![]() |
ພາຍຫຼັງສຳເລັດພິທີ, ທ່ານທູດໄດ້ພົບປະໂອ້ລົມ ກັບພະນະທ່ານປະທານາທິບໍດີ, ໂດຍໄດ້ຕີລາຄາສູງຕໍ່ການພົວພັນທີ່ດີລະຫວ່າງ ສປປ ລາວ ແລະ ສ ອານບານີ ທີ່ມີມາແຕ່ດົນນານນັບຕັ້ງແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນຳກັນໃນວັນທີ 18 ມິຖຸນາ 1975 ເປັນຕົ້ນມາ ຊຶ່ງສອງຝ່າຍໄດ້ມີຄວາມພະຍາຍາມເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືຢູ່ໃນເວທີພາກພື້ນ ແລະ ສາກົນ ລວມທັງທິດທາງການຮ່ວມມືໃນຕໍ່ໜ້າທີ່ທັງສອງຝ່າຍໂດຍສະເພາະແມ່ນການທ່ອງທ່ຽວ ແລະ ວຽກງານກະສິກຳທີ່ທັງສອງຝ່າຍມີທ່າແຮງ. ພ້ອມດຽວກັນນີ້, ທ່ານເອກອັກຄະລັດຖະທູດກໍໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນພ້ອມດ້ວຍພອນໄຊອັນປະເສີດຈາກພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ສົ່ງເຖິງ ພະນະທ່ານ Bajram Begajແລະ ຜ່ານພະນະທ່ານໄປຍັງລັດຖະບານ ແລະ ປະຊາຊົນອານບານີ ທຸກທົ່ວໜ້າ.
ໃນໂອກາດດັ່ງກ່າວ, ພະນະທ່ານ Bajram Begaj ກໍໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍທ່ານ ຄໍາພອນ ວົງສັນຕິ ໃນການດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ສປປ ລາວ ຄົນໃໝ່ປະຈຳ ສ ອານບານີ ພ້ອມທັງສົ່ງຄຳຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດມາຍັງພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ລັດຖະບານ ແລະ ປະຊາຊົນລາວທຸກທົ່ວໜ້າ ແລະ ອວຍພອນໃຫ້ທ່ານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຄົນໃໝ່ປະຕິບັດໜ້າທີ່ການທູດຂອງຕົນດ້ວຍຜົນສຳເລັດໃນການສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສອງປະເທດໃຫ້ຂະຫຍາຍຕົວໃນຕໍ່ໜ້າ.
ຂ່າວ: ກະຊວງການຕ່າງປະເທດ

ຄໍາເຫັນ