ວັນບຸນເອກະລາດ 80 ປີ ຫວຽດນາມ ໃນປີນີ້ ເປັນປີແຫ່ງຂີດໝາຍປະຫວັດສາດ

ວັນບຸນເອກະລາດ 80 ປີ ຫວຽດນາມ ໃນປີນີ້ ເປັນປີແຫ່ງຂີດໝາຍປະຫວັດສາດ

ວັນບຸນເອກະລາດ 80 ປີ ຫວຽດນາມ ໃນປີນີ້ ເປັນປີແຫ່ງຂີດໝາຍປະຫວັດສາດ
ວັນທີ 2 ກັນຍາປີ 2025 ນີ້, ສຳລັບ ສສ ຫວຽດນາມ ເປັນປີຄົບຮອບໃຫຍ່ຂອງ ວັນຊາດ ກໍຄືວັນ “ບຸນເອກະລາດ” ຂອງທົ່ວປວງຊົນຫວຽດນາມ ຄົບຮອບ 80 ປີ (2/9/1945-2/9/2025) ຊຶ່ງປັດຈຸບັນປະຊາຊົນ​ຫວຽດນາມ​ທັງ​ຢູ່​ພາຍ​ໃນ ​ແລະ ​ຕ່າງປະ​ເທດ​ ພວມ​ດຳລົງ​ຊີວິດ​ໃນ​ບັນຍາກາດ​ອັນສະຫງ່າອົງອາດ ແຫ່ງ​ການປະຕິວັດ​ເດືອນ​ສິງຫາ​ (19/8/1945-19/8/2025) ທີ່ມີຄວາມໝາຍປະຫວັດສາດ, ມຸ່ງ​ໄປ​ເຖິງ “ວັນບຸນ​ເອກະລາດ”ຂອງຊາດ. ພ້ອມນີ້, ກໍເປັນປີທີ່ບໍ່ພຽງແຕ່ມີຄວາມໝາຍທາງດ້ານການເວລາເທົ່ານັ້ນ, ແຕ່ຫາກຍັງແມ່ນຂີດໝາຍປະຫວັດສາດທີ່ສຳຄັນຂອງຊາດຫວຽດນາມອີກດ້ວຍ.

 

 

ບັນດາຂໍ້ມູນທີ່ສຳຄັນກ່ຽວກັບ ສສ ຫວຽດນາມ ໄດ້ຖືກເຜີຍແຜ່ ຊຶ່ງໃນນີ້ກໍມີບັນດາພະນັກງານໜຸ່ມລາວ, ບັນດາເອກອັກຄະລັດຖະທູດ, ອຸປະທູດ, ບັນດາຫົວໜ້າອົງການຜູ້ຕາງໜ້າສາກົນປະຈຳລາວກໍຄືບັນດາຄົນຕ່າງປະເທດ ໄດ້ຮັບຮູ້ ສສ ຫວຽດນາມ ເພີ່ມຫຼາຍຂຶ້ນ ຢູ່ໃນທ່າມກາງບັນຍາກາດອັນສະຫງ່າລາສີ ຂອງງານລ້ຽງອາຫານຄໍ່າ ເພື່ອສະເຫຼີມສະຫຼອງວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ ທີ່ໄດ້ຈັດຂຶ້ນຢ່າງສົມກຽດ ໃນຄໍ່າຄືນວັນທີ 22 ສິງຫາ ຜ່ານມາ ທີ່ນະຄອນຫຼວງວຽງຈັນ ສປປ ລາວ. ທ່າມກາງບັນຍາກາດອັນຄຶກຄື້ນ ແລະ ຄວາມເອກອ້າງທະນົງໃຈ ໃນງານດັ່ງກ່າວ, ສະຫາຍ ຫງວຽນມິງເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ໄດ້ກ່າວວ່າ: ວັນທີ 2 ກັນຍາ ປີ 1945, ຢູ່ສະໜາມຫຼວງບາດິ່ງ ນະຄອນຫຼວງຮ່າໂນ້ຍ, ປະທານ ໂຮ່ຈິມິນ ໄດ້ອ່ານບົດຖະແຫຼງການປະກາດເອກະລາດ ຊຶ່ງໄດ້ປະກາດໃຫ້ທົ່ວປວງຊົນທັງຊາດ ແລະ ທົ່ວໂລກຮັບຊາບກ່ຽວກັບຄວາມເປັນເອກະລາດ, ອິດສະຫຼະພາບ, ຄວາມສະເໝີພາບຂອງຊາດຫວຽດນາມ, ການສະຖາປະນາສາທາລະນະລັດປະຊາທິປະໄຕ ຫວຽດນາມ, ປັດຈຸບັນແມ່ນປະເທດສາທາລະນະລັດ ສັງຄົມນິຍົມຫວຽດນາມ (ສສ ຫວຽດນາມ); ໃນນັ້ນ, ໄດ້ເນັ້ນໜັກວ່າ: “ປະເທດຫວຽດນາມມີສິດໄດ້ຮັບຄວາມເປັນເອກະລາດ ແລະ ອິດສະຫຼະພາບ ຊຶ່ງໃນຕົວຈິງໄດ້ກາຍເປັນປະເທດໜຶ່ງທີ່ມີອິດສະຫຼະພາບ ແລະ ຄວາມເປັນເອກະລາດ. ທົ່ວປວງຊົນທັງຊາດຫວຽດນາມຕັດສິນໃຈຈະອຸທິດຈິດໃຈ ແລະ ກຳລັງແຮງ, ຊີວິດອິນຊີ ແລະ ຊັບສິນທັງໝົດ ເພື່ອປົກປັກຮັກສາອິດສະຫຼະພາບ ແລະ ຄວາມເປັນເອກະລາດດັ່ງກ່າວ”. ການກຳເນີດຂອງສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ແມ່ນຂີດໝາຍຈຸດເລີ່ມຕົ້ນສັງກາດໃໝ່ຂອງຊາດ ຊຶ່ງແມ່ນສັງກາດແຫ່ງຄວາມເປັນເອກະລາດ, ອິດສະຫຼະພາບ ແລະ ເປັນເຈົ້າຊາຕາກຳຂອງຊາດ. ນັບແຕ່ນັ້ນເປັນຕົ້ນມາ, ປະຊາຊົນຫວຽດນາມພວກຂ້າພະເຈົ້າໄດ້ຖືເອົາວັນທີ 2 ກັນຍາຂອງທຸກໆປີເປັນ “ວັນບຸນເອກະລາດ”.

