WHO ເປີດເຜີຍວ່າ AI ສາມາດເບິ່ງແຍງສຸຂະພາບໄດ້ຖ້າຫາກເຂົ້າໃຈຢ່າງຖືກຕ້ອງ

WHO ເປີດເຜີຍວ່າ AI ສາມາດເບິ່ງແຍງສຸຂະພາບໄດ້ຖ້າຫາກເຂົ້າໃຈຢ່າງຖືກຕ້ອງ

ຂ່າວຕ່າງປະເທດລາຍງານ ເມື່ອທ້າຍອາທິດຜ່ານມາ, ອົງການອະນາໄມໂລກ (WHO) ໄດ້ເປີດເຜີຍບົດລາຍງານໂດຍລະບຸວ່າ: ປັນຍາປະດິດ (AI) ມີສັກກະຍະພາບໃນການປ່ຽນແປງການຮັກສາສຸຂະພາບ ແຕ່ຖ້າຫາກຮີບນຳມາໃຊ້ໂດຍບໍ່ເຮັດຄວາມເຂົ້າໃຈຢ່າງຊັດເຈນ ຄວາມສາມາດຂອງ AI ອາດຈະທຳລາຍຄົນເຈັບໄດ້.

WHO ກ່າວວ່າ: AI ມີຄວາມສາມາດຢ່າງຫຼວງຫຼາຍສຳລັບການເບິ່ງແຍງສຸຂະພາບ ແຕ່ມັນກໍມີຄວາມທ້າທາຍເຊັ່ນກັນ ໂດຍສະເພາະຢ່າງຍິ່ງໃນດ້ານຄວາມເປັນສ່ວນຕົວ ແລະ ສັກກະຍະພາບໃນການແກ້ໄຂບັນຫາທີ່ມີຢູ່. ອີກຢ່າງໜຶ່ງ, WHO ໄດ້ເຜີຍແຜ່ສື່ສິ່ງພິມໃໝ່ທີ່ມີລາຍລະອຽດຂໍ້ພິຈາລະນາດ້ານກົດລະບຽບບາງປະການກ່ຽວກັບ AI ເພື່ອສຸຂະພາບ ເພື່ອໃຫ້ເຈົ້າໜ້າທີ່ສາມາດສ້າງ ຫຼື ປັບໃຊ້ຄຳແນະນຳໃນການໃຊ້ງານໄດ້ ຊຶ່ງຄວາມພ້ອມໃຊ້ງານທີ່ເພີ່ມຂຶ້ນຂອງຂໍ້ມູນການເບິ່ງແຍງສຸຂະພາບ ແລະ ຄວາມກ້າວໜ້າຢ່າງວ່ອງໄວໃນເຕັກນິກການວິເຄາະຈະສົ່ງຜົນໃຫ້ເຄື່ອງມື AI ສາມາດປ່ຽນພາກສ່ວນສຸຂະພາບໄດ້. WHO ລະບຸຕື່ມວ່າ: AI ສາມາດເສີມສ້າງການທົດລອງທາງຄຣີນິກ ປັບປຸງການບົ່ງມະຕິ ແລະ ການປິ່ນປົວທາງການແພດ ຕະຫຼອດຈົນຮອດສົ່ງເສີມຄວາມຮູ້ ແລະ ທັກສະທາງການແພດ. ເຖິງຢ່າງໃດກໍຕາມ, ການຮີບນຳເອົາ AI ມາໃຊ້ໄວ ຊຶ່ງບາງຄັ້ງຜູ້ໃຊ້ບໍ່ມີຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບການເຮັດວຽກຂອງເຕັກໂນໂລຊີນີ້ອາດຈະເປັນຜົນປະໂຫຍດ ຫຼື ເປັນອັນຕະລາຍຕໍ່ຄົນເຈັບ ແລະ ຜູ້ຊ່ຽວຊານໃນວິຊາຊີບ. ຂະນະທີ່ ທ່ານ ດຣ ເທໂດຣສ ອາດຮານອມ ເກເບຣເຢຊຸສ ຜູ້ອຳນວຍການ WHO ກ່າວເຕືອນເຖິງຄວາມທ້າທາຍທີ່ມາພ້ອມກັບການໃຊ້ຂໍ້ມູນດ້ານສຸຂະພາບ ເນື່ອງຈາກລະບົບ AI ສາມາດເຂົ້າເຖິງຂໍ້ມູນສ່ວນບຸກຄົນທີ່ລະອຽດອ່ອນ. ດັ່ງນັ້ນ, ມັນຈຶ່ງຈຳເປັນຕ້ອງມີຂອບກົດໝາຍທີ່ໝັ້ນຄົງ ເພື່ອຄຸ້ມຄອງຄວາມເປັນສ່ວນຕົວ ແລະ ຄວາມສົມບູນຂອງຂໍ້ມູນ.

