ທໍ່ໂຕໂຢລາວ ຜະລິດຕະພັນຄຸນນະພາບລະດັບສາກົນ

ທໍ່ໂຕໂຢລາວ ຜະລິດຕະພັນຄຸນນະພາບລະດັບສາກົນ

ທໍ່ໂຕໂຢລາວ ຜະລິດຕະພັນຄຸນນະພາບລະດັບສາກົນ
ເນື່ອງໃນໂອກາດງານວາງສະແດງຜະລິດຕະພັນລາວ 2025 (Made In Lao 2025) ທີ່ເປີດຂຶ້ນຢ່າງເປັນທາງການໃນວັນທີ 3 ຕຸລາຜ່ານມາ ທີ່ສູນການຄ້າລາວ-ໄອເຕັກ. ທ່ານ ລັງກອນ ໄຊຍະວົງ ປະທານບໍລິສັດ ທັງເປັນຜູ້ສ້າງຕັ້ງໂຮງງານອຸດສາຫະກໍາໂຕໂຢລາວ ຈໍາກັດ ຜູ້ດຽວ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນວ່າ: ຕົນເອງມີຄວາມຮູ້ສຶກເປັນກຽດ, ດີໃຈ ແລະ ພາກພູມໃຈທີ່ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ໄດ້ໃຫ້ໂອກາດຜູ້ປະກອບການພາຍໃນໄດ້ນໍາສິນຄ້າຕ່າງໆ ຂອງຕົນເຂົ້າຮ່ວມວາງສະແດງ-ຂາຍຢ່າງຄັບຄາໜາແໜ້ນ ໂດຍສະເພາະໂຮງງານອຸດສາຫະກໍາໂຕໂຢລາວ ຈໍາກັດ ຜູ້ດຽວ ກໍໄດ້ນໍາເອົາຜະລິດທໍ່ໂຕໂຢມາວາງສະແດງ-ຂາຍໃນຄັ້ງນີ້ ຊຶ່ງຜະລິດທໍ່ໂຕໂຢ ເປັນໜຶ່ງຜະລິດຕະພັນຂອງລາວທີ່ມີຊື່ສຽງ, ມີຄຸນນະພາບລະດັບສາກົນເພື່ອຕອບສະໜອງຄວາມຕ້ອງການຕະຫຼາດພາຍໃນ.

 

ທໂຕໂຢລາວ ຜະລດຕະພນຄນນະພາບລະດບສາກນ - image 1
 

 

