![]() |
ທ່ານ ບຸນເພັງ ແຈ່ມມາໄລ ໄດ້ມີຄຳເຫັນວ່າ: ການຝຶກອົບຮົມຄັ້ງນີ້ ເປັນການພັດທະນາຮູບແບບການນຳໃຊ້ສື່ການຮຽນ-ການສອນ ດ້ວຍລະບົບທີ່ທັນສະໄໝ ເພື່ອໃຫ້ບັນດານັກສຶກສາເຂົ້າໃຈບົດຮຽນໄດ້ງ່າຍ ແລະ ວ່ອງໄວຂຶ້ນກວ່າເກົ່າ, ເນື່ອງຈາກປັດຈຸບັນ ການພັດທະນາ ແລະ ນຳໃຊ້ລະບົບເຕັກໂນໂລຊີ ຂໍ້ມູນຂ່າວສານນັບມື້ພັດທະນາ ເຮັດໃຫ້ການເຂົ້າເຖິງຂໍ້ມູນຂ່າວສານຂອງທຸກຄົນໃນສັງຄົມມີຄວາມສະດວກ, ຄາດວ່າຊຸດຝຶກອົບຮົມຄັ້ງນີ້ ຈະເຮັດໃຫ້ບັນດາຄູ-ອາຈານ ພາຍໃນວິທະຍາໄລເຕັກນິກວິຊາຊີບຫຼວງພະບາງ ໄດ້ຮັບບົດຮຽນອັນໃໝ່ ເພື່ອນຳໃຊ້ເຂົ້າໃນການຮຽນການສອນໃຫ້ນັບມື້ດີຂຶ້ນ, ໂອກາດນີ້ ທ່ານໄດ້ຮຽກຮ້ອງໃຫ້ສຳມະນາກອນ ພ້ອມກັນສຸມໃສ່ຄົ້ນຄວ້າ, ສົນທະນາ-ແລກປ່ຽນບົດຮຽນກັບວິທະຍາກອນ ເພື່ອໃຫ້ມີຄວາມເຂົ້າໃຈບົດຮຽນຢ່າງເລິກເຊິ່ງ ແລະ ນຳໄປໝູນໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ.
ຊຸດຝຶກອົບຮົມຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກໂຄງການ LUPIC ວິທະຍາໄລ ກຸນຈາງ ສາທາລະນະລັດ ເກົາຫຼີ, ເພື່ອສ້າງຄວາມສາມາດ ໃຫ້ຄູຝຶກໃນການສ້າງສື່ການຮຽນການສອນທີ່ ເນັ້ນສະມັດຖະພາບໃນຂົງເຂດອາຫານ, ໂຮງແຮມ ແລະທ່ອງທ່ຽວ, ແນໃສາໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມ ເຂົ້າໃຈຫຼັກການ ເນັ້ນສະມັດຕະພາບຂອງສື່ການຮຽນ-ການສອນ, ບົດບາດຂອງສື່ ແລະຄວາມສາມາດອອກແບບສື່ການຮຽນ-ການສອນ; ສ້າງສື່ທີ່ສອດຄ່ອງກັບຂົງເຂດອາຫານ, ໂຮງແຮມ ແລະ ທ່ອງທ່ຽວ ແລະ ອອກແບບ; ການນຳໃຊ້ເຄື່ອງມືດີຈີຕອນສ້າງສື່ໄດ້ດ້ວຍຕົນເອງ ໃຫ້ຮູ້ວິທີການປະເມີນ ແລະ ປັບປຸງສື່.
ຂ່າວ: ອາພຸດເດດ ບຸບຜາ, ພາບ: ທະນູສິນ ອິດທິພົນ

ຄໍາເຫັນ