ຈາກດິນແດນແຫ່ງໜຶ່ງທີ່ບໍ່ມີຊື່ໃນແຜນທີ່ໂລກ, ຖືກສົງຄາມທຳລາຍຢ່າງໜັກໜ່ວງ, ໃນໄລຍະ 80 ປີທີ່ຜ່ານ ມາ, ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ຄຳສາບານແຫ່ງຄວາມເປັນເອກະລາດດ້ວຍແນວຄິດອັນເປັນອະມະຕະທີ່ວ່າ “ບໍ່ມີສິ່ງໃດທີ່ປະເສີດເລີດລໍ້າເໜືອກວ່າເອກະລາດ ແລະ ອິດສະຫຼະພາບ”, ທົ່ວປວງຊົນທັງຊາດຫວຽດນາມໄດ້ສາມັກຄີເປັນຈິດໜຶ່ງໃຈດຽວ, ຮ່ວມກັບນໍ້າໃຈສາມັກຄີສາກົນອັນບໍລິສຸດຜຸດຜ່ອງນໍາເອົາການປະຕິວັດຂອງຫວຽດນາມຈາກໄຊຊະນະນີ້ໄປສູ່ໄຊຊະນະໃໝ່, ປະຕິບັດສຳເລັດພາລະກິດປົດປ່ອຍຊາດ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ, ໄດ້ປະຕິບັດພາລະກິດປ່ຽນແປງໃໝ່ສຳເລັດຜົນ, ກ້າວໄປສູ່ສັງຄົມນິຍົມຢ່າງໜັກແໜ້ນ. ຈາກພື້ນຖານເສດຖະກິດທີ່ຫຼ້າຫຼັງ, ຫວຽດນາມໄດ້ບືນຕົວຂຶ້ນມາຢູ່ອັນດັບທີ 32 ຂອງໂລກດ້ານຂອບຂະໜາດພື້ນຖານເສດຖະກິດ, ຢູ່ໃນກຸ່ມ 20 ພື້ນຖານເສດຖະກິດແຖວໜ້າດ້ານການຄ້າ ແລະ ການດຶງດູດການລົງທຶນຈາກຕ່າງປະເທດ, ເປັນຕ່ອງໂສ້ອັນສໍາຄັນຂອງ 17 ສັນຍາການຄ້າເສລີ (FTA) ເຊື່ອມຈອດກັບ 60 ພື້ນຖານເສດຖະກິດຫຼັກໆໃນພາກພື້ນແລະ ທົ່ວໂລກ. ຈາກປະເທດໜຶ່ງທີ່ຖືກປິດລ້ອມ ແລະ ຂວໍ້າບາດ, ຫວຽດນາມໄດ້ສ້າງຕັ້ງສາຍພົວພັນທາງການທູດກັບ 194 ປະເທດໃນໂລກ; ໃນນັ້ນ, ມີບັນດາສະມາຊິກຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ, ບັນດາປະເທດໃຫຍ່ທັງໝົດ ແລະ ແມ່ນສະມາຊິກທີ່ຕັ້ງໜ້າຂອງ 70 ກວ່າອົງການຈັດຕັ້ງໃນພາກພື້ນ ແລະ ສາກົນ. ໂດຍຖືເອົາຄວາມອີ່ມໜຳສຳລານຂອງປະຊາຊົນເປັນເປົ້າໝາຍສູ້ຊົນ, ຫວຽດນາມຖືວ່າເປັນປະເທດທີ່ປະສົບຜົນສຳເລັດຈາກສະຫະປະຊາຊາດ ແລະ ເພື່ອນມິດສາກົນ, ເປັນສັນຍາລັກແຫ່ງສັນຕິພາບ, ສະຖຽນລະພາບ, ເປັນປະເທດທີ່ຮັກແຂກແພງຄົນ, ເປັນຈຸດໝາຍປາຍທາງຂອງບັນດານັກລົງທຶນ ແລະ ນັກທ່ອງທ່ຽວສາກົນ.

