WHO-WMO ຮຽກຮ້ອງໃຫ້ທົ່ວໂລກພະຍາຍາມປົກປ້ອງຄົນງານຈາກຄື້ນຄວາມຮ້ອນ

WHO-WMO ຮຽກຮ້ອງໃຫ້ທົ່ວໂລກພະຍາຍາມປົກປ້ອງຄົນງານຈາກຄື້ນຄວາມຮ້ອນ

WHO-WMO ຮຽກຮ້ອງໃຫ້ທົ່ວໂລກພະຍາຍາມປົກປ້ອງຄົນງານຈາກຄື້ນຄວາມຮ້ອນ
ຂ່າວຕ່າງປະເທດລາຍງານ ໃນວັນທີ 23 ສິງຫາ ຜ່ານມາວ່າ: ບົດ​ລາຍ​ງານ​ສະບັບສົມບູນ ​ແລະ ຄຳແນະນຳທາງ​ດ້ານ​ເຕັກນິກ ​ຊຶ່ງ​ອົງການ​ອະນາ​ໄມ​ໂລກ (WHO) ​ແລະ ອົງການ​ອຸຕຸນິຍົມ​ວິທະຍາ​ໂລກ (WMO) ​ໄດ້​ປະກາດ​ຫວ່າງມໍ່ໆມານີ້, ໄດ້ຮຽກຮ້ອງ​ໃຫ້​ມີ​ການ​ເຄື່ອນ​ໄຫວ​ທົ່ວ​ໂລກ​ເພື່ອ​ແກ້​ໄຂ​ໄພ​ຂົ່ມຂູ່​ຂອງ​ຄື້ນຄວາມ​ຮ້ອນ​ທີ່ທະວີຄວາມຮຸ່ນແຮງຍິ່ງຂຶ້ນ​ຕໍ່​ແຮງ​ງານ​ໃນ​ທົ່ວ​ໂລກ. ພາຍຫຼັງ ​ປີ 2024, ​ເປັນ​ປີ​ທີ່​ຮ້ອນ​ທີ່​ສຸດ​ໃນ​ສະຖິຕິ, ດ້ວຍ​ອຸນຫະພູມ​ໃນ​ຕອນ​ກາງ​ເວັນ​ສູງ​ເຖິງ 40 ອົງສາ ​ແລະ ບາງພາກພື້ນສູງເຖິງ 50 ອົງສາ ຊຶ່ງກໍາລັງກາຍເປັນປະກົດການທີ່ນັບມື້ນັບເພີ່ມຂຶ້ນ.

 

ທ່ານ ເຈເຣມີ ຟາຣຣາຣ ຜູ້ຊ່ວຍຜູ້ອໍານວຍການໃຫຍ່ຂອງອົງການສົ່ງເສີມສຸຂະພາບ, ການປ້ອງກັນພະຍາດ ແລະ ການດູແລຂອງ WHO ກ່າວວ່າ: ຄວາມກົດດັນຈາກຄື້ນຄວາມຮ້ອນກຳລັງສົ່ງຜົນກະທົບທາງລົບຕໍ່ສຸຂະພາບ ແລະ ການດໍາລົງຊີວິດຂອງຄົນງານຫຼາຍຕື້ຄົນ, ໂດຍສະເພາະໃນຊຸມຊົນທີ່ມີຄວາມສ່ຽງທີ່ສຸດ ຊຶ່ງຄວາມສ່ຽງດ້ານສຸຂະພາບເຊັ່ນ: ໂຣກລົມແດດ, ການຂາດນໍ້າ, ໝາກໄຂ່ຫຼັງເຮັດວຽກຜິດປົກກະຕິ ແລະ ຄວາມຜິດປົກກະຕິທາງລະບົບປະສາດ ກໍາລັງທໍາລາຍສຸຂະພາບ ແລະ ສະຖຽນລະພາບທາງດ້ານເສດຖະກິດໃນໄລຍະຍາວຂອງຄົນງານໃນທົ່ວໂລກ ແລະປະມານເຄິ່ງໜຶ່ງຂອງປະຊາກອນທົ່ວໂລກແມ່ນປະສົບກັບຜົນກະທົບທາງລົບຈາກອຸນຫະພູມສູງ.

