WTO ຫຼຸດ​ການ​ຄາດ​ຄະ​ເນ​​ການ​ຄ້າ​ສິນ​ຄ້າ​ທົ່ວ​ໂລກ​ໃນປີ 2026 ລົງ​ເປັນ 1.8%

WTO ຫຼຸດ​ການ​ຄາດ​ຄະ​ເນ​​ການ​ຄ້າ​ສິນ​ຄ້າ​ທົ່ວ​ໂລກ​ໃນປີ 2026 ລົງ​ເປັນ 1.8%

WTO ຫຼຸດ​ການ​ຄາດ​ຄະ​ເນ​​ການ​ຄ້າ​ສິນ​ຄ້າ​ທົ່ວ​ໂລກ​ໃນປີ 2026 ລົງ​ເປັນ 1.8%
ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ອົງການ​ການ​ຄ້າ​ໂລກ (WTO) ​ໄດ້​ຫຼຸດ​ການ​ຄາດ​ຄະ​ເນ​ການ​ເຕີບ​ໂຕ​ດ້ານ​ການ​ຄ້າ​ສິນຄ້າ​ທົ່ວ​ໂລກ​ໃນ​ປີ 2026 ລົງ​ເປັນ 1.8% ຈາກທີ່ເຄີຍຄາດຄະເນໄວ້ 2.5% ເນື່ອງຈາກ​ການ​ປ່ຽນ​ແປງ​ພາສີນຳເຂົ້າເມື່ອບໍ່ດົນມານີ້ ​ທີ່​ສາມາດ​ສົ່ງ​ຜົນ​ກະທົບ​ທາງ​ລົບ​ຕໍ່​ການ​ຄ້າ​ທົ່ວ​ໂລກ.

 

ສະຫະລັດ ອາເມຣິກາ ໄດ້ວາງອັດຕາພາສີທີ່ສູງຂຶ້ນໃນວັນທີ 7 ສິງຫາ ຜ່ານມາ ຊຶ່ງຄາດວ່າຈະສົ່ງຜົນກະທົບຕໍ່ການນຳເຂົ້າ ແລະ ສົ່ງອອກຂອງ ສະຫະລັດ ອາເມຣິກາ ຈາກຄູ່ຮ່ວມມືການຄ້າໃນເຄິ່ງທີ່ສອງ (ເດືອນກໍລະກົດ ຫາ ເດືອນທັນວາ) ຂອງປີ 2025 ແລະ ໃນປີ 2026.

WTO ຄາດຄະເນວ່າ: ການຄ້າສິນຄ້າທົ່ວໂລກຈະເຕີບໂຕໃນລະດັບ 0.9% ໃນປີ 2025, ປ່ຽນຈາກໂຕເລກທີ່ຄາດຄະເນໄວ້ກ່ອນໜ້ານີ້ໃນກາງເດືອນເມສາວ່າຈະຫຼຸດລົງ 0.2%, ພາຍຫຼັງ ສະຫະລັດ ອາເມຣິກາ ປະກາດການເກັບພາສີ ແລະ ໄດ້ໂຈະອັດຕາພາສີບາງລາຍການຊົ່ວຄາວເປັນເວລາ 90 ວັນ.

WTO ລະບຸວ່າ: ທ່າອ່ຽງການເຕີບໂຕທີ່ປັບປຸງໃໝ່ນີ້ສ່ວນໃຫຍ່ແມ່ນມີປັດໄຈມາຈາກການເລັ່ງນຳເຂົ້າສິນຄ້າຂອງ ສະຫະລັດ ອາເມຣິກາ ກ່ອນກໍານົດເວລາ, ແຕ່ເນັ້ນໜັກວ່າການຄາດຄະເນດັ່ງກ່າວຍັງຕໍ່າກວ່າໂຕເລກການຄາດຄະເນກ່ອນບັງຄັບໃຊ້ອັດຕາພາສີ 2.7% ຢ່າງຫຼວງຫຼາຍ.

ຫາກພິຈາລະນາຕາມພາກພື້ນ, ເສດຖະກິດຂອງອາຊີຈະຍັງຄົງເປັນປັດໄຈຂັບເຄື່ອນທາງບວກສໍາຄັນທີ່ສຸດຂອງການເຕີບໂຕຂອງການຄ້າສິນຄ້າທົ່ວໂລກໃນປີ 2025, ໃນຂະນະທີ່ ອາເມຣິກາເໜືອ ມີທ່າທີ່ຈະເຮັດໃຫ້ການເຕີບໂຕດ້ານການຄ້າທົ່ວໂລກຊ້າລົງໃນປີ 2025 ແລະ 2026.

