ທຫລ ຊຸກຍູ້ຈັດຕັ້ງປະຕິບັດນະໂຍບາຍສິນເຊື່ອເພື່ອກະຕຸ້ນເສດຖະກິດ ແລະ ນະໂຍບາຍສິນເຊື່ອ ກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ

ທຫລ ຊຸກຍູ້ຈັດຕັ້ງປະຕິບັດນະໂຍບາຍສິນເຊື່ອເພື່ອກະຕຸ້ນເສດຖະກິດ ແລະ ນະໂຍບາຍສິນເຊື່ອ ກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ
ສາຂາ ທະນາຄານແຫ່ງ ສປປ ລາວ (ທຫລ) ພາກເໜືອ ແຂວງຊຽງຂວາງ ໄດ້ຈັດກອງປະຊຸມຊຸກຍູ້ການຈັດຕັ້ງປະຕິບັດນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ ແລະ ນະໂຍບາຍສິນເຊື່ອ ເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ, ໃນວັນທີ 16 ມັງກອນຜ່ານມາ ໂດຍການເປັນປະທານຂອງທ່ານ ນາງ ຂັນແກ້ວ ຫຼ້າມະນີເງົາ ຮອງຜູ້ວ່າການ ທຫລ, ຄະນະຊີ້ນໍາລວມການຈັດຕັ້ງປະຕິບັດນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ ແລະ ນະໂຍບາຍສິນເຊື່ອ ເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ, ມີບັນດາທ່ານຮອງເຈົ້າແຂວງຊຽງຂວາງ, ຫົວພັນ ແລະ ໄຊສົມບູນ ພ້ອມດ້ວຍຄະນະສາຂາ ທຫລ ພາກເໜືອ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງກອງປະຊຸມຄັ້ງນີ້, ເພື່ອລາຍງານຄວາມຄືບໜ້າ ແລະ ຊຸກຍູ້ການຈັດຕັ້ງປະຕິບັດນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ ແລະ ນະໂຍບາຍສິນເຊື່ອ ເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ ຂອງສາມແຂວງພາກເໜືອຄື: ແຂວງຊຽງຂວາງ, ຫົວພັນ ແລະ ໄຊສົມບູນ ເພື່ອແລກປ່ຽນ, ຖອດຖອນບົດຮຽນ ແລະ ປຶກສາຫາລືການຈັດຕັ້ງ 2 ນະໂຍບາຍສິນເຊື່ອ ແນໃສ່ຮັບປະກັນປະສິດທິພາບ ແລະ ປະສິດທິຜົນຂອງນະໂຍບາຍ. ຮັບຟັງການເຜີຍແຜ່ຄໍາແນະນໍາການຈັດຕັ້ງປະຕິບັດ 2 ນະໂຍບາຍ ຊຶ່ງໄດ້ລວມເອົາບັນຫາທີ່ບັນດາແຂວງຍົກຂຶ້ນ ເພື່ອໃຫ້ມີຄວາມເອກະພາບ ແລະ ຮັບປະກັນການຈັດຕັ້ງປະຕິບັດໄປໃນທິດທາງດຽວກັນ ແລະ ຮັບຟັງການນໍາສະເໜີກ່ຽວກັບການສະໜອງແຫຼ່ງທຶນ ຂອງກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ. 
