ຖວທ ເຊກອງ ມອບ-ຮັບພະນັກງານລົງກໍ່ສ້າງຮາກຖານການເມືອງ

ຖວທ ເຊກອງ ມອບ-ຮັບພະນັກງານລົງກໍ່ສ້າງຮາກຖານການເມືອງ
ພິທີມອບ-ຮັບພະນັກງານລົງກໍ່ສ້າງຮາກຖານການເມືອງຈາກກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ( ຖວທ ) ໃຫ້ແກ່ພະແນກ ຖວທ ແຂວງເຊກອງໄດ້ຈັດຂຶ້ນໃນວັນທີ 25 ຕຸລາຜ່ານມາ, ທີ່ຫ້ອງປະຊຸມພະແນກດັ່ງກ່າວ, ໃຫ້ກຽດຕ້ອນຮັບໂດຍທ່ານ ບຸນທົງ ຖິ່ນດອນໂຂງ ຮັກສາການຫົວໜ້າພະແນກ ຖວທ ແຂວງ, ມີທ່ານ ອິນຖາ ສີສົມພອນ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງ ຖວທ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 
    ທ່ານ ຈະຕຸພອນ ບຸນຍະມະວົງ ຕາງໜ້າກົມຈັດຕັ້ງ ແລະ ພະນັກງານກະຊວງ ຖວທ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງ ຖວທ ວ່າດ້ວຍການອະນຸມັດໃຫ້ພະນັກງານລົງກໍ່ສ້າງຮາກຖານການເມືອງຢູ່ທ້ອງຖິ່ນປີ 2023 ໂດຍອະນຸມັດໃຫ້ທ່ານ ວົງເດືອນ ແກ້ວສຸລິວົງ ຫົວໜ້າພະແນກວິໄຈການຕະຫຼາດທ່ອງທ່ຽວ ກົມໂຄສະນາການທ່ອງ ທ່ຽວ ລົງຮາກຖານຢູ່ພະແນກ ຖວທ ແຂວງເຊກອງໄລຍະເວລາ 6 ເດືອນເລີ່ມແຕ່ວັນທີ 25 ຕຸລາ 2023 ຫາວັນທີ 31 ມີນາ 2024.    
    ທ່ານ ອິນຖາ ສີສົມພອນ ກ່າວວ່າ: ການຫັນພະນັກງານລົງກໍ່ສ້າງຮາກຖານໃນຄັ້ງນີ້ ເພື່ອສ້າງຄວາມເຂັ້ມແຂງໃຫ້ທ້ອງຖິ່ນ, ແມ່ນການປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດ ວ່າດ້ວຍການຫັນເອົາພະນັກ ງານລົງກໍ່ສ້າງຮາກຖານການເມືອງຮອບດ້ານ, ຊຶ່ງຄະນະພັກກະຊວງ ຖວທ ໄດ້ເລືອກເຟັ້ນເອົາພະນັກງານ, ສະມາຊິກພັກຜູ້ທີ່ຢູ່ໃນແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂັ້ນຂອງຕົນ ຊຶ່ງແມ່ນຜູ້ທີ່ມີຄວາມຮູ້, ຄວາມສາມາດມີປະສົບການລົງຊ່ວຍຊຸກຍູ້, ປັບປຸງ ແລະ ພັດທະນາວຽກງານ ຖວທ ຕາມການສະເໜີ ແລະ ຄວາມຮຽກຮ້ອງຕ້ອງການຂອງພະແນກ ຖວທ ແຂວງເຊກອງ ໂດຍສະເພາະແມ່ນວຽກວິໄຈຕະຫຼາດການທ່ອງທ່ຽວ ພ້ອມທັງຊ່ວຍເປັນຂົວຕໍ່ປະສານງານວຽກງານປິ່ນອ້ອມອື່ນໆລະຫວ່າງກະຊວງ ຖວທ ແລະ ພະແນກ ຖວທ ແຂວງໃຫ້ກົມກຽວກັນ ສາມາດຈັດຕັ້ງປະຕິບັດແຜນຍຸດທະສາດ, ແຜນພັດທະນາວຽກງານ ຖວທ ທີ່ກຳນົດໄວ້ໃຫ້ມີຜົນ ສຳເລັດ. 
    ໂອກາດນີ້, ທ່ານ ບຸນທົງ ຖິ່ນດອນໂຂງ ໄດ້ກ່າວສະແດງຄວາມດີໃຈ ແລະ ຍິນດີຕ້ອນຮັບເອົາພະນັກ ງານທີ່ລົງກໍ່ສ້າງຮາກຖານຢ່າງອົບອຸ່ນ, ພ້ອມທັງລາຍງານສະພາບການພັດທະນາວຽກງານ ຖວທ ແຂວງເຊກອງໂດຍຫຍໍ້ ແລະ ວຽກງານຈຸດສຸມທີ່ສຳຄັນຈຳນວນໜຶ່ງເປັນຕົ້ນ: ການກະກຽມເປີດປີທ່ອງທ່ຽວລາວ 2024 ຕິດພັນກັບການສະເຫຼີມສະຫຼອງວັນສ້າງຕັ້ງແຂວງເຊກອງ ຄົບຮອບ 40 ປີ ແລະ ເຫດການທີ່ສຳຄັນອື່ນໆຂອງພັກ, ຂອງຊາດ ແລະ ຂອງແຂວງທີ່ຈະມາເຖິງໃນມໍ່ໆນີ້, ຫັວງຢ່າງຍິ່ງວ່າການຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງໃນຄັ້ງນີ້ຈະຊ່ວຍປັບປຸງ ແລະ ພັດທະນາວຽກງານ ຖວທ ຢູ່ແຂວງເຊກອງ ເວົ້າສະເພາະວຽກງານວິໄຈດ້ານການພັດທະນາການທ່ອງທ່ຽວໃຫ້ມີບາດກ້າວໃໝ່ທີ່ດີຂຶ້ນກວ່າເກົ່າ ເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດໃຫ້ມາທ່ຽວແຂວງເຊກອງໃຫ້ຫຼາຍຂຶ້ນ. ຂ່າວ: ພຸດທະສອນ

