![]() |
ການຂະຫຍາຍເຮືອບິນຢ່າງບໍ່ເຄີຍມີມາກ່ອນນີ້, ຖືເປັນການເພີ່ມຈຳນວນເຮືອບິນຫຼາຍທີ່ສຸດພາຍໃນໜຶ່ງເດືອນໃນປະຫວັດສາດຂອງສາຍການບິນ. ຜົນສຳເລັດນີ້ຍົກໃຫ້ເຫັນຍຸດທະສາດໄລຍະຍາວທີ່ເຂັ້ມແຂງ, ຄວາມໃຝ່ຝັນໃນລະດັບໂລກ ແລະ ການເຕີບໃຫຍ່ຢ່າງວ່ອງໄວຂອງ Vietjet, ໃນຂະນະທີ່ສາຍການບິນກຽມພ້ອມສຳລັບລະດູການເດີນທາງທີ່ມີຄວາມຕ້ອງການສູງໃນປີໃໝ່ ສາກົນ ແລະ ປີໃໝ່ຈີນ, ພ້ອມທັງເລັ່ງການຂະຫຍາຍເຄືອຂ່າຍສາກົນຂອງຕົນ.
ເຮືອບິນທີ່ໄດ້ຮັບມອບ ແລະ ທີ່ກຳລັງຈະມາເຖິງນີ້ ປະກອບມີເຮືອບິນ Boeing 737 ຈໍານວນ 9 ລໍາ .ສໍາລັບ Vietjetປະເທດໄທ, ເຮືອບິນ Airbus ລຸ້ນໃໝ່ 7 ລຳ ແລະ ເຮືອບິນອື່ນໆ 6 ລຳ ສຳລັບ ກຸ່ມບໍລິສັດ Vietjetຢູ່ ຫວຽດນາມ.
ໃນຂະນະທີ່ສາຍການບິນທົ່ວໂລກປະເຊີນກັບການຂາດແຄນເຮືອບິນ, ຄວາມຜັນຜວນຂອງລະບົບຕ່ອງໂສ້ການສະໜອງແລະ ໄລຍະເວລາການສົ່ງມອບທີ່ຍາວນານຂຶ້ນ, Vietjetກຳລັງດຳເນີນການໃນທິດທາງທີ່ແຕກຕາງ. ການເພີ່ມເຮືອບິນທີ່ທັນສະໄໝໃໝ່ 22 ລຳ ພາຍໃນໜຶ່ງເດືອນນີ້ ເປັນການຢັ້ງຢືນເຖິງຄວາມໜ້າເຊື່ອຖືທີ່ເຂັ້ມແຂງ, ສະຖານະພາບທາງດ້ານການເງິນແລະ ຊື່ສຽງທີ່ເພີ່ມຂຶ້ນຂອງ ສາຍການບິນ Vietjetໃນຖານະຄູ່ຮ່ວມທີ່ໄດ້ຮັບຄວາມໄວ້ວາງໃຈໃນອຸດສາຫະກຳການບິນທົ່ວໂລກ.
ປັດຈຸບັນ Vietjetດຳເນີນການບິນໂດຍກົງ ເຊື່ອມຕໍ່ ນະຄອນຫຼວງວຽງຈັນ ໄປ ນະຄອນຫຼວງ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ, ຊຶ່ງເປັນການສະໜອງໂອກາດອັນດີສຳລັບນັກທ່ອງທ່ຽວຈາກ ສປປ ລາວ ທີ່ວາງແຜນຈະໄປທ່ອງທ່ຽວ ຫວຽດນາມ ຫຼື ເຊື່ອມຕໍ່ໄປຍັງຈຸດໝາຍປາຍທາງອື່ນໆໃນທົ່ວເຂດເອເຊຍປາຊີຟິກ. ເປັນສ່ວນໜຶ່ງຂອງການຂະຫຍາຍງານຢ່າງຕໍ່ເນື່ອງ, Vietjetຮັບປະກັນປະສົບການການເດີນທາງທີ່ລຽບງ່າຍ ແລະ ມ່ວນຊື່ນດ້ວຍເຮືອບິນທີ່ທັນສະໄໝ ແລະ ປອດໄພ, ອັດຕາຄ່າໂດຍສານທີ່ແຂ່ງຂັນໄດ້ແລະ ການບໍລິການທີ່ດີເລີດ.

ຄໍາເຫັນ