ວຽກງານສະຖິຕິປະກອບສ່ວນສໍາຄັນຕໍ່ເສດຖະກິດມະຫາພາກ

ໂດຍ: ຕະວິນຍານ
ກະຊວງແຜນການ ແລະ ການລົງທຶນໄດ້ນໍາພາຄຸ້ມຄອງວຽກງານສະຖິຕິໃນຂອບເຂດທົ່ວປະເທດມີຜົນສໍາເລັດເປັນກ້າວໆມາ. ໃນໄລຍະປີ 2023 ຜ່ານມາ, ສາມາດ ຍົກລະດັບການພັດທະນາພັດທະນາລະບົບສະຖິຕິແຫ່ງຊາດທີ່ນໍາໃຊ້ເຄື່ອງມື ICT ເຂົ້າໃນລະບົບການເກັບກໍາຂໍ້ມູນ, ການສໍາຫລວດແລະການຜະລິດຂໍ້ມູນສະຖິຕິທາງການທີ່ມີມາດຕະຖານສາກົນ;ໄດ້ປັບປຸງລະບອບວິທີການການຄິດໄລ່ ອັດຕາການເຕີບໂຕເສດຖະກິດ, ລວມຍອດຜະລິດຕະພັນພາຍໃນ, ດັດຊະນີລາຄາຜູ້ຊົມໃຊ້ຂອງ ສປປ ລາວ. ສູນສະຖິຕິແຫ່ງຊາດໄດ້ປະສານສົມທົບກັບບັນດາຂະແໜງການ ແລະທ້ອງຖິ່ນ ປັບປຸງລະບອບການລາຍງານ ສະຖິຕິເສຖະກິດ, ສະຖິຕິສັງຄົມລວມທັງ ບົດບາດຍິງຊາຍ, ສະຖິຕິສິ່ງແວດລ້ອມ ແລະ ຄວາມໝັ້ນຄົງຮ່ວມເພື່ອລາຍງານປະຈໍາເດືອນ, ໄຕມາດ, ປະຈໍາປີວ່ອງໄວແລະເປັນລະບົບດີຂຶ້ນ; ນອກນັ້ນຍັງໄດ້ລົງຕິດຕາມຊຸກຍູ້ ເກັບກໍາ ສະພາບການ ເຄື່ອນໄຫວການຈັດຕັ້ງປະຕິບັດວຽກສະຖິຕິຂັ້ນທ້ອງຖິ່ນ ແລະຕິດຕາມທ່າອ່ຽງເສດຖະກິດ ເພື່ອປະເມີນສະພາບການເໜັງຕີງຂອງລາຄາ ແລະຄິດໄລ່ອັດຕາເງິນເຟີ້ປະຈໍາເດືອນຢ່າງເປັນປົກະຕິ ແລະຕີລາຄາການເຕີບໂຕ ຂອງເສດຖະກິດຂອງ ສປປ ລາວ. ພ້ອມນີ້ໄດ້ສ້າງຄວາມອາສາມາດໃຫ້ທ້ອງຖິ່ນໂດຍລົງໄປຝຶກອົບຮົມ ແລະ ຊ່ວຍປັບປຸງການສ້າງຖານໃໝ່ ໃນການຄາດຄະເນ GDP ຂອງແຂວງ (ໄດ້ 2 ແຂວງ). ໄດ້ສໍາເລັດການຈັດຕັ້ງປະຕິບັດການສໍາຫລວດດັດສະນີໝາຍທາງສັງຄົມຄັ້ງທີ 3 ປີ 2023; ສໍາເລັດການສໍາຫຼວດວິສາຫະກິດປະຈໍາງວດ ປີ 2023 ແລະ ສຳເລັດການກະກຽມເອກະສານໂຄງການສໍາຫລວດພົນລະເມືອງ ແລະທີ່ຢູ່ອາໃສທົ່ວປະເທດ ຄັ້ງທີ V ແລະໄດ້ຈັດກອງປະຊຸມຄະນະຊີ້ນາລະດັບຊາດຄັ້ງປະຖົມະລຶກໃນເດືອນ ມິຖຸນາ 2023 ຜ່ານມາ, ສໍາເລັດການກະກຽມ ການສໍາຫລວດການຊົມໃຊ້ ແລະ ໃຊ້ຈ່າຍຄົວເຮືອນຄັ້ງທີ VII ຊຶ່ງຈະເລີ່ມລົງເກັບກາຂໍ້ມູນພາກສະໜາມໃນຕົ້ນປີ 2024, ປັດຈຸບັນ,ກໍາລັງດຳເນີນການຝຶກອົບຮົມ ນັກເດີນສໍາຫລວດໃນຂອບເຂດທົ່ວປະເທດ. 
ນອກຈາກນັ້ນ,ສູນສະຖິຕິແຫ່ງຊາດ ຍັງເພີ່ມທະວີຄວາມຮັບຮູ້ ແລະ ຄວາມຕ້ອງການຂໍ້ມູນສະຖິຕິຂອງການນໍາ ທັງເປັນການຍົກສູງ ຄວາມສາມາມາດໃນການຄຸ້ມຄອງ, ຕິດຕາມ ແລະ ຊຸກຍູ້ວຽກງານສະຖິຕິຢູ່ທ້ອງຖິ່ນໃຫ້ດີຂຶ້ນ, ສູນສະຖິຕິ ໄດ້ຈັດ ກອງປະຊຸມເຜີຍແຜ່ ແລະ ປຶກສາຫາລືກ່ຽວກັບວຽກງານສະຖິຕິສ້າງຄວາມເຂົ້າໃຈ ໃນການນໍາໃຊ້ ແລະ ເຊື່ອໝັ້ນ ຕໍ່ວຽກງານສະຖິຕິ ໃຫ້ແກ່ສະມາຊິກສະພາປະຊາຊົນຂັ້ນແຂວງ 18 ແຂວງ ແລະ ການນໍາເມືອງ (ທ່ານເຈົ້າເມືອງ) 148 ເມືອງໃນຂອບເຂດທົ່ວປະເທດ.
