສະຫາຍຄະນະປະຈຳພັກເມືອງ, ກຳມະການພັກເມືອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສນຊ ເຊື່ອມຊຶມຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII

ສນຊ ເຊື່ອມຊຶມຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII

ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມເຊື່ອມຊຶມຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII ແບບປົກກະຕິ ແລະ ອອນລາຍ ຂຶ້ນໃນວັນທີ 21 ກໍລະກົດນີ້ ທີ່ ສນຊ, ໂດຍການເປັນປະທານ ຂອງທ່ານ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ປະທານ ສນຊ, ມີພະເຖລານຸເຖລະ, ມີບັນດາຮອງປະທານ ສນຊ (ປະຈຳການ ແລະ ບໍ່ປະຈຳການ), ມີບັນດາກຳມະການ ສນຊ, ກໍາມະການ ສນຊ ປະຈໍາຢູ່ນະຄອນຫຼວງ-ບັນດາແຂວງ, ພະນັກງານຫຼັກແຫຼ່ງຂອງບັນດາແຂວງ ໃນທົ່ວປະເທດ, ແຂກຖືກ ເຂົ້າຮ່ວມ.
ຄອນວ ເຜີຍແຜ່ເອກະສານສໍາຄັນຂອງພັກ

ຄອນວ ເຜີຍແຜ່ເອກະສານສໍາຄັນຂອງພັກ

ຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ (ຄອນວ) ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຕິດພັນກັບມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກ ນະຄອນຫຼວງວຽງຈັນ, ໃນວັນທີ 21 ກໍລະກົດນີ້ ທີ່ສໍານັກງານປົກຄອງ ນວ.
ເມືອງທຸລະຄົມ ເຊື່ອມຊຶມກົດລະບຽບພັກ ສະໄໝທີ XII

ເມືອງທຸລະຄົມ ເຊື່ອມຊຶມກົດລະບຽບພັກ ສະໄໝທີ XII

ໃນວັນທີ 17 ກໍລະກົດ ຜ່ານມາ, ຢູ່ທີ່ສະໂມສອນ ເມືອງທຸລະຄົມ ແຂວງວຽງຈັນ, ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມກົດລະບຽບພັກ ປະຊາຊົນ ປະຕິວັດລາວ ສະໄໝທີ XII ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ຄຳເລ້ ໄຊຍະວົງສີ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າສະພາປະຊົນ ແຂວງວຽງຈັນ ປະຈຳເຂດເລືອກຕັ້ງ ເມືອງທຸລະຄົມ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ເລຂາພັກຫ້ອງການ, ກົມກອງ, ໂຮງຮຽນ, ໂຮງໝໍ, ເລຂາພັກບ້ານ ໃນທົ່ວເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.
ຫສປທ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ

ຫສປທ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ

ຫ້ອງວ່າການສຳນັກງານປະທານປະເທດ (ຫສປທ) ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ແລະ ກົດລະບຽບຂອງພັກປະຊາຊົນ ປະຕິວັດລາວ ສະໄໝທີ XII ໂດຍການເປັນປະທານ ແລະ ເຜີຍແຜ່ເອກະສານ ຂອງ ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ, ມີເລຂາ, ຮອງເລຂາຄະນະພັກ, ຫົວໜ້າຫ້ອງວ່າການ, ຮອງຫົວໜ້າຫ້ອງວ່າການ, ບັນດາຫົວໜ້າກົມ, ຮອງກົມ, ສະມາຊິກພັກ ແລະ ພະນັກງານເຂົ້າຮ່ວມຮັບຟັງ.
ຄຕພ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະຄັ້ງທີ 2 ຂອງສູນກາງພັກ ສະໄໝທີ XII ແລະ ຄໍາແນະນໍາ ກົດລະບຽບພັກ ປປ ລາວ

ຄຕພ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະຄັ້ງທີ 2 ຂອງສູນກາງພັກ ສະໄໝທີ XII ແລະ ຄໍາແນະນໍາ ກົດລະບຽບພັກ ປປ ລາວ

ໃນວັນທີ 9 ກໍລະກົດນີ້ ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະຄັ້ງທີ 2 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ແລະ ຄໍາແນະນໍາການຈັດຕັ້ງປະຕິບັດກົດລະບຽບພັກ ສະໄໝ XII. ໃຫ້ກຽດເປັນປະທານ ໂດຍ ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ; ມີບັນດາສະຫາຍໃນຄະນະບໍລິຫານງານພັກ, ຄະນະກົມ, ພ້ອມດ້ວຍພະນັກງານຫຼັກແຫຼ່ງ ຂອງ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມຢ່າງພ້ອມພຽງ.
ເມືອງ​ໝື່ນເຊື່ອມຊຶມ ກົດລະບຽບຂອງພັກ ສະໄໝທີ XII.

ເມືອງ​ໝື່ນເຊື່ອມຊຶມ ກົດລະບຽບຂອງພັກ ສະໄໝທີ XII.

ເມືອງໝື່ນ ແຂວງວຽງຈັນ ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XII ໃນ​ວັນ​ທີ 8 ກໍ​ລະ​ກົດ​ຜ່ານ​ມາທີ່ ເມືອງ​ໝື່ນໂດຍການເຂົ້າຮ່ວມເປັນປະທານ ແລະ ເຜີຍແຜ່ຂອງສະຫາຍ ວໍຣະສອນ ສີອັກຄະສອນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ບັນດາເລຂາ, ຮອງເລຂາພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ພ້ອມດ້ວຍສະມາຊິກພັກ ເຂົ້າຮ່ວມ.
ເພີ່ມເຕີມ