ທ່ານ ໂຄ ບາຣເຣັດ ຮອງເລຂາທິການຂອງອົງການອຸຕຸນິຍົມວິທະຍາໂລກ ກ່າວວ່າ: ຄວາມກົດດັນຂອງຄື້ນຄວາມຮ້ອນທີ່ເກີດຈາກການປະກອບອາຊີບກາຍເປັນສິ່ງທ້າທາຍລະດັບໂລກ ຊຶ່ງບໍ່ໄດ້ຈໍາກັດພຽງແຕ່ປະເທດທີ່ຢູ່ໃກ້ກັບເສັ້ນສູນສູດເທົ່ານັ້ນ, ເຫັນໄດ້ຢ່າງຊັດເຈນຈາກຄື້ນຄວາມຮ້ອນທີ່ເກີດຂຶ້ນໃນເອີຣົບເມື່ອບໍ່ດົນມານີ້ ແລະ ການປົກປ້ອງຄົນງານຈາກຄື້ນຄວາມຮ້ອນທີ່ຮຸນແຮງແມ່ນບໍ່ພຽງແຕ່ຈໍາເປັນສໍາລັບສຸຂະພາບເທົ່ານັ້ນ ແຕ່ຍັງເປັນສິ່ງຈໍາເປັນຕໍ່ເສດຖະກິດ ອີກດ້ວຍ.

ນອກຈາກນັ້ນ, ຄໍາແນະນໍາທາງດ້ານເຕັກນິກໄດ້ລະບຸວິທີການຂອງຫຼາຍພາກສ່ວນໃນການຫຼຸດຜ່ອນຄວາມສ່ຽງ, ລວມທັງການພັດທະນານະໂຍບາຍແຫ່ງຊາດ, ການຈັດລໍາດັບຄວາມສໍາຄັນຂອງກຸ່ມທີ່ມີຄວາມສ່ຽງ ແລະ ຊຸກຍູ້ການຮ່ວມມືລະຫວ່າງລັດຖະບານ, ນາຍຈ້າງ, ສະຫະພັນການຄ້າ ແລະ ຜູ້ຊ່ຽວຊານດ້ານສຸຂະພາບ.

ຄໍາເຫັນ

ຂ່າວຕ່າງປະເທດ

ຄົນເຈັບພະຍາດໝາກແດງ ໃນອາເມຣິກາ ເພີ່ມຂຶ້ນເປັນ 3,000 ກວ່າຄົນ

ຄົນເຈັບພະຍາດໝາກແດງ ໃນອາເມຣິກາ ເພີ່ມຂຶ້ນເປັນ 3,000 ກວ່າຄົນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 6 ກັນຍາ ຜ່ານມາວ່າ: ສູນຄວບຄຸມ ແລະ ປ້ອງກັນພະຍາດຂອງສະຫະລັດ ອາເມຣິກາ ລາຍງານວ່າ, ໃນວັນທີ 3 ກັນຍາ ຜ່ານມາ ສະຫະລັດ ອາເມຣິກາ ໄດ້ກວດພົບພະຍາດ ໝາກແດງ 3,134 ກໍລະນີໃນປີ 2026. ໂຕເລກນີ້ເກີນກວ່າກໍລະນີທີ່ຢືນຢັນທັງໝົດຂອງປີ 2025 (2,289) ແລະ ເປັນຈຳນວນສູງສຸດປະຈຳປີນັບຕັ້ງແຕ່ປີ 1991. ໂດຍຄົນເຈັບທົ່ວປະເທດຍັງສືບຕໍ່ເພີ່ມຂຶ້ນທ່າມກາງອັດຕາການສັກວັກຊິນທີ່ຫຼຸດລົງໃນບັນດາເດັກນ້ອຍ.
ເນປານ ຊ່ວຍຊີວິດແມ່ຍິງອາຍຸ 64 ປີ ຫຼັງຈາກເກີດດິນເຈື່ອນ 10 ມື້