ຄໍາເຫັນ

ຂ່າວການເມືອງ

ທາບທາມ ເນື້ອໃນ ແລະ ບຸກຄະລາກອນສະໝັກຮັບເລືອກຕັ້ງໂຄງປະກອບຄະນະພັກແຂວງເຊກອງ

ທາບທາມ ເນື້ອໃນ ແລະ ບຸກຄະລາກອນສະໝັກຮັບເລືອກຕັ້ງໂຄງປະກອບຄະນະພັກແຂວງເຊກອງ

ຄະນະບໍລິຫານງານພັກ ແຂວງ ເຊກອງໄດ້ຈັດກອງປະຊຸມ ທາບທາມ ເນື້ອໃນ ແລະ ບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງໂຄງປະກອບຄະນະພັກບໍລິຫານງານພັກແຂວງ ສະໄໝທີ XI ຮອບ II ໄດ້ຈັດຂຶ້ນໃນວັນທີ 21 ກໍລະກົດນີ້,ທີ່ຫ້ອງວ່າການປົກຄອງແຂວງ ,ໂດຍກການເປັນປະທານ ແລະ ຊີ້ນຳກອງປະຊຸມ ຂອງ ສະຫາຍ ຄຳພັັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ,ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ,ປະທານສະພາທິດສະດີສູນກາງພັກ, ມີ ສະຫາຍ ວິໄລວົງ ບຸດດາຄຳ ກໍາມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງ ສູນກາງພັກ, ຮອງກອງເລຂາປັບປຸງກົງຈັກການຈັດຕັ້ງ,ມີບັນດາ ຄະນະປະຈໍາພັກແຂວງ, ປະທານ-ຮອງປະທານສະພາປະຊາຊົນແຂວງ, ກໍາມະການພັກແຂວງ,ຄະນະຊຸກຍູ້ກອງປະຊຸມໃຫຍ່ສູນກາງ, ຂັ້ນແຂວງ ແລະ ຜູ້ແທນສົມບູນ, ສໍາຮອງ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ II ຈະມີດໍາເນີນຂື້ນໃນທ້າຍອາທິດນີ້

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ II ຈະມີດໍາເນີນຂື້ນໃນທ້າຍອາທິດນີ້

