ໂຕໂຢລາວ ຕ້ອງການແຮງງານຈຳນວນຫຼາຍ

ໂຕໂຢລາວ ຕ້ອງການແຮງງານຈຳນວນຫຼາຍ
ໂດຍ: ບຸນຕອມ
ປັດຈຸບັນທາງໂຮງງານທໍ່ໂຕໂຢລາວ ໄດ້ມີຄວາມຕ້ອງການແຮງງານເປັນຈໍານວນຫຼາຍເພື່ອບັນຈຸເຂົ້າໃສ່ຫຼາຍຕໍາແໜ່ງງານ. ທ່ານ ນາງ ບັນດິດ ທອງທິລາດ ຮອງຫົວໜ້າພະແນກຄຸ້ມຄອງບໍລິຫານໂຮງງານອຸດສາຫະກຳໂຕໂຢລາວ ຈຳກັດ ໃຫ້ສໍາພາດໃນງານຕະຫຼາດນັດແຮງງານ (Job Fair) 2023 ທີ່ສູນວາງສະແດງສິນຄ້າລາວ-ໄອເຕັກເມື່ອບໍ່ດົນມານີ້ວ່າ:  ໂຮງງານທໍ່ໂຕໂຢລາວເປັນໂຮງງານຜະລິດ ແລະ ຈຳໜ່າຍອຸປະກອນການປະປາຄົບວົງຈອນທີ່ໄດ້ຄຸນນະພາບ ແລະ ມາດຖານສາກົນ ທີ່ຜະລິດທໍ່ເຊັ່ນ: ທໍ່ພີວີຊີ (PVC),ທໍ່ຢູວີພີຊີ (uPVC),ທໍ່ເຮັສດີພີອີ (HDPE),ທໍ່ພີພີອາຣ (PPR) ແລະ ຈຳໜ່າຍອຸປະກອນອື່ນໆເພື່ອຮັບໃຊ້ໃນຂະແໜງການປະປາ, ຊົນລະປະທານ, ລະບາຍນ້ຳເປື້ອນ, ທໍ່ຫຸ້ມສາຍໄຟຟ້າ, ທໍ່ຫຸ້ມສາຍໂທລະຄົມ ແລະ ທໍ່ກະເສດຄົບວົງຈອນພາຍໃຕ້ເຄື່ອງໝາຍການຄ້າໂຕໂຢ (TOYO BRAND) ແລະ ເອເຊຍກຣີນ(ASIA GREEN BRAND) ທີ່ໄດ້ຄຸນນະພາບ ແລະ ສາມາດທົດແທນສິນຄ້ານຳເຂົ້າຈາກຕ່າງປະເທດພ້ອມກັນນັ້ນໂຮງງານທໍ່ໂຕໂຢລາວເປັນໂຮງງານນຳເຂົ້າເມັດຢາງ ແລະ ວັດຖຸດິບສົດ 100% ຈາກຕ່າງປະເທດໄດ້ດຳເນີນການຜະລິດດ້ວຍເຄື່ອງຈັກທີ່ທັນສະໄໝ ແລະ ທີມງານວິຊາການທີ່ເປັນມືອາຊີບ. ດັ່ງນັ້ນ, ທຸກໆຜະລິດຕະພັນຂອງໂຮງງານທໍ່ໂຕໂຢລາວໄດ້ຮັບຄວາມນິຍົມຈາກປະຊາຊົນທົ່ວໄປ ແລະ ສັງຄົມ ລວມທັງບັນດາໂຄງການຂະໜາດນ້ອຍ, ໃຫຍ່ (Mega Project) ຕ່າງໆ. ນອກຈາກນີ້ໂຮງງານຍັງມີການເພີ່ມກຳລັງການຜະລິດຂຶ້ນໃນທຸກໆປີ ແລະ ໃນອະນາຄົດຈະມີການສົ່ງຜະລິດພັນອອກໄປຕ່າງປະເທດນຳອີກ. ດັ່ງນັ້ນ, ຈຶ່ງເຮັດໃຫ້ໂຮງງານທໍ່ໂຕໂຢລາວມີຄວາມຈໍາເປັນຕ້ອງເພີ່ມພະນັກງານຈຳນວນຫຼາຍໂດຍສະເພາະແມ່ນແຮງງານຝ່າຍການຜະລິດ, ແຮງງານສ້ອມບຳລຸງຮັກສາ, ພະນັກງານສາງ-ຂົນສົ່ງ, ພະນັກງານຝ່າຍຂາຍ-ການຕະຫຼາດ ແລະ ຂະແໜງງານອື່ນໆທີ່ກ່ຽວຂ້ອງອີກດ້ວຍ. ປັດຈຸບັນແຮງງານລາວໄຫຼອອກໄປເຮັດວຽກຢູ່ຕ່າງປະເທດເປັນຈໍານວນຫຼວງຫຼາຍໄດ້ເຮັດໃຫ້ໂຮງງານໄດ້ຮັບຜົນກະທົບດ້ານແຮງງານພໍສົມຄວນ ຊຶ່ງການແກ້ໄຂບັນຫາດັ່ງກ່າວເບື້ອງຕົ້ນແມ່ນໄດ້ຮັກສາພະນັກງານເກົ່າໃຫ້ມີແນວຄິດຫຼັກໝັ້ນ ແລະ ດູແລຊີວິດການເປັນຢູ່ຂອງພະນັກງານໃຫ້ດີທີ່ສຸດ ນອກຈາກເງິນເດືອນແລ້ວຍັງມີສະຫວັດດີການອື່ນໆເຊັ່ນວ່າ: ເງິນໂບນັດ, ມີອາຫານ, ປະກັນສັງຄົມ, ປະກັນອຸບັດເຫດ, ມີທີ່ພັກເຊົາ, ເຄື່ອງຢູນິຟອມ ແລະ ຍັງມີກິດຈະກຳອື່ນທີ່ຕິດພັນກັບການສ້າງບັນຍາກາດໃນການເຮັດວຽກໃຫ້ມີສະພາບແວດລ້ອມທີ່ດີ.
ສຳລັບເງື່ອນໄຂຜູ້ທີ່ຈະເຂົ້າສະໝັກແມ່ນເລີ່ມຮັບແຕ່ນັກຮຽນຈົບ ມ.7 ຈົນເຖິງລະດັບສູງ ເງິນເດືອນເລີ່ມຕົ້ນສຳຫຼັບກຳມະກອນທົ່ວໄປ 1.800.000 ກີບບໍ່ລວມເບັ້ຍລ້ຽງອື່ນໆ ບໍ່ລວມເງິນໂອທີ ແລະ ສະຫວັດດີການອື່ນໆ ທ່ານໃດສົນໃຈສາມາດຕິດຕໍ່ສະໝັກໄດ້ໂຮງງານອຸດສາຫະກຳ ໂຕໂຢລາວ ຈຳກັດຜູ້ດຽວ ຕັ້ງຢູ່ຫຼັກ18 ຖະໜົນ 13 ໃຕ້ ບ້ານໂພຄຳ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ຄໍາເຫັນ

