ຕີລາຄາການຈັດຕັ້ງປະຕິບັດວຽກງານວິຊາສະເພາະປະຈຳປີ 2023 ຂອງຂະແໜງພາສີທົ່ວປະເທດ

ຕີລາຄາການຈັດຕັ້ງປະຕິບັດວຽກງານວິຊາສະເພາະປະຈຳປີ 2023 ຂອງຂະແໜງພາສີທົ່ວປະເທດ
ກົມພາສີກະຊວງການເງິນໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານວິຊາສະເພາະປະຈຳປີ 2023 ແລະ ກຳນົດທິດທາງແຜນການ, ມາດຕະການປະຈຳປີ 2024ຂອງຂະແໜງພາສີທົ່ວປະເທດຂຶ້ນໃນວັນທີ 14 ທັນວານີ້ທີ່ສູນການຮ່ວມມືສາກົນ ແລະ ຝຶກອົບຮົມ ICTC ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ສັນຕິພາບ ພົມວິຫານລັດຖະມົນຕີກະຊວງການເງິນ, ມີທ່ານ ພູເຂົາຄຳ ວັນນະວົງໄຊ ຫົວໜ້າກົມພາສີ, ມີຫົວໜ້າພາສີປະຈໍານະຄອນຫຼວງວຽງຈັນ-ແຂວງ,ຫົວໜ້າດ່ານພາສີສາກົນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ພູເຂົາຄຳ ວັນນະວົງໄຊ ກ່າວວ່າ: ກອງປະຊຸມໃນຄັ້ງນີ້ຈັດຂຶ້ນເພື່ອເປັນການສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານວິຊາສະເພາະປະຈຳປີ2023 ແລະ ກຳນົດທິດທາງແຜນການ ແລະ ມາດຕະການປະຈຳປີ 2024 ຂອງຂະແໜງພາສີຊຶ່ງການຈັດເກັບລາຍຮັບໃນປີ 2023 ກົມພາສີໄດ້ຮັບແຜນຈັດເກັບລາຍຮັບ 10,476 ຕື້ກີບ,ປະຕິບັດໄດ້ 11,624 ຕື້ກີບ ເທົ່າກັບ 110,97% ຂອງແຜນການປີທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 34,19% ເທົ່າກັບ2,962 ຕື້ກີບ. ໃນນັ້ນລາຍຮັບທີ່ເກີດຂຶ້ນໃໝ່ມີຄື: ຈາກການເກັບພັນທະຄ່າບໍລິການຕູ້ສິນຄ້າທາງລົດໄຟຜ່ານເຂດທ່າບົກ-ທ່ານາແລ້ງ11,9 ຕື້ກີບ ແລະ ຈາກການເກັບຄ່າພາສີຂາອອກປະເພດແຮ່ທາດ 95,8 ຕື້ກີບ. ມາຮອດວັນທີ 11 ທັນວາ 2023 ປະຕິບັດໄດ້ 12.144 ຕື້ກີບ ເທົ່າກັບ 115% ຂອງແຜນການປີ.ໝົດປີ 2023 ຈະສູ້ຊົນໄດ້ 12.571 ຕື້ກີບ ຫຼືເທົ່າກັບ 120% ຂອງແຜນການປີ ຫຼືລື່ນແຜນ 2.095ຕື້ກີບ.
