ໂທລະພາບລາວ-ຈີນ ຮ່ວມມືດ້ວຍຫຼາຍຮູບແບບ

ໂທລະພາບລາວ-ຈີນ ຮ່ວມມືດ້ວຍຫຼາຍຮູບແບບ

ໂທລະພາບລາວ-ຈີນ ຮ່ວມມືດ້ວຍຫຼາຍຮູບແບບ
ພິທີລົງນາມການຮ່ວມມືລະຫວ່າງ ໂທລະພາບແຫ່ງຊາດລາວ ແລະ ວິທະຍຸ-ໂທລະພາບກວາງຊີ ໃນລາຍການ ໂຮງລະຄອນຈີນ ແລະ ກະຕູນຈີນ ປີ2026ໄດ້ມີຂຶ້ນໃນວັນທີ 24 ກັນຍານີ້ ທີ່ໂທລະພາບແຫ່ງຊາດ. ເປັນກຽດຮ່ວມລົງນາມໃນສັນຍາ ໂດຍ ສະຫາຍວັນລາຕີ ຄໍາວານວົງສາຜູ້ອໍານວຍການໃຫຍ່ໂທລະພາບແຫ່ງຊາດລາວ, ສະຫາຍ Zheng Kui ຮອງເລຂາຄະນະພັກສະຖານີໂທລະພາບ ແລະ ວິທະຍຸຂອງແຂວງກວາງຊີ ສປຈີນ, ໂດຍຊ້ອງໜ້າ ສະຫາຍ ສາຄອນ ພົມມະລາດຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ນາງ ເສີນ ຢີ້ ຈຸ່ນຄະນະປະຈຳພັກແຂວງ, ຫົວໜ້າໂຄສະນາ ເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີ ພ້ອມດ້ວຍ ບັນດາຜູ້ຕາງໜ້າຈາກຝ່າຍຈີນ ແລະ ຝ່າຍລາວ.

 

ໂທລະພາບລາວ-ຈນ ຮວມມດວຍຫາຍຮບແບບ - image 1
 

ໃນພິທີ ສະຫາຍວັນລາຕີ ຄໍາວານວົງສາ ກ່າວວ່າ: ລາວ ແລະ ຈີນ ເປັນປະເທດບ້ານໃກ້ເຮືອນຄຽງ ທີ່ມີຊາຍແດນຕິດຈອດກັນດ້ວຍສາຍພູ ແລະ ແມ່ນໍ້າລຳເຊ, ປະຊາຊົນສອງຊາດ ມີສາຍພົວພັນມິດຕະພາບອັນເປັນມູນເຊື້ອ ໄປມາຫາສູ່ກັນມາແຕ່ບູຮານນະການ. ການເວລາເຖິງຈະໝູນວຽນປ່ຽນໄປ, ແຕ່ມິດຕະພາບຄວາມຮັກແພງ ກໍຍິ່ງເລິກເຊິ່ງຂຶ້ນ.

ນັບແຕ່ປີ 2014 ເປັນຕົ້ນມາ, ສະຖານີພວກເຮົາ ແລະ ສະຖານີວິທະຍຸ ແລະ ໂທລະພາບກວາງຊີ ໄດ້ ຮ່ວມກັນຈັດລາຍການ "ໂຮງລະຄອນຈີນ", "ກາຕູນຈີນ" ຊຶ່ງໄດ້ອອກອາກາດ ຫຼາຍກວ່າ 3,000 ຕອນ ເຊັ່ນ: ລະຄອນເລື່ອງ "ຄວາມຝັນໃນຫໍແດງ", "ລູກສາວແຫ່ງພູໃຫຍ່", "ມື້ແຫ່ງແສງສະຫວ່າງ”; ກາຕູນ ເລື່ອງ "ຄ້ອງບັ້ງວິເສດ", "ການເດີນທາງມະຫັດສະຈັນຂອງປາກວຍ", "ມັງກອນດອກ”, “ຂົວລົມ” ແລະ ອື່ນໆ ໄດ້ເປີດໜ້າຕ່າງໃໝ່ ເຮັດໃຫ້ພວກເຮົາເຫັນພາບລວມຂອງສອງປະເທດ ແລະ ໄດ້ຮູ້ຈັກກວາງຊີ. ຮູ້ຈັກຈີນຫຼາຍຍິ່ງຂຶ້ນ. ນອກນີ້ ກໍຍັງໄດ້ຮ່ວມກັນຖ່າຍທຳສາລະຄະດີຫຼາຍເລື່ອງ ເຊັ່ນ: "ເລື່ອງລາວແຫ່ງ ການເວລາ" ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ-ຈີນ ຄົບ ຮອບ 55 ປີຊຶ່ງໄດ້ຜົນຕອບຮັບຢ່າງກວ້າງຂວາງ ຢູ່ສອງປະເທດ.