ຂ່າວເສດຖະກິດ

ປີນີ້, ຄາດວ່າ GDPຈະຂະຫຍາຍຕົວຢູ່ລະດັບ 5.1%

ປີນີ້, ຄາດວ່າ GDPຈະຂະຫຍາຍຕົວຢູ່ລະດັບ 5.1%

ໃນຫວ່າງບໍ່ດົນມານີ້,ສູນສະຖິຕິແຫ່ງຊາດ ກະຊວງການເງີນ ໄດ້ສະຫຼຸບຕົວເລກຂາດຕົວລວມຍອດຜະລິດຕະພັນພາຍໃນ (GDP)ປີ 2025 ແລະ ທ່າອ່ຽງ ປີ 2026 ຂະນະທີ່ລາວ ຍັງພົບຄວາມຫຍຸ້ງຍາກທາງດ້ານເສດຖະກິດເປັນຕົ້ນ ສະຖຽນລະພາບທາງດ້ານການເງິນ ແລະ ເງິນຕາ, ບັນຫາການເພີ່ມຂຶ້ນຂອງລາຄາ, ອັດຕາເງິນເຟີ້ທີ່ຍັງສືບຕໍ່ເພີ່ມຂຶ້ນ ແລະ ບັນຫາໜີ້ສິນຕ່າງປະເທດ.
1 ປີຜ່ານມາ ເສດຖະກິດເມືອງເງິນຂະຫຍາຍຕົວ ໃນລະດັບ 6.6%