ປີ 2025, ບໍ່ພຽງແຕ່ມີຄວາມໝາຍທາງດ້ານການເວລາເທົ່ານັ້ນ, ແຕ່ຫາກຍັງແມ່ນຂີດໝາຍປະຫວັດສາດທີ່ສຳຄັນຂອງຊາດຫວຽດນາມ ອີກດ້ວຍ. ນີ້ແມ່ນປີທີ່ທົ່ວປະເທດຫວຽດນາມ ໄດ້ສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງຊາດດ້ວຍຄວາມເບີກບານມ່ວນຊື່ນຄື: ວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 95 ປີ, ວັນເກີດຂອງປະທານ ໂຮ່ຈິມິນ ຄົບຮອບ 135 ປີ, ວັນສະຖາປະນາປະເທດ ຄົບຮອບ 80 ປີ, ວັນທ້ອນໂຮມປະເທດຊາດເປັນເອກະລາດ ຄົບຮອບ 50 ປີ ແລະ ວັນເຂົ້າເປັນສະມາຊິກອາຊຽນ ຄົບຮອບ 30 ປີ. ພ້ອມກັນນີ້, ປີ 2025 ເປັນປີມ້ວນທ້າຍໃນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ ແລະ ແຜນການພັດທະນາເສດຖະກິດ - ສັງຄົມ 5 ປີ (2021-2025) ໃຫ້ສໍາເລັດຢ່າງມີໄຊ; ເປັນປີທີ່ສຸມໃສ່ຈັດຕັ້ງບັນດາກອງປະຊຸມໃຫຍ່ຂອງອົງຄະນະພັກຂັ້ນຕ່າງໆເພື່ອກ້າວໄປສູ່ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ, ກະກຽມເປັນຢ່າງດີໃຫ້ການຈັດຕັ້ງປະຕິບັດ ແຜນຍຸດທະສາດພັດທະນາ ເສດຖະກິດ-ສັງຄົມ ໄລຍະ 10 ປີ (2021-2030), ເປັນຂີດໝາຍບົ່ງບອກທາງດ້ານການເວລາທີ່ປະເທດກ້າວສູ່ສັງກາດໃໝ່ - ສັງກາດແຫ່ງການບືນຕົວ, ພັດທະນາຢ່າງມັ່ງຄັ່ງເຂັ້ມແຂງ, ວັດທະນາຖາວອນ ຂອງປະເທດຊາດ ຊຶ່ງຈະສູ້ຊົນໃຫ້ GDP ບັນລຸລະດັບເຕີບໂຕ 8%, ບັນລຸໄດ້ລະດັບເຕີບໂຕ 2 ໂຕເລກ ໄລຍະ 2026-2030. ປີນີ້, ກໍເປັນປີທີ່ ຫວຽດນາມ ໄດ້ສຳເລັດການປັບປຸງກົງຈັກຂັ້ນສູນກາງ ແລະ ທ້ອງຖິ່ນໃຫ້ກະທັດຮັດ, ໂຮມບັນດາແຂວງເຂົ້າກັນ ແລະ ປະຕິບັດລະບົບອົງການປົກຄອງທ້ອງຖິ່ນ 2 ຂັ້ນ.

