ວັນຊາດ ທີ 2ທັນວາ ແມ່ນວັນສະຫຼອງໄຊຊະນະອັນຍິ່ງໃຫຍ່ ຂອງປວງຊົນລາວທັງຊາດ

ວັນຊາດ ທີ 2ທັນວາ ແມ່ນວັນສະຫຼອງໄຊຊະນະອັນຍິ່ງໃຫຍ່ ຂອງປວງຊົນລາວທັງຊາດ

ວັນຊາດ ທີ 2ທັນວາ ແມ່ນວັນສະຫຼອງໄຊຊະນະອັນຍິ່ງໃຫຍ່ ຂອງປວງຊົນລາວທັງຊາດ
ເນື່ອງໃນໂອກາດ ວັນຊາດທີ 02 ທັນວາ ຄົບຮອບ 50 ປີ (02/12/1975 - 02/12/2025), ທ່ານ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ ຫົວໜ້າສະຖາບັນ ວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້​ສະ​ແດງ​ຄວາມ​ຮູ້​ສຶກວ່າ: ໃນນາມເປັນຄົນລາວຜູ້ໜຶ່ງຮູ້ສຶກເປັນກຽດ ແລະ ພາກພູມໃຈເປັນຢ່າງຍິ່ງ ນັບແຕ່ປະເທດຊາດໄດ້ຮັບການປົດປ່ອຍ ຈົນມາເຖິງປັດຈຸບັນ ແມ່ນມີການພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ.

ວັນຊາດທີ 02ທັນວາ ແມ່ນວັນປະຫວັດສາດ ແຫ່ງໄຊຊະນະອັນຍິ່ງໃຫຍ່ ຂອງປວງຊົນລາວບັນດາເຜົ່າທັງຊາດ ທີ່ໄດ້ຮ່ວມກັນຕໍ່ສູ້ເພື່ອອິດສະຫຼະພາບ, ເອກະລາດ ແລະ ຮັກສາໄດ້ຜືນແຜ່ນດິນອັນຄົບຖ້ວນ ຈາກສັດຕູພວກລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່ ທີ່ມາຮຸກຮານ ປະເທດຊາດ.

ວັນທີ 2 ທັນວາ ເປັນວັນທີ່ມີຄວາມໝາຍສຳຄັນຂອງຊາດລາວເຮົາ ສະແດງໃຫ້ເຫັນເຖິງມູນເຊື້ອນໍ້າໃຈຮັກຊາດ ຂອງປະຊາຊົນລາວບັນດາເຜົ່າ ທີ່ມີຄວາມສາມັກຄີອັນເດັດດ່ຽວໜຽວແໜ້ນ, ອົງອາດ, ກ້າຫານ ພາຍໃຕ້ການຊີ້ນຳ-ນຳພາຂອງພັກປະຊາຊົນປະຕິວັດລາວ ກໍຄືປະທານ ໄກສອນ ພົມວິຫານ ທີ່ແສນເຄົາລົບຮັກ, ກອງທັບປະຊາຊົນປະຕິວັດລາວ ໄດ້ພ້ອມກັນຄຽງບ່າຄຽງໄຫຼ່ໃນພະລະກິດ ຕໍ່ສູ້ກູ້ຊາດ ຕ້ານສັດຕູ ຢ່າງດຸເດືອດ, ຂ້ຽວຂາດ ທີ່ເຕັມໄປດ້ວຍຄວາມເສຍສະຫຼະເລຶອດເນື້ອ ແລະ ຊີວິດ ຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ຈົນສາມາດປົດປ່ອຍປະເທດຊາດ ໄດ້ຢ່າງມີໄຊ ແລະ ໄດ້ປະກາດສ້າງຕັ້ງ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.ເປັນວັນທີ່ປະຊາຊົນລາວບັນດາເຜົ່າ ໄດ້ຮັບອິດສະຫຼະພາບ ແລະ ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ,ເຮັດໃຫ້ປະຊາຄົມໂລກ ໄດ້ຮັບຮູ້ ວັນທີ 2ທັນວາ ແມ່ນວັນແຫ່ງສັນຕິພາບ.