ໂທລະພາບລາວ-ຈນ ຮວມມດວຍຫາຍຮບແບບ - image 2
 

ການຮ່ວມມືຂອງ ສອງສະຖານີ 10 ກວ່າປີຜ່ານມານັ້ນ, ໄດ້ສະທ້ອນໃຫ້ເຫັນມິດຕະພາບລາວ-ຈີນ, ບັນທຶກເລື່ອງລາວອັນອົບອຸ່ນ ແລະ ໝາກຜົນອັນໜ້າຊົມຊື່ນ ໃນການຮ່ວມກັນສ້າງ "ໜຶ່ງແລວ ໜຶ່ງເສັ້ນທາງ" ແລະ "ການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ" ດ້ວຍເລນກ້ອງ ທັງໄດ້ຮ່ວມກັນຈັດກິດຈະກຳຕ່າງໆ. ປີນີ້, ສອງສະຖານີພວກເຮົາ ຈະສືບຕໍ່ຮ່ວມມື ແລະ ຮ່ວມກັນລົງນາມການຮ່ວມມື ພາຍໃຕ້ໂຄງການ “ ໂຮງລະຄອນຈີນ ແລະ ກາຕູນຈີນ ” ແລະ ຈະຂະຫຍາຍການຮ່ວມມື ໃນຂົງເຂດປັນຍາປະດິດ ຫຼື AI ແບບທົດລອງ (ລາຍການທີ່ນໍາໃຊ້ AI ເຂົ້າຊ່ວຍໃນການຜະລິດ), ເພື່ອສ້າງພະລັງຂັບເຄື່ອນໃໝ່ ໃຫ້ແກ່ການຜະລິດເນື້ອໃນຂອງພວກເຮົາ. ສືບຕໍ່ເສີມຂະຫຍາຍທ່າແຮງທີ່ຕັ້ງໜ້າ, ສ້າງກິດຈະກຳແລກປ່ຽນວັດທະນະທໍາ-ສັງຄົມ ໃຫ້ຫຼາຍຂຶ້ນ, ເພື່ອຊຸກຍູ້ການສືບທອດ ແລະ ເສີມຂະຫຍາຍມິດຕະພາບລາວ-ຈີນ.

ສະຖານີໂທລະພາບແຫ່ງຊາດລາວ ຈະສືບຕໍ່ໃນການຮ່ວມມືບົນຈິດໃຈ "ເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ, ຄູ່ຮ່ວມງານທີ່ດີ" ທັງ 4 ປະການ, ເດີນຄຽງບ່າຄຽງໄຫຼ່ ກັບສະຖານີວິທະຍຸ ແລະ ໂທລະພາບກວາງຊີ ແລະ ຄູ່ຮ່ວມງານສື່ມວນຊົນຈີນອື່ນໆ, ປະກອບສ່ວນດ້ານສື່ມວນຊົນ ເຂົ້າໃນການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ ທີ່ມີປະສິດທິພາບ, ປະສິດທິຜົນສູງຂຶ້ນເທື່ອລະກ້າວ.

ສະຫາຍ ນາງ ເສີນ ປີ້ ຈຸ່ນ ກ່າວວ່າ: ຕະຫຼອດໄລຍະຜ່ານມາ, ສະຖານີວິທະຍຸ ແລະ ໂທລະພາບກວາງຊີ ແລະ ສະຖານີໂທລະພາບແຫ່ງຊາດລາວ ໄດ້ຢຶດໝັ້ນຈິດໃຈແຫ່ງການຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ມີວິໄສທັດຮ່ວມກັນ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ຢ່າງເປັນຮູບປະທຳ, ຮັກສາສາຍພົວພັນຮ່ວມມືທີ່ແໜ້ນແຟ້ນ ແລະ ໝັ້ນຄົງ. ທັງສອງຝ່າຍໄດ້ເສີມຂະຫຍາຍການຮ່ວມມືດ້ານການເຜີຍແຜ່ວັດທະນະທຳຢ່າງເລິກເຊິ່ງ.