ໃນໂອກາດນີ້, ທ່ານ ສັນຕິພາບ ພົມວິຫານ ໄດ້ໃຫ້ກຽດໂອ້ລົມ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ, ຂະແໜງກົມພາສີທີ່ສາມາດບຸກບືນເຮັດລ້ອນໜ້າທີ່, ບັນລຸຕາມແຜນທີ່ວາງໄວ້ໃນໄລຍະ 1 ປີຜ່ານມາ. ເພື່ອສ້າງຄວາມເຂັ້ມແຂງໃຫ້ວຽກງານດັ່ງກ່າວ, ຂະແໜງພາສີຄວນເອົາໃຈໃສ່ໃນການຈັດຕັ້ງປະຕິບັດເປັນຕົ້ນ:1. ໃຫ້ຄະນະນໍາພາສີແຕ່ລະຂັ້ນເອົາໃຈໃສ່ຕໍ່ບັນຫາການເມືອງແນວຄິດຂອງພະນັກງານ,ສ້າງພະນັກງານໃຫ້ມີຄຸນທາດການເມືອງໜັກແໜ້ນ, ສ້າງວັດທະນາທຳອົງກອນໃຫ້ມີຄຸນນະທຳ ແລະ ຈາລິຍະທຳ,ມີຄວາມສະເໝີພາບ, ສ້າງຂະແໜງພາສີໃຫ້ກາຍເປັນອົງການສືບສວນ-ສອບສວນທີ່ເຂັ້ມແຂງ;2. ໃນໜຶ່ງປີຜ່ານມາໄດ້ມີການປັບປຸງກົງຈັກການຈັດຕັ້ງຂອງຂະແໜງພາສີຕາມພາລະບົດບາດໃນຂໍ້ຕົກລົງເລກທີ 2059/ກງ ສຳເລັດ, ຜ່ານການຈັດຕັ້ງປະຕິບັດໃນຊຸມປີຜ່ານມາ ບັນດາທ່ານເຫັນອັນໃດຍັງບໍ່ທັນສອດຄ່ອງຄວນປັບປຸງຄືນເປັນຕົ້ນໂຄງປະກອບກົງຈັກພາສີຢູ່ຂັ້ນທ້ອງຖິ່ນ ແລະພະແນກການຂອງກົມພາສີ, ການແບ່ງຄວາມຮັບຜິດຊອບ,ກົນໄກປະສານງານ,ຂອບເຂດສິດ ແລະ ອື່ນໆ, ຮີບຮ້ອນໃຫ້ສໍາເລັດໂດຍໄວ; 3. ວຽກບຸກຄະລາກອນ, ການກຽມພ້ອມກັບບັນຫາການຂາດແຄນບຸກຄະລາກອນໃນຊຸມປີຕໍ່ໜ້າຂອງຂະແໜງພາສີ, ການຖ່າຍທອດບົດຮຽນປະສົບການ, ການສືບທອດປ່ຽນແທນມີແຜນຄືແນວໃດ, ດັ່ງທີ່ຮູ້ກັນວ່າ ປັດຈຸບັນບຸກຄະລາກອນຂອງຂະແໜງພາສີກຳລັງຢູ່ໃນໄລຍະດັດສົມທາງດ້ານຈຳນວນ ແລະ ຄຸນນະພາບ.ສະນັ້ນ, ກອງປະຊຸມຄັ້ງນີ້ສະເໜີໃຫ້ຄົ້ນຄວ້າ ແລະ ກໍານົດທິດທາງແຜນການຈັດສັນບຸກຄະລາກອນ ແລະ ການພັດທະນາບຸກຄະລາກອນໃຫ້ມີຄວາມຊັດເຈນ,ຈະແຈ້ງ ແລະ ຖືກທິດຄື: ຫັນພະນັກງານ-ລັດຖະກອນພາສີໃຫ້ມີທັກສະຂັ້ນສູງ ແລະ ເປັນມືອາຊີບ, ມີສະຕິຄວາມຮັບຜິດຊອບສູງ, ມີຈັນຍາບັນ-ຈັນຍາທຳສູງພ້ອມທັງດຳເນີນການຖ່າຍທອດບົດຮຽນ-ປະສົບການ, ແຜນການ, ການສືບທອດປ່ຽນແທນໄປພ້ອມໆກັນ; 4. ວຽກນິຕິກໍາໃຫ້ທົບທວນຄືນບັນດານິຕິກໍາທີ່ອອກຜ່ານມາ ເຫັນລະບຽບການໃດທີ່ບໍ່ທັນສອດຄ່ອງ, ພາໃຫ້ເກີດມີຊ່ອງຫວ່າງຮົ່ວໄຫຼໃນການຈັດເກັບລາຍຮັບເຂົ້າງົບປະມານ ຫຼືມີລັກສະນະບໍ່ສົ່ງເສີມການດຳເນີນທຸລະກິດແມ່ນໃຫ້ຮີບຮ້ອນຄົ້ນຄວ້າ,ປັບປຸງ ອັດໃຫ້ໄດ້ທຸກຊ່ອງຫວ່າງ ແລະ ແກ້ໄຂທຸກຂອດອຸດຕັນ;5. ວຽກງານການອໍານວຍຄວາມສະດວກທາງດ້ານການຄ້າ ການຈັດຕັ້ງປະຕິບັດແຜນງານຜູ້ປະກອບການເອອີໂອຂອງ ສປປລາວ ມີຄືແນວໃດໃນປີ 2024, ມີຈຸດໃດທີ່ຈະຕ້ອງປັບປຸງຕື່ມດ້ານນິຕິກຳ, ສາມາດເປີດໃຫ້ຜູ້ປະກອບການອື່ນເຊັ່ນ: ຜູ້ບໍລິການແຈ້ງພາສີ, ຜູ້ບໍລິການສາງ, ຜູ້ຂົນສົ່ງເຂົ້າຮ່ວມໂຄງການໄດ້ບໍ່ ເພື່ອສ້າງໃຫ້ໂຄງການນີ້ມີຄວາມເປີດກວ້າງ ແລະ ຫຼາກຫຼາຍທີ່ນອກເໜືອຈາກນໍາເຂົ້າ ແລະ ສົ່ງອອກ, ເປັນໄປໄດ້ບໍ່ຈະໃຫ້ໄດ້ຢ່າງໜ້ອຍ 3 ບໍລິສັດໃນປີໜ້າ. ນອກຈາກນັ້ນ, ວຽກງານ AEO MRA ການຮັບຮູ້ເຊິ່ງກັນ ແລະ ກັນຂອງລັດຖະການພາສີ ກ່ຽວກັບຜູ້ປະກອບການເອອີໂອໄດ້ດຳເນີນການຄືແນວໃດ; 6. ວຽກງານການຮ່ວມມືກັບສາກົນ: ການປະເມີນຄືນກອບການຮ່ວມມືທາງພາສີຮ່ວມກັບພາກພື້ນ ແລະ ສາກົນມີຄືແນວໃດ ແລະ ການກະກຽມເປັນເຈົ້າພາບກອງປະຊຸມອາຊຽນທີ່ ສປປລາວ ເປັນເຈົ້າພາບໃນປີ 2024 ທີ່ຕິດພັນກັບກົມພາສີລາວມີຄວາມພ້ອມຄືແນວໃດ;7. ວຽກງານສືບສວນ-ສອບສວນ ແລະ ປາບປາມ: ໃຫ້ພ້ອມກັນຄົ້ນຄວ້າກຳນົດທິດທາງ ແລະ ມາດຕະການວຽກງານດັ່ງກ່າວໃຫ້ມີຈຸດສຸມ ແລະ ວິທະຍາສາດ, ຫັນວຽກງານສືບສວນ-ສອບສວນໄປສູ່ຄວາມເຂັ້ມແຂງ ແລະໃຫ້ບຸກຄົນ,ນິຕິບຸກຄົນມີສ່ວນຮ່ວມໃນວຽກງານຕ້ານ ແລະ ສະກັດກັ້ນການລັກລອບໜີພາສີນັບມື້ໃຫ້ສູງຂຶ້ນ. ໃນນັ້ນ, ວຽກງານກວດສອບຄືນການແຈ້ງພາສີເປັນມາດຕະການໜຶ່ງທີ່ມີບົດບາດສຳຄັນ, ເພື່ອກວດສອບການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການທາງພາສີຕໍ່ບໍລິສັດນຳເຂົ້າ-ສົ່ງອອກ ແລະ ຜ່ານແດນ, ທັງເປັນການເກັບກຳຂໍ້ມູນ. ດັ່ງນັ້ນໃຫ້ສືບຕໍ່ເອົາໃຈໃສ່ຄົ້ນຄວ້າ,ປຶກສາຫາລືໃນຕໍ່ໜ້າຈະເຮັດແນວໃດ ໃຫ້ວຽກນີ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງ; ວຽກງານຄຸ້ມຄອງການແຈ້ງພາສີ; ການສົ່ງເສີມການສົ່ງອອກ ແລະ ການລົງທຶນ; ວຽກງານຫັນພາສີເປັນທັນສະໄໝ ແລະ ວຽກກວດກາ-ກວດການໃຫ້ສືບຕໍ່ເອົາໃຈໃສ່ຕິດຕາມກວດກາ-ກວດການ ການຈັດຕັ້ງປະຕິບັດວຽກງານວິຊາສະເພາະແລະ ການລະເມີດຫຼັກຈັນຍາບັນ-ຈັນຍາທໍາຂອງພະນັກງານ ແລະ ເຈົ້າໜ້າທີ່ພາສີ,ຖ້າພົບເຫັນກໍລະນີລະເມີດໃຫ້ຮີບຮ້ອນຄົ້ນຄວ້າ ແລະ ຊອກວິທີແກ້ໄຂໃຫ້ທັນການ ຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດສົ່ງເສີມຄົນດີ,ຄົນເກັ່ງ ແລະ ແກ້ໄຂຄົນເສຍທາດຂາດຄຸນ.
ຂ່າວ-ພາບ: ວັນເພັງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