ປີ 2025 ນີ້, ຍັງເປັນປີທີ່ຫວຽດນາມ ໄດ້ສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງຂະແໜງການທູດໂດຍປະທານ ໂຮ່ຈິມິນ ເປັນລັດຖະມົນຕີຄົນທໍາອິດ ຊຶ່ງໄດ້ຊີ້ນໍາໂດຍກົງ. ຕະຫຼອດ 80 ປີຜ່ານມາ, ຂະແໜງການທູດ ໄດ້ມີການປະກອບສ່ວນສຳຄັນ ເຂົ້າໃນພາລະກິດຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ ແລະ ທ້ອນໂຮມປະເທດຊາດເປັນເອກະພາບກໍຄືໃນພາລະກິດປ່ຽນແປງໃໝ່, ເຊື່ອມໂຍງ ແລະ ການປົກປັກຮັກສາປະເທດຊາດ, ປະກອບສ່ວນຍົກສູງຖານະບົດບາດຂອງຫວຽດນາມ ໃນເວທີສາກົນ.

ໜຶ່ງໃນບັນດາປັດໄຈທີ່ສ້າງກໍາລັງແຮງໃຫ້ ປີ 2025, ແມ່ນບັນດາໝາກຜົນທີ່ບັນລຸໄດ້ໃນປີ 2024 ເຊັ່ນ: ການເຕີບໂຕ GDP ບັນລຸກວ່າ 7.09%, ຂະໜາດພື້ນຖານເສດຖະກິດບັນລຸປະມານ 470 ຕື້ໂດລາ, ສາມາດຄວບຄຸມອັດຕາເງິນເຟີ້ໄດ້ຕ່ຳກວ່າ 4%, ເສດຖະກິດມະຫາພາກໝັ້ນທ່ຽງ. ຫວຽດນາມ, ສືບຕໍ່ແມ່ນຈຸດໝາຍປາຍທາງທີ່ປອດໄພ ແລະ ດຶງດູດຄວາມສົນໃຈບັນດານັກທຸລະກິດ, ຄູ່ຮ່ວມມື ແລະ ນັກລົງທຶນສາກົນ, ໄດ້ຖືກຈັດຢູ່ໃນກຸ່ມ 15 ປະເທດກໍາລັງພັດທະນາທີ່ສາມາດດຶງດູດການລົງທຶນຈາກຕ່າງປະເທດຫຼາຍທີ່ສຸດໃນໂລກ ດ້ວຍມູນຄ່າປະມານ 40 ຕື້ໂດລາ. ສິ່ງທີ່ພົ້ນເດັ່ນອີກອັນໜຶ່ງ, ແມ່ນຕົວຊີ້ວັດຄວາມຜາສຸກເພີ່ມຂຶ້ນ 11 ອັນດັບ, ຢູ່ອັນດັບ 54 ໃນຈໍານວນ 143 ປະເທດ ແລະ ເຂດແຄວ້ນ (ຕາມການປະເມີນຂອງສະຫະປະຊາຊາດ), ອັດຕາຄວາມທຸກຍາກຍັງເຫຼືອພຽງ 4.06%, ຫຼຸດລົງ 1.65% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນ 6 ເດືອນຕົ້ນປີ 2025, ເສດຖະກິດຫວຽດນາມ ມີການເຕີບໂຕ GDP ເປັນໜ້າປະທັບໃຈບັນລຸ 7.52%, ແມ່ນໂຕເລກສູງສຸດ ໃນຮອບ 15 ປີຜ່ານມາ, ຍອດມູນຄ່າການສົ່ງອອກ ບັນລຸ 219 ຕື້ໂດລາ, ເພີ່ມຂຶ້ນ 14.4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນຂະນະທີ່ການນໍາເຂົ້າບັນລຸ ມູນຄ່າ 212 ຕື້ໂດລາ, ເພີ່ມຂຶ້ນ 17.9%, ເກີນດູນການຄ້າ 7.63 ຕື້ໂດລາ. ການລົງທຶນໂດຍກົງຈາກຕ່າງປະເທດ (FDI) ເພີ່ມຂຶ້ນ 32.6%, ສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນຂອງນັກລົງທຶນຕໍ່ພື້ນຖານເສດຖະກິດຫວຽດນາມ.