ທ່ານ ເອັນໂກຊີ ໂອຄອນໂຈ - ອີເວຍລາ ຜູ້ອຳນວຍການໃຫຍ່ WTO ກ່າວວ່າ: ຄວາມບໍ່ແນ່ນອນດ້ານພາສີຍັງສືບຕໍ່ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ຄວາມເຊື່ອໝັ້ນທາງທຸລະກິດ, ການລົງທຶນ ແລະຕ່ອງໂສ້ການສະໜອງ ແລະ ເປັນໜຶ່ງໃນບັນດາປັດໄຈທີ່ສ້າງຄວາມປັ່ນປ່ວນຫຼາຍທີ່ສຸດໃນສະພາບແວດລ້ອມການຄ້າທົ່ວໂລກ.

ຄໍາເຫັນ

ຂ່າວຕ່າງປະເທດ

ຍົກລະດັບການບໍລິຫານໂລກ ເພື່ອສ້າງຊຸມຊົນທີ່ມີອະນາຄົດຮ່ວມກັນຂອງມວນມະນຸດ

ຍົກລະດັບການບໍລິຫານໂລກ ເພື່ອສ້າງຊຸມຊົນທີ່ມີອະນາຄົດຮ່ວມກັນຂອງມວນມະນຸດ

ກອງປະຊຸມລ່ານຖິງພາຍໃຕ້ຫົວຂໍ້ “ຍົກລະດັບການບໍລິຫານໂລກ ເພື່ອສ້າງຊຸມຊົນທີ່ມີອະນາຄົດຮ່ວມກັນຂອງມວນມະນຸດ” ຄັ້ງທີ 23 ໄດ້ຈັດຂຶ້ນໃນວັນທີ 27 ຕຸລານີ້ ທີ່ຫ້ອງປະຊຸມກະຊວງການຕ່າງປະເທດ ສປ ຈີນ ທີ່ ຫຼວງປັກກິ່ງ, ຈັດຂຶ້ນໂດຍສະມາຄົມການທູດຂອງຈີນ ພາຍໃຕ້ການສະໜັບສະໜູນຂອງກະຊວງການຕ່າງປະເທດແຫ່ງ ສປ ຈີນ, ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ຫວາງອີ້ ຄະນະກຳມະການສູນກາງພັກກອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ອູ້ໄຫຫຼົງ ປະທານສະມາຄົມການທູດ ສປ ຈີນ ພ້ອມດ້ວຍຕາງໜ້າຈາກອົງການສາກົນ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
Toyota ລາຍງານຍອດຂາຍທົ່ວໂລກເພີ່ມຂຶ້ນແບບບໍ່ເຄີຍມີມາກ່ອນ

Toyota ລາຍງານຍອດຂາຍທົ່ວໂລກເພີ່ມຂຶ້ນແບບບໍ່ເຄີຍມີມາກ່ອນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 27 ຕຸລາ ຜ່ານມາວ່າ: ບໍລິສັດ Toyota Motor Corp. ລາຍງານຍອດຂາຍລົດໃນໄລຍະເຄິ່ງທຳອິດຂອງປີງົບປະມານ (ເດືອນເມສາ-ກັນຍາ) ຢູ່ທີ່ 5,267,216 ຄັນ, ເພີ່ມຂຶ້ນ 4.7% ເມື່ອທຽບກັບປີກ່ອນ ຊຶ່ງສູງທີ່ສຸດແບບບໍ່ເຄີຍມີມາກ່ອນສຳລັບເຄິ່ງທຳອິດຂອງປີງົບປະມານ.
ຕວັກກີ ເກີດແຜ່ນດິນໄຫວ ຂະໜາດ 6.1 ຣິກເຕີ ມີຜູ້ບາດເຈັບ 22 ຄົນ

ຕວັກກີ ເກີດແຜ່ນດິນໄຫວ ຂະໜາດ 6.1 ຣິກເຕີ ມີຜູ້ບາດເຈັບ 22 ຄົນ

ຂ່າວຕ່າງປະເທດລາຍງານວ່າ: ເກີດແຜ່ນດິນໄຫວຂະໜາດ 6.1 ຣິກເຕີ ໃນພາກຕາເວັນຕົກຂອງຕວັກກີ, ເຮັດໃຫ້ອາຄານທີ່ເສຍຫາຍຈາກແຜ່ນດິນໄຫວຄັ້ງກ່ອນພັງລົງ. ລາຍງານເບື້ອງຕົ້ນມີຜູ້ບາດເຈັບ 22 ຄົນ. ຂ່າວລະບຸວ່າ: ແຜ່ນດິນໄຫວຂະໜາດ 6.1 ຣິກເຕີ ໄດ້ເກີດຂຶ້ນໃນພາກຕາເວັນຕົກຂອງຕວັກກີ ໃນຄືນວັນທີ 27 ຕຸລາ ຜ່ານມາ (ຕາມເວລາທ້ອງຖິ່ນ), ເຮັດໃຫ້ອາຄານສີ່ຫຼັງທີ່ເສຍຫາຍຈາກແຜ່ນດິນໄຫວຄັ້ງກ່ອນພັງລົງ. ໂດຍໃນເບື້ອງຕົ້ນຍັງບໍ່ມີລາຍງານກ່ຽວກັບການເສຍຊີວິດ.
ນັ່ງໜ້ອຍລົງ 30 ນາທີຕໍ່ມື້ ສາມາດຊ່ວຍຄວບຄຸມລະດັບນໍ້າຕານໃນເລືອດໄດ້