ໃນໄລຍະແຫ່ງການປົກປັກຮັກສາ ບູລະນະສ້າງສາພັດທະນາປະເທດຊາດ ພາຍໃຕ້ການຊີ້ນຳ-ນຳພາ ຂອງພັກປະຊາຊົນປະຕິວັດລາວ ກໍຄືການບູລະນະລະບອບປະຊາທິປະໄຕ ປະຊາຊົນລາວ ເຮັດໃຫ້ປະຊາຊົນລາວມີສິດສະເໜີພາບເທົ່າທຽມກັນໃນສັງຄົມ ລະບົບການເມືອງ-ການປົກຄອງ ມີສະຖຽນລະພາບ ຢ່າງໜັກແໜ້ນ, ເສດຖະກິດມີການຂະຫຍາຍຕົວ, ພື້ນຖານໂຄງລ່າງໄດ້ຮັບການພັດທະນະຢ່າງຕໍ່ເນື່ອງ, ສັງຄົມມີຄວາມສະຫງົບໂດຍພື້ນຖານ, ປະຊາຊົນລາວບັນດາເຜົ່າ ມີຄວາມສາມັກຄີ ເປັນປຶກແຜ່ນ ແໜ້ນໜາ, ນະໂຍບາຍການພົວພັນຮ່ວມມືກັບບັນດາປະເທດເພື່ອນມິດ ຍຸດທະສາດກໍຄືປະເທດຕ່າງໆໃນໂລກ ລ້ວນແຕ່ຖືກຕ້ອງສອດຄ່ອງກັບຍຸກສະໄໝອັນໄດ້ກາຍເປັນພື້ນຖານອັນແຂງແຮງ ແລະ ເຂັ້ມແຂງ ໃຫ້ ສປປ ລາວ ມີເງື່ອນໄຂ ພັດທະນາໄປສູ່ຄວາມຈະເລີນ ຮຸ່ງເຮືອງ ແລະ ສີວິໄລ ເທື່ອລະກ້າວ.

ໃນໂອກາດວັນຊາດທີ 02 ທັນວາຄົບຮອບ 50 ປີນີ້ ຂ້າພະເຈົ້າ ຂໍຕາງໜ້າໃຫ້ ພະນັກງານ,ສະມາຊິກພັກ ສະຖາບັນ ວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດ ຂໍອວຍພອນອັນປະເສິດແດ່ບັນດາທ່ານການນຳພັກລັດ, ປະຊາຊົນລາວບັນດາເຜົ່າ ຈົ່ງມີພາລານາໄມສົມບູນປະສົບຜົນສຳເລັດ ໃນໜ້າທີ່ວຽກງານທຸກປະການ ສືບຕໍ່ຊີ້ນໍາ-ນໍາພາປະເທດຊາດໃຫ້ນັບມືເຕີບໃຫ່ຍເຂັ້ມແຂງ ກ້າວຂື້ນຢ່າງບໍ່ຢຸດຢັ້ງ.

ນ້ຳໃຈ ວັນຊາດທີ 02 ທັນວາ ໝັ້ນຍືນ!

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄວາມຮູ້ສຶກຂອງ ທ່ານ ສຸວັນນີໄຊຊະນະໂອ​ກາດສະຫຼອງວັນ​ຊາດຄົບ​ຮອບ 50 ປີ

ຄວາມຮູ້ສຶກຂອງ ທ່ານ ສຸວັນນີໄຊຊະນະໂອ​ກາດສະຫຼອງວັນ​ຊາດຄົບ​ຮອບ 50 ປີ

​ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ຊາດທີ 2 ທັນ​ວາຄົບ​ຮອບ 50 ປີ(2 ທັນ​ວາ 1975-2 ທັນ​ວາ 2025), ທ່ານ ສຸວັນນີ ໄຊຊະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 11, ປະທານສະພາປະຊາຊົນແຂວງບໍລິຄໍາໄຊໄດ້​ສະ​ແດງ​ທັດ​ສະ​ນະ​ວ່າ: ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໄດ້ຮັບການສະຖາປານາ ມາຮອດມື້ນີ້ກໍ​ຄົບ​ຮອບ 50 ປີ ພໍດີ, ເ​ມື່ອຫວນຄືນເບິ່ງແລ້ວຄືວ່າ ບໍ່ດົນນານພໍປານໃດ, ຄິດເຫັນພາບເຫດການສໍາຄັນປະຫວັດສາດ ທີ່ເຄີຍໄດ້ປະກອບສ່ວນ ໃນຂະບວນການລຸກຂຶ້ນຢຶດອໍານາດຂອງມວນຊົນ, ຂະບວນການຊາວໜຸ່ມຕະລຸມບອນ ຢູ່ຕາແສງໜອງບອນ ເມືອງໄຊເສດຖາ ນະຄອນຫຼວງວຽຈັນ ທີ່ເປັນຖິ່ນກໍາເນີດຂອງຕົນ ຈາກມື້ນັ້ນມາຮອດມື້ນີ້ ພໍດີກຽມພັກບໍານານ ສໍາເລັດໜ້າທີ່ທີ່ພັກ, ລັດ ມອບໝາຍໃຫ້, ມັນຊ່າງເປັນເສັ້ນທາງ ທີ່ເຕັມໄປດ້ວຍຄວາມສະລັບສັບຊ້ອນ, ລະອິດລະອ້ຽວຫາກຍ້ອນມີພັກນໍາພາ ປະເທດຊາດແສນຮັກຂອງພວກເຮົາ ຈຶ່ງມີການພັດທະນາ ແລະ ດໍາລົງຄົງຢູ່ຢ່າງສະຫງ່າຜ່າເຜີຍຄືແນວນີ້.
ເຈົ້າແຂວງສະຫວັນນະເຂດ ອວຍພອນ ແລະ ມອບເຄື່ອງໃຫ້ກອງຮ້ອຍສູນເສຍອົງຄະ-ນັກຮົບແຂ່ງຂັນ ໃນໂອກາດວັນສະຖາປານາ ສປປ ລາວ ຄົບຮອບ 50 ປີ