ນີ້ບໍ່ພຽງແຕ່ເປັນປີທີ່ມີຂີດໝາຍປະຫວັດຊາດເທົ່ານັ້ນ, ປີ 2025 ຍັງເປັນປີທີ່ຖືກຖືວ່າແມ່ນປີເປີດສັງກາດພັດທະນາໃໝ່, ນຳປະເທດຊາດ ກ້າວຂຶ້ນສູ່ລະດັບສູງໃໝ່ ໃນສະພາບການຂອງສາກົນ ທີ່ມີການຜັນແປຢ່າງສັບສົນ ແລະ ມີການແກ່ງແຍ້ງຢ່າງດຸເດືອດ. ຫວຽດນາມ, ສືບຕໍ່ເອົາໃຈໃສ່ໃນການປັບປຸງລະບອບລະບຽບການ, ນິຕິກໍາ ເພື່ອກາຍເປັນ “ບຸກທະລຸ ຂອງ ບຸກທະລຸ” ຢ່າງແທ້ຈິງ, ສ້າງກຳລັງແຮງໃຫ້ແກ່ການພັດທະນາປະເທດຊາດ ບົນຈິດໃຈ “ມີນະໂຍບາຍທີ່ປອດໂປ່ງ, ມີພື້ນຖານໂຄງລ່າງລຸໂລ່ງ, ການບໍລິຫານແບບອັດສະລິຍະ”; ສືບຕໍ່ໃຫ້ບຸລິມະສິດ ໃນການຊຸກຍູ້ຢ່າງແຮງກ້າ ການເຕີບໂຕເສດຖະກິດ ຕິດພັນກັບມີຄວາມສະຖຽນລະພາບດ້ານເສດຖະກິດມະຫາພາກ, ຄວບຄຸມອັດຕາເງິນເຟີ້, ຮັບປະກັນຄວາມດຸ່ນດ່ຽງອັນສໍາຄັນຂອງພື້ນຖານເສດຖະກິດ; ສືບຕໍ່ປັບປຸງ, ເພີ່ມທະວີການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ຮັກສາຄວາມເປັນເອກະລາດ, ອະທິປະໄຕ, ຜົນປະໂຫຍດແຫ່ງຊາດ ໄວ້ໄດ້ຢ່າງໝັ້ນຄົງ. ການເຄື່ອນໄຫວການຕ່າງປະເທດ ແລະ ເຊື່ອມໂຍງສາກົນ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງຄົບຊຸດ, ຮອບດ້ານ. ດ້ວຍນະໂຍບາຍການຕ່າງປະເທດ ຢ່າງເປັນເອກະລາດ, ເປັນເຈົ້າການ, ຫັນເປັນຫຼາຍທິດຫຼາຍຝ່າຍ ໃນການພົວພັນຕ່າງປະເທດ. ເປັນເຈົ້າການ ແລະ ຕັ້ງໜ້າໃນການເຊື່ອມໂຍງສາກົນ, ເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໜ້າເຊື່ອຖື ແລະ ເປັນສະມາຊິກ ທີ່ມີຄວາມຮັບຜິດຊອບຂອງປະຊາຄົມໂລກ. ສືບຕໍ່ຊຸກຍູ້ການຮ່ວມມືກັບບັນດາປະເທດ ບົນພື້ນຖານເຄົາລົບຄວາມເປັນເອກະລາດ, ອະທິປະໄຕ, ສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ແກ້ໄຂຄວາມແຕກຕ່າງກັນໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ.

ຄໍາເຫັນ

ຂ່າວການຮ່ວມມື

ສະພາລາວ-ຣັດເຊຍ ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບການຮ່ວມມືຮອບດ້ານ

ສະພາລາວ-ຣັດເຊຍ ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບການຮ່ວມມືຮອບດ້ານ

ກອງປະຊຸມພົບປະສອງຝ່າຍລະຫວ່າງສະພາແຫ່ງຊາດລາວ ແລະ ສະພາສູງແຫ່ງສະຫະພັນຣັດເຊຍໄດ້ຈັດຂຶ້ນໃນວັນທີ 2 ທັນວາຜ່ານມາ ທີ່ສະພາແຫ່ງຊາດ. ການພົບປະຄັ້ງນີ້ຝ່າຍລາວນໍາໂດຍທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ປະທານຄະນະມິດຕະພາບລັດຖະສະພາລາວ-ຣັດເຊຍ ແລະ ຝ່າຍ ສ ຣັດເຊຍນໍາໂດຍທ່ານ ນິໂກລາຍ ຊູຣາວະໂລບ ຮອງປະທານສະພາສູງແຫ່ງສະຫະພັນຣັດເຊຍ ປະທານຄະນະມິດຕະພາບລັດຖະສະພາຣັດເຊຍ-ລາວພ້ອມຄະນະ, ມີພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ປະທານ ສພຊ ຕ້ອນຮັບຄະນະຜູ້ແທນຂັ້ນສູງ ສ ຣັດເຊຍ