ເນປານ ຊ່ວຍຊີວິດແມ່ຍິງອາຍຸ 64 ປີ ຫຼັງຈາກເກີດດິນເຈື່ອນ 10 ມື້

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 6 ກັນຍາ ຜ່ານມາວ່າ: ສື່ມວນຊົນເນປານລາຍງານວ່າ, ທີມກູ້ໄພໄດ້ຊ່ວຍຊີວິດແມ່ຍິງເນປານອາຍຸ 64 ປີຄົນໜຶ່ງທີ່ຍັງມີຊີວິດຢູ່ໃນເມືອງນູວາໂກ ຫຼັງຈາກເກີດເຫດດິນເຈື່ອນຮຸນແຮງໃນວັນທີ 26 ສິງຫາ ຜ່ານມາ ແລະ ຖືກນຳສົ່ງໄປຮັບການປິ່ນປົວຢູ່ນະຄອນຫຼວງກາດມານດູ.
ອິນໂດເນເຊຍ ທຳລາຍເຄືອຂ່າຍການພະນັນອອນລາຍ

ອິນໂດເນເຊຍ ທຳລາຍເຄືອຂ່າຍການພະນັນອອນລາຍ

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ຕຳຫຼວດອິນໂດເນເຊຍໄດ້ລາຍງານການທຳລາຍເຄືອຂ່າຍການພະນັນອອນລາຍທີ່ດຳເນີນງານຜ່ານເວັບໄຊທີ່ຄວບຄຸມຈາກຕ່າງປະເທດ 3 ແຫ່ງ ຊຶ່ງສ້າງລາຍຮັບໄດ້ເຖິງ 1 ພັນຕື້ຣູເປຍ (ສະກຸນເງິນອິນໂດເນເຊຍ) ຕໍ່ປີ ແລະ ຈັບກຸມຜູ້ຕ້ອງສົງໄສ 5 ຄົນ.
ມູນ​ຄ່າ​ການ​ຜະ​ລິດ​ຂອງວິ​ສາ​ຫະ​ກິດ​​ທັນ​ຍາ​ຫານຈີນ​ ບັນ​ລຸ​ຫຼາຍກວ່າ 4 ພັນ​ຕື້ຢວນ​ຕໍ່​ປີ

ມູນ​ຄ່າ​ການ​ຜະ​ລິດ​ຂອງວິ​ສາ​ຫະ​ກິດ​​ທັນ​ຍາ​ຫານຈີນ​ ບັນ​ລຸ​ຫຼາຍກວ່າ 4 ພັນ​ຕື້ຢວນ​ຕໍ່​ປີ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 6 ກັນຍາ ຜ່ານມາວ່າ: ຈາກ​ຂໍ້​ມູນ​ໃນກອງ​ປະ​ຊຸມ​ການ​ຄ້າ​ທັນ​ຍາ​ຫານ​ຈີນ​ ຄັ້ງ​ທີ 8 ທີ່​ຈັດ​ຂຶ້ນ​​ວັນ​ທີ 5 ກັນ​ຍາ ຜ່ານມາ ຢູ່​ນະ​ຄອນ​ຊາງ​ຊ່າ ​ແຂວງ​ຫູ​ໜານ​ ​​ໃຫ້​ຮູ້​ວ່າ: ນັບ​ມາ​ຮອດ​ປັດ​ຈຸ​ບັນ, ວິ​ສາ​ຫະ​ກິດ​ທັນ​ຍາ​ຫານ​ຂອງ​ຈີນ​ມີເຖິງ 24,000 ແຫ່ງ, ບັນ​ລຸ​ຍອດ​ມູນ​ຄ່າ​ອຸດ​ສາ​ຫະ​ກຳ​ຫຼາຍກວ່າ 4 ພັນ​ຕື້ຢວນຕໍ່​ປີ, ມີ​ເຂດ ​ແລະ​ ແຂວງຫຼາຍກວ່າ 1 ສ່ວນ 3 ມີ​ມູນ​ຄ່າ​ຜົນ​ຜະ​ລິດບັນ​ລຸ​ຫຼາຍກວ່າ 1 ຮ້ອຍ​ຕື້ຢວນ.
ຫວຽດນາມ - ມຽນມາ ເປີດກວ້າງການຮ່ວມມືລະຫວ່າງວິສາຫະກິດ