ທັງນີ້, WHO ໄດ້ສະຫຼຸບບັນຫາສຳຄັນ 6 ປະການໃນການຄວບຄຸມ AI ເພື່ອສຸຂະພາບເຊັ່ນ: ການກວດສອບຂໍ້ມູນຈາກພາຍນອກ, ການປະເມີນລະບົບກ່ອນດຳເນີນການເຜີຍແຜ່, ການເບິ່ງຂໍ້ກຳນົດໃນການຍິນຍອມກ່ຽວກັບຄວາມເປັນສ່ວນຕົວຂອງຂໍ້ມູນ ລວມເຖິງການສົ່ງເສີມການຮ່ວມມືລະຫວ່າງໜ່ວຍງານເບິ່ງແຍງຄົນເຈັບ ແລະ ຜູ້ຊ່ຽວຊານດ້ານການເບິ່ງແຍງສຸຂະພາບ.

ຄໍາເຫັນ

ຂ່າວຕ່າງປະເທດ

ປະຫວັດຫຍໍ້

ປະຫວັດຫຍໍ້

ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ - ຊື່ທາງການ: ສົມເດັດ ເຈົ້າຍິງ ໄອໂກະ (Her Imperial Highness Princess Aiko) - ຊື່ພະຣາຊະທານສໍາລັບສະມາຊິກຣາຊະວົງ: ເຈົ້າຍິງ ໂທຊິ ຫຼື ໂທຊິ ໂນະ ມິຢະ (Princess Toshi ຫຼືToshi-no-Miya)
ທ່ານນາງເຜີງລີ້ຢວນແລະມະເຫສີແອັດສະປາຍຢ້ຽມຢາມສູນບໍລິການຄົນພິການ

ທ່ານນາງເຜີງລີ້ຢວນແລະມະເຫສີແອັດສະປາຍຢ້ຽມຢາມສູນບໍລິການຄົນພິການ

ຂ່າວສານຊີອາໄອລາຍງານວ່າ: ໃນເຊົ້າວັນທີ 12 ພະຈິກນີ້, ທ່ານນາງເຜີງລີ້ຢວນພັນລະຍາຂອງທ່ານສີຈິ້ນຜິງປະທານປະເທດຈີນແລະທ່ານນາງເລຕິເຊຍມະເຫສີແອັດສະປາຍທີ່ເດີນທາງຮ່ວມກັບເຈົ້າຊີວິດເຟລິເປ 6 ຂອງແອັດສະປາຍ ມາຢ້ຽມຢາມຈີນທາງລັດຖະກິດນັ້ນໄດ້ໄປຢ້ຽມຢາມສູນບໍລິການຄົນພິການນະຄອນຫຼວງປັກກິ່ງ.
ຣັດເຊຍ ແນະນຳຊິມກາດເດັກນ້ອຍເພື່ອຕິດຕາມຕຳແໜ່ງ

ຣັດເຊຍ ແນະນຳຊິມກາດເດັກນ້ອຍເພື່ອຕິດຕາມຕຳແໜ່ງ

ຂ່າວຕ່າງປະເທດລາຍງານຫວ່າງບໍ່ດົນມານີ້ວ່າ: ທ່ານ ມັກຊຸດ ຊາດາເຢຟ ລັດຖະມົນຕີກະຊວງພັດທະນາດີຈີຕອນ, ການສື່ສານ ແລະ ສື່ມວນຊົນຂອງຣັດເຊຍ ໄດ້ປະກາດຢ່າງເປັນທາງການກ່ຽວກັບການແນະນຳຊິມກາດເດັກນ້ອຍ ຊຶ່ງຊ່ວຍໃຫ້ພໍ່ແມ່ຜູ້​ປົກ​ຄອງສາມາດຕິດຕາມຕຳແໜ່ງທີ່ຢູ່ຂອງລູກໆໄດ້ແບບສົດໆ.
ຜູ້​ນຳຫຼາຍ​ປະ​ເທດສະໜັບສະໜູນການເພີ່ມການໃຊ້ເຊື້ອໄຟແບບຍືນຍົງ

