![]() |
ສະຫຼຸບຜົນງານການແຂ່ງຂັນທັງ 7 ນັດ ທີມ MAZDA Lao ຊະນະ ທີມຈາກເຈົ້າພາບ 7 ນັດລວດ ຄື: ຊະນະ 7-0 ຊະນະ 5-0 ຊະນະ 6-0 ຊະນະ 4-0 ຊະນະ 2-0 ຊະນະ 2-1 ແລະ 2-1.
ຈາກການໄດ້ໄຊຊະນະ ແລະ ຕຳແໜ່ງແຊັມໃນຮອບຄັດເລືອກ ລະດັບພາກພື້ນອາຊີຕາເວັນອອກ ສ່ຽງໃຕ້ (Southeast Asia Qualifiers) ຢູ່ທີ່ປະເທດອິນໂດເນເຊຍ ໃນຄັ້ງນີ້ ເຮັດ ໃຫ້ທີມເຍົາວະຊົນ MAZDA GBFC U12 ຈາກ ສປປ ລາວ ໄດ້ສິດອັນຊົງກຽດເປັນຕົວແທນພາກພື້ນ ພ້ອມບິນລັດຟ້າໄປຮ່ວມການແຂ່ງຂັນເຕະບານເຍົາວະຊົນ ຮອບສຸດທ້າຍ ໃນລາຍການ "JUNIOR SOCCER WORLD CHALLENGE 2026" ທີ່ປະເທດຍີ່ປຸ່ນ
ຄວາມສຳເລັດ ຂອງທີມນັກເຕະຮຸ່ນນ້ອຍໃນຄັ້ງນີ້ ບໍ່ພຽງແຕ່ເປັນການສ້າງປະຫວັດສາດໃຫ້ກັບສະໂມ ສອນເທົ່ານັ້ນ ແຕ່ຍັງເປັນການສະແດງໃຫ້ເຫັນເຖິງການພັດທະນາ ແລະ ທ່າແຮງອັນແຂງແຮງ ຂອງວົງການເຕະບານລະດັບຮາກຖານ ຂອງ ສປປ ລາວ ທີ່ສາມາດກ້າວຂຶ້ນມາຢູ່ແຖວໜ້າຂອງອາຊຽນ ແລະ ພ້ອມທີ່ຈະໄປປະເຊີນໜ້າກັບທີມລະດັບໂລກ.
ຂ່າວ:ວຽງຈັນໃໝ່

ຄໍາເຫັນ