ນະໂຍບາຍສິນເຊື່ອເພື່ອກະຕຸ້ນເສດຖະກິດ ແລະ ນະໂຍບາຍສິນເຊື່ອ ເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນເປັນໜຶ່ງໃນນະໂຍບາຍທີ່ສໍາຄັນ ແລະ ຮີບດ່ວນ ຂອງລັດຖະບານ (ຂໍ້ຕົກລົງ ສະບັບເລກທີ 93/ນຍ, ລົງວັນທີ 14 ກໍລະກົດ 2023) ເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ ຊຶ່ງມີເປົ້າໝາຍສຸມໃສ່ສົ່ງເສີມການຜະລິດເປັນສິນຄ້າ ແລະ ບໍລິການຂອງ 3 ຂະແໜງການເປົ້າໝາຍຄື: ຂະແໜງການກະສິກໍາ ແລະ ປ່າໄມ້, ຂະແໜງອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ, ຂະແໜງການບໍລິການ-ທ່ອງທ່ຽວ ແລະ ຂະແໜງການຄ້າ ທີ່ເປັນປາຍແຫຼມ ເພື່ອທົດແທນການນໍາເຂົ້າ - ສົ່ງເສີມການຜະລິດ ເພື່ອສົ່ງອອກ, ສ້າງວຽກເຮັດງານທຳ ແລະ ປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບມະຫາພາກດ້ານການເງິນ-ເງິນຕາ ໃຫ້ເຂັ້ມແຂງ ແນໃສ່ພັດທະນາເສດຖະກິດ ໃຫ້ມີການຂະຫຍາຍຕົວແບບຍືນຍົງ ແລະ ສ້າງເງື່ອນໄຂໃຫ້ຫົວໜ່ວຍທຸລະກິດ (ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ, ກາງ ແລະ ວິສາຫະກິດຂະໜາດໃຫຍ່ ຈຳນວນໜຶ່ງ) ໃນຂະແໜງບຸລິມະສິດຂອງລັດ ສາມາດເຂົ້າຫາແຫຼ່ງທຶນ ທີ່ມີຕົ້ນທຶນເໝາະສົມໃນການສ້າງ, ຂະຫຍາຍ ແລະ ປັບປຸງຖານການຜະລິດ-ປຸງແຕ່ງ, ບໍລິການ-ການຄ້າຂອງຕົນ ທັງຮັບປະກັນການຜະລິດສະໜອງສະບຽງອາຫານ ແລະ ເຄື່ອງອຸປະໂພກ-ບໍລິໂພກພາຍໃນ. 
ໃນວັນທີ 17 ມັງກອນ 2024, ທ່ານ ຮອງຜູ້ວ່າການ ທຫລ ພ້ອມດ້ວຍຄະນະ ກໍໄດ້ລົງເກັບກໍາຂໍ້ມູນ ສຳພາດຜູ້ປະກອບການຮ່ວມກັບທະນາຄານທຸລະກິດ ທີ່ສະເໜີຂໍນະໂຍບາຍສິນເຊື່ອ 2 ເປົ້າໝາຍຄື: 1) ບໍລິສັດ ໄຊຍະວົງຟາມ ຈຳກັດຜູ້ດຽວ ດຳເນີນທຸລະກິດ ປະເພດຟາມລ້ຽງໄກ່ພັນໄຂ່ ຕັ້ງຢູ່ບ້ານລີ, ເມືອງແປກ ແຂວງຊຽງຂວາງ ຂໍສະເໜີ ນະໂຍບາຍສິນເຊື່ອ ເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ ຈໍານວນ 800 ລ້ານກີບ ຜ່ານທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ສາຂາຊຽງຂວາງ. 2) ທ່ານ ດວງຖາວອນ ດວງພະຈັນ ດໍາເນີນທຸລະກິດປະເພດ ຟາມລ້ຽງສັດໃຫຍ່ (ລ້ຽງງົວ) ຕັ້ງຢູ່ບ້ານນາສົງ, ເມືອງຜາໄຊ ແຂວງຊຽງຂວາງ ກຳລັງຢູ່ໃນຂັ້ນຕອນປະກອບແບບຟອມ ຈະຂໍສະເໜີ ນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ ຈຳນວນ 8 ຕື້ກີບ (ສົມທົບດອກເບ້ຍ 5% ຂອງດອກເບ້ຍທະນາຄານ 11.3%ຕໍ່ປີ) ຜ່ານທະນາຄານ ສົ່ງເສີມກະສິກຳ ສາຂາຊຽງຂວາງ.
ຂ່າວ-ພາບ: ທຫລ ພະແນກຂໍ້ມູນຂ່າວສານ ແລະ ປະຊາສໍາພັນ