ຜູ້​ນຳຫຼາຍ​ປະ​ເທດສະໜັບສະໜູນການເພີ່ມການໃຊ້ເຊື້ອໄຟແບບຍືນຍົງ

ຂ່າວຕ່າງປະເທດລາຍງານເມື່ອ​ບໍ່​ດົນ​ມາ​ນີ້ວ່າ: ບັນດາຜູ້ນຳທີ່ເຂົ້າຮ່ວມກອງປະຊຸມສຸດຍອດດ້ານສະພາບອາກາດຂອງສະຫະປະຊາຊາດ ຊຶ່ງໄດ້ສິ້ນສຸດລົງຫວ່າງມໍ່ໆມານີ້ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະຂະຫຍາຍການນຳໃຊ້ເຊື້ອໄຟທີ່ຍືນຍົງ(sustainable fuels)ຢ່າງໜ້ອຍ 4 ເທົ່າພາຍໃນປີ 2035, ໂດຍມີຍີ່ປຸ່ນ ແລະ ອີຕາລີ ໄດ້ເຂົ້າຮ່ວມກັບປະເທດເຈົ້າພາບບຣາຊິນໃນການສະເໜີແນວຄວາມຄິດດັ່ງກ່າວ.
ຍີ່ປຸ່ນວາງແຜນຂຶ້ນຄ່າທຳນຽມວີຊາໃນປີ 2026

ຍີ່ປຸ່ນວາງແຜນຂຶ້ນຄ່າທຳນຽມວີຊາໃນປີ 2026

ຂ່າວຕ່າງປະເທດລາຍງານ ໃນວັນທີ 10 ພະຈິກ ຜ່ານມາວ່າ: ລັດຖະບານຍີ່ປຸ່ນວາງແຜນທີ່ຈະເພີ່ມຄ່າທຳນຽມວີຊາສຳລັບຄົນຕ່າງປະເທດໃນປີງົບປະມານ 2026, ຍ້ອນວ່າຄ່າທຳນຽມໃນປັດຈຸບັນຍັງຕໍ່າເມື່ອທຽບກັບຄ່າທຳນຽມໃນສະຫະລັດ ອາເມຣິກາ ແລະ ເອີຣົບ. ໂດຍມີເປົ້າໝາຍສ່ວນໜຶ່ງແມ່ນເພື່ອແກ້ໄຂບັນຫານັກທ່ອງທ່ຽວຫຼາຍເກີນໄປສົ່ງຜົນກະທົບຕໍ່ຄົນທ້ອງຖິ່ນ.
ການເປີດປະຕູສູ່ພາຍນອກລະດັບສູງຂອງຈີນກ້າວໄປໜ້າຕື່ມອີກ

ການເປີດປະຕູສູ່ພາຍນອກລະດັບສູງຂອງຈີນກ້າວໄປໜ້າຕື່ມອີກ

ຂ່າວສານຊີອາໄອລາຍງານ ໃນວັນທີ 10 ພະຈິກ ຜ່ານມາວ່າ: ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 8 ໄດ້ດຶງດູດ 155 ປະເທດ,ເຂດແຄວ້ນ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.ໂທລະພາບສາກົນຈີນ ຫຼື CGTN ຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ດຳເນີນການສຳຫຼວດຄວາມເຫັນຕໍ່ຜູ້ຕອບແບບສອບຖາມຈຳນວນ 14,000ຄົນຈາກ 46 ປະເທດໃນທົ່ວໂລກ ຜົນການສຳຫຼວດສະແດງໃຫ້ເຫັນວ່າ: ຜູ້ຕອບແບບສອບຖາມ 72.6% ເຫັນວ່າຈີນແມ່ນຕະຫຼາດເສລີທີ່ເປີດປະຕູສູ່ພາຍນອກ ແລະ ມີກຳລັງແຂ່ງຂັນ​ສູງ.
ການ​ເຕີບ​ໂຕ​ສີ​ຂຽວ ໃນ​ສັງ​ກາດ​ດີ​ຈີ​ຕອນ​​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຂອງ ຫວຽດ​ນາມ