ເຈົ້າແຂວງສະຫວັນນະເຂດ ອວຍພອນ ແລະ ມອບເຄື່ອງໃຫ້ກອງຮ້ອຍສູນເສຍອົງຄະ-ນັກຮົບແຂ່ງຂັນ ໃນໂອກາດວັນສະຖາປານາ ສປປ ລາວ ຄົບຮອບ 50 ປີ

ໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (ວັນທີ 2 ທັນວາ 1975 ຫາ ວັນທີ 2 ທັນວາ 2025), ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ, ພ້ອມດ້ວຍຮອງປະທານຄະນະກໍາມະການປົກຄອງແຂວງ, ຫົວໜ້າກອງບັນຊາການ ປກສ-ປກຊແຂວງ, ພະແນກການເງິນ, ພະແນກແຮງງານ ແລະ ສະຫວັດດີການສັງຄົມ, ຫົວໜ້າຫ້ອງວ່າການແຂວງ, ພະແນກສຶກສາທິການ ແລະ ກິລາ, ພະແນກໂຍທາທິການ ແລະ ຂົນສົ່ງ, ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ພ້ອມຄະນະໄດ້ໄປຢ້ຽມຢາມ ແລະ ມອບເຄື່ອງອຸປະໂພກ-ບໍລິໂພກໃຫ້ຄອບຄົວຜູ້ເສຍອົງຄະ ແລະ ຜູ້ທີ່ມີຄຸນງາມຄວາມດີຢູ່ທີ່ກອງຮ້ອຍສູນເສຍອົງຄະເຊ 17 ເມືອງພີນ ແຂວງສະຫວັນນະເຂດ.
50 ປີ ແນວລາວສ້າງຊາດເສີມຂະຫຍາຍມູນເຊື້ອການເຕົ້າໂຮມຄວາມສາມັກປະຊາຊົນລາວບັນດາເຜົ່າ

50 ປີ ແນວລາວສ້າງຊາດເສີມຂະຫຍາຍມູນເຊື້ອການເຕົ້າໂຮມຄວາມສາມັກປະຊາຊົນລາວບັນດາເຜົ່າ

ເນື່ອງໃນໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ. ທ່ານ ນາງ ອິນລາວັນ ແກ້ວບຸນພັນ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນເມື່ອບໍ່ດົນມານີ້ວ່າ: ພາຍຫຼັງກອງປະຊຸມຄັ້ງທີ I ຂອງ ສນຊ ໃນວັນທີ 13 ສິງຫາ 1950 ໄດ້ກຳນົດໂຄງການ ການ ເມືອງ 12 ຂໍ້ ໃນນັ້ນໄດ້ຮັບຮອງເອົາທຸງວົງເດືອນເປັນທຸງຊາດ ແລະ ເພງຊາດ ພ້ອມທັງຮັບຮອງເອົາຫຼາຍບັນຫາທີ່ສຳຄັນຂອງຊາດ ລວມທັງຊື່ປະເທດລາວ.
2 ທັນວາ ເປັນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດຂອງຊາດລາວ

2 ທັນວາ ເປັນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດຂອງຊາດລາວ

ຄືດັ່ງທີ່ຮູ້ນຳກັນແລ້ວວ່າ ວັນຊາດທີ 2 ທັນວາ ແມ່ນວັນທີ່ມີຄວາມໝາຍສໍາຄັນສໍາລັບທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ, ເປັນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດແຫ່ງການຕໍ່ສູ້ຂອງຊາດລາວເຮົາ, ວັນທີ່ປະຊາຊົນລາວບັນດາເຜົ່າໄດ້ມີອິດສະຫຼະພາບ, ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ເປັນວັນທີ່ປະເທດລາວໄດ້ມີເອກະລາດຢ່າງສົມບູນ ແລະ ມີອະທິປະໄຕຢ່າງຄົບຖ້ວນ, ມີທີ່ຕັ້ງອັນສົມກຽດ ແລະ ມີຖານະເທົ່າທຽມກັບປະເທດອື່ນໆໃນເວທີປະຊາຄົມໂລກ ທັງແມ່ນວັນແຫ່ງສັນຕິພາບ, ວັນແຫ່ງການກ້າວສູ່ຍຸກສະໄໝໃໝ່ແຫ່ງການສ້າງປະເທດລາວສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ, ວັດທະນະຖາວອນ.
ອັດຕະປື ປາຖະກະຖາ ວັນຊາດທີ2ທັນວາແລະ ວັນເກີດປະທານ ໄກສອນພົມວິຫານ

ອັດຕະປື ປາຖະກະຖາ ວັນຊາດທີ2ທັນວາແລະ ວັນເກີດປະທານ ໄກສອນພົມວິຫານ

ໃນວັນທີ 1 ທັນວາ 2025 ທີ່ຫໍປະຊຸມໃຫຍ່ແຂວງອັດຕະປື ໄດ້ຈັດພິທີປາຖະກະຖາວັນສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ໂດຍໃຫ້ກຽດປາຖະກະຖາຂອງສະຫາຍ ພົນໂທ ວັນທອງ ກອງມະນີ ກໍາມະການສູນກາງພັກ ເລຂາພັກແຂວງ, ມີບັນດາສະຫາຍການນໍາ-ພັກ-ລັດ ແຂວງ, ເມືອງ, ພະນັກງານປະຕິວັດອາວຸໂສ-ບໍານານ, ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງແຂວງເຂົ້າຮ່ວມ.
ຊຽງຂວາງປະດັບລຽນກາລະນຶກ 50 ປີວັນສະຖາປະນາ ສປປ ລາວ

ຊຽງຂວາງປະດັບລຽນກາລະນຶກ 50 ປີວັນສະຖາປະນາ ສປປ ລາວ

ໃນວັນທີ 1 ທັນວາ 2025ນີ້, ຢູ່ທີ່ຫ້ອງວ່າການແຂວງຊຽງຂວາງໄດ້ມີພິທີປະດັບຫຼຽນກາ ລະນຶກ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດຍການເຂົ້າຮ່ວມຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພພັກ ເລຂາພັກແຂວງ, ມີຄະນະປະຈຳພັກແຂວງກຳມະການພັກແຂວງ, ອາດີດການນຳແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການ, ກຳລັງປະກອບອາວຸດ ແລະ ອົງການຈັດຕັ້ງເຂົ້າຮ່ວມ.
ການນຳ ພັກ-ລັດ ແຂວງອຸດົມໄຊ ຮ່ວມຊົມການຖ່າຍທອດສົດສະຫຼອງວັນຊາດ ຄົບຮອບ 50 ປີ

ການນຳ ພັກ-ລັດ ແຂວງອຸດົມໄຊ ຮ່ວມຊົມການຖ່າຍທອດສົດສະຫຼອງວັນຊາດ ຄົບຮອບ 50 ປີ

ໃນຕອນເຊົ້າວັນທີ 2 ທັນວາ 2025, ທີ່ສະໂມສອນແຂວງອຸດົມໄຊ, ໄດ້ມີການຈັດພິທີເຕົ້າໂຮມຊຸມນຸມ ເພື່ອຮັບຊົມການຖ່າຍທອດສົດ ພິທີສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ (2 ທັນວາ 1975 - 2 ທັນວາ 2025) ຈາກນະຄອນຫຼວງວຽງຈັນ. ໃຫ້ກຽດເຂົ້າຮ່ວມໃນພິທີຄັ້ງນີ້ ໂດຍ ສະຫາຍ ຄຳດີ ວົງລ້ອມ ຮອງເລຂາພັກແຂວງ, ພ້ອມດ້ວຍບັນດາສະຫາຍໃນຄະນະປະຈຳພັກແຂວງ, ກຳມະການພັກແຂວງ. ມີບັນດາອະດີດການນຳພັກ-ລັດ ຂອງແຂວງ ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຂົ້າຮ່ວມຢ່າງພ້ອມພຽງ.
ຈຳປາສັກ ວາງພວງມາລາ ແລະ ກະຕ່າດອກໄມ້ ເນື່ອງ​ໃນໂອກາດ​ວັນຊາດ​ 2 ທັນວາ ​ແລະ​ ວັນເກີດ​ປະທານ​ ໄກສອນ​ ພົມວິຫານ​