ວັນທີ່ 21ກໍລະກົດນີ້, ທ່ານ ສີວອນ ວົງຄໍາຈັນ ກໍາມະການພັກແຂວງ ຄະນະປະຈໍາ ເລຂາທິການ ສະພາປະຊາຊົນແຂວງຫຼວງພະບາງ ໄດ້ຖະແຫຼງຂ່າວ ການກະກຽມຄາວມພ້ອມດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງ ຊຸດທີ II ວ່າ: ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ II ຈະດໍາເນີນຂຶ້ນໃນລະຫວ່າງ ວັນທີ 24-25 ກໍລະກົດ 2025 ທີ່ຫ້ອງປະຊຸມໃຫຍ່ ກອງບັນຊາການທະຫານແຂວງ, ຊຶ່ງຈະໄດ້ຮັບຟັງການລາຍງານ, ພິຈາລະນາ ແລະ ຮັບຮອງເອົາ ບັນຫາສຳຄັນພື້ນຖານຂອງແຂວງ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025.
ກອງປະຊຸມໃຫຍ່ ຜູ້ແທນແນວລາວສ້າງຊາດນະຄອນ ຫຼວງພະບາງ ຄັ້ງທີ V

ກອງປະຊຸມໃຫຍ່ ຜູ້ແທນແນວລາວສ້າງຊາດນະຄອນ ຫຼວງພະບາງ ຄັ້ງທີ V

ອາທິດຜ່ານມານີ້ ທີ່ສະໂມສອນໃຫຍ່ນະຄອນ ຫຼວງພະບາງ ໄດ້ເປີດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ນະຄອນ ຫຼວງພະບາງ ແຂວງຫຼວງພະບາງ ຄັ້ງທີ V ຂຶ້ນ, ໂດຍມີ ທ່ານ ສຳນານ ສົນທະນີ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກນະຄອນ, ທ່ານ ອ່ອນສີ ຈ່າເພຍວ່າ ຮອງປະທານແນວລາວສ້າງຊາດແຂວງ, ພ້ອມດ້ວຍຜູ້ແທນຮັບເຊີນ ແລະ ປະທານແນວລາວສ້າງຊາດຂັ້ນບ້ານໃນທົ່ວນະຄອນ ຫຼວງພະບາງ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຜົ້ງສາລີ ເປີດກອງປະຊຸມສະໄໝສາມັນເທື່ອທີ 9 ຊຸດທີ II

ສະພາປະຊາຊົນແຂວງຜົ້ງສາລີ ເປີດກອງປະຊຸມສະໄໝສາມັນເທື່ອທີ 9 ຊຸດທີ II

ໃນວັນທີ 17 ກໍລະກົດນີ້ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງຜົ້ງສາລີ ໄດ້ເປີດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ ຊຸດທີ II, ພາຍໃຕ້ການເປັນປະທານຂອງທ່ານ ທອງສີ ເສົາສຸລິພົມ ຮອງເລຂາພັກແຂວງປະທານສະພາປະຊາຊົນແຂວງ, ມີທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກເລຂາພັກແຂວງເຈົ້າແຂວງຜົ້ງສາລີ, ມີແຂກຮັບເຊີນ ເຂົ້າຮ່ວມ.
ໄຂກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ II

ໄຂກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ II

ທ່ານ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງສາລະວັນ ກ່າວໄຂກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ II ຂຶ້ນໃນຕອນເຊົ້າຂອງວັນທີ 17 ກໍລະກົດນີ້ທີ່ສະໂມສອນຂອງແຂວງສາລະວັນ;
ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ ຊຸດທີ II

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ ຊຸດທີ II

ໃນວັນທີ 16 ກໍລະກົດນີ້ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງບໍລິຄໍາໄຊ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອ 9 ຂອງສະພາປະຊາຊົນແຂວງບໍລິຄໍາໄຊຂຶ້ນ, ໂດຍການເປັນປະທານຂອງທ່ານ ສຸວັນນີ ໄຊຊະນະ ຮອງເລຂາຄະນະພັກແຂວງ ປະທານສະພາປະຊາຊົນແຂວງ, ມີທ່ານ ນາງ ປິ່ງຄໍາ ລາຊະສິມມາ ຄະນະປະຈໍາສະພາແຫ່ງຊາດ ປະທານກຳມາທິການເສດຖະກິດ-ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ທັງເປັນສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 11, ທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄໍາໄຊ, ມີບັນດາທ່ານສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ແລະ ຄະນະປະຈຳພັກແຂວງ,ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຈຳປາສັກ ຈະພິຈາລະນາຮັບຮອງບັນຫາ

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຈຳປາສັກ ຈະພິຈາລະນາຮັບຮອງບັນຫາ