 ຂ່າວ-ພາບ: ທຫລ ພະແນກຂໍ້ມູນຂ່າວສານ ແລະ ປະຊາສໍາພັນ

ຄໍາເຫັນ

ຂ່າວເສດຖະກິດ

ເສດຖະກິດເມືອງທ່າແຕງ ສືບຕໍ່ຂະຫຍາຍຕໍ່​ເນື່ອງ

ເສດຖະກິດເມືອງທ່າແຕງ ສືບຕໍ່ຂະຫຍາຍຕໍ່​ເນື່ອງ

ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ອົງຄະນະພັກເມືອງທ່າແຕງ ແຂວງ​ເຊກອງກໍຄືການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2025-2029) ເຫັນວ່າ ເສດຖະກິດເມືອງທ່າແຕງ ຍັງສືບຕໍ່ຂະຫຍາຍຕົວເພີ່ມຂຶ້ນ ສະເລ່ຍ 5.7%.
6​ ເດືອນຕົ້ນປີນີ້ ເສດຖະກິດແຂວງ​ອັດ​ຕະ​ປືຂະຫຍາຍຕົວ 4.​3%

6​ ເດືອນຕົ້ນປີນີ້ ເສດຖະກິດແຂວງ​ອັດ​ຕະ​ປືຂະຫຍາຍຕົວ 4.​3%

ໃນ 6 ເດືອນ​ຕົ້ນ​ປີ 2026 ເສດ​ຖະ​ກິດ​ແຂວງ​ອັດ​ຕະ​ປື​ຂະ​ຫຍາຍ​ຕົວ 4.3%, ໃນ​ນັ້ນຂະ​ແໜງ​ກະ​ສິ​ກຳຂະ​ຫຍາຍ​ຕົວ 4.9% ກວມ 51% ຂອງ GDP, ຂະແໜງອຸດສາຫະກຳ ຂະຫຍາຍຕົວ 4.2% ກວມ 29%,ຂະແໜງບໍລິການ ຂະຫຍາຍຕົວ 3.7% ກວມ 17% ແລະ ຂະແໜງພາສີ-ອາກອນ ຂະຫຍາຍຕົວ 5.8%.
ກາເຟປ່າວຊ່ານ ລົດຊາດລະດັບໂລກ ເປັນພະລັງຂັບເຄື່ອນຊຸມຊົນ

ກາເຟປ່າວຊ່ານ ລົດຊາດລະດັບໂລກ ເປັນພະລັງຂັບເຄື່ອນຊຸມຊົນ

ດ້ວຍສັກກະຍະພາບດ້ານຊັບພະຍາກອນທາງທຳມະຊາດ ພູມສາດ ແລະ ສະພາບອາກາດທີ່ເອື້ອອຳນວຍ ເມືອງປ່າວຊານ ໄດ້ພັດທະນາອຸດສາຫະກຳກາເຟອາຣາບີກາໃຫ້ເຕີບໂຕຢ່າງຕໍ່ເນື່ອງ ແລະ ສ້າງມູນຄ່າເພີ່ມຕາມຫ່ວງໂຊ່ການຜະລິດ. “ກາເຟອາຣາບີກາປ່າວຊານ” ໄດ້ກາຍເປັນສິນຄ້າກະສິກຳຫຼັກຂອງພື້ນທີ່ ດ້ວຍຄຸນນະພາບມາດຕະຖານສູງ ແລະ ອັດຕະລັກດ້ານລົດຊາດທີ່ໂດດເດັ່ນ ໂດຍມີຈຸດເດັ່ນຄື “ບໍ່ສົ້ມ, ບໍ່ຮຶນ,ເຂັ້ມແຕ່ບໍ່ຂົມຫຼາຍ, ຫອມແບບທຳມະຊາດກິ່ນດອກໄມ້ອ່ອນໆ” ສະທ້ອນໃຫ້ເຫັນສັກກະຍະພາບການຜະລິດແລະ ການຄວບຄຸມຄຸນນະພາບຢ່າງເປັນລະບົບ.
ເມືອງໄຊເສດຖາ ມີມູນຄ່າການຈໍລະຈອນສິນຄ້າ 169 ຕື້ກີບ.

ເມືອງໄຊເສດຖາ ມີມູນຄ່າການຈໍລະຈອນສິນຄ້າ 169 ຕື້ກີບ.