ທ່ານ ລັງກອນ ໄຊຍະວົງ ກ່າວວ່າ: ໂຮງງານອຸດສາຫະກໍາທໍ່ໂຕໂຢລາວ ເປັນໜຶ່ງໂຮງງານອຸດສາຫະກໍາ ທີ່ເປັນສະມາຊິກຂອງ ສຄອຊ ທີ່ສ້າງຜະລິດຕະພັນລາວເລີ່ມແຕ່ປີ 2016 ຊຶ່ງຜະລິດຕະພັນຫຼັກແມ່ນຮັບໃຊ້ພື້ນ ຖານໂຄງລ່າງກ່ຽວກັບລະບົບນໍ້າ, ເລີ່ມຈາກລະບົບນໍ້າປະປາໃນຕົວເມືອງຈົນຮອດລະບົບນໍ້າປະປາຊົນນະບົດ. ພ້ອມນັ້ນ, ຍັງມີລະບົບນໍ້າໃນການກໍ່ສ້າງເຄຫາສະຖານ, ບ້ານເຮືອນ, ໂຮງແຮມ, ໂຮງງານອຸດສາຫະກໍາ, ເຂດເສດຖະກິດພິເສດ, ລະບົບຊົນລະປະທານ, ລະບົບການກະເສດ ການປູກຝັງ-ລ້ຽງສັດ ລວມທັງລະບົບນໍ້າທີ່ໃຊ້ໃນຂະແໜງການພະລັງງານ-ບໍ່ແຮ່ ແລະ ການບໍາບັດນໍ້າເປື້ອນ, ລະບາຍນໍ້າຂັງໃນຕົວເມືອງ. ປັດຈຸບັນຍັງມີທໍ່ຫຸ້ມຜະ ລິດຕະພັນໃໝ່ໃນປີ 2025 ຄື: ທໍ່ຫຸ້ມສາຍໄຟ, ທໍ່ຫຸ້ມສາຍສົ່ງສັນຍານລະບົບໂທລະຄົມ ເພື່ອແກ້ໄຂບັນຫາສາຍໄຟທີ່ບໍ່ເໝາະສົມ ທີ່ບົດບັງທັດສະນີຍະພາບທີ່ສວຍງາມຂອງຕົວເມືອງ. ພ້ອມນັ້ນ, ຍັງໄດ້ຄົ້ນຄວ້າກັບຂະແໜງການກ່ຽວຂ້ອງໃນການນໍາເອົາສາຍໄຟຟ້າລົງດິນໃນອະນາຄົດອັນໃກ້ນີ້. ສໍາລັບການມາວາງສະແດງໃນຄັ້ງນີ້, ພວກເຮົາມີຄວາມຄາດຫວັງສູງ ຊຶ່ງປີນີ້ພວກເຮົາມີຜະລິດຕະພັນຫຼາກຫຼາຍທີ່ເອົາມາວາງສະແດງໃຫ້ປະຊາຊົນລາວໄດ້ຮັບຮູ້ ໂດຍມີແຄັມເປນມານໍາສະເໜີຄື: ທໍ່ອຸດສາຫະກໍາ, ທໍ່ຂະໜາດໃຫຍ່ທີ່ໃຊ້ໃນໂຄງການບໍ່ແຮ່. ແຕ່ປີນີ້, ແມ່ນເອົາທໍ່ນໍ້າທີ່ໃຊ້ໃນໂຄງການຄົວເຮືອນ ແລະ ພາກທຸລະກິດບໍລິການ ແລະ ພາກທຸລະກິດດ້ານກະສິກໍາ. ພິເສດໄປກວ່ານັ້ນໄດ້ນໍາໃຊ້ເທັກໂນໂລຊີປະຢັດນໍ້າຈາກອິດສະລາເອວ, ຈາກບັນດາປະເທດຕາເວັນອອກກາງມາວາງສະແດງ ແລະ ຈັດຈໍາໜ່າຍຢູ່ປະເທດລາວ. ປັດຈຸບັນຢູ່ໂຮງງານອຸດສາຫະກໍາທໍ່ນໍ້າໂຕໂຢລາວມີທໍ່ລະບົບນໍ້າຢອດ, ນໍ້າພຸ້ງອີກດ້ວຍ.

ທໂຕໂຢລາວ ຜະລດຕະພນຄນນະພາບລະດບສາກນ - image 2
 

ທ່ານ ລັງກອນ ໄຊຍະວົງ ກ່າວຕື່ມວ່າ: ໃນຂະແໜງການທີ່ພວກເຮົາໄດ້ພັດທະນາມີ 8 ຂະແໜງການ ໂດຍມີກຸ່ມລູກຄ້າທີ່ຕ້ອງການສິນຄ້າມາດຕະຖານສາກົນ ກວມ 80%, ກຸ່ມຄົວເຮືອນ, ກຸ່ມຮ້ານຂາຍເຄື່ອງວັດສະດຸກໍ່ສ້າງທີ່ຕ້ອງການເຄື່ອງຄຸນນະພາບລະດັບກາງຫາລ່າງ ກວມຢູ່ລະດັບ 40-50%. ປະເທດລາວມີໂຮງງານທີ່ໄດ້ມາດຕະຖານຫຼາຍແຫ່ງ ແຕ່ພວກເຮົາກໍໄດ້ພັດທະນາສິນຄ້າຂອງຕົນໂດຍເນັ້ນໃສ່ຄຸນນະພາບມາດຕະຖານສາກົນ ລາຄາບໍ່ແພງຄົນລາວສາມາດຈັບຕ້ອງ ແລະ ຊື້ໃຊ້ໄດ້. ສະນັ້ນ, ຖ້າຫາກທ່ານໄດ້ມາທ່ຽວງານວາງສະແດງຜະ ລິດຕະພັນລາວທີ່ຈັດຂຶ້ນໃນວັນທີ 1-8 ຕຸລາ 2025 ນີ້ ກໍສາມາດມາແວ່ເບິ່ງ ແລະ ຊ່ວຍກັນສົ່ງເສີມຜະລິດຕະພັນລາວ ໂດຍສະເພາະຜະລິດຕະພັນທໍ່ໂຕໂຢລາວ ຊຶ່ງເປັນຜະລິດຕະພັນລາວມີຄຸນນະພາບລະດັບສາກົນ ເພື່ອເປັນການຮັກສາທຶນ, ຮັກສາແຫຼ່ງເງິນໄວ້ໃນປະເທດລາວ ດັ່ງຄໍາເວົ້າທີ່ວ່າ: ລາວເຮັດ ລາວໃຊ້ ລາວໄດ້ ລາວຈະເລີນ.