ການ​ເຕີບ​ໂຕ​ສີ​ຂຽວ ໃນ​ສັງ​ກາດ​ດີ​ຈີ​ຕອນ​​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຂອງ ຫວຽດ​ນາມ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນວັນທີ 10 ພະຈິກ ຜ່ານມາຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມປະຈຳປີ ພາຍ​ໃຕ້ຫົວຂໍ້ “ວິສາຫະກິດ FDI ນຳໜ້າໃນການປະຕິບັດຍຸດທະສາດການເຕີບໂຕສີຂຽວ ໃນສັງກາດດີຈີຕອນ”. ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມກ່າວວ່າ: ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດມີຫົວຄິດປະດິດສ້າງແມ່ນຄວາມຮຽກຮ້ອງຕ້ອງການໂດຍພາວະວິໄສ, ແມ່ນການຄັດເລືອກຍຸດທະສາດ ແລະ ບຸລິມະສິດແຖວໜ້າຂອງ ຫວຽດນາມ.
OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ພະຈິກ ຜ່ານມາວ່າ: ອົງການປະເທດຜູ້ສົ່ງອອກນ້ຳມັນ (OPEC) ແລະ ພັນທະມິດ ຫຼື ເອີ້ນລວມກັນວ່າ OPEC+ ໄດ້ຕົກລົງທີ່ຈະເພີ່ມກຳລັງການຜະລິດນ້ຳມັນຂຶ້ນເປັນ137,000 ບາເຣວຕໍ່ມື້ໃນເດືອນທັນວານີ້.ຫຼັງຈາກປະເທດສະມາຊິກເຊັ່ນ: ຊາອຸດິດ ອາຣັບບີ, ຣັດເຊຍ, ອີຣັກ, ສະຫະລັດອາຣັບເອມິເຣດ, ກູເວດ, ກາຊັກສະຖານ, ອານເຊຣີ ແລະ ໂອມານ ປະຊຸມອອນລາຍເພື່ອທົບທວນສະພາບຕະຫຼາດໂລກ ແລະ ທ່າອ່ຽງເສດຖະກິດ.
ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ລີເຈມຽນ ປະທານາທິບໍດີ ສ ເກົາຫຼີຊຶ່ງເປັນປະທານກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32 ທີ່ເມືອງ Gyeongju ປະເທດ ສ ເກົາຫຼີໄດ້ຮຽກຮ້ອງໃຫ້ເພີ່ມການຮ່ວມມື ແລະ ຄວາມສາມັກຄີໃນພາກພື້ນອາຊີປາຊີຟິກ ເພື່ອເອົາຊະນະສິ່ງທ້າທາຍໃໝ່ໆ ໃນຂະນະທີ່ໂລກກຳລັງເຂົ້າສູ່ຈຸດປ່ຽນທີ່ສຳຄັນ.
ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີວ່າ: ກະຊວງພະລັງງານ ແລະ ຊັບພະຍາກອນບໍ່ແຮ່ຂອງອິນໂດເນເຊຍໄດ້ປະກາດເປົ້າໝາຍໃນການເພີ່ມກຳລັງການຜະລິດພະລັງງານໄຟຟ້າຈາກພະລັງງານໝູນວຽນ 42.6 ກິໂລວັດໃນໄລຍະທົດສະວັດຕໍ່ໄປ ຊຶ່ງເປັນສ່ວນໜຶ່ງຂອງຍຸດທະສາດເພື່ອເລັ່ງການຫັນປ່ຽນຈາກເຊື້ອໄຟຟອດຊິວໄປສູ່ລະບົບພະລັງງານທີ່ມີກາກບອນຕ່ຳ.
ເພີ່ມເຕີມ