ຫວຽດນາມ - ມຽນມາ ເປີດກວ້າງການຮ່ວມມືລະຫວ່າງວິສາຫະກິດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 6 ກັນຍາ ຜ່ານມາ ທີ່ນະຄອນຫຼວງຮ່າໂນ້ຍ, ໃນຂອບເຂດການຢ້ຽມຢາມ ຫວຽດ​ນາມ ຢ່າງເປັນທາງການ, ທ່ານ ມິນອອງລາຍ ປະທານາທິບໍດີ ມຽນມາ ແລະ ທ່ານ ຫງວຽນ​ວັນ​ທັງ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມເວທີປາໄສວິສາຫະກິດ ມຽນມາ-ຫວຽດນາມ.
ຈາກຄວາມນິຍົມແບບໄວຣັລ ໄປສູ່ການສ້າງແບຣນ (ຍີ່ຫໍ້) ເຄື່ອງສຳອາງຈີນຂະຫຍາຍທຸລະກິດໃນອາຊີຕາເວັນອອກສຽງໃຕ້ໃຫ້ເຂັ້ມແຂງຍິ່ງຂຶ້ນ

ຈາກຄວາມນິຍົມແບບໄວຣັລ ໄປສູ່ການສ້າງແບຣນ (ຍີ່ຫໍ້) ເຄື່ອງສຳອາງຈີນຂະຫຍາຍທຸລະກິດໃນອາຊີຕາເວັນອອກສຽງໃຕ້ໃຫ້ເຂັ້ມແຂງຍິ່ງຂຶ້ນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 3 ກັນຍາ ຜ່ານມາວ່າ: ໃນຊຸມປີມານີ້, ແບຣນ (ຍີ່ຫໍ້) ເຄື່ອງສຳອາງຂອງຈີນໄດ້ເຂົ້າມາຢູ່ໃນກະເປົາເຄື່ອງສຳອາງຂອງຜູ້ບໍລິໂພກໃນອາຊຽນເພີ່ມຂຶ້ນຢ່າງຫຼວງຫຼາຍ. ຈາກຜະລິດຕະພັນທີ່ເປັນກະແສໄວຣັລຈາກການຂາຍຜ່ານການຖ່າຍທອດສົດ ຈົນເຖິງຮ້ານຈຳໜ່າຍໃນສູນການຄ້າ, ຜະລິດຕະພັນເຄື່ອງສຳອາງຂອງຈີນກຳລັງມີຊື່ສຽງຫຼາຍຂຶ້ນທົ່ວພາກພື້ນ.
ສິງກະໂປ ຄາດຄະເນສະພາບອາກາດແຫ້ງແລ້ງ ແລະ ຕິດຕາມຄວາມສ່ຽງຂອງໝອກຄວັນ

ສິງກະໂປ ຄາດຄະເນສະພາບອາກາດແຫ້ງແລ້ງ ແລະ ຕິດຕາມຄວາມສ່ຽງຂອງໝອກຄວັນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 3 ກັນຍາ ຜ່ານມາວ່າ: ອົງການສິ່ງແວດລ້ອມແຫ່ງຊາດຂອງສິງກະໂປຄາດຄະເນວ່າ, ສິງກະໂປຈະປະສົບກັບສະພາບອາກາດແຫ້ງແລ້ງຢ່າງຕໍ່ເນື່ອງໃນໄລຍະເຄິ່ງທໍາອິດຂອງເດືອນກັນຍາ, ໂດຍລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະນຳເອົາລົມຕາເວັນອອກສ່ຽງໃຕ້ ຫຼື ລົມຕາເວັນຕົກສ່ຽງໃຕ້ພັດຜ່ານພື້ນທີ່ສ່ວນໃຫຍ່. ໃນຂະນະທີ່ປະລິມານນ້ຳຝົນໃນສອງອາທິດທຳອິດຂອງເດືອນຄາດວ່າຈະຕໍ່າກວ່າລະດັບສະເລ່ຍໃນຫຼາຍພາກພື້ນ.
EU ກຳນົດ ChatGPT, Reddit ແລະ Roblox ຢູ່ພາຍໃຕ້ກົດລະບຽບເພີ່ມເຕີມ