ຈຳປາສັກ ວາງພວງມາລາ ແລະ ກະຕ່າດອກໄມ້ ເນື່ອງ​ໃນໂອກາດ​ວັນຊາດ​ 2 ທັນວາ ​ແລະ​ ວັນເກີດ​ປະທານ​ ໄກສອນ​ ພົມວິຫານ​

​ ຕອນເຊົ້າວັນທີ 2 ທັນວາ 2025ນີ້, ເນື່ອງໃນໂອກາດ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2/12/1975 – 2/12/2025) ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຄົບຮອບ 105 ປີ​ (13/12/1920 – 13/12/2025),​ ຄະນະ​ບໍລິຫານ​ງານພັກແຂວງຈຳປາສັກ​ ນຳພາໂດຍ ສະ​ຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະພັກແຂວງຈຳປາສັກ​ ໄດ້ເຂົ້າຮ່ວມວາງພວງມາລາ​ ຢູ່ອານຸສາວະລີນັກຮົບນິລະນາມ ແລະ ກະຕ່າດອກໄມ້​ ຢູ່​ອະນຸສອນ​ສະຖານ​ປະທານ​ ໄກສອນ​ ພົມວິຫານ​ ສະໜາມແດງ​ ນະຄອນປາກເຊ.​
ຄໍາມ່ວນ ປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ

ຄໍາມ່ວນ ປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ

ແຂວງຄໍາມ່ວນ ໄດ້ຈັດພິທີມອບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ໃຫ້ພະນັກງານປະຈຳການ, ພະນັກງານ ອາວຸໂສບໍານານ ແລະ ຜູ້ປະກອບການທຸລະກິດ ຂຶ້ນໃນວັນທີ 1 ທັນວາ 2025ນີ້, ໃຫ້ກຽດປະດັບຫຼຽນໂດຍສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກເລຂາພັກແຂວງ ເຈົ້າແຂວງຄໍາມ່ວນ, ມີຄະນະປະຈຳ, ກຳມະການພັກແຂວງ, ອະດີດການນໍາແຂວງ, ເມືອງ, ບັນດາສະມາຊິກພັກ-ພະນັກງານຫຼັກແຫຼ່ງ ແລະ ຜູ້ປະກອບການທຸລະກິດພາຍໃນແຂວງເຂົ້າຮ່ວມ.
ຄຳມ່ວນຮ່ວມກັບບໍລິສັດ ໄຟຟ້ານໍ້າເທີນ 2 ຈັດງານຕະຫຼາດນັດແຮງງານ

ຄຳມ່ວນຮ່ວມກັບບໍລິສັດ ໄຟຟ້ານໍ້າເທີນ 2 ຈັດງານຕະຫຼາດນັດແຮງງານ

ພະແນກແຮງງານ ແລະ ສະຫວັດດີການ-ສັງຄົມແຂວງຄຳມ່ວນຮ່ວມກັບບໍລິສັດ ໄຟຟ້ານໍ້າເທີນ 2 ຈໍາກັດ ໄດ້ຈັດງານຕະຫຼາດນັດແຮງງານ ປະຈໍາປີ 2025 ຂຶ້ນໃນລະຫວ່າງວັນທີ 28-29 ພະຈິກຜ່ານມາທີ່ໂຮງແຮມທ່າແຂກໃໝ່ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງໆຄຳມ່ວນ, ທ່ານ ສິນນະສອນ ແສງຈັນທະວົງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີຕາງໜ້າບໍລິສັດນ້ຳເທີນ2, ມີບໍລິສັດຈັດຫາງານທີ່ໄດ້ໃຫ້ການຮ່ວມມືມາຕັ້ງບູດໂຄສະນາຮັບສະຫມັກແຮງງານຢ່າງຫຼວງຫຼາຍ ຄາດວ່າມີຄວາມຕ້ອງການແຮງງານຫຼາຍກວ່າ 1,000 ຄົນ.
ເພີ່ມເຕີມ