ໂທລະພາບລາວ-ຈນ ຮວມມດວຍຫາຍຮບແບບ - image 3
 

ສື່ມວນຊົນ ແມ່ນຂົວຕໍ່ທີ່ເຊື່ອມຕໍ່ຈິດໃຈຂອງປະຊາຊົນແລະ ເປັນຂົວຜ່ານແຫ່ງການຮໍ່າຮຽນວັດທະນະທໍາ, ໃນມື້ນີ້ ແມ່ນຈຸດເລີ່ມຕົ້ນໃໝ່ ແລະ ຍັງເປັນການຮ່ວມມືທີ່ເລິກເຊິ່ງກວ່າເກົ່າຂອງທັງສອງຝ່າຍ, ໂອກາດໃໝ່ ສໍາລັບການກ້າວໄປພ້ອມກັນ. ບົນພື້ນຖານເວທີອັນໃໝ່ຂອງ “ປີ ມິດຕະພາບ ລາວ-ຈີນ”, ໃນອະນາຄົດ, ພວກເຮົາຫວັງວ່າຈະໄດ້ເພີ່ມທະວີການຮ່ວມມືຍຸດທະສາດດ້ານສື່ມວນຊົນ ທີ່ຫຼາກຫຼາຍ ແລະ ທຸກລະດັບ ກັບສະຖານີ ໂທລະພາບແຫ່ງຊາດລາວ. ໂດຍອີງໃສ່ທ່າໄດ້ປຽບຂອງສື່ມວນຊົນໃໝ່, ນໍາໃຊ້ເຕັກໂນໂລຊີ AI, ການເຜີຍແຜ່ແບບດີຈີຕອນ ແລະ ວິທີການທັນສະໄໝອື່ນໆ ເປັນຕົ້ນ, ສ້າງນະວັດຕະກຳຮູບແບບການຮ່ວມມືສື່ມວນຊົນຫຼາຍຮູບຫຼາຍແບບ, ເພີ່ມຄວາມອຸດົມສົມບູນຂອງເນື້ອໃນ, ຂະຫຍາຍມິຕິຂອງການເຜີຍແຜ່, ເພື່ອເລົ່າເລື່ອງລາວອັນສະຫງ່າງາມຂອງມິດຕະພາບອັນດີງາມ ຮ່ວມກັນ ລະຫວ່າງ ລາວ-ຈີນ.

(ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວການຮ່ວມມື

ຍົກລະດັບການຄຸ້ມຄອງປະກັນສັງຄົມ ແລະ ສິດທິແຮງງານຊາວກະສິກອນ 32,000 ກວ່າຄົນໃນ 7 ແຂວງ

ຍົກລະດັບການຄຸ້ມຄອງປະກັນສັງຄົມ ແລະ ສິດທິແຮງງານຊາວກະສິກອນ 32,000 ກວ່າຄົນໃນ 7 ແຂວງ

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຮ່ວມກັບອົງການສາກົນເປີດ “ໂຄງການສ້າງຄວາມກ້າວໜ້າໃຫ້ລະບົບປົກປ້ອງສັງຄົມ ແລະ ສິດທິດ້ານແຮງງານສຳລັບຊາວກະສິກອນໃນຂະແໜງກາເຟ, ຊາ ແລະ ປ່າໄມ້ (SOLAR II)” ໃນວັນທີ 29 ກັນຍາຜ່ານມາ ທີ່ນະຄອນຫຼວງວຽງຈັນ ເປັນກຽດກ່າວເປີດໂດຍທ່ານ ນາງ ແກ້ວ ຈັນທະວີໄຊ ຮອງລັດຖະມົນຕີ ກະຊວງ ຮສສ, ມີທ່ານ ມາກ ກາລາເຮີ (Marc Gallagher) ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳ ສປປ ລາວ, ມີທ່ານ ລາສ ໂຢຮັນເຊນ (Lars Johansen) ຮອງຜູ້ອຳນວຍການ ຫ້ອງການອົງການແຮງງານສາກົນ (ILO) ປະຈຳປະເທດໄທ, ກຳປູເຈຍ ແລະ ສປປ ລາວ, ທ່ານ ພອນສານ ວິໄລເມັ້ງ ຮອງປະທານສູນກາງສະຫະພັນກຳມະບານລາວ, ທ່ານ ໄຊບັນດິດ ລາດສະພົນ ຮອງປະ ທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ມີບັນດາຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ຜູ້ຕາງໜ້າອົງການ ILO, ພະແນກ ຮສສ ແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຄະນະຜູ້ແທນ ຄອ​ສ​ພຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ

ຄະນະຜູ້ແທນ ຄອ​ສ​ພຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ

ຄະນະຜູ້ແທນ ຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນ ປະຕິວັດລາວ ນໍາໂດຍ ທ່ານ ສາຄອນ ພົມມະລາດຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອ​ສ​ພ) ພ້ມ​ຄະ​ນະໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 28 ກັນຍາ ຫາ 02 ຕຸລາ 2026.
ສ​ປ​ປລາວ-ເອີ​ຣົບປຶກ​ສາ​ຫາລື ການຮ່ວມມືທາງດ້ານປ່າໄມ້

ສ​ປ​ປລາວ-ເອີ​ຣົບປຶກ​ສາ​ຫາລື ການຮ່ວມມືທາງດ້ານປ່າໄມ້

ກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມຮ່ວມກັບສະຫະພາບເອີຣົບ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບ ການຮ່ວມມືທາງດ້ານປ່າໄມ້ ໃນ​ວັນ​ທີ 1 ຕຸ​ລາ​ຜ່ານ​ມາທີ່ ນະ​ຄອນຫຼວງວຽງ​ຈັນ, ໂດຍ​ການເປັນປະທານຮ່ວມຂອງ ທ່ານ ນາງຈັນທະຄອນ ບົວລະພັນ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ທ່ານ ມາກ ກາລາເຮີ (Mark Gallagher), ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈໍາ ສປປ ລາວ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ກອງປະຊຸມເຈົ້າໜ້າທີ່ອາວຸໂສຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື (JC) ລາວ-ໄທ ຄັ້ງທີ 23

ກອງປະຊຸມເຈົ້າໜ້າທີ່ອາວຸໂສຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື (JC) ລາວ-ໄທ ຄັ້ງທີ 23

ກອງປະຊຸມເຈົ້າໜ້າທີ່ອາວຸໂສ (SOM) ຂອງຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື (JC) ລາວ-ໄທ ຄັ້ງທີ 23 ໄດ້ຈັດຂຶ້ນໃນວັນທີ 1 ຕຸລາ ນີ້ ທີ່ ແຂວງຫຼວງພະບາງ ໂດຍການເປັນປະທານຮ່ວມຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານນາງ ເອກສິຣິ ປິນທະຣຸຈິ ຫົວໜ້າຫ້ອງການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະຜູ້ແທນຂອງທັງສອງຝ່າຍເຂົ້າຮ່ວມ.
ກອງປະຊຸມປຶກສາຫາລື ແລະ ເອກະພາບແຜນການ ເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ

ກອງປະຊຸມປຶກສາຫາລື ແລະ ເອກະພາບແຜນການ ເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ

ວັນທີ 1 ຕຸລາ 2026 ນີ້, ທີ່ ກອງພົນນ້ອຍຊ່າງແສງ 249 ກອງທັບປະຊາຊົນຫວຽດນາມ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ເອກະພາບແຜນການ ເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ (ລາວ-ຫວຽດນາມ-ກຳປູເຈຍ)ປະຈໍາປີ 2026, ເຊິ່ງຝ່າຍລາວ ນຳໂດຍ ສະຫາຍ ພັນເອກ ຄຳຜາຍ ອ້ວນວິໄລ ຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ; ຝ່າຍຫວຽດນາມ ນຳໂດຍ ສະຫາຍ ພົນຈັດຕະວາ ຟ໋າມ ວັນຕີ ຮອງຫົວໜ້າກົມກອບກູ້ໄພພິບັດ ກອງທັບປະຊາຊົນຫວຽດນາມ ແລະ ຝ່າຍກຳປູເຈຍ ນຳໂດຍ ສະຫາຍ ພັນເອກ ຫຼົງກິມລຽນ ຮອງຫົວໜ້າກົມອົບຮົມ ກອງບັນຊາການທະຫານສູງສຸດ ກອງທັບຣາຊະອານາຈັກກຳປູເຈຍ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ທັງສາມຝ່າຍ ເຂົ້າຮ່ວມ.
ສະຫະພັນແມ່ຍິງແຂວງຄໍາມ່ວນ ແລະ ແຂວງກວາງຈິ ສືບຕໍ່ຮັດແໜ້ນການພົວພັນຮ່ວມມື 2 ຝ່າຍ