ທໂຕໂຢລາວ ຜະລດຕະພນຄນນະພາບລະດບສາກນ - image 3
 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

​ ວັນທີ 23 ຕຸລານີ້ ທີ່ຫ້ອງປະຊຸມພິພິທະພັນ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ (LAFES) ຢ່າງເປັນທາງການ ແລະ ໄດ້ຮັບການຮັບຮອງ ແລະ ຕົກລົງເຫັນດີຈາກຄະນະຈັດຕັ້ງສູນກາງພັກ. ກອງປະຊຸມຄັ້ງປະຫວັດສາດນີ້ ໄດ້ຮັບກຽດເຂົ້າຮ່ວມຈາກບັນດາແຂກຜູ້ມີກຽດ, ຄະນະຂົນຂວາຍສ້າງຕັ້ງສະມາຄົມ ແລະ ບັນດາສະມາຊິກ LAFES ດ້ວຍບັນຍາກາດອັນອົບອຸ່ນ.
ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການປ້ອງກັນຊາດ (ປກຊ) - ປ້ອງກັນຄວາມສະຫງົບ (ປກສ) ສະພາແຫ່ງຊາດ ຊຸດທີ X ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ພົຈວ ສຸລິໄຊ ພິຈິດ ກຳມະການສຳຮອງສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການ ປກຊ-ປກສ, ສະຫາຍ ພົທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ເປັນກຽດເຂົ້າຮ່ວມໂອ້ລົມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ມີຄະນະກຳມະການ, ສັງກັດກຳມາທິການ ປກຊ-ປກສ, ຕາງໜ້າກະຊວງປ້ອງກັນຄວາມສະຫງົບ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ວັນທີ 23 ຕຸລານີ້, ທີ່ຫ້ອງວ່າການແຂວງຄໍາມ່ວນ, ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄໍາມ່ວນ ໄດ້ຕ້ອນຮັບທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ພ້ອມຄະນະ ໃນໂອກາດເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຄຳມ່ວນ.
ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ​ຈໍາປາສັກ​ຮ່ວມກັບ​ ພະແນກແຜນການ, ກົມແຜນການ ແລະ​ ການຮ່ວມມື​ ກະຊວງກະສິກໍາ ແລະ​ ສິ່ງແວດລ້ອມ​ ໄດ້ຈັດກອງປະຊຸມເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X (2026​ - 2030). ກອງປະຊຸມ​ຈັດຂຶ້ນໃນວັນທີ 22​ ຕຸລາ 2026​ ຢູ່ສະຖາບັນຄົ້ນຄວ້າກະສິກໍາ​ ຈໍາປາສັກ​ ບ້ານໂພນງາມ​ ນະຄອນປາກເຊ​ ແຂວງ​ຈຳ​ປາ​ສັກໂດຍການເປັນປະທານຂອງ​ ທ່ານ​ ຄໍາ​ ນິລາວົງ​ ກໍາມະການພັກແຂວງ​ ຫົວໜ້າ​ພະແນກກະສິກໍາ​ ແລະ​ ສິ່ງແວດລ້ອມແຂວງ,​ ມີທ່ານ ກິນົງ ແກ້ວປະເສີດ ຫົວໜ້າພະແນກແຜນການ,​ ກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ ແລະ​ ສິ່ງແວດລ້ອມ​ ພ້ອມດ້ວຍ​ຄະນະ,​ ມີການນໍາ​ຫ້ອງການກະສິກໍາ​ ແລະ​ ສິ່ງແວດລ້ອມ​ 9​ ເມືອງ,​ 1​ ນະຄອນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.​
ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ມອບແນວພັນພືດ, ແນວພັນສັດ ແລະ ອຸປະກອນການຜະລິດ ທີ່ໄດ້ຮັບທຶນສະໜັບສະໜູນຈາກໂຄງການຄຸ້ມຄອງປ່າໄມ້ແບບພູມມິທັດ ແລະ ສົ່ງເສີມຊີວິດການເປັນຢູ່ ​ຂອງ​ປະ​ຊາ​ຊົນພາກເໜືອໃຫ້ປະຊາຊົນບ້ານຫ້ວຍຕໍ, ໃນ​ວັນ​ທີ 21 ຕຸ​ລາ​ຜ່ານ​ມາ, ມອບໂດຍທ່ານ ກອງທ່ຽນ ໄຊຍະພອນຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ, ພ້ອມດ້ວຍຄະນະຮັບຜິດຊອບໂຄງການປະຈຳເມືອງ, ອົງການປົກຄອງບ້ານ ແລະ ປະຊາຊົນເຂົ້າຮ່ວມ.
ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ (ອ​ຄ) ຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື ຈັດຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ຂອງ ສປປ ລາວ ໃຫ້​ພະ​ນັກ​ງານ, ຂະ​ແໜງ​ການ​ກ່ຽວ​ຂ້ອງ​ຂອງ​ແຂວງ​ອັດ​ຕະ​ປືໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ພະແນກ ອ​ຄ ແຂວງ,​ ໂດຍມີທ່ານ ກິແກ້ວ ວໍລະວົງສາ ຮອງຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ອູ່ທອງ ສິດທິຍະວົງ ຮອງພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື,​ ມີຕາງໜ້າຈາກຂະແໜງການຂອງແຂວງ,​ ເມືອງເຂົ້າຮ່ວມ.
ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ​ ຮ່ວມກັບ​ ກົມການຄ້າຕ່າງປະເທດ ກະຊວງອຸດສາຫະກໍາ​ ແລະ​ ການຄ້າ​ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າລາວ.
ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຜົນການເຄື່ອນໄຫວວຽກ​ງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ (2021-2025),ພ້ອມວາງທິດທາງແຜນການ 5 ປີ (2026-2030), ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ຫໍປະຊຸມໃຫຍ່ແຂວງ, ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີສະຫາຍ ຄອນສະຫວ່າງ ພິມມະສອນ ຄະນະປະຈຳພັກແຂວງຫົວໜ້າຄະນະຈັດຕັ້ງແຂວງ, ພ້ອມດ້ວຍຄະນະພັກ, ຄະນະນຳຂັ້ນແຂວງ, ຂັ້ນເມືອງ ແລະ ແຂກຖືກເຊີນເຂົ້າ​ຮ່ວມ.
ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ທ່ານ ອາລຸນ ບຸນວິໄລຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ (ອຄ) ແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ, ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາ​, ໂດຍມີທ່ານ ວຽງໄຊ ຄຳພະຈັນ ປະທານຄະນະກຳມະການປົກຄອງເມືອງງາ,ມີຄະນະນຳຫ້ອງການ ອຄ ເມືອງ, ຄະນະກຳມະການປົກຄອງຕາແສງນາຄົກ, ຕາງໜ້າສະພາອຸດສາຫະກຳ ແລະ ການຄ້າ ແຂວງ-ເມືອງ, ຕາງໜ້າ 10 ຂະແໜງການພາຍໃນພະແນກ ອຄ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນງົບປະມານຈຳນວນ 200 ລ້ານກີບ ເພື່ອອຸປະຖຳການກະກຽມ ຈັດງານບຸນຊ່ວງເຮືອ ປະຈຳປີ 2026 ຢູ່ແຂວງອັດຕະປື ສືບສານປະເພນີອັນດີງາມຂອງຊາດ ແລະ ສົ່ງເສີມຄວາມສາມັກຄີຂອງປະຊາຊົນ.
ເພີ່ມເຕີມ