ປະທານ ສພຊ ຕ້ອນຮັບຄະນະຜູ້ແທນຂັ້ນສູງ ສ ຣັດເຊຍ

ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ (ສພຊ) ໄດ້ຕ້ອນຮັບ ແລະ ພົບປະກັບທ່ານ ນິໂກລາຍ ຊູຣາວະໂລບ ຮອງປະທານສະພາສູງແຫ່ງສະຫະພັນຣັດເຊຍ (ສ.ຣັດເຊຍ) ໃນວັນທີ 2 ທັນວາຜ່ານມາ ທີ່ສະພາແຫ່ງຊາດ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບ ຮອບ 50 ປີ.
ວາງສີລາລືກ ໂຄງການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂດພາກໃຕ້

ວາງສີລາລືກ ໂຄງການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂດພາກໃຕ້

ພິທີວາງສີລາລືກໂຄງການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ ເຂດພາກໃຕ້ໄດ້ຈັດຂຶ້ນໃນວັນທີ 3 ທັນວານີ້ ຢູ່ທີ່ບ້ານຄອນໄຫຼນະຄອນປາກເຊແຂວງຈຳປາສັກ ຊຶ່ງເປັນຂອງຂວັນຈາກລັດຖະບານ ແລະ ປະຊາຊົນ ສສ ຫວຽດນາມ ໃຫ້ແກ່ ສປປ ລາວ ໃນໂອກາດສະເຫຼີມສະຫຼອງວັນຊາດ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 1975) ແລະວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920 - 13 ທັນວາ 2025).
ຖະ​ແຫຼງ​ການ​ຮ່ວມ​ລາວ-ຫວຽດ​ນາມ

ຖະ​ແຫຼງ​ການ​ຮ່ວມ​ລາວ-ຫວຽດ​ນາມ

1. ໂດຍຕອບຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ ສະ​ຫາຍ ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ​ຄະ​ນະ​ບໍ​ລິ​ຫານ​ງານ​ສູ​ນ​ກາງ​ພັກປະ​ຊາ​ຊົນປະ​ຕິ​ວັດລາວ ປະ​ທານ​ປະ​ເທດ ​ແຫ່ງ​ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາຊົນລາວ ພ້ອມ​ດ້ວຍ​ພັນ​ລະ​ຍາ, ສະ​ຫາຍ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດຫວຽດ​ນາມ ພ້ອມດ້ວຍ ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ​ຂອງ ​ພັກ, ລັດ​ ແຫ່ງ ສສ ຫວຽດ​ນາມ ໄດ້​ຢ້ຽມ​ຢາມ​ລັດ​ຖະ​ກິດ ​ສ​າ​ທາ​ລະ​ນະ​ລັດ ປະຊາທິປະໄຕ ປະ​ຊາ​ຊົນລາວ, ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ ວັນ​ສະ​ຖາ​ປະ​ນາ​ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ​ລາວ ​ຄົບ​ຮອບ 50 ປີ ແລະ ເປັນ​ປະ​ທານ​ຮ່ວມ​ກອງປະຊຸມ​ພົບ​ປະ ​ປະຈໍາປີ 2026 ລະຫວ່າງ ​ສອງ​ກົມ​ການ​ເມືອງ​ ພັກ​ປະ​ຊາ​ຊົນປະ​ຕິວັດລາວ ແລະ ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແຕ່​ວັນ​ທີ 1 - 2 ທັນວາ 2025.
ກຸ່ມບໍລິສັດເຄມີຫວຽດນາມໃຫ້ຄໍາໝັ້ນສັນຍາ  “ເວົ້າແລ້ວຕ້ອງເຮັດ”ທີ່ກອງປະຊຸມສົ່ງເສີມການລົງທຶນຫວຽດນາມ-ລາວ

ກຸ່ມບໍລິສັດເຄມີຫວຽດນາມໃຫ້ຄໍາໝັ້ນສັນຍາ “ເວົ້າແລ້ວຕ້ອງເຮັດ”ທີ່ກອງປະຊຸມສົ່ງເສີມການລົງທຶນຫວຽດນາມ-ລາວ