ສໍາລັບວຽກຄົ້ນຄວ້າວິໄຈການພັດທະນາ ແລະ ຝຶກອົບຮົມ ສູນສະຖິຕິແຫ່ງຊາດໄດ້ສ້າງບົດລາຍງານເສດຖະກິດມະຫາພາກປະຈຳໄຕມາດ ແລະ ປີ 2022, ສ້າງບົດລາຍງານຕິດຕາມ ແລະ ປະເມີນຄວາມຄືບໜ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດການແກ້ໄຂ້ຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ 2021-2023; ສ້າງບົດລາຍງານກ່ຽວກັບທິດທາງ ແລະ ມາດຕະການເສີມຂະຫຍາຍທ່າແຮງ ແລະຄວາມສາມາດບົ່ມຊ້ອນຂອງປະເທດເພື່ອໃຫ້ກາຍເປັນເສດຖະກິດປາຍແຫຼມ; ສ້າງບົດຄົ້ນຄວ້າທ່າແຮງດ້ານການຜະລິດສິນຄ້າ, ການບໍລິການ ແລະ ການຄ້າໃນການນໍາໃຊ້ແລວທາງ ເສດຖະກິດລົດໄຟ ລາວ-ຈີນ; ສ້າງບົດຄົ້ນຄວ້າການພັດທະນາເສດຖະກິດເຂດແຄວ້ນຕິດພັນກັບການແກ້ໄຂ ຄວາມທຸກຍາກ”; ສ້າງບົດຄົ້ນຄວ້າຜົນກະທົບຂອງການຮ່ວມມືທາງດ້ານເສດຖະກິດໃນພາກພື້ນ, ການເຊື່ອມໂຍງ ກັບພາກພື້ນ ແລະ ການຫັນປ່ຽນໂຄງປະກອບເສດຖະກິດຂອງ ສປປ ລາວ; ສ້າງບົດລາຍງານການສຳຫຼວດ ແລະ ການຕິດຕາມທາງດ້ານໂພຊະນາການ ຂອງແຜນງານໜຶ່ງດຽວທີ່ມີສ່ວນຮ່ວມຫຼາຍຂະແຫນງການ ໄລຍະທີ II; ສ້າງບົດ ລາຍງານຖານຂໍ້ມູນການເຄື່ອນຍ້າຍຖິ່ນຖານ ຂອງ ສປປ ລາວ; ການສະເໜີຜົນການສໍາຫລວດໂພຊະນາການໄລຍະກາງຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ; ສໍາເລັດການສ້າງຄວາມອາດສາມາດ ແລະ ເຜີຍແຜ່ການຄົ້ນຄວ້າກ່ຽວກັບການຈັດຕັ້ງປະຕິບັດວຽກງານການປະເມີນສະພາບໂພຊະນາການໃນ ສປປ ລາວ; ສໍາເລັດການລົງເກັບກໍາຂໍ້ມູນ ເພື່ອພັດທະນາຫຼັກສູດ ແລະ ຈັດຝຶກອົບຮົມ ເພື່ອສ້າງຄວາມເຂັ້ມແຂງທາງດ້ານວິຊາການໃນການຕິດຕາມ ແລະ ປະເມີນໂຄງການລົງທຶນຂອງລັດ; ການຄົ້ນຄວ້າຂອບການຟື້ນຟູ ເສດຖະກິດຂອງ ສປປ ລາວ ແລະ ການຝຶກອົບຮົມດ້ານການຄົ້ນຄວ້າ ແລະ ສ້າງແຜນພັດທະນາເສດຖະກິດ-ສັງຄົມ ແລະ ການກໍານົດຕົວຊີ້ວັດສີຂຽວຂອງ ສປປ ລາວໃຫ້ພະນັກງານ ຈໍານວນ 11 ຫົວຂໍ້; ນອກຈາກນັ້ນ, ຍັງກໍາລັງ ຄົ້ນຄວ້າຢູ່ 3 ຫົວຂໍ້. ພ້ອມດຽວກັນນັ້ນ ຍັງໄດ້ເພີ່ມທະວີການສ້າງຄວາມເຂັ້ມແຂງດ້ານຄວາມຮູ້ຄວາມສາມາດໃຫ້ ແກ່ພະນັກງານວິຊາການດ້ານການຄົ້ນຄວ້າ, ແລກປ່ຽນທາງດ້ານວິຊາການຮ່ວມກັບອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ ແລະ ສະຖາບັນອື່ນໆ ຢູ່ພາຍໃນ ແລະ ຕ່າງປະເທດຈໍານວນ 10 ອົງການ. 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຮັບຮອງຫຼັກການວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາອົງການກວດສອບແຫ່ງລັດ

ຮັບຮອງຫຼັກການວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາອົງການກວດສອບແຫ່ງລັດ

ກອງປະຊຸມຮັບຮອງດ້ານຫຼັກການ ວິໄສທັດ ຮອດປີ 2035, ຍຸດທະສາດການພັດທະນາ ຮອດປີ 2030 ແລະ ແຜນພັດທະນາອົງການກວດສອບແຫ່ງລັດ ຮອດປີ 2026 ໄດ້ຈັດຂັ້ນໃນວັນທີ 7 ພະຈິກນີ້, ທີ່ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງທ່ານ ບຸນເລີດ ເທບວົງສາ ຮອງປະທານອົງການກວດສອບແຫ່ງລັດ ,ທ່ານ ໂທມັດສ ລາມມາຣ໌ ອຸປະທູດ ປະເທດລຸກຊໍາບວກ, ທ່ານ ໂຣເບີດ ເດິ ວາຮາ ຜູ້ຕາງໜ້າປະຈໍາການຫ້ອງການອາຊີ-ວຽງຈັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ
ກະຊວງການຕ່າງປະເທດ ປິດຊຸດຝຶກອົບຮົມວຽກງານກວດກາ ຄັ້ງທີ V

ກະຊວງການຕ່າງປະເທດ ປິດຊຸດຝຶກອົບຮົມວຽກງານກວດກາ ຄັ້ງທີ V

ໃນຕອນແລງ ວັນທີ 6 ພະຈິກ 2025 ທີ່ ກະຊວງການຕ່າງປະເທດໄດ້ຈັດພິທີປິດຊຸດຝຶກອົບຮົມວຽກງານກວດກາຄັ້ງທີ Vໂດຍໃຫ້ກຽດເປັນປະທານ ຂອງ ທ່ານ ພົງສະຫວັນ ສີສຸລາດ ຄະນະປະຈໍາພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຜູ້ຕາງໜ້າຈາກຄະນະກວດກາສູນກາງພັກ, ອົງການກວດສອບແຫ່ງລັດ, ອົງການໄອຍະການປະຊາຊົນສຸງສຸດ, ຫົວໜ້າກົມ, ຮອງກົມ ແລະ ຜູ້ຕາງໜ້າຈາກບັນດາກົມ ຂອງກະຊວງການຕ່າງປະເທດ ແລະ ນັກສໍາມະນາກອນ ເຂົ້າຮ່ວມ
ຄະນະຜູ້ແທນກອງປະຊຸມສໍາມະນາ ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ

ຄະນະຜູ້ແທນກອງປະຊຸມສໍາມະນາ ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ

ໂອກາດຈັດກອງປະຊຸມສໍາມະນາວິທະຍາສາດລະດັບຊາດ ມູນເຊື້ອວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ທີ່ແຂວງສະຫວັນນະເຂດ ເປັນຈຸດທີ 2 ພາຍຫຼັງຈັດຢູ່ນະຄອນຫຼວງວຽງຈັນ; ຄະນະຜູ້ແທນກອງປະຊຸມໄດ້ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ
ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງສະຫວັນນະເຂດ ຈັດພິທີມອບ-ຮັບນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດເລກທີ 57/ລບ ປະຈຳປີ 2025 ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ຫ້ອງປະຊຸມພະແນກການດັ່ງກ່າວ ໂດຍການເປັນປະທານຂອງທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນປະທານຄະນະກຳມະການດຳລັດ 57/ລບ ຂັ້ນແຂວງ.
ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງສະຫວັນນະເຂດ ຈັດພິທີມອບ-ຮັບນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດເລກທີ 57/ລບ ປະຈຳປີ 2025 ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ຫ້ອງປະຊຸມພະແນກການດັ່ງກ່າວ ໂດຍການເປັນປະທານຂອງທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນປະທານຄະນະກຳມະການດຳລັດ 57/ລບ ຂັ້ນແຂວງ.
ການນໍາຂັ້ນສູງ ຕິດຕາມ ຊົມການຝຶກຊ້ອມໃຫຍ່ການສວນສະໜາມ ກ້ອນກໍາລັງ ປກຊ- ປກສ

ການນໍາຂັ້ນສູງ ຕິດຕາມ ຊົມການຝຶກຊ້ອມໃຫຍ່ການສວນສະໜາມ ກ້ອນກໍາລັງ ປກຊ- ປກສ

ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ແຫ່ງ ສປປ ລາວ, ທ່ານ ພົອ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານ ປກຊ-ປກສ, ທ່ານ ພົທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ພົທ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ຄະນະນໍາກະຊວງ, ກົມໃຫຍ່, ຫ້ອງວ່າການ, ອະນຸກໍາມະການ, ຄະນະຄູຝຶກ ໄດ້ເຄື່ອນໄຫວຕິດຕາມ ແລະ ຊົມການສະແດງ ການຝຶກຊ້ອມສວນສະໜາມຂອງກ້ອນກໍາລັງສວນສະໜາມ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ທີ່ປະສານສົມທົບຮ່ວມການຝຶກຊ້ອມໃຫ່ຍ ຢູ່ວິທະຍາຄານນາຍທະຫານບົກກົມມະດໍາ ໃນວັນທີ 6 ພະຈິກ 2025.
ເຊັນບົດບັນທຶກຄວາມເຂົ້າໃຈ ເພຶ່ອສໍາຫຼວດອອກແບບໂຄງການຟື້ນຟູ ແລະ ບູລະນະເສັ້ນທາງຫຼວງແຫ່ງຊາດເລກ 21

ເຊັນບົດບັນທຶກຄວາມເຂົ້າໃຈ ເພຶ່ອສໍາຫຼວດອອກແບບໂຄງການຟື້ນຟູ ແລະ ບູລະນະເສັ້ນທາງຫຼວງແຫ່ງຊາດເລກ 21

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພຶ່ອສໍາຫຼວດອອກແບບໂຄງການຟື້ນຟູ ແລະ ບູລະນະເສັ້ນທາງຫຼວງແຫ່ງຊາດເລກ 21 ໄລຍະທີ 2 ເລີ່ມແຕ່ຕີນພູແດນເມືອງ ບ້ານໂພນມຸງຄຸນ ເມືອງບໍລິຄັນ ຫາ ບ້ານທ່າສີ ເລີ່ມແຕ່ ກິໂລແມັດທີ (ກມ) 25+000 ຫາ ກມ 81+000 ເມືອງບໍລິຄັນ ແຂວງບໍລິຄໍາໄຊ ລວງຍາວ 56 ກມ ແລະ ເສັ້ນທາງຫຼວງແຫ່ງຊາດ ເລກ 1D ແຕ່ 3 ແຍກທາງເລກທີ 21 ບ້ານທ່າສີ ຫາ ຊາຍແດນແຂວງໄຊສົມບູນ (ເລີ່ມແຕ່ ກມ 145+000 ຫາ ກມ 146+100) ລວງຍາວ 1,10 ກມ ເພື່ອສຶກສາ ສໍາຫຼວດ-ອອກແບບ ໂຄງການຟື້ນຟູ ແລະ ບູລະນະຮັກສາທາງຫຼວງແຫ່ງຊາດ ເລກທີ 21 ຊ່ວງທີ 2 ແລະ ທາງເລກ 1D ລະຫວ່າງອົງການປົກຄອງແຂວງບໍລິຄໍາໄຊ, ຕາງໜ້າໂດຍ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ແລະ ບໍລິສັດ ພີເອັສແອວ ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ຮ່ວມກັບ ບໍລິສັດ AVIC-INTL Project Engineering Company ໄດ້ຈັດຂຶ້ນໃນວັນທີ 5 ພະຈິກ 2025 ທີ່ຫ້ອງປະຊຸມ ໂຮງແຮມສຸນັນທາ ເມືອງປາກຊັນ ໂດຍໃຫ້ກຽດເຂົ້າຮ່ວມພິທີຂອງ ທ່ານ ບຸນລ້ຽງ ດວງສະເພົາທອງ ຄະນະປະຈຳພັກແຂວງ ຫົວໜ້າພະແນກການເງິນແຂວງ, ບໍລິສັດ, ມີຕາງໜ້າການນໍາຂັ້ນເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຊາວກະສິກອນທົ່ວເມືອງຄົງເຊໂດນ ເກັບກ່ຽວເຂົ້ານາປີສຳເລັດ 85%