ນັ່ງໜ້ອຍລົງ 30 ນາທີຕໍ່ມື້ ສາມາດຊ່ວຍຄວບຄຸມລະດັບນໍ້າຕານໃນເລືອດໄດ້

ຂ່າວຕ່າງປະເທດລາຍງານ ໃນວັນທີ 27 ຕຸລາ ຜ່ານມາວ່າ: ຜົນການຄົ້ນຄວ້າຈາກມະຫາວິທະຍາໄລ Turku ປະເທດແຟັງລັງ ພົບວ່າ: ການຫຼຸດຜ່ອນເວລານັ່ງ ພຽງ 30 ນາທີຕໍ່ມື້ ແລ້ວຫັນມາຢືນ ຫຼື ເຄື່ອນໄຫວຮ່າງກາຍແທນສາມາດຊ່ວຍຄວບຄຸມລະດັບນໍ້າຕານໃນເລືອດ ແລະ ປັບປຸງສຸຂະພາບການເຜົາຜານໄດ້ຢ່າງຫຼວງຫຼາຍ, ເຖິງແມ່ນວ່າບໍ່ໄດ້ອອກກຳລັງກາຍກໍຕາມ.
ຍີ່ປຸ່ນ - ສະຫະລັດ ອາເມຣິກາ ກຽມລົງນາມການຮ່ວມມືໃນອຸດສາຫະກຳຕໍ່ເຮືອ

ຍີ່ປຸ່ນ - ສະຫະລັດ ອາເມຣິກາ ກຽມລົງນາມການຮ່ວມມືໃນອຸດສາຫະກຳຕໍ່ເຮືອ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ຍີ່ປຸ່ນ ແລະ ສະຫະລັດ ອາເມຣິກາ ຈະລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ກ່ຽວກັບການຮ່ວມມືໃນອຸດສາຫະກຳຕໍ່ເຮືອ, ປັນຍາປະດິດ (AI) ແລະ ເຕັກໂນໂລຊີການສື່ສານລຸ້ນໃໝ່ ໃນລະຫວ່າງການຢ້ຽມຢາມນະຄອນຫຼວງໂຕກຽວ ຂອງທ່ານ ໂດໂນ ທຣໍາ ປະທານາທິບໍດີ ສະຫະລັດ ອາເມຣິກາ ໃນອາທິດໜ້າ.
ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດນາມ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ

ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດນາມ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 26 ຕຸລາ ຜ່ານມາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບບັນດາການນຳປະເທດອາຊຽນເຂົ້າຮ່ວມວາລະປະຊຸມຄົບຄະນະ ແລະ ວາລະປະຊຸມວົງແຄບ ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ພາຍໃຕ້ການເປັນປະທານຂອງທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ມາເລເຊຍ.
ກອງປະຊຸມລ່ານຖິງ ພາຍໃຕ້ຫົວຂໍ້  “ຍົກລະດັບການບໍລິຫານໂລກ ເພື່ອສ້າງຊຸມຊົນທີ່ມີອະນາຄົດຮ່ວມກັນຂອງມວນມະນຸດ”

ກອງປະຊຸມລ່ານຖິງ ພາຍໃຕ້ຫົວຂໍ້ “ຍົກລະດັບການບໍລິຫານໂລກ ເພື່ອສ້າງຊຸມຊົນທີ່ມີອະນາຄົດຮ່ວມກັນຂອງມວນມະນຸດ”

ກອງປະຊຸມ ລ່ານຖິງ ພາຍໃຕ້ຫົວຂໍ້ “ຍົກລະດັບການບໍລິຫານໂລກ ເພື່ອສ້າງຊຸມຊົນທີ່ມີອະນາຄົດຮ່ວມກັນຂອງມວນມະນຸດ” ຄັ້ງທີ 23 ໄດ້ຈັດຂຶ້ນໃນວັນທີ 27 ຕຸລານີ້ ທີ່ຫ້ອງປະຊຸມ ກະຊວງລັດຖະມົນຕີຕ່າງປະເທດ ທີ່ ປັກກິ່ງ ສປຈີນ
ອາຊຽນ ຕ້ອນຮັບຕີມໍແລັດສະເຕ ເຂົ້າເປັນສະມາຊິກປະເທດທີ 11