ໃນໄລຍະ 6 ເດືອນຕົ້ນປີ 2026 ນີ້ເມືອງໄຊເສດຖາ, ແຂວງອັດຕະປື ມີມູນຄ່າການຈໍລະຈອນສິນຄ້າ 169 ຕື້ກີບ, ບັນລຸໄດ້ເກືອບ 100% ຂອງແຜນການປີ, ເຊິ່ງ ປັດຈຸບັນທົ່ວເມືອງ ມີຫົວໜ່ວຍທຸລະກິດທັງໝົດ 596 ຫົວໜ່ວຍ, ໃນນີ້ 6 ເດືອນຜ່ານມາ, ສາມາດຊຸກຍູ້ທຸລະກິດໃໝ່ເຂົ້າຈົດທະບຽນໄດ້ຕື່ມອີກ 22 ຫົວໜ່ວຍ ແລະ ຍັງມີຫົວໜ່ວຍທຸລະກິດນອກລະບົບ ບໍ່ມີທະບຽນວິສາຫະກິດ ເຖິງ 391 ຫົວໜ່ວຍ, ທີ່ຈະຕ້ອງໄດ້ເລັ່ງໃຫ້ໄດ້ຂຶ້ນທະບຽນຖືກຕ້ອງຕາມກົດໝາຍ.
6 ເດືອນຕົ້ນປີ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວຢູ່ໃນລະດັບ 3,8%

6 ເດືອນຕົ້ນປີ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວຢູ່ໃນລະດັບ 3,8%

ໃນໄລຍະ 6 ເດືອນຕົ້ນປີ 2026 ແຂວງອັດຕະປື ມີອັດຕາການຂະຫຍາຍຕົວຂອງເສດຖະກິດ ຢູ່ໃນລະດັບ 3.8% (ມະຕິສະພາ 5.4%), ຄິດເປັນມູນຄ່າຕາມລາຄາໃນປີ 1,231 ຕື້ກີບ ເທົ່າກັບ 15.6% ຂອງແຜນການ (ມະຕິສະພາ 7,850 ຕື້ກີບ), ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນບັນລຸໄດ້ 21.9 ລ້ານກີບ (ມະຕິສະພາ 42 ລ້ານກີບ).
ລັດຖະມົນຕີກະຊວງ ອຄ ເນັ້ນໃຫ້ສາລະວັນເອົາໃຈໃສ່ກວດກາລາຄາ ແລະ ຄຸນນະພາບສິນຄ້າ

ລັດຖະມົນຕີກະຊວງ ອຄ ເນັ້ນໃຫ້ສາລະວັນເອົາໃຈໃສ່ກວດກາລາຄາ ແລະ ຄຸນນະພາບສິນຄ້າ

ທ້າຍອາທິດຜ່ານມານີ້, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ພ້ອມຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສາລະວັນ, ໂດຍໃຫ້ກຽດຕ້ອນຮັບຂອງ ທ່ານ ໂພທິຍາ ວົງຈອມສີ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງສາລະວັນ ພ້ອມຄະນະ ໃຫ້ກຽດຕ້ອນຮັບຢ່າງ ອົບອຸ່ນຢູ່ທີ່ຫ້ອງປະຊຸມຂອງຕົນ.
ຄວາມໝາຍ ແລະ ຄວາມສໍາຄັນຂອງເສດຖະກິດມໍຣະດົກ

ຄວາມໝາຍ ແລະ ຄວາມສໍາຄັນຂອງເສດຖະກິດມໍຣະດົກ

ເສດຖະກິດມໍຣະດົກມີຄວາມໝາຍ ແລະ ນິຍາມກວ້າງຂວາງ. ກ່ອນອື່ນຕ້ອງເຂົ້າໃຈຄວາມໝາຍຂອງ “ມໍຣະດົກ” ໝາຍເຖິງທຸກສິ່ງທຸກຢ່າງທີ່ເປັນວັດຖຸ ນິວັດຖຸທີ່ມີຄຸນຄ່າ ທີ່ພວກເຮົາໄດ້ຮັບການສືບທອດມາຈາກບັນພະບູລຸດ. ມໍຣະດົກບໍ່ພຽງແຕ່ເປັນເອກະລັກຂອງຊາດເທົ່ານັ້ນ, ແຕ່ຍັງເປັນຊັບສິນ ຫຼື ສົມບັດທີ່ມີຄຸນຄ່າທີ່ສາມາດນໍາໃຊ້ເປັນທ່າແຮງໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ.
ປີນີ້, ຄາດວ່າ GDPຈະຂະຫຍາຍຕົວຢູ່ລະດັບ 5.1%