ຊາວກະສິກອນທົ່ວເມືອງຄົງເຊໂດນ ເກັບກ່ຽວເຂົ້ານາປີສຳເລັດ 85%

ການເກັບກ່ຽວມຽ້ນມັດເຂົ້ານາປີຂອງຊາວກະສິກອນ ເມືອງຄົງເຊໂດນ ແຂວງສາລະວັນ ມາຮອດປັດຈຸບັນສຳເລັດແລ້ວ 85%, ທ່ານ ບົວສອນ ຈັນດາວົງ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງຄົງເຊໂດນ ໄດ້ລາຍງານໃຫ້ຮູ້ວ່າ: ໃນທົ່ວເມືອງ ມີເນື້ອທີ່ທັງໝົດ 16,854 ເຮັກຕາ, ເນື້ອທີ່ສາມາດເກັບກ່ຽວໄດ້ຕົວຈິງ 12,456 ເຮັກຕາ, ຜົນຜະລິດສະເລ່ຍໄດ້ 3,7 ໂຕນຕໍ່ເຮັກຕາ, ທຽບໃສ່ປີຜ່ານມາ ແມ່ນຫຼຸດຄາດໝາຍ ເນື່ອງຈາກມີຫຼາຍສາເຫດ ເປັນຕົ້ນ: ເກີດໄພພິບັດນໍ້າຖ້ວມ ໃນໄລຍະເຂົ້າທີ່ກຳລັງເຕີບ, ໄລຍະເກັບກ່ຽວ. ນອກຈາກນັ້ນ, ຍັງມີສັດຕູພືດແມງໄມ້ທໍາລາຍ.
ເປີດຊຸດຝຶກອົບຮົມ ການເຜີຍແຜ່ວຽກງານປົກປັກຮັກສາປ່າໄມ້

ເປີດຊຸດຝຶກອົບຮົມ ການເຜີຍແຜ່ວຽກງານປົກປັກຮັກສາປ່າໄມ້

ການຝຶກອົບຮົມວຽກງານປົກປັກຮັກສາປ່າໄມ້ ແລະ ສິ່ງແວດລ້ອມ ພາຍໃຕ້ໂຄງການ ພູມີທັດ ແລະ ຊີວິດການເປັນຢູ່ໃນ ສປປ ລາວ ຫຼື LLL ພາຍໃຕ້ການຄຸ້ມຄອງຂອງກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮ່ວມກັບ ວິທະຍຸກະຈາຍສຽງແຫ່ງຊາດລາວ
ງານບຸນນະມັດສະການພະທາດຫຼວງວຽງຈັນປີນີ້ ມວນຊົນຮ່ວມຮັກສາໄດ້ຮີດຄອງປະເພນີ

ງານບຸນນະມັດສະການພະທາດຫຼວງວຽງຈັນປີນີ້ ມວນຊົນຮ່ວມຮັກສາໄດ້ຮີດຄອງປະເພນີ

ເພື່ອໃຫ້ໝົດທຸກຊັ້ນຄົນພາຍໃນຊາດໄດ້ຮັບຮູ້ ແລະ ມີຄວາມເອກອ້າງທະນົງໃຈໃນຄວາມເປັນຊາດລາວ ຊຶ່ງສະແດງອອໃນການນຸ່ງຖືທີ່ມີເອກະລັກຮັກສາໄດ້ວັດທະນະທໍາຂອງຊາດ ທັງເປັນການສືບຕໍ່ອະນຸລັກປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທໍາອັນຍອດຍິ່ງໃຫ້ຄົງຢູ່ຄູ່ຄົນລາວ, ຊາດລາວ, ຊາວນະຄອນຫຼວງວຽງຈັນ ກໍຄືຊາວພຸດຕະຫຼອດໄປ.
ເພີ່ມເຕີມ