ອາຊຽນ ຕ້ອນຮັບຕີມໍແລັດສະເຕ ເຂົ້າເປັນສະມາຊິກປະເທດທີ 11

ຂ່າວຕ່າງປະເທດລາຍງານ ໃນວັນທີ 26 ຕຸລາ ຜ່ານມາວ່າ: ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໄດ້ຕ້ອນຮັບຕີມໍແລັດສະເຕ ເຂົ້າເປັນສະມາຊິກປະເທດທີ 11. ໂດຍມີທ່ານ ໂຈເຊ ຣາໂມສ ອໍຕາ ປະທານາທິບໍດີ ແລະ ທ່ານ ຊານານາ ກຸສມາວ ນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມພິທີລົງນາມໃນຖະແຫຼງການວ່າດ້ວຍການຮັບຕີມໍແລັດສະເຕ ເຂົ້າສູ່ອາຊຽນ ໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 47 ທີ່ກົວລາລຳເປີ ປະເທດມາເລເຊຍ ໃນ 26 ຕຸລາ ຜ່ານມາ.
ກອງ​ປະ​ຊຸມ​ສົນ​ທະ​ນາ​ຂອງວົງ​ການ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຈີນ - ສິງກ​ະ​ໂປ​

ກອງ​ປະ​ຊຸມ​ສົນ​ທະ​ນາ​ຂອງວົງ​ການ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຈີນ - ສິງກ​ະ​ໂປ​

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 26 ຕຸ​ລາ ຜ່ານມາ ​ຢູ່ປະເທດ​ສິງກ​ະ​ໂປ, ທ່ານ ຫຼີ​ສຽງ ນາ​ຍົກ​ລັດ​ຖ​ະ​ມົນ​ຕີ​ຈີນ​ໄດ້​ຮ່ວມກັບ​ທ່ານ ການ​ຄິມ​ຢົງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສິງ​ກະ​ໂປ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສົນ​ທະ​ນາ​ຂອງວົງ​ການ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຈີນ-ສິງກ​ະ​ໂປ.
ສົນທິສັນຍາ ຮ່າໂນ້ຍ ພ້ອມກັນສ້າງໂລກແຫ່ງສັນຕິພາບ ແລະ ປອດໄພ

ສົນທິສັນຍາ ຮ່າໂນ້ຍ ພ້ອມກັນສ້າງໂລກແຫ່ງສັນຕິພາບ ແລະ ປອດໄພ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ພິທີລົງນາມສົນທິສັນຍາອົງການສະຫະປະຊາຊາດວ່າດ້ວຍການຕ້ານອາດຊະຍາກຳທາງໄຊເບີ ຫົວຂໍ້ “ຕ້ານອາດຊະຍາກຳທາງໄຊເບີ - ແບ່ງປັນຄວາມຮັບຜິດຊອບ - ມຸ່ງໄປເຖິງອະນາຄົດ” ໄດ້ເປີດຂຶ້ນໃນວັນທີ 25 ຕຸລາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ. ເຂົ້າຮ່ວມພິທີລົງນາມມີທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ, ທ່ານ ອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ສະຫະປະຊາຊາດ, ທ່ານ ກາດາ ຟາທີ ອິສມາອິລ ວາລີ ຫົວໜ້າຝ່າຍບໍລິຫານຫ້ອງການສະຫະປະຊາຊາດກ່ຽວກັບຢາເສບຕິດ ແລະ ອາຊະຍາກຳ (UNODC), ມີຫົວໜ້າ, ການນຳບັນດາປະເທດສະມາຊິກສະຫະປະຊາຊາດ, ຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ. ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໄດ້ອ່ານສູນທອນພົດເປີດພິທີລົງນາມສົນທິສັນຍາຮ່າໂນ້ຍວ່າ: ບັນດາສິ່ງທ້າທາຍຂອງອາຊະຍາກຳທາງໄຊເບີ, ສົນທິສັນຍາ ຮ່າໂນ້ຍ, ເປັນສົນທິສັນຍາຫຼາຍຝ່າຍທົ່ວໂລກກ່ຽວກັບການຕ້ານອາຊະຍາກຳທາງໄຊເບີໄດ້ກຳເນີດ, ແມ່ນສິ່ງພິສູດໃຫ້ແກ່ນ້ຳໃຈສາມັກຄີ ແລະ ຄວາມເຄົາລົບກົດໝາຍ.
ເພີ່ມເຕີມ