ພາຍໃນກອບຂອງກອງປະຊຸມສົ່ງເສີມການລົງທຶນ ຫວຽດນາມ-ລາວ ທີ່ຈັດຂຶ້ນໃນວັນທີ 3 ທັນວາ 2025 ຊຶ່ງມີ ນາຍົກລັດຖະມົນຕີຂອງທັງສອງປະເທດ ພ້ອມດ້ວຍການນໍາຂອງບັນດາກະຊວງ, ອົງການກ່ຽວຂ້ອງເຂົ້າຮ່ວມ; ທ່ານ ຟຸ້ງ ກວາງ ຫຽບ (Phùng Quang Hiệp) ກໍາມະການຄະນະບໍລິຫານງານພັກລັດຖະບານ, ເລຂາຄະນະພັກ, ປະທານສະພາສະມາຊິກກຸ່ມບໍລິສັດເຄມີຫວຽດນາມ (Vinachem) ໄດ້ຖືກເຊີນໃຫ້ປະກອບຄໍາເຫັນໃນກອງປະຊຸມ. ການກ່າວຂອງທ່ານໄດ້ດຶງດູດຄວາມສົນໃຈຂອງບັນດາຜູ້ແທນຂອງສອງປະເທດ, ເມື່ອພິຈາລະນາຮອບດ້ານເຖິງທິດທາງການຮ່ວມມື, ຄວາມສາມາດບົ່ມຊ້ອນຂອງການພັດທະນາ ແລະ ລະດັບຄວາມຄືບໜ້າຂອງໂຄງການ ໃນຈຸດທີ່Vinachem ຜັນຂະຫຍາຍຢູ່ລາວ, ພິເສດແມ່ນໂຄງການຂຸດຄົ້ນ ແລະ ປຸງແຕ່ງ ເກືອກາລີ ຢູ່ແຂວງຄໍາມ່ວນ.
ກອງປະຊຸມ ສົ່ງເສີມການລົງທຶນ ລາວ-ຫວຽດນາມ

ກອງປະຊຸມ ສົ່ງເສີມການລົງທຶນ ລາວ-ຫວຽດນາມ

ຫ້ອງການຄະນະກຳມະການສົ່ງເສີມ ເເລະ ຄຸ້ມຄອງການລົງທຶນ, ຫ້ອງການຄະນະກຳມະການຮ່ວມມືລາວ-ຫວຽດ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ ກົມລົງທຶນຕ່າງປະເທດ, ກະຂວງການເງິນ ສສ ຫວຽດນາມ, ສະມາຄົມທຸລະກິດຫວຽດນາມ ປະຈໍາລາວ ແລະ ສະຖານທູດ ຫວຽດນາມ ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ຫວຽດນາມ ພາຍໃຕ້ຫົວຂໍ້ “ການຮ່ວມມື ຍຸດທະສາດ, ສ້າງການພັດທະນາທີ່ຈະເລີນຮຸ່ງເຮືອງ”ຂຶ້ນໃນວັນທີ 3 ທັນວານີ້ ທີ່ ສູນຮ່ວມມືສາກົນ ແລະ ຝຶກອົບຮົມ (ICTC), ນະຄອນຫຼວງວຽງຈັນ. ກອງປະຊຸມໄດ້ຮັບກຽດເປັນປະທານຮ່ວມ ໂດຍ ທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຟ້າມມິ່ງຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ມີບັນດາຜູ້ເຂົ້າຮ່ວມຈາກພາກລັດ ແລະ ພາກທຸລະກິດຈໍານວນປະມານ 500 ຄົນເຂົ້າຮ່ວມ.
ມອບຫ້ອງສະໝຸດ ແລະ ອຸປະກອນການຮຽນ ໃຫ້ໂຮງຮຽນປະຖົມ5ແຫ່ງໃນລາວ