EU ກຳນົດ ChatGPT, Reddit ແລະ Roblox ຢູ່ພາຍໃຕ້ກົດລະບຽບເພີ່ມເຕີມ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 1 ກັນຍາ ຜ່ານມາວ່າ: ຄະນະກຳມະການເອີຣົບໄດ້ກຳນົດໃຫ້ ChatGPT, Reddit, ແລະ Roblox ເປັນການບໍລິການອອນລາຍຂະໜາດໃຫຍ່ທີ່ຢູ່ພາຍໃຕ້ກົດໝາຍວ່າດ້ວຍການບໍລິການດີຈີຕອນ (DSA) ຂອງສະຫະພາບເອີຣົບ (EU) ຊຶ່ງໝາຍຄວາມວ່າຕ້ອງຢູ່ພາຍໃຕ້ຂໍ້ກຳນົດດ້ານກົດລະບຽບເພີ່ມເຕີມ.
ເສດ​ຖະ​ກິດຫວຽດນາມໃນ​ເດືອນ​ສິງ​ຫາ​ ມີ​ການ​ຫັນ​ປ່ຽນ​ທີ່​ຕັ້ງ​ໜ້າ

ເສດ​ຖະ​ກິດຫວຽດນາມໃນ​ເດືອນ​ສິງ​ຫາ​ ມີ​ການ​ຫັນ​ປ່ຽນ​ທີ່​ຕັ້ງ​ໜ້າ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຕາມໂຕ​ເລກ​ໂດຍ​ກົມ​ສະ​ຖິ​ຕິ ກະ​ຊວງ​ການ​ເງິນ ຫວຽດ​ນາມ ປະ​ກາດ​ໃນ​ວັນ​ທີ 3 ກັນ​ຍາ ຜ່ານມາ, ສະ​ພາ​ບ​ການພັດ​ທະ​ນາ​ເສດ​ຖະ​ກິດ ຫວ​ຽດ​ນາມ ໃນ​ເດືອນ​ສິງ​ຫາ​ປີ 2026 ມີ​ຄວາມ​ຄືບ​ໜ້າ. ໃນ​ນັ້ນ, ຈຸດ​ພົ້ນ​ເດັ່ນ​ແມ່ນ​ບັນ​ດາ​ຂົງ​ເຂດ ການ​ດຶງ​ດູດ​ເງິນ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ, ການ​ທ່ອງ​ທ່ຽວ, ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ.
ປີ 2025 ມູນ​ຄ່າ​ການ​ຄ້າ​ຈີນ - ອາ​ຊຽ​ນ ​ທະ​ລຸ ພັນ​ຕື້​ໂດ​ລາ​

ປີ 2025 ມູນ​ຄ່າ​ການ​ຄ້າ​ຈີນ - ອາ​ຊຽ​ນ ​ທະ​ລຸ ພັນ​ຕື້​ໂດ​ລາ​

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ຫວ່າງມໍ່ໆມານີ້, ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຄະ​ນະ​ລັດ​ຖະ​ບານ​ຈີນ​ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວໂດຍໄດ້​ແຈ້ງ​ໃຫ້​ຮູ້​ກ່ຽວ​ກັບສະ​ພາບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ຈີນ-ອາ​ຊຽນ ກໍ​ຄື ສະ​ພາບ​ການ​ທີ່​ກ່ຽວ​ຂ້ອງ​ກັບ​ງານ​ວາງ​ສະ​ແດງ​ສິນ​ຄ້າ​​ລະ​ຫວ່າງຈີນ-ອາ​ຊຽນ ແລະ ກອງ​ປະ​ຊຸມ​ສຸດຍອດ​ການ​ຄ້າ ແລະ ການ​ລົງ​ທຶນ​ຈີນ-ອາ​ຊຽນ​ຄັ້ງ​ທີ 23.
ເພີ່ມເຕີມ