![]() |
ໃນການລົງພື້ນທີ່ຄັ້ງນີ້, ຄະນະດັ່ງກ່າວໄດ້ນໍາໃຊ້ເຄື່ອງບິນຂອງກອງບັນຊາການທະຫານອາກາດ ເພື່ອບິນສຳຫຼວດເຂດພື້ນທີ່ປ່າໄມ້ ປະເມີນສະພາບໄຟໄໝ້ລາມປ່າ ແລະ ກຳນົດຂອບເຂດການເສຍຫາຍຢ່າງລະອຽດ.
![]() |
ຜ່ານການສຳຫຼວດ ພົບວ່າ ໄຟໄໝ້ລາມປ່າໄດ້ແຜ່ກະຈາຍ ເນື່ອງຈາກສະພາບອາກາດແຫ້ງແລ້ງ ແລະ ມີລົມແຮງ ສົ່ງຜົນໃຫ້ການຄວບຄຸມໄຟເກີດຄວາມຫຍຸ້ງຍາກ; ຈາກນັ້ນ, ຄະນະດັ່ງກ່າວ ໄດ້ຮ່ວມປຶກສາຫາລື ແລະ ກຳນົດມາດຕະການດ່ວນ ເພື່ອສະກັດກັ້ນ ແລະ ດັບມອດໄຟປ່າ ໂດຍເປັນເອກະພາບ ປະຕິບັດ 4 ມາດຕະການຄວບຄູ່ກັນ ໃນໄລຍະສັ້ນອັນຮີບດ່ວນ ດັ່ງນີ້:
1. ໃຫ້ກົມປ່າໄມ້ ນໍາໃຊ້ໂດຣນ (Drone) ເພື່ອສຳຫຼວດ ແລະ ກຳນົດພິກັດຈຸດໄຟໄໝ້ ພ້ອມທັງສົ່ງຂໍ້ມູນໃຫ້ ຈຸບິນຂອງກອງບັນຊາການທະຫານອາກາດ ເພື່ອດໍາເນີນການມອດໄຟ; 2. ໃຫ້ກອງບັນຊາການທະຫານອາກາດ ນໍາໃຊ້ເຄື່ອງບິນ ເພື່ອດັບມອດໄຟ; 3. ນໍາໃຊ້ກອງກຳລັງພາກພື້ນດິນ ເຂົ້າຄວບຄຸມ ແລະ ດັບມອດໄຟໃນຈຸດສຳຄັນ; 4. ສືບຕໍ່ການໂຄສະນາ ແລະ ເຜີຍແຜ່ ໃຫ້ປະຊາຊົນ ເຂົ້າໃຈເຖິງຜົນເສຍຫາຍຂອງໄຟໄໝ້ລາມປ່າ ແລະ ຮ່ວມມືໃນການປ້ອງກັນຢ່າງທົ່ວເຖິງ.
![]() |
2. (ຂ່າວ-ພາບ: ກົມປ່າໄມ້)



ຄໍາເຫັນ