ສະຫະພັນແມ່ຍິງແຂວງຄໍາມ່ວນ ແລະ ແຂວງກວາງຈິ ສືບຕໍ່ຮັດແໜ້ນການພົວພັນຮ່ວມມື 2 ຝ່າຍ

​ ວັນທີ 30 ກັນຍາຜ່ານມາ, ທີ່ເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມພົບປະ ລະຫວ່າງ ຄະນະຜູ້ແທນສະຫະພັນແມ່ຍິງແຂວງຄໍາມ່ວນ (ສປປ ລາວ) ແລະ ຄະນະຜູ້ແທນສະຫະພັນແມ່ຍິງແຂວງກວາງຈິ (ສສ ຫວຽດນາມ) ເພື່ອເສີມສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງສອງອົງການຈັດຕັ້ງແມ່ຍິງ. ຝ່າຍແຂວງຄໍາມ່ວນນໍາໂດຍ ທ່ານ ນາງ ໄພວັນ ພົນຫາລາດ ປະທານສະຫະພັນແມ່ຍິງແຂວງ, ທ່ານ ນາງ ດາລາມິນ ສີສະຫວ່າງ ຮອງປະທານສະຫະພັນແມ່ຍິງແຂວງ ພ້ອມດ້ວຍຄະນະ ແລະ ພະນັກງານຂະແໜງການກ່ຽວຂ້ອງ, ສ່ວນຝ່າຍແຂວງກວາງຈິ ນໍາພາໂດຍ ທ່ານ ນາງ ເຈິ່ນ ຖິ ຖຸຍ ງາ ຮອງປະທານຜູ້ປະຈຳການສະຫະພັນແມ່ຍິງແຂວງກວາງຈິ ພ້ອມດ້ວຍຄະນະກໍາມະການ ແລະ ວິຊາການ.
ການສ້າງສາຍພົວພັນການທູດລະຫວ່າງ ສປປ ລາວ ກັບ ສ ຕຣີນິດັດ ແລະ ໂຕບາໂກ

ການສ້າງສາຍພົວພັນການທູດລະຫວ່າງ ສປປ ລາວ ກັບ ສ ຕຣີນິດັດ ແລະ ໂຕບາໂກ

ໃນວັນທີ 29 ກັນຍາຜ່ານມານີ້ ທີ່ ນະຄອນນິວຢອກ ສະຫະລັດ ອາເມຣິກາ, ໄດ້ມີພິທີລົງນາມຖະແຫຼງການຮ່ວມ ວ່າດ້ວຍ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະສາທາລະນະລັດ ຕຣີນິດັດ ແລະ ໂຕບາໂກ, ໂດຍຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ທ່ານ ທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການສະຫະປະຊາຊາດ ແລະ ຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ຕຣີນິດັດ ແລະ ໂຕບາໂກ ແມ່ນ ທ່ານ ເນລ ພາຣຊັນ (H.E. Dr. Neil Parsan) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຜູ້ຕາງໜ້າຖາວອນ ແຫ່ງ ສາທາລະນະລັດ ຕຣີນິດັດ ແລະ ໂຕບາໂກ ປະຈໍາອົງການສະຫະປະຊາຊາດ ໄດ້ຮ່ວມລົງນາມໃນຖະແຫຼງການຮ່ວມຄັ້ງນີ້ ໂດຍການເຂົ້າຮ່ວມເປັນສັກຂີພິຍານໃນພິທີດັ່ງກ່າວຂອງບັນດານັກການທູດທັງສອງຝ່າຍ.
ແມ່ຍິງແຂວງ ແລະ ແມ່ຍິງສະມາຄົມຄົນຫວຽດນາມຢູ່ແຂວງເຊກອງ ພົບປະແລກປ່ຽນບົດຮຽນ