ມອບຫ້ອງສະໝຸດ ແລະ ອຸປະກອນການຮຽນ ໃຫ້ໂຮງຮຽນປະຖົມ5ແຫ່ງໃນລາວ

ບໍລິສັດຕາຂ່າຍໄຟຟ້າ ພາກໃຕ້ຈີນ (CSG) ຮ່ວມກັບບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ (EDL-T) ແລະ ມູນນິທິຊົນນະບົດຂອງຈີນ (CFRD) ໄດ້ຈັດຕັ້ງພິທີ ມອບ-ຮັບ ຫ້ອງສະໝຸດ CSG ຈຳນວນ 5 ຫ້ອງ ແລະ ອຸປະກອນການຮຽນ-ການສອນ ໃຫ້ ໂຮງຮຽນປະຖົມສຶກສາສົມບູນ ລາວ-ຈີນ ບ້ານໜອງປີງ,ເມືອງຈັນທະບູລີ,ໂຮງຮຽນປະຖົມສຶກສາສົມບູນສີວິໄລ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ໂຮງຮຽນປະຖົມສຶກສາສົມບູນບ້ານຫ້ວຍອອນ ແລະ ໂຮງຮຽນມັດທະຍົມສົມບູນ ເມືອງນາໝໍ້ ແຂວງອຸດົມໄຊ ແລະ ໂຮງຮຽນປະຖົມນາເຕີຍ ແຂວງຫຼວງນ້ຳທາ ທັງ 5 ຫ້ອງສະໝຸດດັ່ງກ່າວ ໄດ້ຈັດພິທີມອບ-ຮັບຢ່າງເປັນທາງການ ໃນຕອນເຊົ້າທີ 1 ທັນວາ 2025ນີ້ ທີ່ໂຮງຮຽນປະຖົມສົມບູນລາວ-ຈີນ,ບ້ານໜອງປີງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍມີ ຜູ້ອຳນວຍການ ແລະ ພາກສ່ວນກ່ຽວຂ້ອງ ຂອງ 5 ໂຮງຮຽນດັ່ງກ່າວເປັນຜູ້ຮັບ ໂດຍການມີ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ທັງເປັນປະທານຄະນະສັນຕິພາບ ແລະ ສາມັກຄີຂອງລາວ,ທ່ານນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການແລະກິລາ,ທ່ານ Zhoujian ຮອງຜູ້ຈັດການຝ່າຍວາງແຜນ ບໍລິສັດ CSG, ທານ ນາງ Wei Dandan ຫົວໜ້າກອງເລຂາ ມູນນິທິພັດທະນາຊົນນະບົດຈີນ, ທ່ານ Lin Rui ຮອງຜູ້ຈັດການບໍລິສັດ CSG-LMI ປະທານບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ, ພ້ອມດ້ວຍຜູ້ຕາງໜ້າຈາກ ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ແຂວງອຸດົມໄຊ, ແຂວງຫຼວງນ້ຳທາ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງວິສາຫະກິດຈີນ ປະຈຳຢູ່ລາວ ເຂົ້າຮ່ວມເປັນສັກຂີພິຍານ.
ທູດລາວປະຈຳ ຮົງກາຣີ ສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ

ທູດລາວປະຈຳ ຮົງກາຣີ ສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ

ໃນວັນທີ 28 ພະຈິກ 2025, ສະຖານເອກອັກຄະລັດຖະທູດລາວ ປະຈໍາ ຮົງກາຣີ ໄດ້ຈັດພິທີສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ, ທີ່ນະຄອນຫຼວງບູດາເປັດ.
ການນຳຂັ້ນສູງ ສ ກູບາ ສົ່ງສານອວຍພອນວັນຊາດ

ການນຳຂັ້ນສູງ ສ ກູບາ ສົ່ງສານອວຍພອນວັນຊາດ

ວັນທີ 2 ທັນວາ 2025, ສະຫາຍ ມີເກັນ ດີເອັດສ-ກາແນນ ແບຣມູເດັດສ ເລຂາທິການທີ່ໜຶ່ງ ຄະນະກຳມະການສູນກາງພັກກອມມູນິດກູບາ ປະທານປະເທດແຫ່ງ ສາທາ ລະນະລັດ ກູບາ ໄດ້ສົ່ງສານອວຍພອນ ເຖິງ ສະຫາຍ ທອງລຸນສີສຸລິດ ເລຂາທິການໃຫຍ່ພັກປະຊາຊົນປະຕິ ວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຊຶ່ງມີເນື້ອໃນວ່າ: ສະຫາຍທີ່ຮັກແພງ, ເນື່ອງໃນໂອກາດວັນສ້າງຕັ້ງ ສາທາລະນະລັດ ປະຊາທິປະ ໄຕປະຊາຊົນລາວ, ຂ້າພະເຈົ້າຂໍຝາກຄຳອວຍພອນອັນອົບອຸ່ນທີ່ສຸດມາເຖິງສະຫາຍ.
ພະມະຫາກະສັດ ແລະ ປະທານສະພາ ກຳປູເຈຍ ສົ່ງສານອວຍພອນວັນຊາດ

ພະມະຫາກະສັດ ແລະ ປະທານສະພາ ກຳປູເຈຍ ສົ່ງສານອວຍພອນວັນຊາດ

ພະມະຫາກະສັດ ໂນໂຣດົມ ສີຫາໂມນີ ແຫ່ງ ຣາຊະອານາຈັກກຳປູເຈຍ ໄດ້ສົ່ງສານອວຍພອນ ເຖິງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຊຶ່ງມີເນື້ອໃນວ່າ: ພະນະທ່ານປະທານປະເທດ ທີ່ນັບຖື, ຂ້າພະເຈົ້າມີຄວາມປິຕິຍິນດີ ສົ່ງຄໍາອວຍພອນອັນປະເສີດ ແລະ ຂໍຊົມເຊີຍຢ່າງສຸດໃຈມາຍັງ ພະນະທ່ານ ພ້ອມດ້ວຍ ປະຊາຊົນລາວ ທຸກທົ່ວໜ້າ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ເພີ່ມເຕີມ