1 ປີຜ່ານມາ ເສດຖະກິດເມືອງເງິນຂະຫຍາຍຕົວ ໃນລະດັບ 6.6%

ວັນທີ 13 ມັງກອນ 2026ນີ້ ຢູ່ທີ່ຫ້ອງຊຸມຫ້ອງວ່າການເມືອງເງິນ ແຂວງໄຊຍະບູລີ ໄດ້ເປີດກອງປະຊຸມອົງການປົກຄອງເມືອງເງິນ ປະຈຳປີ2025, ພາຍໃຕ້ການເປັນປະທານ ຂອງທ່ານອຸ່ນຄໍາ ອຸບົນສັກ ຮອງປະທານຄະນະກໍາມະການປົກຄອງເມືອງ, ມີທ່ານ ທອງພັນ ສຸກສະຫວັດ ເລຂາຄະນະບໍລິຫານງານພັກເມືອງ, ມີພາກສ່ວນກ່ຽວຂ້ອງອ້ອມຂ້າງເມືອງເຂົ້າຮ່ວມ.
2021-25 ເສດຖະກິດຂອງແຂວງວຽງຈັນ ຂະຫຍາຍຕົວສະເລ່ຍ 4.8%.

2021-25 ເສດຖະກິດຂອງແຂວງວຽງຈັນ ຂະຫຍາຍຕົວສະເລ່ຍ 4.8%.

ໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງວຽງຈັນ ຊຸດທີ IV ທີ່ໄຂຂຶ້ນຢ່າງເປັນທາງການໃນ ວັນທີ 25-27 ທັນວາ 2025ນີ້ ຢູ່ທີ່ສະໂມສອນຂອງແຂວງ ໂດຍການເປັນປະທານຂອງ ທ່ານ ບຸນສອນ ເພັດລາວັນ ປະທານສະພາປະຊາຊົນແຂວງ, ມີທ່ານ ຈະເລີນ ເຍຍປາວເຮີ ກໍາມະການສູນກາງພັກ ຮອງປະທານສະພາແຫ່ງຊາດ ທັງເປັນສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 10 ແຂວງວຽງຈັນ, ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັັ້ງທີ 10, ສະມາຊິກສະພາປະຊາຊົນແຂວງຊຸດທີ IV, ຕາງໜ້າອົງການຈັດຕັັ້ງພັກ-ລັດແຂວງ, ເມືອງ, ອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັັ້ງມະຫາຊົນ ອ້ອມຂ້າງແຂວງເຂົ້າຮ່ວມ.
ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ອາທິດຜ່ານມານີ້, ທີ່ສະໂມສອນໃຫ່ຍຂອງເມືອງຈອເພັດ, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຢູ່ເມືອງຈອມເພັດ ໂດຍໄດ້ຮັບການຕ້ອນຂອງ ທ່ານ ນາງ ຈັນດີ ເຢັ່ງວື່ ກໍາມະການພັກແຂວງ ເລຂາພັກເມືອງຈອມເພັດ ພ້ອມດ້ວຍຄະນະ ແລະ ພະນັກງານຫຼັກແຫຼ່ງຂອງເມືອງ.
ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ເພື່ອຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາຂະແໜງການເງິນ ກໍຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 10, ແຜນງົບປະມານແຫ່ງລັດ 5 ປີ (2026-2030), ຊຶ່ງຂະແໜງການເງິນຈະຕ້ອງໄດ້ສ້າງທ່າຫັນປ່ຽນຢ່າງແຂງແຮງ, ບຸກທະລຸ ພາຍໃຕ້ຄໍາຂວັນ: “ຍົກສູງບົດບາດຄວາມສາມາດນໍາພາຂອງຄະນະພັກ, ຕັ້ງໜ້າເປັນເຈົ້າຕົນເອງ ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝ, ຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ມີຄວາມເຂັ້ມແຂງ, ສີຂຽວ ແລະ ຍືນຍົງ”.
ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 4-5 ພະຈິກ 2025 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ມີບັນດາກໍາມະການຄະນະປະຈໍາ ແລະ ຮອງປະທານກໍາມາທິການສະພາແຫ່ງຊາດ, ລັດຖະມົນຕີ-ຮອງລັດຖະມົນຕີ ແລະ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ສະມາຊິກສະພາແຫ່ງຊາດຈາກ 18 ເຂດເລືອກຕັ້ງທົ່ວປະເທດ, ຜູ້ຕາງໜ້າຄູ່ຮ່ວມພັດທະນາ, ນັກຄົ້ນຄວ້າຈາກສະຖາບັນຄົ້ນຄວ້າ ແລະ ມະຫາວິທະຍາໄລແຫ່ງຊາດ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ໃນໂອກາດທີ່ມາເຄື່ອນໄຫວວຽກງານຢູ່ແຂວງສະຫວັນນະເຂດ ໃນວັນທີ 28 ຕຸລານີ້, ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາລັດ ໄດ້ໃຫ້ກຽດໂອ້ລົມຄະນະການນຳຂັ້ນສູງຂອງແຂວງສະຫວັນນະເຂດ ຊຶ່ງການໂອ້ລົມຄັ້ງນີ້ໄດ້ຈັດຂຶ້ນທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງສະຫວັນນະເຂດ ໂດຍມີທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະນຳຂອງແຂວງ ເຂົ້າຮ່ວມຮັບຟັງດ້ວຍ.
ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ໄລຍະ 6 ເດືອນຕົ້ນປີນີ້, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໄຊທານີ ນະຄອນ ຫຼວງວຽງຈັນໂດຍລວມດ້ານເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສາມາດຄໍ້າປະກັນດ້ານສະບຽງອາຫານ, ການຜະລິດເຄື່ອງອຸປະໂພກ ບໍລິໂພກພາຍໃນເມືອງໄດ້ມີບາດກ້າວໃໝ່.
ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ແຂວງຄໍາມ່ວນ ໄດ້ສຸມໃສ່ທຸກຄວາມພະຍາຍາມ ໃນການປຸກລະດົມທຸກກຳລັງແຮງ ທຸກພາກສ່ວນເສດຖະກິດ-ສັງຄົມ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງແຂວງ ໄປຕາມຍຸດທະສາດການພັດທະນາ ທີ່ກຳນົດໄວ້ “ເປັນແຫຼ່ງຜະລິດສະບຽງອາຫານ, ເປັນຖານພັດທະນາອຸດສາຫະກຳ, ການບໍລິການ ແລະ ການທ່ອງທ່ຽວ” ເພື່ອບັນລຸບັນດາຄາດໝາຍຕ່າງໆ; ໃນນີ້, ສະເພາະດ້ານເສດຖະກິດ ແມ່ນໄດ້ມີການເຕີບໂຕຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ.
5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

ໄລຍະ 5 ປີຜ່ານມາເສດຖະກິດ ແຂວງຄໍາມ່ວນ ໄດ້ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງໃນລະດັບ 6.2%, ລວມຍອດຜະລິດຕະພັນພາຍໃນປີ 2025 ບັນລຸໄດ້ 26,772 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 58.1 ລ້ານກີບ ຫຼື 2,701 ໂດລາສະຫະລັດ/ຄົນ/ປີ; ການລະດົມທຶນທົ່ວສັງຄົມເຂົ້າໃສ່ການພັດທະນາໄດ້ 1,245 ໂຄງການ, ມູນຄ່າ 19,026 ຕື້ກີບ, ລື່ນແຜນການ 13% (ພົ້ນເດັ່ນແມ່ນການດຶງດູດລົງທຶນຈາກ ສປ ຈີນ ມາລົງທຶນ ໃນຂະແໜງອຸດສາຫະກຳຕ່ອງໂສ້ ເກືອໂປຕາສ ມີ 24 ບໍລິສັດ ມູນຄ່າການລົງທຶນ 1,205 ລ້ານໂດລາສະຫະລັດ), ແຂວງສາມາດແກ້ໄຂໜີ້ສິນໄດ້ທັງໝົດ 1,079 ຕື້ກີບ, ສາມາດປິດບັນຊີໜີ້ສິນໄດ້ 159 ໂຄງ.
ເພີ່ມເຕີມ