ແມ່ຍິງແຂວງ ແລະ ແມ່ຍິງສະມາຄົມຄົນຫວຽດນາມຢູ່ແຂວງເຊກອງ ພົບປະແລກປ່ຽນບົດຮຽນ

ການພົບປະແລກປ່ຽນບົດຮຽນ ລະຫວ່າງ ສະຫະພັນແມ່ຍິງແຂວງ ແລະ ສະຫະພັນແມ່ຍິງສະມາຄົມຄົນຫວຽດນາມຢູ່ແຂວງເຊກອງ ຈັດຂຶ້ນໃນວັນທີ 30 ກັນຍາຜ່ານມາ, ທີ່ຫ້ອງປະຊຸມໂຮງຮຽນລາວ-ຫວຽດແຂວງເຊກອງ ໂດຍມີທ່ານ ນາງ ມະໂນລາ ສຸດທິຈັກ ກຳມະການພັກແຂວງ, ປະທານສະຫະພັນແມ່ຍິງແຂວງ, ມີທ່ານ ເຈິ່ນ ດິງ ຮ່າຍ ປະທານສະມາຄົມຄົນຫວຽດນາມຢູ່ແຂວງເຊກອງ ພ້ອມດ້ວຍສະມາຊິກແມ່ຍິງ ເຂົ້າຮ່ວມ.
ສ​ສກເລີ່ມຄົ້ນຄວ້າ ປັດໄຈທີ່ຊ່ວຍສົ່ງເສີມທັກສະພາສາລາວ ແລະ ການຮູ້ໜັງສືຂອງນັກຮຽນຊັ້ນ​ປະ​ຖົມ

ສ​ສກເລີ່ມຄົ້ນຄວ້າ ປັດໄຈທີ່ຊ່ວຍສົ່ງເສີມທັກສະພາສາລາວ ແລະ ການຮູ້ໜັງສືຂອງນັກຮຽນຊັ້ນ​ປະ​ຖົມ

ກະຊວງສຶກສາທິການ ແລະ ກິລາ (ສສກ)ພາຍໃຕ້ການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ(BEQUAL)ໄດ້ເລີ່ມດຳເນີນການຄົ້ນຄວ້າໃໝ່ ກ່ຽວກັບປັດໄຈທີ່ຊ່ວຍສົ່ງເສີມທັກສະພາສາລາວ ແລະ ການຮູ້ໜັງສືຂອງນັກຮຽນໂດຍສະເພາະແມ່ນກຸ່ມນັກຮຽນທີ່ບໍ່ໄດ້ໃຊ້ພາສາລາວເປັນຫຼັກຢູ່ໃນຄອບຄົວ. ການຄົ້ນຄວ້າໃນຄັ້ງນີ້ ແມ່ນຈັດຕັ້ງປະຕິບັດໂດຍສູນຄົ້ນຄວ້າພາສາລາວ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ຮ່ວມກັບແຜນງານບີຄວາ (BEQUAL).
ເປີດນຳໃຊ້ສູນຝຶກ ຮັບປະກັນການບິນຮ່ວມສະໜາມບິນບ້ານເກິນ ແລະ ວິທະຍາໄລການບິນມິດຕະພາບລາວ-ຈີນ

ເປີດນຳໃຊ້ສູນຝຶກ ຮັບປະກັນການບິນຮ່ວມສະໜາມບິນບ້ານເກິນ ແລະ ວິທະຍາໄລການບິນມິດຕະພາບລາວ-ຈີນ

ພິທີເປີດນຳໃຊ້ສູນຝຶກ ແລະ ຮັບປະກັນການບິນຮ່ວມ ສະໜາມບິນບ້ານເກິນ ແລະ ວິທະຍາໄລການບິນມິດຕະພາບລາວ-ຈີນ ໄດ້ຈັດຂຶ້ນໃນວັນທີ 29 ກັນຍາຜ່ານມາ, ໂດຍມີສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ສປປ ລາວ ແລະ ຄະນະຜູ້ແທນກອງທັບປົດປ່ອຍປະຊາຊົນຈີນເຂົ້າຮ່ວມ.
ເພີ່ມເຕີມ