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຈຳປາສັກ ຊຸດທີ II ໄຂຂຶ້ນໃນວັນທີ 15 ກໍລະກົດ​ນີ້​ທີ່ສະໂມສອນກອງບັນຊາການທະຫານແຂວງ​ ໂດຍການເປັນປະທານຂອງ​ ທ່ານ ສາຍທອງ ໄຊຍະວົງ ປະທານສະພາປະຊາຊົນແຂວງຈໍາປາສັກ., ມີ​ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ, ບັນດາການນໍາຈາກສູນກາງ,​ ແຂວງ ແລະ ເມືອງເຂົ້າຮ່ວມ.​
ສະພາປະຊາຊົນແຂວງເຊກອງ ຊຸດທີ II ດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 9

ສະພາປະຊາຊົນແຂວງເຊກອງ ຊຸດທີ II ດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 9

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ (ສພຂ) ເຊກອງ ຊຸດທີ II ໄຂຂຶ້ນໃນຕອນເຊົ້າວັນທີ 15 ກໍລະກົດນີ້ ທີ່ສະໂມສອນ ສພຂ, ພາຍໃຕ້ການເປັນປະທານຂອງ ທ່ານ ດົງເພັດ ພະຍົນ ປະທານສະພາປະຊາຊົນແຂວງ, ມີທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ, ມີບັນດາການນໍາ-ອະດີດການນໍາ ແລະ ພາກສ່ວນກ່ຽວຂ້ອງທົ່ວແຂວງ ເຂົ້າຮ່ວມ.
ຍົກສູງຄຸນນະພາບທາງດ້ານເນື້ອໃນກອງປະຊຸມສະໄໝສາມັນເທື່ອທີ 9ຂອງສະພາປະຊາຊົນແຂວງ ຊຸດທີII

ຍົກສູງຄຸນນະພາບທາງດ້ານເນື້ອໃນກອງປະຊຸມສະໄໝສາມັນເທື່ອທີ 9ຂອງສະພາປະຊາຊົນແຂວງ ຊຸດທີII

ເພື່ອເປັນການກະກຽມຄວາມພ້ອມທາງດ້ານເນື້ອໃນໃຫ້ແກ່ການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ II ທີ່ຈະໄຂຂຶ້ນໃນລະຫວ່າງວັນທີ 28-31 ກໍລະກົດ 2025 ທີ່ຈະມາເຖິງນີ້. ດັ່ງນັ້ນ, ໃນວັນທີ 14-15 ກໍລະກົດ 2025 ນີ້, ສະພາປະຊາຊົນແຂວງສະຫວັນນະເຂດ, ໄດ້ຈັດກອງປະຊຸມຍົກສູງຄຸນນະພາບທາງດ້ານເນື້ອໃນໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ ຊຸດທີ II, ໂດຍພາຍໃຕ້ການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ຮອງເລຂາພັກ ປະທານສະພາປະຊາຊົນແຂວງ ແລະ ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງເຈົ້າແຂວງສະຫວນະເຂດ, ມີບັນດາຄະນະປະຈໍາສະພາປະຊາຊົນແຂວງ, ເລຂາພັກເມືອງພີນ, ສະມາຊິສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13 ທີ່ປະຈໍາຢູ່ທ້ອງຖິ່ນ, ສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງ 14 ເມືອງ-ນະຄອນ, ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
ເຈົ້າແຂວງສະຫວັນນະເຂດ ເນັ້ນໃຫ້ຄະນະນໍາເມືອງອາດສະພອນເປັນເອກະພາບຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່

ເຈົ້າແຂວງສະຫວັນນະເຂດ ເນັ້ນໃຫ້ຄະນະນໍາເມືອງອາດສະພອນເປັນເອກະພາບຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່

ໃນວັນທີ 11 ກໍລະກົດຜ່ານມາ ຢູ່ທີ່ສະໂມສອນຂອງເມືອງ, ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ພ້ອມດ້ວຍຄະນະການນໍາຂອງແຂວງຈາກພະແນກການ-ກົມກອງອ້ອມຂ້າງແຂວງ, ໄດ້ລົງເຄື່ອນໄຫວພົບປະໂອ້ລົມພະນັກງານການຳເມືອງອາດສະພອນ, ໂດຍມີທ່ານ ບຸນລັດ ລໍບານເຢັນ ເລຂາບໍລິຫານງານພັກເມືອງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງເມືອງເຂົ້າຮ່ວມ.
ເພີ່ມເຕີມ