ຜູ້ປະສານງານອົງການສະຫະປະຊາຊາດປະຈຳລາວ, ມີຫົວໜ້າຫ້ອງການ, ຫົວໜ້າກົມພາສີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ການເພີ່ມທະວີການຮ່ວມມືລະຫວ່າງ ສປປ ລາວ ແລະ ສະຫະລັດ ອາເມຣິກາ ໃນວຽກງານສ້າງຂີດຄວາມສາ ມາດໃຫ້ແກ່ການຄຸ້ມຄອງຊາຍແດນ, ການອໍານວຍຄວາມສະດວກດ້ານການຄ້າ ແລະ ອື່ນໆ ໂດຍຜ່ານການຈັດຕັ້ງປະຕິບັດໃນສັນຍາຮ່ວມມືສອງຝ່າຍ (LOA) ທີ່ໄດ້ລົງນາມນັບແຕ່ປີ 2018 ເປັນຕົ້ນມາ ລວມທັງກິດຈະກໍາຕ່າງໆທີ່ຈະມີຂຶ້ນໃນອະນາຄົດກ່ຽວກັບວຽກງານສ້າງຂີດຄວາມສາມາດໃຫ້ເຈົ້າໜ້າທີ່ພາສີ ໃຫ້ມີຄວາມຊຳນານງານຢ່າງມືອາຊີບ.
ອາຄານແຫ່ງນີ້ຈະກາຍເປັນສູນກາງການຮຽນຮູ້, ນະວັດຕະກຳ ແລະ ຄວາມເປັນມືອາຊີບຂອງເຈົ້າໜ້າທີ່ພາສີ ໂຄງການນີ້ຖືເປັນໝາກຜົນອັນພົ້ນເດັ່ນອັນໜຶ່ງຂອງການຮ່ວມມືລະຫວ່າງກົມພາສີ ແລະ ຫ້ອງການຕ້ານຢາເສບຕິດ ແລະ ບັງຄັບໃຊ້ກົດໝາຍ (INL), ສະຖານທູດສະຫະລັດ ອາເມຣິກາ ປະຈຳ ສປປ ລາວ ທີ່ໄດ້ສືບຕໍ່ປະກອບສ່ວນສະໜັບສະໜູນການພັດທະນາຂີດຄວາມສາມາດຂອງຂະແໜງການພາສີ ນັບແຕ່ອະດີດຈົນເຖິງປັດຈຸບັນ ເປັນຕົ້ນການສະໜອງຊ່ຽວຊານສະເພາະດ້ານ, ການທັດສະນະສຶກສາ, ການຈັດຝຶກອົບຮົມ, ອາຄານຫ້ອງການ ແລະ ສູນຝຶກ, ສາງເກັບມ້ຽນສິນຄ້າ, ພາຫະນະ ແລະ ວັດຖຸອຸປະກອນທີ່ຈໍາເປັນໃນການປະຕິບັດວຽກງານຮັກສາຄວາມປອດໄພທາງຊາຍແດນ ແລະ ຕໍ່ສູ້ຕ້ານອາດຊະຍາກຳຂ້າມຊາດ.
ທີ່ມາ: ກະຊວງການເງິນ
ຄໍາເຫັນ