![]() |
ພິທີດັ່ງກ່າວ, ທ່ານ ຄໍາພອນ ວົງສັນຕິ, ເອກອັກຄະລັດຖະທູດລາວ ປະຈໍາ ຮົງກາຣີ, ໄດ້ກ່າວບົດປາໃສຮ່ວມກັບ ທ່ານ Istvan Jakab, ຮອງປະທານສະພາ ແຫ່ງ ສາທາລະນະລັດ ຮົງກາຣີ (Deputy Speaker of National assembly) ຊຶ່ງເປັນແຂກກິດຕິມະສັກຈາກປະເທດເຈົ້າພາບ ແລະ ມີຜູ້ຕາງໜ້າຈາກ ກະຊວງການຕ່າງປະເທດ ແລະ ການຄ້າ, ຮົງກາຣີ, ຕາງໜ້າບັນດາສະຖານເອກອັກຄະລັດຖະທູດ ປະຈຳ ທີ່ ບູດາແປສ, ມີນັກສຶກສາລາວ, ຄົນເຊື້ອຊາດລາວ ແລະ ບັນດາແຂກທີ່ມີກຽດ ເຂົ້າຮ່ວມ
ການປາໃສຂອງທ່ານ ຄໍາພອນ ວົງສັນຕິ ໄດ້ຍົກໃຫ້ເຫັນເຖິງຂີດໝາຍຄວາມສຳຄັນແຫ່ງການສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ການສ້າງສາພັດທະນາປະເທດຊາດເວົ້າລວມ;
ສຳລັບການປະໄສຂອງທັງສອງຝ່າຍ ລາວ-ຮົງກາຣີ, ໄດ້ເນັ້ນເຖິງຜົນສໍາເລັດໃນໄລຍະຜ່ານມາ ແລະ ຄວາມມຸ້ງໝັ້ນຢ່າງຕໍ່ເນື່ອງຂອງສອງລັດຖະບານ ຕໍ່ການພັດທະນາປະເທດຊາດ ເພື່ອສັນຕິພາບ ແລະ ການຮ່ວມມືກັບສາກົນ, ກ້າວໄປສູ່ຄວາມຈະເລີນສີວິໄລ. ພ້ອມດຽວກັນນີ້, ທັງສອງຝ່າຍຍັງໄດ້ເຊີດຊູ ແລະ ຊົມເຊີຍໝາກຜົນທີ່ເປັນຮູບປະທໍາຂອງສາຍພົວພັນການທູດຂອງທັງສອງປະເທດຫຼາຍກວ່າ 60 ປີ ໃນການຊຸກຍູ້ຊ່ວຍເຫຼືອເຊິ່ງກັນແລະ ກັນ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ.
ໃນພິທີທີ່ມີຄວາມໝາຍຄວາມສໍາຄັນນີ້, ທ່ານ ທູດລາວ ໄດ້ຕີລາຄາສູງຕໍ່ຜົນສໍາເລັດ ຂອງການຮ່ວມມື ສອງຝ່າຍ ເປັນຕົ້ນ ຂະແໜງການກະສິກໍາ, ການພັດທະນາລະບົບນໍ້າສະອາດ, ການພັດທະນາສັງຄົມການສຶກສາ, ການຄ້າ, ການທ່ອງທ່ຽວ ລວມທັງການແລກປ່ຽນການຢ້ຽມຢາມຂອງການນໍາທັງສອງປະເທດ ກໍຄືລະດັບຕ່າງໆ ໃນຫຼາຍທົດສະວັດຜ່ານມາ ແລະ ໄດ້ສະແດງຄວາມຂອບໃຈມາຍັງ ລັດຖະບານຮົງກາຣີ ຕໍ່ການສະໜັບສະໜູນຊ່ວຍເຫຼືອໃນຂົງເຂດດັ່ງກ່າວ. ພ້ອມທັງຢືນຢັນວ່າການສະໜັບສະໜູນຂອງປະເທດຮົງກາຣີໄດ້ປະກອບສ່ວນພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ຢ່າງຕໍ່ເນື່ອງ ແລະ ຢືນຢັນສືບຕໍ່ເສີມສ້າງສາຍພົວພັນ ຂອງ ສປປ ລາວ - ຮົງກາຣີ ໃຫ້ມີຄວາມໃກ້ສິດຕິດແທດກວ່າເກົ່າເພື່ອສົ່ງເສີມ ແລະ ນໍາຜົນປະໂຫຍດມາສູ່ປະຊາຊົນທັງສອງຊາດ.
![]() |
ພ້ອມນີ້, ທ່ານ ທູດລາວ ຍັງໄດ້ກ່າວຕ້ອນຮັບບັນດາແຂກທີ່ມີກຽດທີ່ມາເຂົ້າຮ່ວມໃນງານພິທີດັ່ງກ່າວຢ່າງອົບອຸ່ນ ແລະ ໄດ້ສະແດງຄວາມຂອບໃຈຢ່າງຈິ່ງໃຈຕໍ່ບັນດາແຂກທີ່ເສຍສະຫຼະເວລາອັນມີຄ່າເຂົ້າຮ່ວມໃນພິທີທີ່ສໍາຄັນຄັ້ງນີ້ດ້ວຍ.
ໃນງານພິທີດັ່ງກ່າວ ຍັງໄດ້ມີການ ສະແດງສິນລະປະ ຈາກ ນັກສຶກສາລາວ ທີ່ມາຮຽນຢູ່ ຮົງກາຣີ, ຊື່ງລາຍການສະແດງໄດ້ຖ່າຍທອດໃຫ້ເຫັນເຖິງວັດທະນະທຳຄວາມເປັນຊາດລາວ ທີ່ງົດງາມ ແລະ ອຸດົມສົມບູນ, ພິເສດ ໃນງານດັ່ງກ່າວ ຍັງໄດ້ມີການໂຄສະນາ ເຜີຍແຜ່ ອາຫານລາວ ທີ່ມີລົດຊາດເປັນເອກກະລັດແບບລາວໆ ອີກດ້ວຍ.


ຄໍາເຫັນ