ປີນີ້, ຄາດວ່າ GDPຈະຂະຫຍາຍຕົວຢູ່ລະດັບ 5.1%

ໃນຫວ່າງບໍ່ດົນມານີ້,ສູນສະຖິຕິແຫ່ງຊາດ ກະຊວງການເງີນ ໄດ້ສະຫຼຸບຕົວເລກຂາດຕົວລວມຍອດຜະລິດຕະພັນພາຍໃນ (GDP)ປີ 2025 ແລະ ທ່າອ່ຽງ ປີ 2026 ຂະນະທີ່ລາວ ຍັງພົບຄວາມຫຍຸ້ງຍາກທາງດ້ານເສດຖະກິດເປັນຕົ້ນ ສະຖຽນລະພາບທາງດ້ານການເງິນ ແລະ ເງິນຕາ, ບັນຫາການເພີ່ມຂຶ້ນຂອງລາຄາ, ອັດຕາເງິນເຟີ້ທີ່ຍັງສືບຕໍ່ເພີ່ມຂຶ້ນ ແລະ ບັນຫາໜີ້ສິນຕ່າງປະເທດ.
1 ປີຜ່ານມາ ເສດຖະກິດເມືອງເງິນຂະຫຍາຍຕົວ ໃນລະດັບ 6.6%

1 ປີຜ່ານມາ ເສດຖະກິດເມືອງເງິນຂະຫຍາຍຕົວ ໃນລະດັບ 6.6%

ວັນທີ 13 ມັງກອນ 2026ນີ້ ຢູ່ທີ່ຫ້ອງຊຸມຫ້ອງວ່າການເມືອງເງິນ ແຂວງໄຊຍະບູລີ ໄດ້ເປີດກອງປະຊຸມອົງການປົກຄອງເມືອງເງິນ ປະຈຳປີ2025, ພາຍໃຕ້ການເປັນປະທານ ຂອງທ່ານອຸ່ນຄໍາ ອຸບົນສັກ ຮອງປະທານຄະນະກໍາມະການປົກຄອງເມືອງ, ມີທ່ານ ທອງພັນ ສຸກສະຫວັດ ເລຂາຄະນະບໍລິຫານງານພັກເມືອງ, ມີພາກສ່ວນກ່ຽວຂ້ອງອ້ອມຂ້າງເມືອງເຂົ້າຮ່ວມ.
2021-25 ເສດຖະກິດຂອງແຂວງວຽງຈັນ ຂະຫຍາຍຕົວສະເລ່ຍ 4.8%.

2021-25 ເສດຖະກິດຂອງແຂວງວຽງຈັນ ຂະຫຍາຍຕົວສະເລ່ຍ 4.8%.

ໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງວຽງຈັນ ຊຸດທີ IV ທີ່ໄຂຂຶ້ນຢ່າງເປັນທາງການໃນ ວັນທີ 25-27 ທັນວາ 2025ນີ້ ຢູ່ທີ່ສະໂມສອນຂອງແຂວງ ໂດຍການເປັນປະທານຂອງ ທ່ານ ບຸນສອນ ເພັດລາວັນ ປະທານສະພາປະຊາຊົນແຂວງ, ມີທ່ານ ຈະເລີນ ເຍຍປາວເຮີ ກໍາມະການສູນກາງພັກ ຮອງປະທານສະພາແຫ່ງຊາດ ທັງເປັນສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 10 ແຂວງວຽງຈັນ, ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັັ້ງທີ 10, ສະມາຊິກສະພາປະຊາຊົນແຂວງຊຸດທີ IV, ຕາງໜ້າອົງການຈັດຕັັ້ງພັກ-ລັດແຂວງ, ເມືອງ, ອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັັ້ງມະຫາຊົນ ອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